ເພງ “ທ້ອງກ່ອນແຕ່ງ”

ເນື້ອຮ້ອງ & ທຳນອງ : ສາຍເງິນ (~1970)
ນັກຮ້ອງຕົ້ນສະບັບ : ສາຍເງິນ

ວິດີໂອດົນຕຣີບັນເລງເພງ “ທ້ອງກ່ອນແຕ່ງ”

1) ຂ້ອຍແຕ່ງງານ ມາໄດ້ພຽງໜຶ່ງວັນ
ເມື່ອນອນນຳກັນ ຄົງຈະສຸກສັນເໜືອທຸກສິ່ງ
ແຕ່ຂ້ອຍຕົກໃຈ ເມື່ອນາງເຂົ້າມາແອບອິງ (ຊໍ້າ)
ທ້ອງນາງມັນເໜັງຕີງ ເໝືອນມີສິ່ງມາບິດເບືອນ

2) ນາງຄົງອາຍ ເອົາກັນໃໝ່ຢ້ານເຈັບທ້ອງ
ຈຶ່ງພານວນນ້ອງ ໄປໂຮງໝໍບໍ່ແຊເຊືອນ
ໝໍກ່າວເວົ້າ ວ່າເມັຽເຈົ້າມີລູກສາມເດືອນ (ຊໍ້າ)
ພໍໝໍຕັກເຕືອນ ຫົວໃຈຂ້ອຍເຄື່ອນທັນທີ

• ໂອ້ຍ… ຊວຍເຕັມທົນ
ແຕ່ງງານທັງຫົນ ຊ່າງມີລູກກ່ອນຢ່າງນີ້
ເພື່ອນຊາຍຄົນໃດ ຫົວໃຈມາຊ່າງອັບປີ
ກຳໄລເອົາໜີ ສ່ວນໜີ້ຈົ່ງໄວ້ໃຫ້ກັນ

4) ຂ້ອຍອຸກໃຈ ຊ່ວຍແກ້ໄຂກໍຈົນປັນຍາ
ຈະຮ້າງຈະປະ ກໍຢ້ານພໍ່ເຖົ້າຈະເຫຼັ້ນງານ
ຂ້ອຍຈຶ່ງມາຮ້ອງ ສຽງເພງທົ່ວຈັກກະວານ (ຊໍ້າ)
ຖ້າຫາກວ່າກາຍສອງວັນ ຂ້ອຍຄົງຈະກັ້ນໃຈຕາຍ…

ໂນຕເພງ “ທ້ອງກ່ອນແຕ່ງ”
ວິດີໂອໂນຕບັນເລງເພງ “ທ້ອງກ່ອນແຕ່ງ”