ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
(ໂອຍ… ຫິວ ຮື! ຫິວເດ ຫາເງິນກີບນຶ່ງກະບໍ່ມີ…ຮື)
1) ເກີດຫິວມາ ໄດ້ຕັ້ງສີ່ຫ້າວັນ
ແຕ່ຈາກສວັນ ມາເຖິງວຽງຈັນຄາວນີ້
ເງິນຢູ່ໃນຖົງ ຫຼືມັນກໍໝົດພໍດີ (ຊໍ້າ)
ຈົກຖົງໃດຫຼືກໍບໍ່ມີ ຊວຍເຕັມທີທີ່ມາວຽງຈັນ
2) ທ້ອງຂອງເຮົາ ຫຼືມັນກໍເບົາເຕັມທົນ
ຍ່າງຕາມຖນົນ ນຶກເຖິງຄວາມຈົນໃຈສັ່ນ
ອັນຄົນມັນຫິວ ຫິວມາຕັ້ງສີ່ຫ້າວັນ (ຊໍ້າ)
ຢາກລັກເກງເຂົາຈະຕາມທັນ ຕະລາງວຽງຈັນໃຜວ່າມັນດີ
• ນອນເທົ່າໃດ ຫຼືກໍບໍ່ຫຼັບ
ພໍຫຼັບຕາໄປ ຝັນເຫັນແຕ່ໄກ່ຢ້າງຕົວພີໆ
ຂາຈົນເປັນມັນ ເກີນວ່າຝັນໄດ້ຝັນດີ (ຊໍ້າ)
ຕື່ນຂຶ້ນມາແລ້ວກໍບໍ່ມີ ແມ່ນມີກໍເປັນຂອງຂາຍ
3) ຢາກເຕັມທົນ ເສັຽທີແຕ່ບໍ່ມີເງິນ
ຖ້າມີເງິນ ມຶງເອີຍຈະກິນຈົນທ້ອງໃຫຍ່
ຍາມຈົນທົນຫິວ ຫິວຈົນວ່າໜ້າຕາລາຍ (ຊໍ້າ)
ຫາກເງິນເດືອນນັ້ນອອກເມື່ອໃດ ເຫັນທີຈະຕາຍເພາະກິນ…
(ໂອຍ… ຫິວ…)
