ເພງ “ກຸຫລາບຫລວງພຣະບາງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ເພັດດາຣາ (~1959)
ນັກຮ້ອງຕົ້ນສະບັບ : ວຽງແວວ ວົງວຽງຄຳ

ວິດີໂອດົນຕຣີບັນເລງເພງ “ກຸຫລາບຫລວງພຣະບາງ”

1) ໂອ້ຫລວງພຣະບາງ ຟາກຟ້າແດນໄກ
ແດນພູປ່າພະນາອຳໄພ ນຶກເຖິງຍັງໃກ້ນໍ້າໃຈຂອງນາງ
ແຜ່ນພູແລະຜາ ໜາກັ້ນເປັນທາງ
ຂັ້ນດວງໃຈໃຫ້ຫ່າງ ຂໍນ້ອງຢ່າຮ້າງຫ່າງລາ

2) ແມ່ຂອງແມ່ຄານ ໄຫຼກ້ຽວຜູກພັນ
ເໝືອນດັ່ງເຊັ່ນດວງໃຈອ້າຍນັ້ນ ມາຂໍຮັກໝັ້ນສັມພັນຊົ່ວຟ້າ
ແບກຮັກຂ້າມຂອງ ໝົ່ນໝອງອຸຣາ
ນຶກເຖິງວາສນາ ຈະມາຄູ່ຄຽງຄົນດີ

• ອ້າຍ… ແບກຄວາມຮັກມາຫາ
ກາຍແລະຈິດອຸທິດຊີວາ ມຸ່ງມາຫາເພື່ອຕາຍແດນນີ້
ລົມໜາວໂບກມາ ອຸຣາໝອງໄໝ້ທະວີ
ເກງຄວາມຮັກຈະເກີນສັກສີ ນ້ອງຄົນດີທີ່ອ້າຍໝັ້ນໝາຍ

3) ເຖິງແມ່ນຢ່າງໃດ ຂໍໃຫ້ເວົ້າມາ
ຮັກຫຼືໂກດໂປຣດໄດ້ເອີ່ຍຈາ ຢ່ານຶກເລີຍວ່າຜູ່ຊາຍແດນໄກ
ຫາກຮັກຈະຂໍ ດົ້ນດັ້ນປ່າໄພ
ພູແລະຜາກວ້າງໃຫຍ່ ດ້ວຍໃຈມາຫາເຈົ້າເອີຍ…

ໂນຕເພງ “ກຸຫລາບຫລວງພຣະບາງ”
ວິດີໂອໂນຕບັນເລງເພງ “ກຸຫລາບຫລວງພຣະບາງ”