ເພງ “ດ້ວຍຮັກສມັກໃຈ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1999)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ດ້ວຍຮັກສມັກໃຈ”


1) ເຖິງນ້ອງຈະຜ່ານ ຊາຍມາຫຼາຍຄົນ ບໍ່ສົນຄວາມຫຼັງ
ເຖິງຈະເປັນຮ້າງ ຫຼືວ່າເປັນໝ້າຍ
ໂອ້ທາງຊີວິດ ພາດຜິດພຽງໃດ
ພັ້ງມາຫາໃໝ່ ຍັງໄດ້ຍັງມີ

2) ເຖິງວ່າຄົນອື່ນ ຊິງຊັງໝາງເມີນ ຫ່າງເຫີນເມີນໄກ
ຖອນເຍື່ອຖອນໃຍ ຖອນໃຈໜ່າຍໜີ
ອ້າຍຍັງສົນໃຈ ປອງໝາຍໄມຕຣີ
ຢາກໄດ້ເປັນສີ ຊີວາ

• ຢ່າໂສກເລີຍເຈົ້າ ຢ່າເສົ້າໝົ່ນໝອງ
ຜົນບຸນໜຸນຈ່ອງ ແຕ່ຊາດກ່ອນມາ
ເຮົາເຂົ້າໃຈກັນ ຮັກກັນດີກວ່າ
ຄວາມຫຼັງຜ່ານມາ ຖືວ່າຝັນໄປ

3) ຮັກຈິງຍິ່ງໃຫຍ່ ດ້ວຍໃຈໝັ້ນຄົງ ຊື່ຕຣົງຈົງຮັກ
ດ້ວຍໃຈສມັກ ພັກດີຕລອດໄປ
ພ້ອມກັນສ້າງສັນ ສວັນອຳໄພ
ຢ່າຫວັ່ນຢ່າໄຫວ ພັຍພານ…
(ເທື່ອສຸດສຸດທ້າຍ ເຖີດໜາ…)

ໂນຕເພງ “ດ້ວຍຮັກສມັກໃຈ”
ວິດີໂອໂນຕບັນເລງເພງ “ດ້ວຍຮັກສມັກໃຈ”