ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1993)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ
1) ໂທ້ໃຈ ໄປຮັກ ເຂົາເຮັດຫຍັງ
ຈະຫວັງ ໃນຮັກ ຈັກພຽງໃດ
ກໍເຂົາ ມີແລ້ວ ຄົນຄູ່ໃຈ
ຈະໝາຍ ປອງຮັກ ຄົງໝົດທາງ
2) ເມື່ອເຫັນ ເມື່ອພົບ ປະສົບຕາ
ດັ່ງວ່າ ໃຈເຂົາ ຈະຈິງຈັງ
ຮູ້ທັນ ບັນຫາ ທີ່ປ່ຽນພະລັງ
ຫາທາງ ມຸ່ງຫວັງ ສົມດັ່ງໝາຍ
• ແຕ່ຄິດແລ້ວ ຄົງຈະຍາກ
ຄົງລຳບາກ ສຸດວິສັຍ
ສຸດຈະຝືນ ຄວາມຝັນໃຝ່
ສຸດຫ້າມໃຈ ຫວນໄຫ້ຮຽກຫາ
3) ຊາດນີ້ ຄົງໄດ້ ໄດ້ແຕ່ຄິດ
ເສົ້າຈິດ ຄິດແລ້ວ ໝອງອຸຣາ
ຢ້ານບໍ່ສົມ ດັ່ງມາດ ປຣາຖນາ
ຄິດວ່າ ຊາດນີ້ ຄົງຜິດຫວັງ…
