ເພງ “ໜາວນີ້ອ້າຍແສນຣະທົມ”

ເນື້ອຮ້ອງ & ທຳນອງ : ພ. ເພັດຄັນທະ (~1970)
ນັກຮ້ອງຕົ້ນສະບັບ : ພ. ເພັດຄັນທະ

ວິດີໂອດົນຕຣີບັນເລງເພງ “ໜາວນີ້ອ້າຍແສນຣະທົມ”

1) ໜາວປີນີ້ ບໍ່ມີນ້ອງຢູ່ຄຽງໝອນ
ໜາວໃນຄາວປີກ່ອນ ມີບັງອອນນອນແນບອຸຣາ
ໜາວມາຄັ້ງໃດ ກອດຂວັນໃຈໃຫ້ໜາວອິດສາ
ໜາວໃນປີນີ້ໜາ ຂວັນຕານ້ອງຢູ່ແຫ່ງໃດ

2) ໜາວປີນີ້ ບໍ່ມີນ້ອງຢູ່ຄຽງຂວັນ
ຫົວໃຈອ້າຍມັນສັ່ນ ຄິດເຖິງວັນເຄີຍຄູ່ດວງໃຈ
ຍິ່ງລົມໜາວໂບກ ອ້າຍຍິ່ງໂສກຊອກຊໍ້າຊວງໃນ
ອີກຈະນານປານໃດ ຍອດຂວັນໃຈຈະຢ້ອນຄືນມາ

• ໜາວໆຢ່າງນີ້ ຄົນດີນ້ອງຢູ່ຢ່າງໃດ
ຫຼືມີຄົນຮັກໃໝ່ ຄອຍເອົາໃຈໃຫ້ອຸ່ນອຸຣາ
ຫຼືຍັງຫວ່າງເປົ່າ ໂສກເສົ້າກໍ້າກືນນໍ້າຕາ
ອ້າຍມີແຕ່ເອກາ ນໍ້າຕາໄຫຼຫຼັ່ງອາບປາງ

3) ໜາວຢ່າງນີ້ ຄົນດີນ້ອງຢູ່ກັບໃຜ
ຢູ່ກັບຄົນຮັກໃໝ່ ຫຼືຂວັນໃຈໝອງໄໝ້ຄວນຄາງ
ນ້ອງມີຄວາມສຸກ ຫຼືວ່າທຸກຢ່າງໃດໜໍນາງ
ອ້າຍມີແຕ່ອ້າງວ້າງ ນາງເອີຍນາງອ້າຍແສນຣະທົມ…

ໂນຕເພງ “ໜາວນີ້ອ້າຍແສນຣະທົມ”
ວິດີໂອໂນຕບັນເລງເພງ “ໜາວນີ້ອ້າຍແສນຣະທົມ”