ເພງ “ສາວສມັຍ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ & ວໍຣະເດດ ດິດທະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ສາວສມັຍ”

1) ບ໊ະ ! ນ້ອງຄືງາມແທ້
ຍິ່ງແລ ຍິ່ງເບິ່ງຍິ່ງສາວ
ແຕ່ງຕົວ ແຕກຕ່າງສາວລາວ
ເດີນ ບາດຍ່າງກໍເບົາ
ດັ່ງຢ້ານ ຖນົນຍຸບເອົາທັງເປັນ

2) ສິ້ນ ບໍ? ຫຼືອີ່ຫຍັງ
ນຸ່ງເຂີນ ເກີນສັ້ນເຕັມທີ
ແມ່ນາງ ຄົງເກີດຮ້ອນດີ
ເດີນ ອົກສັ່ນອົກສາຍ
ດັ່ງແກ້ງ ໃຫ້ຊາຍລະເມີເລື້ອຍໄປ

3) ສົ້ງ ຫຍັງມາເຕື່ອຍແທ້
ແຜ່ເອົາ ໄສ້ບືໃຫ້ເຫັນ
ທ່າທາງ ຄົງເກີດຢາກເຢັນ
ຄືນ ບໍ່ວ່າມື້ເວັນ
ຫາກໃຜ ໄດ້ເຫັນຫົວໃຈຄົງເຕັ້ນບໍ່ໄຫວ

4) ຟ້ອນ ກັນບໍ່ນ້ອງສາວ
ຮັບຮອງ ລຳວົງບໍ່ມີ
ແນ່ນອນ ຕ້ອງແບບຮິບປີ່
ເພງ ຈັງຫວະລວດລາຍ
ຕັກຂວັ້ມ ຕັກຫງາຍຮ້ອນຮົນກວ່າຊີ້ນດາດໄຟ

ໂນຕເພງ “ສາວສມັຍ”
ວິດີໂອໂນຕບັນເລງເພງ “ສາວສມັຍ”