ເພງ “ບ້ານໂພນທີ່ຝັງໃຈ”

ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (1967)
ນັກຮ້ອງຕົ້ນສະບັບ : ໄຊພອນ ສິນທະຣາດ

ວິດີໂອດົນຕຣີບັນເລງເພງ “ບ້ານໂພນທີ່ຝັງໃຈ”

1) ບ້ານໂພນ ຍັງຝັງຫົວໃຈອ້າຍຢູ່
ຄັ້ງເຄີຍຄຽງຄູ່ ເຊົ່າຢູ່ຄຽງໃກ້ນວນນາງ
ຈາກເຈົ້າມາ ນໍ້າຕາຂອງອ້າຍລິນຫຼັ່ງ

ແສນຮັກແສນຫ່ວງນ້ອງນາງ ຄວາມຫຼັງຝັງໃຈໜຽວແໜ້ນ

2) ບ້ານໂພນ ບໍ່ດົນອ້າຍຄົງມາຢູ່
ຮ່ວມຮຽງຄຽງຄູ່ ຊື່ນຊູກັບນ້ອງໝັ້ນແກ່ນ
ຮ້ອງເພງມາ ຫົວໃຈຝາກໄວ້ໃຫ້ແທນ
ບ້ານໂພນຝັງໃຈໜຽວແໜ້ນ ຂໍແຟນຈົ່ງໄດ້ເຫັນໃຈ

• ເມືອງໂພນໂຮງ ບ້ານໂພນນັບວ່າເປັນນຶ່ງ
ສາວງາມຊາບຊຶ້ງ ຕິດຕຶງຫົວໃຈຂອງອ້າຍ
ຢູ່ວຽງຈັນ ທຸກວັນຄິດເຖິງບໍ່ວາຍ

ຍາມນອນຝັນກ່ຽວດວງໃຈ ນອນຫຼັບໄປອ້າຍຝັນເຫັນໜ້າ

3) ບ້ານໂພນ ເປັນໂພນຝັງໃຈອ້າຍຢູ່
ຍັງຮັກຄຽງຊູ້ ຝັງຢູ່ບໍ່ໄດ້ລືມລາ
ນ້ອງຈົ່ງຄອຍ ລໍຄອຍອ້າຍກ່ອນເຖີດໜາ
ປີນີ້ຫຼືວ່າປີໜ້າ ອ້າຍຈະມາສູ່ຂໍນວນນາງ…

ໂນຕເພງ “ບ້ານໂພນທີ່ຝັງໃຈ”
ວິດີໂອໂນຕບັນເລງເພງ “ບ້ານໂພນທີ່ຝັງໃຈ”