ເພງ “ຫຼັກແປດແດນສວັນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (≤1975)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ຫຼັກແປດແດນສວັນ”

1) ຕາດນໍ້າຫ້ວຍຍາງ ຢູ່ຫ່າງປາກເຊນ້ອຍດຽວ
ບຸນຫຼາຍໄດ້ທ່ຽວ ຊົມນໍ້າຕົກໂຕນລົງຫິນຊັນ
ງາມ ດ້ວຍທັມມະຊາດເສກສັນ
ສາລາມີພັກຜ່ອນພັນ ສຸດແສນສຳຣານຣຶທັຍ

2) ພຣຶກສາຊື່ນບານ ແຕ່ພູມລຳທານໃສເຢັນ
ໝູ່ມວນນົກເຕັ້ນ ຕາມກ້ານກິ່ງສົ່ງສຽງກ້ອງໄກ
ປາ ກໍລອຍຫຼິ້ນນໍ້າສົດໃສ
ສາຍລົມພັດແຜ່ວຜິວກາຍ ສຸກໃຈຫາຖິ່ນໃດປານ

• ພູບາຈຽງ ສູງເດັ່ນງາມຕາ
ແຄມສາຍທາຣາ ສະລ້ຽງປາມີປາຫຼາຍພັນ
ໂອ້ຫຼັກແປດ ແດນນີ້ຄ້າຍດັ່ງສວັນ
ສຽງນໍ້າຕົກໂຕນສນັ່ນ ຊວນໃຫ້ຝັນເຖິງຄົນຮັກຂ້າ

3) ສຸກເຫຼືອເມື່ອມາ ຫຼັກແປດແດນອັນວິໄລ
ບໍ່ລືມຫຼົງໄດ້ ດັ່ງພາບຖ່າຍຕິດຕຶງຝັງຕາ
ຍາມ ຂ້າໄກຊວນໃຫ້ໃຝ່ຫາ
ແມ່ນໄກກໍຍັງຫວນມາ ຫາກບຸນຂ້າຫາກຍັງມີ…

ໂອໂອ່ໂອ້…ໂອໂອ່ໂອ້…ໂອ້ໂອ…

ໂນຕເພງ “ຫຼັກແປດແດນສວັນ”
ວິດີໂອໂນຕບັນເລງເພງ “ຫຼັກແປດແດນສວັນ”