ເພງ “ແກ້ວລືມຄອນ”

ເນື້ອຮ້ອງ & ທຳນອງ : ສ. ມະນີແສງ (1969)
ນັກຮ້ອງຕົ້ນສະບັບ : ສາຍພິນ ພິລົມຫວນ

ວິດີໂອດົນຕຣີບັນເລງເພງ “ແກ້ວລືມຄອນ”

1) ແກ້ວເອີຍ ເຈົ້າເປັນຫຍັງລືມຄອນ
ຫຼົງລືມບ່ອນ ເຄີຍນອນເຄີຍຢູ່ອາສັຍ
ຈາກຄອນນີ້ ແລ້ວໜີໄປມີຄອນໃໝ່
ເຈົ້າຄຽດເຈົ້າຊັງຜູ່ໃດ ໜີໄປຢູ່ໃສໜໍເຈົ້າ

2) ແກ້ວເອີຍ ເຈົ້າເປັນຫຍັງລືມຮັງ
ໄປບໍ່ສັ່ງ ລືມຮັງເມື່ອຄັ້ງກ່ອນເກົ່າ
ຄຽດໃຫ້ໃຜ ໝອງໃຈອັນໃດໜໍເຈົ້າ
ຫຼືມີໃໝ່ແລ້ວລືມເຮົາ ນ້ອງເຈົ້າແມ່ສາລິກາ

• ຈາກໄປແລ້ວ ໜໍແມ່ແກ້ວລືມຄອນ
ລືມທຸກບ່ອນ ລືມຄອນລືມຄົນລ້ຽງມາ
ລືມເຂົ້ານໍ້າ ກົງທອງເຄີຍຢູ່ສຸຂາ
ໄປແລ້ວບໍ່ຫວນກັບມາ ແມ່ສາລິກາຫຼົງຮັງ

3) ແກ້ວເອີຍ ຫາກສິ້ນຄົນອຸ້ມຊູ
ຈົ່ງຄືນສູ່ ຄອນເດີມນ້ອງຢູ່ແຕ່ຫຼັງ
ຍັງຄອຍຖ້າ ແມ່ສາລິກາຫຼົງຮັງ
ສີ່ຫ້ອງຫົວໃຈອ້າຍຍັງ ເປັນຮັງຕ້ອນຮັບແກ້ວເອີຍ…

ໂນຕເພງ “ແກ້ວລືມຄອນ”
ວິດີໂອໂນຕບັນເລງເພງ “ແກ້ວລືມຄອນ”