ເພງ “ນໍ້າຖ້ວມຖິ່ນເພັຽ”

ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (<1975)
ນັກຮ້ອງຕົ້ນສະບັບ : ໄຊພອນ ສິນທະຣາດ

ວິດີໂອດົນຕຣີບັນເລງເພງ “ນໍ້າຖ້ວມຖິ່ນເພັຽ”

1) ນໍ້າຂຶ້ນລົ້ນຝັ່ງ ໄຫຼຖ້ວມທາງບ້ານຫ້ອມຖິ່ນເພັຽ
ພີ່ນ້ອງຕ້ອງຖືກສູນເສັຽ ນໍ້າຖ້ວມຖິ່ນເພັຽເສັຽຜົລປູກ
ຈູງເອົາງົວຄວາຍ ຂົນຂວາຍມ້າງເພຮ້ານຫູກ
ອູ້ມເອົາຫຼານອູ້ມເອົາລູກ ເມື່ອຄາວຖືກນໍ້າຖ້ວມບໍ່ລົງ

2) ນໍ້າຂອງໄຫຼຫຼັ່ງ ໄຫຼຜ່ານທາງຜ່ານເຂົ້າໃນນາ
ພີ່ນ້ອງຈົນຫຼັ່ງນໍ້າຕາ ຫຼຽວລົງທົ່ງນານໍ້າຖ້ວມລົ້ນທົ່ງ
ທ່າແຂກຊາຍຟອງ ສີຖານໃຕ້ນໍ້າຖ້ວມຈົນຫົ້ງ
ພິກເຂືອຕາຍກ້ຽງບໍ່ຈົ່ງ ນໍ້າບໍ່ຍອມລົງໂອ້ຊ່າງທຳກັມ

• ລົງເຮືອລົງແພ ແກ່ຂອງປະເຮືອນໄກຫ່າງ
ຂ້າມທົ່ງແກ້ງປ່າຢາງ ຫຼືທາງບ້ານສາລາຄຳ
ເທວັນເຈົ້າເອີຍ ບໍ່ເລີຍຈະໜ້າໃຈດຳ
ປ່ອຍໃຫ້ຝົນຕົກລົງນໍ່າໆ ປ່ອຍໃຫ້ນໍ້າຖ້ວມເມືອງຫາດຊາຍຟອງ

3) ນໍ້າຂຶ້ນລົ້ນຝັ່ງ ແມ່ນແຕ່ທາງທຽວນັ້ນບໍ່ມີ
ກ້ວຍອ້ອຍຕ້ອງຖືກພັດໜີ ແສນເຕັມທີແທ້ໜໍພີ່ນ້ອງ
ຂໍວອນເທວາ ນາຄານັ້ນຊ່ວຍປົກປ້ອງ
ປີໜ້າຢ່າໃຫ້ນໍ້ານອງ ຢ່າໃຫ້ນໍ້າຂອງຂຶ້ນຖ້ວມຖິ່ນເພັຽ…

ວິດີໂອໂນຕບັນເລງເພງ “ນໍ້າຖ້ວມຖິ່ນເພັຽ”