ເພງ “ກຸຫລາບສວັນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ເພັດດາຣາ (1960)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ກຸຫລາບສວັນ”

1) ກຸຫລາບສວັນ ທຸກວັນອ້າຍຝັນເຖິງເຈົ້າ
ເພີ້ຣຳພັນຝັນເຝົ້າ ປອງເອົາແຕ່ນ້ອງນວນນາງ
ແຕ່ເຈົ້ານັ້ນ ສັນໃດຈຶ່ງໄດ້ເຫີນຫ່າງ
ຫຼືມີຄູ່ຄຽງຂ້າງ ນວນນາງຈຶ່ງບໍ່ຂ້ອງກ່ຽວ

2) ວາສນາ ຊາຕາອ້າຍນີ້ຕໍ່າຕ້ອຍ
ຮັກຈຶ່ງໄດ້ເລື່ອນລອຍ ເຝົ້າຄອຍຮັກນ້ອງຂ້າງດຽວ
ຊ່າງລືມລັຍ ນໍ້າໃຈກ່ອນນັ້ນຍຶດໜ່ຽວ
ຫຼືມີຄູ່ຂ້ອງກ່ຽວ ແໜ້ນໜຽວກັບໂສມຍຸພິນ

• ໂອ້… ເມືອງສວັນ
ຫວັງຜູກສຳພັນ ຮັກກັນຊົ່ວຟ້າແລະດິນ
ມາບັດນີ້ ນ້ອງລັຍລືມເລີຍເສັຽສິ້ນ
ຄົງເຫຼືອແຕ່ຟ້າກັບດິນ ໃຫ້ເປັນອະນຸສອນ

3) ສິ້ນແລ້ວຊາດນີ້ ບໍ່ມີຣົຖເບັ້ນໃຫ້ເຈົ້າ
ອ້າຍຈຶ່ງຕ້ອງໝອງເສົ້າ ອົກເອົ້າເຝົ້າຝັນອາທອນ
ເຖິງຊາດໜ້າມີ ອ້າຍນີ້ກໍຂໍບໍ່ຢ້ອນ
ຍອດຮັກເອີຍລາກ່ອນ ນວນນ້ອງຈົ່ງມີໂຊກດີ…

ໂນຕເພງ “ກຸຫລາບສວັນ”
ວິດີໂອໂນຕບັນເລງເພງ “ກຸຫລາບສວັນ”