ເພງ “ມົນຮັກສາວລ່ອງແຈ້ງ”

ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (1970)
ນັກຮ້ອງຕົ້ນສະບັບ : ໄຊພອນ ສິນທະຣາດ

ວິດີໂອດົນຕຣີບັນເລງເພງ “ມົນຮັກສາວລ່ອງແຈ້ງ”

1) ບຸນເຫຼືອ ເມື່ອມາເຫັນສາວລ່ອງແຈ້ງ
ກູເຢັ້ຽແຫງ ສາວລ່ອງແຈ້ງນີ້ແລ້ວໜາ
ໂອ້ລູ້ກາວມົ້ງ ວາດຊົງເໝືອນນຶ່ງດາຣາ
ແມ່ນຜູ່ໃດສ້າງມາ ຫຼືເທວານັ້ນລົງມາປັ້ນ

2) ງາມເຫຼືອ ເໜືອຊົນຊາດລາວທຸກເຜົ່າ
ເຖິງຢູ່ປ່າເຂົາ ຫາໃສເລົ່າຈະມາປຽບປານ
ໄດ້ມາຄັ້ງນຶ່ງ ຈິດຕຣຶງພາໃຫ້ອ້າຍຝັນ
ເມື່ອບຸນກິນຈຽງຄືນນັ້ນ ເຮົາຝາກສັມພັນຮັກກັນຍືນນານ

• ທີ່ສັນພູໝອກ ນ້ອງບອກວ່າລູ້ກັບອ້າຍ
ລູ້ນີ້ຈົນຕາຍ ບໍ່ຄາຍເຄື່ອນຄຳສາບານ
ຍາມອ້າຍໄດ້ຈາກ ພາກນ້ອງຄືນສູ່ວຽງຈັນ
ວັນນຶ່ງອ້າຍຄົງກັບຫັນ ມາຮັກກັນໂອ້ລູ້ກາວມົ້ງ

3) ສາວເໜືອ ເມື່ອໄກໃຈອ້າຍເປັນຫ່ວງ
ຂໍເຈົ້າຢ່າລວງ ຢ່າລວງອ້າຍເລີຍອະນົງ
ເຖິງອ້າຍໄກຫ່າງ ຫົວໃຈນ້ອງນາງ(ນາງໃຫ້)ໝັ້ນຄົງ
ຈົ່ງຟັງສຽງເພງຮ້ອງສົ່ງ ກູຢໍຈົ້ງລ່ອງແຈ້ງບໍ່ວາຍ…

ໂນຕເພງ “ມົນຮັກສາວລ່ອງແຈ້ງ”
ວິດີໂອໂນຕບັນເລງເພງ “ມົນຮັກສາວລ່ອງແຈ້ງ”