ເພງ “ເກີດເປັນຄົນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1988)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ເກີດເປັນຄົນ”

1) ເກີດມາເປັນຄົນ ຢ່າທຳຕົນເໝືອນງົວເໝືອນຄວາຍ
ຢ່າສັບສົນວົນວາຍ ໃຫ້ພູມໃຈທີ່ໄດ້ເກີດເປັນຄົນ
ຮັກຊາດບ້ານເມືອງ ຢ່າໃຫ້ເຄືອງຜູ່ທີ່ຢູ່ໃກ້ຕົນ
ກໍ່ສ້າງຝຶກຝົນ ທຳຕົນໃຫ້ເປັນຄົນດີ

• ຕົນເອງເປັນທີ່ເພິ່ງຂອງຕົນ ຕ້ອງອົດທົນສ້າງຕົນເຕັມທີ່
ສັງຄົມຕ້ອງການແຕ່ຄົນດີ ຄົນອັບປີໄລ່ໜີໄກໆ
ອັນຄົນໂກງຄົນກິນປີ້ນປົດ ເອົານໍ້າກົດຫົດປາກໃຫ້ຮາກໄຫຼ
ຢ່າໃຫ້ເຫຼືອຫຼົງລະປະໄວ້ ຈະເປັນພັຍເປັນພິດຜິດຄອງ

2) ເກີດແລ້ວຕ້ອງຕາຍ ເຖິງຈະຕາຍໃຫ້ຕາຍດ້ວຍດີ
ສ້າງຄຸນງາມຄວາມດີ ຄຸນຄວາມດີນັ້ນຈະຕອບສນອງ
ໃຜໆກໍນິຍົມ ເຊີຍຊົມສົ່ງເສີມຍໍຍ້ອງ
ໂດ່ງດັງທັງຜອງ ໝາຍປອງເປັນຫຼັກຄຸນນະທັມ

•• ຢ່າຫຼົງກົນຄົນອື່ນຍືນຍໍ ຄອຍພະນໍລໍ້ລວງຫຼົງຕາມ
ທຸກເວລາທຸກນາທີທຸກໂມງຍາມ ຈະເຣີນຕາມຍຸກສມັຍໃໝ່ໆ
ອັນທຳດີຕ້ອງໄດ້ດີແນ່ນອນ ຈົ່ງສັງວອນຮໍ່າຮອນສອນໃຈ
ຢ່າຫຸນຫັນຮ້ອນຮົນກວ່າໄຟ ຈະເສັຽໃຈພາຍຫຼັງຈົນວັນຕາຍ…

ໂນຕເພງ “ເກີດເປັນຄົນ”
ດົນຕຣີບັນເລງເພງ “ເກີດເປັນຄົນ” ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1988) ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ
ວິດີໂອໂນຕບັນເລງເພງ “ເກີດເປັນຄົນ”