ເນື້ອຮ້ອງ & ທຳນອງ : ສົມລິຕ ພັນນະວົງສ໌ (~1975)
ນັກຮ້ອງຕົ້ນສະບັບ : ສົມລິຕ ພັນນະວົງສ໌
1) ນ້ອງຄຽດນ້ອງຊັງ ເຣື່ອງຫຍັງດວງໃຈ
ໂປຣດຈົ່ງເອີ່ຍໄຂ ວາຈາໃຫ້ອ້າຍຟັງກ່ອນ
ນ້ອງເມີນໜີໜ້າຫ່າງໄກ ອ້າຍທົນບໍ່ໄຫວງາມງອນ
ດວງຈິດສະທ້ອນ ອາວອນງຽບເຫງົາ
2) ນ້ອງຕັດສິນໃຈ ລືມອ້າຍຫຼືນາງ
ຈຶ່ງທຳເມີນໝາງ ກັ້ນກາງທາງເດີນເສັ້ນເກົ່າ
ນ້ອງລືມແລ້ວບໍສັນຍາ ລືມຫຼືວາຈາຂອງເຮົາ
ທີ່ເຄີຍວອນເວົ້າ ວ່າຮັກຈາກໃຈ
• ຢ່າເລີຍທູນຫົວ ທູນຫົວຄົນດີ
ຢ່າຕັດໄມຕຣີ ທີ່ເຄີຍສ້າງໄວ້
ນຶ່ງປີທີ່ຜ່ານມານັ້ນ ເຮົາຮ່ວມສຸກສັນຄອງໃຈ
ອ້າຍຍັງຮັກໄປ ຊົ່ວນິຣັນດອນ
3) ນ້ອງຕັດສິນໃຈ ມີໃໝ່ຫຼືນາງ
ສິ່ງທີ່ຄອຍຫວັງ ນ້ອງພັງທະລາຍເສັຽກ່ອນ
ນໍ້າຕາອ້າຍຕົກຊວງໃນ ແສນຕຣົມຣຶທັຍອາທອນ
ພໍ່າເພີ້ກອດໝອນ ອາວອນສເມີ…