ເພງ “ຫາກໂລກນີ້ມີເຮົາສອງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ຫາກໂລກນີ້ມີເຮົາສອງ”
  1. ຢາກໃຫ້ໂລກນີ້ ມີເຮົາສອງຄົນ
    ເຮົາຄົງຈະພົ້ນ ຈາກການຕິສິນ
    ຄວາມຮັກຄວາມຫວັງ ເຮົານັ້ນ
    ຄົງຈິງດັ່ງຝັນຢູ່ອາຈິນ ສົມດັ່ງຖວິນ ຝັນໃຝ່

  2. ຫາກໃນໂລກນີ້ ມີເຮົາສອງຄົນ
    ເຮົາຄົງສຸກລົ້ນ ຍິ່ງກວ່າສຸກໃດ
    ໃຈນ້ອງໃຈອ້າຍ ໝັ້ນເໝາະ
    ມີພຽງສະເພາະບໍ່ເພື່ອໃຜ ຕັ້ງຈິດໝັ້ນໝາຍແນ່ນອນ

  3. ແຕ່ໃນໂລກນີ້ ຍັງມີມະນຸດສຸດພັນລະນາ
    ຄອຍເຕືອນຄອຍວ່າ ຄອຍຫຼອກຄອຍຫຼອນ
    ຢູ່ໃສມີຮັກຢູ່ຫັ້ນມີທຸກ ສຸດແສນອາວອນ
    ໄດ້ຍິນຄຳສອນ ວ່າວອນສອນມາ

  4. ຫາກແມ່ນໂລກນີ້ ມີເຮົາສອງຄົນ
    ໂລກາຈະພົ້ນ ຈາກພັຍນາໆ
    ຄວາມໂລບຄວາມຫຼົງ ຄວາມໂກດ
    ຄົງເບົາແຮງລົດກວ່າເຄີຍມາ ສິ້ນຄວາມອິດສາສົມປອງ…
ວິດີໂອໂນຕບັນເລງເພງ “ຫາກໂລກນີ້ມີເຮົາສອງ”

ເພງ “ບົດເພງຊີວິດ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ບົດເພງຊີວິດ”
  1. ຟ້າຮຸ່ງອະຣຸນ ແສງທອງ ສ່ອງຜິວທານີ
    ມື້ໃໝ່ແລ້ວນີ້ ທົ່ວປັຕພີ ດູງາມແຈ່ມໃສ
    ເມກໝອກຄ່ອຍເລື່ອນ ຈາງຫາຍ ຈາກຂອບຟ້າໄປ
    ຖິ້ມຄວາມຫຼັງໄວ້ ໃຫ້ເປັນພາບຖ່າຍ ອະດີດຕຣະການ

  2. ເໝືອນສາກລະຄອນ ວັກຕອນ ຜ່ານພົ້ນຕາມໄປ
    ກ້າວໃໝ່ວັກໃໝ່ ຍ່າງຕິດຕາມໄປ ຈຸດອະວະສານ
    ເຫຼືອພຽງບົດຮຽນ ແນວຄິດ ອະດີດຂອງມັນ
    ໃຫ້ເຮົາທ່ານນັ້ນ ຄຸ້ນຄິດເຖິງມັນ ເຖິງວັນສຸດທ້າຍ

  3. ອະຣຸນສົ່ງແສງ ສີແດງ ສ່ອງວັນໃໝ່ແລ້ວ
    ສຽງມົນແຜ່ວໆ ຈາກໂບດແວ່ວມາ ວ່າຕັ້ງຕົ້ນໃໝ່
    ທຸກສິ່ງນັ້ນເປັນ ພຽງຝັນ ໃຫ້ຜ່ານພົ້ນໄປ
    ທຳຈິດຜ່ອງໃສ ຕັ້ງຈິດຕັ້ງໃຈ ຕໍ່ຄຸນຄວາມດິ

  4. ເພື່ອແຜ່ນໂລກາ ທີ່ເຮົາ ທ່ານນັ້ນກຳເນີດ
    ເພື່ອສັດປຣະເສີດ ທີ່ສັພທຸກ ຢູ່ໃນໂລກນີ້
    ເພື່ອກຽດຂອງຕົວ ເຮົາທ່ານ ຈົ່ງໝັ່ນສ້າງດີ
    ວ່າໃນຊາດນີ້ ບໍ່ຕ້ອງເສັຽທີ ທີ່ໄດ້ເກີດມາ…
ວິດີໂອໂນຕບັນເລງເພງ “ບົດເພງຊີວິດ”

ເພງ “ປູ່ສອນຫຼານ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ປູ່ສອນຫຼານ”

(ສອຍ)

ຟັງ ຟັງ ຟັງ ຂໍເຊີນທ່ານຟັງນີ້ກ່ອນ
ເມື່ອຍໜັກ ກ່ອນຈະພັກຜ່ອນ (ຊໍ້າ)
ໂປຣດຟັງເພງນີ້ກ່ອນ ແລ້ວເອົາໄປສອນກັນຕໍ່ໄປ

  • ຍັງໜຸ່ມນ້ອຍ ຈົ່ງສຶກສາຮໍ່າຮຽນ
    ຈົ່ງອົດສາພາກພຽນ ຮຽນເອົາໄວ້ຫຼາຍໆ
    ມີຜຍາບໍ່ແມ່ນ ໃສ່ບ່າແບກໄວ້ (ຊໍ້າ)
    ຈົ່ງຟັງເອົາໄວ້ ຢ່າລືມຢ່າລືມນະຫຼານເອີຍ…

(ສອຍ)

  • ເມື່ອຮຽນມາ ຈົ່ງຮັກສາໃຫ້ດີ
    ຢ່າສ້າງຄວາມອັບປີ ຄວາມບັດສີເອົາໄວ້
    ອະນາຄົດບ້ານເມືອງ ຈິຢູ່ກັບໃຜ (ຊໍ້າ)
    ນອກຈາກຫຼານທັງຫຼາຍ ຈຳໄວ້ຈຳໄວ້ໃຫ້ດີ…

(ສອຍ)

  • ຜູ່ໃຫຍ່ເຮົາ ເຈົ້າກະຊວງສຶກສາ
    ໄດ້ຂົນຂວາຍຊອກຫາ ຈະພັທນາເລື້ອຍໄປ
    ຢາກຈະເຫັນ ຊົນໃນຊາດທັງຫຼາຍ (ຊໍ້າ)
    ໄດ້ສຶກສາສົມໃຈ ຟັງໄວ້ຈຳໄວ້ຢ່າລືມ…

(ສອຍ)

ວິດີໂອໂນຕບັນເລງເພງ “ປູ່ສອນຫຼານ”

ເພງ “ວອນຮັກເກົ່າ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ວອນຮັກເກົ່າ”

(ສອຍ)

ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ
ເບິ່ງເຫັນຟ້າອື່ມຄື້ມ ຮັກເກົ່າບໍ່ລືມຍັງບໍ່ລືມບໍ່ລືມ

  • ໂອ້… ນ້ອງເອີຍ
    ບຸນສອງເຮົາເຄີຍ ຮ່ວມກິນຮ່ວມທານ
    ຈາກໄປຢູ່ໄກມິ່ງຂວັນ ອ້າຍຍັງຊື່ຕຣົງຄົງໝັ້ນ
    ນອນຝັນນັ່ງຝັນ ແທ້ລະເນີແທ້ລະເນີ

(ສອຍ)

  • ໂອ້… ນ້ອງສາວ
    ຢ່າຫຼົງຄົນເວົ້າ ກ່າວສິນນິນທາ
    ຈາກໄປແຕ່ກາຍດອກໜາ ຮອດໃສອ້າຍຍັງຄືນມາ
    ໃຈຮ້ອງໄຫ້ຫາ ຢູ່ວ້ອນວອນວ້ອນວອນ

(ສອຍ)

  • ໂອ້… ນ້ອງເອີຍ
    ຮັກເຮົານັ້ນເຄີຍ ຫວານມັນເຕັມທີ
    ຈາກໄປບໍ່ທັນເຖິງປີ ມື້ນັ້ນບໍ່ຄືມື້ນີ້
    ຍາມໜາວຍາມນີ້ ມາຄືນດີກັນເຖີດເອີຍ

(ສອຍ)

ຮັກເກົ່າບໍ່ລືມຍັງບໍ່ລືມບໍ່ລືມ ຮັກເກົ່າບໍ່ລືມຍັງບໍ່ລືມບໍ່ລືມ
ຮັກເກົ່າບໍ່ລືມຍັງບໍ່ລືມ ຍັງບໍ່ລືມ…

ວິດີໂອໂນຕບັນເລງເພງ “ວອນຮັກເກົ່າ”

ເພງ “ຖິ່ນແກ້ວ”

ເນື້ອຮ້ອງ & ທຳນອງ: ທ່ອນໃບ (1970)
ນັກຮ້ອງຕົ້ນສະບັບ : ທ່ອນໃບ

ວິດີໂອດົນຕຣີບັນເລງເພງ “ຖິ່ນແກ້ວ”
  1. ຖານຖິ່ນ ດິນຖິ່ນແກ້ວ
    ເຫັນແລ້ວ ອຸດົມສົມບູນ
    ສາວງາມ ກຳລັງວັຍລຸ້ນ (ຊໍ້າ)
    ຢາກໄດ້ເດ້ອຸ່ນ ຜູ່ງາມເດ້ ງາມເດ

  2. ຄິ້ວຕໍ່ ຄໍກໍກົມ
    ງາມສົມ ອາຣົມໂກ໋ເກ໋
    ອ້າຍເຫັນ ຫົວໃຈຈົນເຫວ່ (ຊໍ້າ)
    ມັກອ້າຍບໍ່ເດ ຂົນຕາງອນຕາງອນ

  3. ຍິ້ມນາງ ມີສເນ່
    ງາມເດ ແຂວນເປອໍຣະຊອນ
    ອ້າຍຂໍຮັກ ແນ່ເດີ້ເນື້ອອ່ອນ (ຊໍ້າ)
    ຖ້າໄດ້ກອດນອນ ກໍສົມໃຈສົມໃຈ

  4. ອ້າຍນີ້ ຈາກວຽງມາ
    ຕັ້ງໜ້າ ມາຫາຊາມວັຍ
    ນ້ອງສາວ ຊາວດົງພົງພັຍ (ຊໍ້າ)
    ເຖິງອ້າຍຢູ່ໄກ ໃຈອາລັຍອາວອນ…
ວິດີໂອໂນຕບັນເລງເພງ “ຖິ່ນແກ້ວ”

ເພງ “ລຳວົງກ່ອນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1966)
ນັກຮ້ອງຕົ້ນສະບັບ : ສ. ແສງສິຣິວັນ

ວິດີໂອດົນຕຣີບັນເລງເພງ “ລຳວົງກ່ອນ”
  1. ລຳວົງກັນກ່ອນ ສຳຣານໃຈ
    ໃຫ້ຈິດຜ່ອງໃສ ຮ້ອງລຳໄປໃຈເພີນ
    ລຳວົງໂຄ້ງພາກັນເດີນ ລຳວົງໂຄ້ງພາກັນເດີນ
    ສນຸກເຫຼືອເກີນ ເພີນໃຈເພີນເພງ
  2. ສາວນີ້ຟ້ອນງາມລຳເກັ່ງ ສາວນັ້ນຟ້ອນງາມລຳເກັ່ງ
    ເອິກເບັງແອວກົມ ໂສມງາມອໍຣະຊອນ
    ຢາກຈະລຳລຳໂຄ້ງ ແມ່ເນື້ອອ່ອນ
    ຢາກຈະເປັນຈອມໃຈແມ່ ງາມງອນ

    ຍິ້ມຈັກໜ່ອຍບັງອອນ ຈະເກັບໄປນອນຝັນເອີຍ…

  3. ລຳກັນເປັນຄູ່ ເປັນຄູ່ໄປ
    ລູກໃຜເມັຽໃຜ ໂຄ້ງກັນໄປເລີຍໆ
    ລຳວົງຍິ້ມລົມຊົມເຊີຍ ລຳວົງຍິ້ມລົມຊົມເຊີຍ
    ຕາມແບບທີ່ເຄີຍ ລຳກັນມານານ

  4. ຄູ່ນັ້ນສົມກັນດີແທ້ ຄູ່ນີ້ສົມກັນດີແທ້
    ຢ່າດ່ວນຜັນແປ ແສໄປເປັນອື່ນ
    ຈົ່ງຖນອມທອມຮັກ ໃຫ້ຍັ້ງຍືນ
    ຢ່າລວນເລລວນລາມ ທຳຝ່າຝືນ
    ຂືນຄອງປະເພນີ ແລ້ວຈະເສົ້າສີເສັຽໃຈ…
ວິດີໂອໂນຕບັນເລງເພງ “ລຳວົງກ່ອນ”

“ສົ່ງຂໍ້ຄວາມຕິດຕໍ່ & ສອບຖາມ”

  • ຊື່ & ນາມສະກຸນ
  •  

 

ໂນຕດົນຕຣີ “ຣະບົບໂຕເລກ” ຫຼື ຣະບົບ Jianpu

ໂນຕດົນຕຣີສາກົນ (Solfege) ຫຼືເອີ້ນອີກວ່າ “ໂນຕໝາກຖົ່ວງອກ” ໄດ້ມີການພັທນາຢ່າງຕໍ່ເນື່ອງ ຕາມກາລະເວລາທີ່ຜ່ານມາ ຈົນເຖິງຍຸກປະຈຸບັນ ຊຶ່ງຂ້ອນຂ້າງຊັດເຈນແລະເປັນທີ່ຍອມຮັບໂດຍກວ້າງຂວາງ ເພື່ອໃຫ້ເຮົາສາມາດຂີດຂຽນແລະຈົດບັນທຶກສຽງດົນຕຣີ ເຂົ້າເປັນຮູບແບບລາຍລັກອັກສອນ ທີ່ທຸກຄົນສາມາດອ່ານແລະເຂົ້າໃຈໄດ້ໂດຍທົ່ວໆໄປ.
ນີ້ບໍ່ໄດ້ຫມາຍຄວາມວ່າຣະບົບປະຈຸບັນ ແມ່ນເປັນຣະບົບທີ່ດີທີ່ສຸດ, ໃນຄວາມເປັນຈິງແລ້ວ, ຍັງມີຣະບົບໂນຕດົນຕຣີແບບອື່ນ ຈໍານວນບໍ່ໜ້ອຍ ໄດ້ມີການພັທນາຢູ່ນອກມາດຕະຖານຕົ້ນຕໍຂອງຣະບົບ Solfege…

ຕົ້ນກຳເນີດຂອງໂນຕດົນຕຣີ “ຣະບົບໂຕເລກ” ຫຼື ຣະບົບ Jianpu…

ໃນຕົ້ນປີ ຄສ 1743, Jean-Jacques Rousseau ຊຶ່ງເປັນນັກດົນຕຣີ, ນັກກະວີ ແລະນັກຄົ້ນຄວ້າຊາວຝຣັ່ງເສດ, ໄດ້ນໍາສເນີຣະບົບຂອງໂນຕດົນຕຣີອີກແບບນຶ່ງ ຊຶ່ງມີເຫດຜົນທີ່ໜ້າເຊື່ອຖື ແລະງ່າຍກວ່າການນໍາໃຊ້ຣະບົບ Solfege ດັ້ງເດີມທີ່ສັບສົນ ຊຶ່ງຕ້ອງໄດ້ໃຊ້ເວລາຮໍ່າຮຽນແລະຝຶກຝົນເປັນເວລາດົນສົມຄວນ ຈຶ່ງຈະເສບຫຼືບັນເລງໄດ້ຢ່າງຄ່ອງແຄ້ວ.

ຣະບົບດັ່ງກ່າວ ໄດ້ຮັບການພັທນາຕໍ່ມາໂດຍ Pierre Galin ຊຶ່ງເປັນນັກດົນຕຣີ ແລະຄູສອນວິຊາຄະນິດສາດຢູ່ເມືອງ Bordeaux ໃນສມັຍນັ້ນ (ປະມານປີ ຄສ 1821) ໄດ້ຊອກຫາວິທີເພື່ອຈະເຮັດໃຫ້ນັກຮຽນ ທີ່ມີບັນຫາກັບການປາກເວົ້າແລະໄດ້ຍິນສຽງ (ເດັກເສັຽອົງຄະທາງຣະບົບຮັບຟັງແລະອອກສຽງ) ໃຫ້ສາມາດອ່ານຂຽນແລະເຂົ້າໃຈ ໂນຕສາກົນຣະບົບໝາກຖົ່ວງອກ (Solfege) ໄດ້ງ່າຍແລະສະດວກຂື້ນ, ໂດຍການນຳເອົາຕົວເລກ ມາແທນໂຕໂນຕໝາກຖົ່ວງອກ ເພື່ອໃຫ້ສາມາດຂຽນໃສ່ເຈັ້ຽທຳມະດາ ໂດຍບໍ່ຕ້ອງມີເສັ້ນບັນທັດ 5 ເສັ້ນຄືຂອງຣະບົບ Solfege ແຕ່ຍັງຮັກສາເຄື່ອງໝາຍຕ່າງໆທີ່ສຳຄັນຂອງຣະບົບ Solfege ໄວ້.

ໄລຍະເວລາອັນ​ແນ່​ນອນ​ ທີ່ຣະ​ບົບ Jianpu ໄດ້ແຜ່ເຂົ້າມາ​ຮອດ​ປະ​ເທດ​ຈີນ​ແມ່ນ​ບໍ່​ຮູ້​ຈັກຄັກແນ່​, ຮູ້ພຽງວ່າ ຣະ​ບົບ​ຂອງ​ພາສາດົນ​ຕຣີຊະນິດນີ້ ໄດ້​ຖືກ​ນໍາ​ເຂົ້າ​ໂດຍ​ຊາວຝຣັ່ງ​ເສດ ​ຜ່ານປະເທດ​ຍີ່​ປຸ່ນ​ ໃນ​ຕອນ​ທ້າຍ​ຂອງ​ສະ​ຕະ​ວັດ​ທີ 19​. ເພາະມີ​ຂໍ້​ມູນ​ຈາລຶກຢູ່​ສຸ​ສານຂອງທ່ານ Sun Yat Sen (ປະທານາທິບໍດີຄົນທໍາອິດຂອງສາທາຣະນະຣັຖຈີນ ຫຼືໄຕ້ຫວັນ) ກ່າວເຖິງການມາຮອດຂອງຣະ​ບົບ Jianpu, ທີ່ທ່ານໄດ້ຄົ້ນພົບໃນຣະຫວ່າງປີທີ່ຖືກເນຣະເທດໄປຢູ່ໃນເອີຣົບ, ໃນຊ່ວງປີ 1895 ແລະ 1911. ຈາກນັ້ນມາ, ຣະ​ບົບ Jianpu ໄດ້ແຜ່ລາມໄປທົ່ວຂົງເຂດອາຊີຢ່າງໄວວາ ແລະປັດຈຸບັນເປັນສ່ວນໃຫຍ່ໃນປະເທດຈີນເອງ. ຣະ​ບົບນີ້ຍັງຖືກນໍາໃຊ້ຢ່າງເປັນທາງການ ໃນປະເທດອິນໂດເນເຊັຽ ທັງໃນດ້ານດົນຕຣີທາງສາສນາແລະດົນຕຣີພື້ນເມືອງ.

ຕໍ່ມາ ຣະບົບໂນຕດົນຕຣີແບບໂຕເລກນີ້ ໄດ້ຮັບຄວາມນິຍົມນຳໃຊ້ຢ່າງແຜ່ຜາຍແລະກ້ວາງຂວາງ ຈາກຫຼາຍໆປະເທດໃນຂົງເຂດອາຊີ ອັນໄດ້ແກ່ ຈີນ, ຮົ່ງກົງ, ໄຕ້ຫວັນ, ມາເລເຊັຽ, ອິນໂດເນເຊັຽ, ຍີ່ປຸ່ນ… ອົສຕຣາລີ, ອັງກິດ, ອຽກລັ່ງ ແລະ ການາດາ ໃນເວລາຕໍ່ໆມາ. ນີ້ຈຶ່ງເປັນທີ່ມາຂອງ ໂນຕດົນຕຣີ “ຣະບົບໂຕເລກ” ຫຼື ຣະບົບ Jianpu ຫຼືຫຼາຍໆຄົນເອີ້ນວ່າ “ໂນຕຈີນ” ນັ້ນເອງ. ເພາະຣະບົບນີ້ ຍັງຄົງໄດ້ຮັບການນິຍົມໃຊ້ໃນບັນດາປະເທດອາຊີ ທີ່ໃຊ້ພາສາຈີນເປັນພາສາປາກເວົ້າຫຼັກ, ສ່ວນທາງພາກພື້ນຢູໂຣປ ແລະອື່ນໆ ແມ່ນມີການນຳໃຊ້ໜ້ອຍລົງ.

ຕົວຢ່າງໂນຕດົນຕຣີ ເພງ Amazing Grace ໃນຣະບົບໂນຕສາກົນ… ແລະເມື່ອຂຽນໃນຣະບົບໂຕເລກ Jianpu…

(ກະຣຸນາຕິດຕາມໃນບົດຕໍ່ໆໄປ…)

Paris, 09 ພຶສະຈິກາ 2023

ໂຄງສ້າງຂອງ “ຫ້ອງ” ແລະ ປະເພດຂອງເສັ້ນຂີດຫ້ອງ (Bars)…

ການບັນທຶກສຽງດົນຕຣີ ຫຼື ທຳນອງເພງ ລົງໃນໜ້າເຈົ້ຽເປັນຮູບແບບລາຍລັກອັກສອນ ແມ່ນນຳໃຊ້ພາສາດົນຕຣີຣະບົບສາກົນທີ່ຮຽກວ່າ “ໂນຕເພງ” (Solfège ຫຼື Notation) ຊຶ່ງບາງຄົນເອີ້ນວ່າ “ໂນຕໝາກຖົ່ວງອກ”.
ໂນຕເພງ ຊຶ່ງເປັນພາສາຂີດຂຽນຂອງສຽງດົນຕຣີ ມີຫຼັກການແລະກົດເກນສະເພາະຕົວຂອງມັນ ເຊັ່ນດຽວກັນກັບຫຼັກໄວຍາກອນຂອງພາສາປາກເວົ້າ.

“ໂນຕເພງ” (Solfège – Notation) : ພື້ນຖານພາສາຂີດຂຽນຂອງດົນຕຣີ…

ໂຄງສ້າງຂອງໂນຕເພງ ແມ່ນໃຊ້ເສັ້ນຂນານ 5 ເສັ້ນເປັນບັນທັດສຳລັບຂຽນໂຕໂນຕໃສ່. ບັນທັດເສັ້ນຂນານ 5 ເສັ້ນນີ້ ເວລາອ່ານແມ່ນເລີ່ມຕົ້ນຈາກກໍ້າຊ້າຍໄປຫາກໍ້າຂວາ ແລະຈາກດ້ານເທິງລົງລຸ່ມ ຕໍ່ໆໄປ ເຊັ່ນດຽວກັບການອ່ານຕົວໜັງສືທຳມະດາ (ຍົກເວັ້ນພາສາຈີນ ຫຼືພາສາອາຣັບ ທີ່ອ່ານຂຽນຈາກກໍ້າຂວາໄປຫາກໍ້າຊ້າຍ).

ບົດເພງ ຫຼືບົດເສບດົນຕຣີບັນເລງບົດນຶ່ງໆ ເມື່ອຖືກຈົດກ່າຍລົງໃສ່ໜ້າເຈັ້ຽແລ້ວ ເວລາອ່ານ ຫຼືເສບດ້ວຍເຄື່ອງດົນຕຣີໃດນຶ່ງ ຈະມີເຄື່ອງໝາຍທີ່ບົ່ງບອກໃຫ້ຮູ້ລ່ວງໜ້າ ວ່າຖ່ວງທຳນອງຂອງເພງ ຕ້ອງອ່ານຫຼືປະຕິບັດ ດ້ວຍຄວາມໄວຊ້າໃນຣະດັບໃດ? ເພາະຄຸນສົມບັດຂອງເພງທີ່ສະແດງອອກມາ ໃຫ້ຮູ້ສຶກເຖິງອາຣົມຕ່າງໆ ແມ່ນມີຄວາມພົວພັນຢ່າງແໜ້ນແຟ້ນກັບຄວາມໄວຊ້າຂອງທຳນອງເພງ ຊຶ່ງຮຽກວ່າ ຈັງຫວະ.

ໂຄງສ້າງພື້ນຖານຂອງບັນທັດ 5 ເສັ້ນທີ່ໃຊ້ຂຽນໂນຕເພງ ຈະຖືກແບ່ງເປັນພາກສ່ວນນ້ອຍໆ ເປັນໄລຍະສມໍ່າສເມີ ເອີ້ນວ່າ “ຫ້ອງ” (Bar, Mesure).

“ຫ້ອງ” ນອກຈາກຊ່ວຍເຮົາໃຫ້ສາມາດຈຳແນກວັກຕອນຕ່າງໆຂອງເພງ ຍັງມີໜ້າທີ່ບົ່ງບອກແລະບັງຄັບການໄປໜ້າ, ຖອຍຫຼັງ, ຊໍ້າຄືນ, ໂດດຂ້າມ, ຢຸດພັກຊົ່ວຄາວ ແລະອື່ນໆອີກ. ໄລຍະຫ່າງ ຫຼືຄວາມກວ້າງຍາວຂອງແຕ່ລະຫ້ອງ ບໍ່ມີຄວາມສຳຄັນ. ຈຳນວນຂອງໂຕໂນຕທີ່ບັນຈຸໃນແຕ່ລະຫ້ອງ ເປັນຫຼັກທີ່ຕ້ອງຄຳນຶງແລະຄຳນວນ.

ຕົວຢ່າງ “ຫ້ອງ” ແລະເສັ້ນຂີດຫ້ອງປະເພດຕ່າງໆ :

ເສັ້ນຂີດຫ້ອງ “ຊ້ອນສອງ” ຫຼື “ຂີດຄຸ່” ແລະເສັ້ນຂີດຫ້ອງ “ຈໍ້າເມັດ” ໃຊ້ໄວ້ບົ່ງບອກແລະຈຳແນກ ວັກຕອນສຳຄັນຕ່າງໆຂອງບົດເພງ, ຕົວຢ່າງເວລາ ເລີ່ມຕົ້ນ ຫຼີ ສິ້ນສຸດຂອງວັກຕອນໃດນຶ່ງ… ຫຼື ເມື່ອເວລາມີການປ່ຽນຣະດັບສຽງ (ປ່ຽນ Key) ຂອງເພງ.

ເສັ້ນຂີດຫ້ອງ “ຊໍ້າຄືນ” ຫຼື “ລຶ້ມຄືນ” ບົ່ງບອກວ່າທ່ອນທີ່ຢູ່ໃນຣະຫວ່າງ 2 ເຄື່ອງໝາຍຂີດຫ້ອງນີ້ ຕ້ອງໄດ້ລຶ້ມຄືນສອງເທື່ອ. ດັ່ງຕົວຢ່າງລຸ່ມນີ້ ເມື່ອອ່ານແຕ່ຕົ້ນມາເຖິງ ຫ້ອງທີ່ 4, ແມ່ນໃຫ້ກັບຄືນໄປເລີ່ມໃໝ່ມາຈາກຫ້ອງທີ່ 2 ແລ້ວສືບຕໍ່ການອ່ານຕໍ່ໆໄປ.

ເສັ້ນຂນານທີ່ມີ 2 ເສັ້ນຊ້ອນກັນ (1 ເສັ້ນບາງແລະ 1 ເສັ້ນໜາ) ແມ່ນບອກວ່ານີ້ແມ່ນຈຸດຈົບຂອງບົດເພງ.

ເສັ້ນຂນານທີ່ໃຊ້ຂີດແບ່ງແຍກ ບົດບັນທັດ 5 ເສັ້ນໃຫ້ເປັນຫ້ອງ, ສາມາດຂີດຜ່ານໄປສູ່ບັນທັດ 5 ເສັ້ນດ້ານລຸ່ມ ຖ້າຫາກເປັນບັດທັດຄູ່ ຫຼື ບັນທັດຮວມກຸ່ມ ຊຶ່ງໝາຍເຖິງການເສບບັນເລງຕ້ອງໄດ້ດຳເນີນໄປພ້ອມໆກັນ (ເປັນວົງດົນຕຣີ) ຫຼື ສະເພາະພິເສດໃຫ້ເຄື່ອງດົນຕຣີທີ່ຮຽກວ່າ “ປ່ຽນໂນ” (Piano) ຊຶ່ງມີສອງບັນທັດ ສຳລັບສອງມືທີ່ເຮັດວຽກພ້ອມກັນ : ບັນທັດເທິງສຳລັບມືຂວາ ແລະບັນທັດລຸ່ມສຳລັບມືຊ້າຍ.

(ກະຣຸນາຕິດຕາມໃນບົດຕໍ່ໆໄປ…)

Paris, 08 ພຶສະຈິກາ 2023

“Tempo ແລະ “ຣະບົບຈັງຫວະ” (Time Signature)…

Tempo ຊຶ່ງມີຄ່າເປັນຕົວເລກ ທີ່ບົ່ງບອກຄວາມໄວຊ້າຂອງຈັງຫວະດົນຕຣີ ຫຼື ບົດເພງ ຍັງຕ້ອງມີການກ່ຽວພັນກັບການກຳນົດຄ່າຂອງຫ້ອງ ທີ່ແບ່ງບັນທັດຂອງໂນຕເພງ ແລະຮູບແບບໂຕໂນຕທີ່ໃຊ້ຂຽນບົດເພງ ຊຶ່ງຮຽກວ່າ “ຣະບົບຈັງຫວະ” (Time Signature).

ບົດເພງບົດນຶ່ງ ເມື່ອກ່າຍຂຽນ ຫຼື ບັນທຶກໃສ່ບົດບັນທັດ 5 ເສັ້ນ ດ້ວຍໂຕໂນຕຕ່າງໆ ຈະຕ້ອງໄດ້ຖືກແບ່ງອອກເປັນຫຼາຍສ່ວນ ທີ່ມີຄວາມຍືດຍາວອັນຄົງທ່ຽງ ຮຽກວ່າ “ຫ້ອງ” (Bar, Mesure) ເພື່ອຄວາມສະດວກໃນການອ່ານ ຫຼື ການເສບບັນເລງ. ແຕ່ລະ “ຫ້ອງ” ຈະຖືກຈຳແນກດ້ວຍເຄື່ອງໝາຍທີ່ເປັນເສັ້ນແນວຂນານຕັ້ງ ຂັ້ນແບ່ງຣະຫວ່າງ “ຫ້ອງ” ທັງມວນຂອງບົດເພງ. ເສັ້ນຂນານທີ່ມີ 2 ເສັ້ນຊ້ອນກັນ (1 ເສັ້ນບາງແລະ 1 ເສັ້ນໜາ) ແມ່ນບົ່ງບອກຈຸດຈົບຂອງບົດເພງ.

ເພື່ອຣະບຸຄວາມສັ້ນຍາວຂອງ “ຫ້ອງ” ແລະຫົວໜ່ວຍຫຼັກສຳລັບໂຕໂນຕທີ່ຈະຂຽນ ແມ່ນມີການນຳໃຊ້ເຄື່ອງໝາຍພິເສດທີ່ເອີ້ນວ່າ “ຣະບົບຈັງຫວະ” (Time Signature). ຣະບົບດັ່ງກ່າວ ແມ່ນຖືກໝາຍດ້ວຍຕົວເລກ 2 ຕົວ ຢອງກັນຢູ່ເບື້ອງຕົ້ນຂອງບັນທັດໂນຕເພງ ໃນລັກສນະຮູບແບບ ເລກເສດສ່ວນ.  ຕົວເລກດ້ານເທິງ ຊີ້ບອກຈຳນວນຂອງ “ໂນຕພື້ນຖານ” ທີ່ສາມາດບັນຈຸໄດ້ໃນແຕ່ລະຫ້ອງ. ສ່ວນຕົວເລກດ້ານລຸ່ມ ບົ່ງບອກຄ່າຂອງໂຕ “ໂນຕພື້ນຖານ” ທີ່ໃຊ້ໃນການວັດແທກຄວາມສັ້ນຍາວຂອງຈັງຫວະ.

ຄ່າຂອງ “ໂນຕພື້ນຖານ” ແມ່ນຄິດໄລ່ຕາມຄ່າຂອງ ໂນຕໂຕກົມ ຫຼືເອີ້ນອີກວ່າ ໂນຕໂຕມົນ (Whole, Ronde). ດັ່ງນັ້ນ, ຖ້າຕົວເລກດ້ານລຸ່ມແມ່ນເລກ 4, ຄ່າຂອງ “ໂນຕພື້ນຖານ” ແມ່ນ 1/4 ຂອງ ໂນຕໂຕກົມ ຫຼືວ່າ ໂຕມົນ, ຄ່າທີ່ເຮົາຈະໄດ້ແມ່ນ 1 ໂນຕໂຕດຳ (Quarter, Noire).

ຖ້າຕົວເລກດ້ານລຸ່ມແມ່ນເລກ 2, ຄ່າຂອງ “ໂນຕພື້ນຖານ” ແມ່ນ 1/2 ຂອງ ໂນຕໂຕກົມ ຫຼືວ່າ ໂຕມົນ, ຄ່າທີ່ເຮົາຈະໄດ້ແມ່ນ 1 ໂນຕໂຕຂາວ(Half, Blanche), ດັ່ງນີ້ເປັນຕົ້ນ.

ມີ 2 “ຣະບົບຈັງຫວະ” ພິເສດ ບໍ່ຂຽນດ້ວຍຕົວເລກ ແຕ່ມີຄ່າດັ່ງນີ້ :

– “ຣະບົບຈັງຫວະ” 4/4 ສາມາດຂຽນດ້ວຍເຄື່ອງໝາຍໂຕ C
– “ຣະບົບຈັງຫວະ” 2/2 ສາມາດຂຽນດ້ວຍເຄື່ອງໝາຍໂຕ C ຂີດຜ່າກາງ

(ກະຣຸນາຕິດຕາມໃນບົດຕໍ່ໆໄປ…)

Paris, 06 ພຶສະຈິກາ 2023