ເພງ “ຜູ່ຊາຍໜ້າລາຍຕັກກະແຕນ”

ເນື້ອຮ້ອງ & ທຳນອງ : ສິລ ເມືອງໃຕ້ (1963)
ນັກຮ້ອງຕົ້ນສະບັບ : ຈັນທີ ສິຣິພອນ

ວິດີໂອດົນຕຣີບັນເລງເພງ “ຜູ່ຊາຍໜ້າລາຍຕັກກະແຕນ”

1) ຜູ່ຊາຍຮ້ອງເພງຮ້ອງສົ່ງ ວ່າຍິງອົ່ງອວດດີນາໆ
ເຫດຊາຍເອງບໍ່ວ່າ ຫຼອກຍິງມາແລ້ວເທົ່າໃດ
ຍິງເສັຽຊື່ເລົ່າລືກັນຍົກໃຫຍ່ ກໍຍ້ອນຜູ່ຊາຍໜ້າລາຍຕັກກະແຕນ
ຕັກກະແຕນຕັກກະແຕນ ໜ້າລາຍ
ໜ້າຜູ່ຊາຍໜ້າລາຍ ຕັກກະແຕນ…

2) ຜູ່ຍິງເຄີຍພົບມາ ກໍຍ້ອນຜູ່ຊາຍນີ້ລະຕົວການ
ຄອຍຕາມລ້າງຕາມຜານ ຊອກເປັນມານຜູ່ຍິງທົ່ວແດນ
ເພິ່ນວ່າເພິ່ນນັ້ນຍັງ ຄອງຄວາມໂສດບອກໂລດແປນໆ
ແຕ່ເບື້ອງຫຼັງນັ້ນແສນ ທັງຊູ້ທັງແຟນເມັຽນ້ອຍເມັຽຫຼວງ
ແສນລວງແສນລວງຜູ່ຊາຍ ແສນລວງແສນລວງຜູ່ຊາຍ…

3) ຜູ່ຍິງເກີດມີປັນຫາ ໂລກແຕກຂຶ້ນມາກໍຍ້ອນຜູ່ຊາຍ
ແລ້ວຈິເຮັດຈັ່ງໃດ ເພື່ອນຍິງຈົ່ງໄດ້ຊັ່ງຕວງ
ກ່ອນຈະຮັກຜູ່ຊາຍ ສືບຕົ້ນສືບປາຍໃຫ້ດີຢ່າລ່ວງ
ເພາະຊາຍບໍ່ແຂວນປ້າຍກີ່ດວງ ຂ້ອຍຈຶ່ງເປັນຫ່ວງຮ້ອງເພງເຕືອນເພື່ອນຍິງ
ຮ້າຍຈິງຮ້າຍຈິງຜູ່ຊາຍ ຮ້າຍຈິງຮ້າຍຈິງຜູ່ຊາຍ…

4) ມືໄວກໍເປັນທີ່ນຶ່ງ ທ່າລີງກໍສຸດຜູ່ຊາຍ
ປາກວ່າມືທັງພ້ອມບາຍ ຣະວັງເອົາໄວ້ເຖີດເພື່ອນຍິງ
ຢ່າໄປຫຼົງເຊື່ອຄຳ ຂອງຜູ່ຊາຍໝາຍພຽງແອບອິງ
ເມື່ອສົມໃຈທຸກສິ່ງ ແລ້ວຊາຍຈະຖິ້ມໃຫ້ແລ້ງປ່ຽວດຽວດາຍ
ຜູ່ຊາຍຜູ່ຊາຍແສນລວງ ແສນລວງແສນລວງຜູ່ຊາຍ…

ໂນຕເພງ “ຜູ່ຊາຍໜ້າລາຍຕັກກະແຕນ”
ວິດີໂອໂນຕບັນເລງເພງ “ຜູ່ຊາຍໜ້າລາຍຕັກກະແຕນ”