ເພງ “ເຖົ້າກະມັກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ເຖົ້າກະມັກ”

1) ເຖິງເຖົ້າ ກະເປັນຕາມັກ
ໜ້າຮັກ ກວ່າສາວອາຍຸສິບສີ່
ໂບຮານທ່ານວ່າ ຄົນເຖົ້າໃຈດີ
ໂອບອ້ອມອາຣີ ບໍ່ມີໂມໂຫໂທໂສ

2) ເຖິງເຖົ້າ ກະບໍ່ເປັນຫຍັງ
ເນື້ອໜັງ ມັງສັງຍັງຕຶ່ງເຕັມໂຕ
ສະຕຣີສາວແກ່ ຢ່າຟ້າວໂມໂຫ
ຍັງງາມອັກໂຂ ເໝືອນຄລີໂອພັຕຕຣາ

● ຢ່າ ໄປຊາເຂົາ
ເຣື່ອງເພງສາວເຖົ້າ ຈາກສຽງຂອງຈັນທະຣາ
ເຂົາຂຽນເຂົາແຕ່ງ ເພື່ອຄວາມສຸກສັນຫັນສາ
ສນຸກເຮຮາ ບໍ່ໄດ້ຂຽນດ່າໃຜເລີຍ

    3) ເຖິງເຖົ້າ ກະຂໍປອງມັກ
    ເຝົ້າຮັກ ແມ່ນາງໄວ້ເປັນຄູ່ເຊີຍ
    ສາວນ້ອຍມີຢູ່ ບໍ່ສູ້ເຖົ້າເລີຍ
    ຢ່າແກ້ງເມີນເສີຍ ສາວເອີຍສາວເຖົ້າກະມັກ…
    (ເຖິງເຖົ້າກະມັກ ເຖິງເຖົ້າແຮງຄັກ…)

    (ເວົ້າ) ນ້ອງສາວ ເຖິງເຈົ້າເຖົ້າກະຊິເປັນອີ່ຫຍັງລະ
    ເນື້ອໜັງກະຍັງມັງສັງເຕັມໂຕຢູ່ເດ້
    ເບິ່ງໄປເບິ່ງມານິ້ ງາມໆ ສາວເຖົ້ານີ້ເກາະ
    ງາມປານ ຄລີໂອພັຕຕຣາ

    ໂນຕເພງ “ເຖົ້າກະມັກ”
    ດົນຕຣີບັນເລງເພງ “ເຖົ້າກະມັກ” -ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970) – ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ
    ວິດີໂອໂນຕບັນເລງເພງ “ເຖົ້າກະມັກ”
    ທົດລອງປະກອບສຽງຮ້ອງຂອງ ສິດນາຍໄຊ (ໄຊ ສິຣິສົມພົງ)…

    ເພງ “ອ້າຍກັບມາແລ້ວ”

    ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
    ນັກຮ້ອງຕົ້ນສະບັບ : ແສງສຸຣິຈັນ ວົງສຸທິ

    ວິດີໂອດົນຕຣີບັນເລງເພງ “ອ້າຍກັບມາແລ້ວ”

    1) ອ້າຍກັບມາແລ້ວ ມາແລ້ວແກ້ວຕາ
    ອ້າຍຄືນມາຫາ ຍອດຮັກຂອງອ້າຍ
    ກ່ອນນີ້ອ້າຍຫ່າງ ຈາກນາງຫ່າງໄກ
    ສຸດຫ່ວງອາລັຍ ນ້ອງທຸກຄືນວັນ

    2) ອ້າຍຄືນມາແລ້ວ ມາແລ້ວແກ້ວເອີຍ
    ຢ່າແກ້ງເມີນເສີຍ ຮັກເຄີຍໝາຍໝັ້ນ
    ເຮົາສອງເຄີຍຊື່ນ ຢັ້ງຢືນສັມພັນ
    ບໍ່ມີແປຜັນ ຮັກນັ້ນຝັງໃຈ

    ● ເຖິງເຂົາຂຶ້ນເດືອນ ເຖິງເຂົາຂຶ້ນດາວ
    ຮັກຍັງຄືເກົ່າ ບໍ່ແຕກສລາຍ
    ເຖິງອ້າຍຈາກນ້ອງ ຈາກນ້ອງໄປໄກ
    ຮັກຍັງລົ້ນໃຈ ຖ້ວມໃຈມິເບົາ

      3) ໂອ້ສຸດທີ່ຮັກ ອ້າຍຮັກບໍ່ລືມ
      ບໍ່ລືມບໍ່ລືມ ຮັກດຽວພຽງເຈົ້າ
      ຫຼືເທບທານໃຫ້ ແກ່ໃຈຮັກເຮົາ
      ອ້າຍຄອຍແຕ່ເຝົ້າ ຮັກເຈົ້າແທ້ຈິງ…

      ໂນຕເພງ “ອ້າຍກັບມາແລ້ວ”
      ດົນຕຣີບັນເລງເພງ “ອ້າຍກັບມາແລ້ວ” ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969) ນັກຮ້ອງຕົ້ນສະບັບ : ແສງສຸຣິຈັນ ວົງສຸທິ
      ວິດີໂອໂນຕບັນເລງເພງ “ອ້າຍກັບມາແລ້ວ”
      ທົດລອງປະກອບສຽງຮ້ອງຂອງ ແສງສຸຣິຈັນ ວົງສຸທິ…

      ເພງ “ຍອດຮັກແກ່ນໃຈ”

      ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
      ນັກຮ້ອງຕົ້ນສະບັບ : ແສງສຸຣິຈັນ ວົງສຸທິ

      ວິດີໂອດົນຕຣີບັນເລງເພງ “ຍອດຮັກແກ່ນໃຈ”

      1) ຍອດຮັກ ແກ່ນໃຈ
      ສະຖິດຢູ່ໃນ ອຸຣາ
      ເຝົ້າພຽນຖນອມ ມິຍອມສເນຫາ
      ຍົກໄວ້ເປັນຍອດບູຊາ ເປັນເຈົ້າແຫ່ງອານາໃຈ

      2) ຕ່າງຮັກ ຕ່າງຫວັງ
      ຕ່າງເປັນພະລັງ ດັ່ງໝາຍ
      ສາບານຈະຮັກ ຮັກຈົນຊີບວາຍ
      ຂໍພອນຈາກອົງເທບໄທ້ ຄຸ້ມພັຍພິບັດນາໆ

      • ຮັກດຽວໃຈດຽວ ບໍ່ຫຼຽວໃຜຕື່ມ
      ສຸດແສນດູດດື່ມ ມິລືມໄລລາ
      ສຸດຮັກສຸດແພງ ດຸດດັ່ງແກ້ວຕາ
      ສຸດຫວັງສຸດປຣາຖນາ ເປັນສຸດບູຊາຢູ່ໃນຫົວໃຈ

      3) ຊາດນີ້ ຊາດດຽວ
      ຈະມີຮັກດຽວ ຈົນຕາຍ
      ຂໍພຽງໄດ້ມາ ຢູ່ຮຽງຄຽງກາຍ
      ຊື່ນຊົມສຸກສົມດັ່ງໝາຍ ຂໍຕາຍໃນອ້ອມກອດນາງ…

      ໂນຕເພງ “ຍອດຮັກແກ່ນໃຈ”
      ໂນຕເເພງ “ຍອດຮັກແກ່ນໃຈ” ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969) ນັກຮ້ອງຕົ້ນສະບັບ : ແສງສຸຣິຈັນ ວົງສຸທິ
      ວິດີໂອໂນຕບັນເລງເພງ “ຍອດຮັກແກ່ນໃຈ”
      ທົດລອງປະກອບສຽງຮ້ອງຂອງ ແສງສຸຣິຈັນ ວົງສຸທິ…

      ເພງ “ງາມ”

      ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (∼1972)
      ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

      ວິດີໂອດົນຕຣີບັນເລງເພງ “ງາມ”

      1) ງາມ ນ້ອງນັ້ນງາມຢາດຟ້າ
      ງາມ ນ້ອງນັ້ນງາມໜັກໜາ
      ງາມ ນ້ອງນັ້ນງາມກວ່າດາຣາ
      ກວ່ານາງຟ້າ ເດັ່ນໂສພາວິໄລລາວັນ

      2) ງາມ ນ້ອງສວຍງາມເລີດລໍ້າ
      ງາມ ນ້ອງຊ່າງງາມຜ່ອງພັນ
      ງາມ ກວ່ານາງງາມຈັກວານ
      ໂອ້ຈອມຂວັນ ເກີດວັນຫຍັງນ້ອງຈຶ່ງສວຍງາມ

      ● ຍິ້ມກໍງາມ ຫົວກໍງາມ
      ເສີຍຢູ່ ກໍງາມ
      ຢືນກໍງາມ ນັ່ງກໍງາມ
      ເຮັດຫຍັງ ກໍງາມ

      3) ງາມ ນ້ອງສວຍງາມເດັ່ນຟ້າ
      ງາມ ສຸດໂສພາເລີດລໍ້າ
      ງາມ ທັ້ງນໍ້າໃຈນ້ອງກໍງາມ
      ອ້າຍຂໍຖາມ ນ້ອງກິນຫຍັງນ້ອງຈຶ່ງຜູ່ງາມ…

      ໂນຕເພງ “ງາມ”ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (∼1972) ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ
      ວິດີໂອໂນຕບັນເລງເພງ “ງາມ”
      ທົດລອງປະກອບສຽງຮ້ອງຂອງ ກາຍະສິດ ສຸລິສັກ…

      ”ການຫຼິ້ນສຽງເຄື່ອງເສບຫຼາຍຢ່າງດ້ວຍມືຂວາ”

      ໄດ້ມີຜູ່ຖາມມາວ່າ :

      – ເຮັດວິທີໃດຈະສາມາດຫຼິ້ນ 2 ຫຼື 3 ສຽງ ດ້ວຍມືຂວາເບື້ອງດຽວ ດັ່ງໃນເພງ “ຮັກ” (ບົດປະພັນຂອງ ສີລາວົງ ແກ້ວ) ແບບດົນຕຣີບັນເລງຂອງຂ້າພະເຈົ້າ ທີ່ໃຊ້ສຽງ Piano ຫຼິ້ນທຳນອງຮ້ອງ ແລະໃຊ້ສຽງ Guitar ສອຍຕາມຫຼັງທຳນອງເພງ ໂດຍບໍ່ຕ້ອງປ່ຽນຄັງສຽງເທິງຄີບອດໃນຂະນະທີ່ບັນເລງຢູ່?…

      ຄຳຕອບແມ່ນ :
      ການນຳໃຊ້ຣະບົບ ແບ່ງເຂດໃຫ້ແປ້ນດີດເປັນຫຼາຍພາກສ່ວນ ແລ້ວມອບໝາຍໜ້າທີ່ໃຫ້ແຕ່ລະເຂດ ຮັບຜິດຊອບສຽງທີ່ຕ້ອງການຫຼິ້ນດ້ວຍມືຂວາ. ເພາະຄີບອດ Yamaha PSR ຮຸ່ນ SX900 ສາມາດຫຼິ້ນຮອດ 3 ສຽງແຕກຕ່າງກັນດ້ວຍມືຂວາ ຊຶ່ງຣະບົບຂອງພາກສ່ວນນີ້ ມີຊື່ວ່າ : RIGHT1 – RIGHT2 – RIGHT3 ໃນພາກສ່ວນ PART SELECT UPPER ຊຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ທຳການຈັດແຈງກະກຽມໄວ້ລ່ວງໜ້າກ່ອນການບັນເລງ.

      ໜ້າຈໍທີ່ສະແດງໃຫ້ເຫັນພາກສ່ວນຂອງເຄື່ອງດົນຕຣີທັງ 4 ຢ່າງຊຶ່ງຖືກກຳນົດແລະແບ່ງໜ້າທີ່ການໃຊ້ງານໃຫ້ກັບມືຊ້າຍແລະມືຂວາສຳລັບຄີບອດ PSR SX900.

      • ມືເບື້ອງຊ້າຍ ແມ່ນຫຼິ້ນສຽງ Guitar ChorusSolid
      • ເບື້ອງຂວາ ແມ່ນຫຼິ້ນ 3 ສຽງຂອງພາກສ່ວນ UPPER ຊຶ່ງໄດ້ແກ່ : Righr1, Right2 ແລະ Right3

      ໜ້າຈໍສະແດງການຈັດແຈງແລະກຳນົດຄ່າຕ່າງໆໃຫ້ທັງ 4 ສຽງທີ່ຈະບັນເລງດ້ວຍມືຊ້າຍແລະມືຂວາ.

      ໜ້າຈໍສຳລັບການແບ່ງເຂດຂອງແປ້ນດີດຄີບອດ ໃຫ້ກັບແຕ່ລະສຽງສຳລັບມືຊ້າຍແລະມືຂວາ.
      ມືຊ້າຍຈະມີໜ້າທີ່ຄວບຄຸມທັງຣະບົບຂອດທີ່ບັງຄັບການໃຫ້ກັບສຽງ Bass ແລະຈັງຫວະກອງພ້ອມດຽວກັບການຫຼິ້ນສຽງເຄື່ອງເສບ 1 ຢ່າງ (ຕາມຕົວຢ່າງນີ້ແມ່ນສຽງ Chorus Solid Guitar).

      ໜ້າຈໍສຳລັບປັບ Mixer ຂອງແຕ່ລະສຽງສຳລັບມືຊ້າຍແລະມືຂວາໃນຂະນະທີ່ບັນເລງ.

      ໜ້າຈໍສະແດງໃຫ້ເຫັນທັງ 4 ສຽງຖືກຈັດອັນດັບໃຫ້ຊ່ອງ MIDI Channel ເມື່ອເວລາອັດເພງເປັນຣະບົບ MIDI File ຊຶ່ງຈະໂຮມມີທັງໝົດ 16 ຊ່ອງຕາມຫຼັກການຂອງເອກສານ MIDI File ຣະບົບ SMF ຂອງ Yamaha. ຕາມຕົວຢ່າງນີ້ ສຽງທັງ 4 ພາກ ຈະຖືກຈັດເຂົ້າໃນຊ່ອງ Midi ຕາມລຳດັບດັ່ງນີ້ :
      ສຳລັບມືຊ້າຍ :
      ສຽງຂອງພາກສ່ວນ LEFT ຈະຖືກຈັດເຂົ້າໃນຊ່ອງ Midi 2
      ສຳລັບມືຂວາ :
      ສຽງຂອງພາກສ່ວນ RIGHT1 ຈະຖືກຈັດເຂົ້າໃນຊ່ອງ Midi 1
      ສຽງຂອງພາກສ່ວນ RIGHT2 ຈະຖືກຈັດເຂົ້າໃນຊ່ອງ Midi 3
      ສຽງຂອງພາກສ່ວນ RIGHT3 ຈະຖືກຈັດເຂົ້າໃນຊ່ອງ Midi 4

      ສຳລັບພາກ RIGHT1 ຂອງມືຂວາແມ່ນມີການເລືອກໃຊ້ສຽງ AmbientPiano ໃນກຸ່ມ Piano&E.Piano

      ສຳລັບພາກ RIGHT2 ຂອງມືຂວາແມ່ນມີການເລືອກໃຊ້ສຽງ OrchestraTutti ໃນກຸ່ມ Legacy/Strings

      ສຳລັບພາກ RIGHT3 ຂອງມືຂວາແມ່ນມີການເລືອກໃຊ້ສຽງ ShadowedGuitar ໃນກຸ່ມ Guitar

      ສຳລັບພາກ LEFT ຂອງມືຊ້າຍແມ່ນມີການເລືອກໃຊ້ສຽງ ChorusSolid ໃນກຸ່ມ Legacy/E.Guitar

      ການປິດໃຊ້ງານຊົ່ວຄາວຂອງສຽງໃນພາກສ່ວນ RIGHT UPPER ສຳລັບມືຂວາ.

      ໝາຍເຫດ : ເວລາບັນເລງ ເຮົາສາມາດເປີດ/ປິດການໃຊ້ງານຊົ່ວຄາວຂອງສຽງໃດສຽງນຶ່ງ ໃນພາກ RIGHT ຂອງມືຂວາໄດ້ຕາມຕ້ອງການ ແລ້ວແຕ່ສະພາບການ. ພໍພຽງແຕ່ກົດໃສ່ດຸມທີ່ມີຊື່ວ່າ RIGHT 1-2 ຫຼື 3 ເທິງຄຳວ່າ UPPER. ເມື່ອສຽງ RIGHT ໃດນຶ່ງຖືກປິດໃຊ້ງານ ໄຟສັນຍານຂອງມັນຈະຖືກມອດໄວ້ ແລະສຽງໃນເຂດທີ່ເຫຼືອຢູ່ ຈະດັງກວມເຂດຂອງສຽງທີ່ຖືກປິດໄວ້ຊົ່ວຄາວ. ເພື່ອເປີດໃຊ້ງານສຽງຄືນໃໝ່ ກໍພໍພຽງແຕ່ກົດໃສ່ດຸມທີ່ຕ້ອງການ ໃຫ້ໄຟສັນຍານຂອງມັນຮຸ່ງຂຶ້ນມາເທົ່ານັ້ນ.

      (ກະຣຸນາຕິດຕາມບົດຕໍ່ໆໄປ…)

      Paris, 27 ເມສາ 2025

      ເພງ “ຮັກ”

      ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (∼1970)
      ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

      ວິດີໂອດົນຕຣີບັນເລງເພງ “ຮັກ”

      1) ຮັກ… ໂອ້ຄວາມຮັກແສນຍິ່ງໃຫຍ່
      ຮັກປັກຣຶທັຍ ຮັກປັກໃຈຊຶ້ງດວງຈິດ

      2) ຮັກ… ໂອ້ຄວາມຮັກຫວານຊື່ນຈິດ
      ທຸກໆຊີວິດ ຕ່າງກໍຄິດໃຝ່ຝັນຫາ

      ● ໂອ້ຄວາມຮັກເອີຍ ໂອ້ຄວາມຮັກ
      ຊຶ້ງສລັກ ປັກຕຣຶງອຸຣາ
      ມະນຸດ ຢູ່ໃນໂລກາ
      ຕ່າງສແວງຫາ ຮັກມາພົວພັນ

      3) ຮັກ… ໂອ້ຄວາມຮັກເມື່ອພົບພານ
      ຮັກສຸດແສນຫວານ ຮັກຊ່າງຫວານບໍ່ຮູ້ຄາຍ…

      ໂນຕເພງ “ຮັກ”ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (∼1970) ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ
      ວິດີໂອໂນຕບັນເລງເພງ “ຮັກ”
      ທົດລອງປະກອບສຽງຮ້ອງຂອງ ອະນຸສອນ ສິຣິສັກດາ…

      ເພງ “ເພື່ອນກິນເພື່ອນຕາຍ”

      ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (∼1970)
      ນັກຮ້ອງຕົ້ນສະບັບ : ແສນສັກດາ

      ວິດີໂອດົນຕຣີບັນເລງເພງ “ເພື່ອນກິນເພື່ອນຕາຍ”

      1) ເພື່ອນກິນ ນັ້ນມີມາກມາຍ
      ເພື່ອນຕາຍ ຫາຍາກໜັກໜາ
      ເພື່ອນກິນ ເຂົາເຫັນແກ່ໜ້າ
      ເພື່ອນກິນ ເຫັນແກ່ເງິນຕຣາ
      ຖານະ ແລະສັກສີ

      2) ເພື່ອນກິນ ນັ້ນແຫຼະຕົວການ
      ທ່ຽວຜານ ປອກລອກສິ້ນດີ
      ໄດ້ກິນ ເຂົາຮ້ອງນ້ອງພີ່
      ໝົດກິນ ເຂົາກໍຫ່າງໜີ
      ບໍ່ມີ ເຫຼືອເຍື່ອໃຍ…

      3) ເພື່ອນກິນ ນັ້ນບໍ່ແນ່ນອນ
      ຈາກຈອນ ເມື່ອເຮົາຍາກໄຮ້
      ເພື່ອນກິນ ເຂົາເຫັນແກ່ໄດ້
      ຍາມຈົນ ເຂົາກໍຫ່າງໄກ
      ເໝືອນຕາຍ ໄປຈາກກັນ

      4) ເພື່ອນຕາຍ ເຂົາຄືເພື່ອນແທ້
      ບໍ່ແປ ປ່ຽນໃຈເຫຫັນ
      ເພື່ອນຕາຍ ຊື່ຕຣົງຄົງໝັ້ນ
      ຍາມເຮົາ ເສົ້າໂສກຈາບັນ
      ເພື່ອນແທ້ ຊ່ວຍປອບໃຈ…

      ໂນຕເພງ “ເພື່ອນກິນເພື່ອນຕາຍ”ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (∼1970) ນັກຮ້ອງຕົ້ນສະບັບ : ແສນສັກດາ
      ວິດີໂອໂນຕບັນເລງເພງ “ເພື່ອນກິນເພື່ອນຕາຍ”
      ທົດລອງປະກອບສຽງຮ້ອງຂອງ ອະນຸສອນ ສິຣິສັກດາ…

      ເພງ “ຮັກຈາກຄົນດົງ”

      ເນື້ອຮ້ອງ & ທຳນອງ : ສ. ບົວລະພັນ (∼1970)
      ນັກຮ້ອງຕົ້ນສະບັບ : ກ. ພະນົມວັນ

      ວິດີໂອດົນຕຣີບັນເລງເພງ “ຮັກຈາກຄົນດົງ”

      1) ເປັນ ຄົນຢູ່ບ້ານດົງພົງໄພ
      ຈິດຍັງມຸ່ງໝາຍ ຢາກໄດ້ສາວຢູ່ວຽງວັງ
      ແຕ່ເກງໃຈ ຢ້ານອ້າຍຜິດຫວັງ
      ຢ້ານສາວກຽດຊັງ ກຽດຊັງຄົນຢູ່ບ້ານນາ

      2) ແມ່ນ ຈະຢູ່ບ້ານນາແດນດົງ
      ໃຈຍັງປະສົງ ລຸ້ມຫຼົງນ້ອງຢູ່ເລື້ອຍມາ
      ຕໍ່າພຽງໃດ ຢາກໄດ້ດອກຟ້າ
      ສຸດປາຖນາ ດອກຟ້າຄົງບໍ່ເຫັນໃຈ

      • ຈົ່ງ ເອັນດູອ້າຍເຖີດໜາ
      ທີ່ປາຖນາ ຫວັງມາຮັບໃຊ້
      ຫາກ ນ້ອງນາງເຫັນໃຈ
      ຈົ່ງຮັບເອົາໄວ້ ຄູ່ໃຈເມື່ອຍາມນິທຣາ

      3) ແມ່ນ ນ້ອງບໍ່ກຽດຊັງຄົນດົງ
      ທີ່ຄອຍພະວົງ ປະສົງຮັກແຕ່ແກ້ວຕາ
      ຈະມອບໃຈ ຝາກໄວ້ຊົ່ວຟ້າ
      ໂອ້ຍອດບູຊາ ດອກຟ້າຂໍຈົ່ງເຫັນໃຈ…

      ໂນຕເພງ “ຮັກຈາກຄົນດົງ”ເນື້ອຮ້ອງ & ທຳນອງ : ສ. ບົວລະພັນ (∼1970) ນັກຮ້ອງຕົ້ນສະບັບ : ກ. ພະນົມວັນ
      ວິດີໂອໂນຕບັນເລງເພງ “ຮັກຈາກຄົນດົງ”
      ທົດລອງປະກອບສຽງຮ້ອງຂອງ ກ. ພະນົມວັນ …

      ເພງ “ເມື່ອສິ້ນຄວັນໝອກ”

      ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1973)
      ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

      ວິດີໂອດົນຕຣີບັນເລງເພງ “ເປັນຫຍັງ”

      1) ແສງ ສວ່າງແຫ່ງດວງອາທິດ
      ຫວນມາອີກຫົນ ນະພາມືດມົ່ນກໍແຈ່ມໃສ
      ລົມເຢັນໆພັດຍາມເຊົ້າຕຣູ່ ໝູ່ເຜິ້ງຕອມເກສອນດອກໄມ້
      ເຈາະໄຈ້ ດູດດື່ມຣົດຫວານ

      2) ສຽງ ວິຫົກແວ່ວມາແຜ່ວຜິວ
      ພັດປີວກັບລົມ ໄດ້ຟັງຊື່ນຊົມສຸດປະມານ
      ຍາມກັມເວນເຄາະເຂັນສິ້ນໄປ ສິ່ງທີ່ໝາຍໄຮ້ແນວກີດກັນ
      ໂສກສັນ ກໍຄືນຊື່ນໃຈ

      • ເມື່ອສິ້ນ ຄວັນໝອກແຫ່ງຮັກ
      ສິ້ນອຸປສັກ ທາງຮັກກໍສົດໃສ
      ເໝືອນຟ້າງາມຍາມທິວາ ເມື່ອເມຄາເລືອນຫາຍ
      ແລວິໄລ ສວາດຕາ

      3) ແມ່ນ ບຸນສ້າງຮ່ວມທາງກັນແລ້ວ
      ແຄ້ວກັນບໍ່ໄດ້ ເຖິງຢູ່ຫົນໃດກໍມາຫາ
      ພຽງດວງໃຈຊື່ຕຣົງຄົງໝັ້ນ ຈະສຸກສັນຊົ່ວດິນແລະຟ້າ
      ສັດທາ ຮັກດຽວຈົນຕາຍ…

      ໂນຕເພງ “ເມື່ອສິ້ນຄວັນໝອກ”ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1973)ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ
      ວິດີໂອໂນຕບັນເລງເພງ “ເປັນຫຍັງ”
      ທົດລອງປະກອບສຽງຮ້ອງຂອງ ອາຈານ ພົມມະ ພິມມະສອນ…

      “ອຸປກອນຄວບຄຸມເຄື່ອງ MIDI” (MIDI Controller)

      MIDI Controller ແມ່ນອຸປກອນຄວບຄຸມງານ ຊຶ່ງອາດຈະເປັນເຄື່ອງມື ຫຼືເປັນໂປຣແກຣມໃດນຶ່ງກໍໄດ້ ທີ່ສາມາດສັ່ງການແລະສົ່ງຂໍ້ມູນ MIDI ໄປຫາອຸປກອນທີ່ເຂົ້າໃຈຣະຫັດ MIDI. ໂດຍປົກກະຕິ ແມ່ນເພື່ອກະຕຸ້ນສຽງ ແລະກໍານົດການຄວບຄຸມຂອງການປະຕິບັດງານດ້ານດົນຕຣີອີເລັກໂທຣນິກ. ສ່ວນຫຼາຍມັກເປັນແປ້ນຄີບອດ ເພື່ອສົ່ງຂໍ້ມູນກ່ຽວກັບການຫຼິ້ນສຽງດົນຕຣີໂດຍທົ່ວໄປ, ແຕ່ວ່າ ຕົວຄວບຄຸມ MIDI ຍັງສາມາດໃຊ້ງານໃນການຄວບຄຸມຣະບົບແສງສີເທິງເວທີ ແລະເອຟເຟັກອື່ນໆໄດ້. ຍັງມີອຸປກອນຄວບຄຸມລົມສຳລັບເຄື່ອງເປົ່າ ທີ່ມີຕົວສັມພັດທີ່ປ່ຽນຄວາມກົດດັນຂອງລົມຫາຍໃຈ ໃຫ້ເປັນຂໍ້ມູນປະຣີມານແລະຄວາມດັນຂອງຮິມສົບ ເພື່ອຄວບຄຸມສຽງໄດ້ອີກ. ນອກຈາກນີ້ ຍັງມີອຸປກອນຄວບຄຸມສໍາລັບກອງຊຸມ ແລະເຄື່ອງສາຍ, ເຊັ່ນດຽວກັນກັບອຸປກອນພິເສດອື່ນໆອີກ. ບາງອຸປກອນຄວບຄຸມ MIDI ຈະຖືກໃຊ້ໃນການເຊື່ອມໂຍງກັບໂປຣແກຣມອັດສຽງດິຈິຕອນໂດຍສະເພາະທີ່ຮຽກວ່າ “Sequencer”. ຣະບົບມາຕຖານຂອງພາສາ MIDI Standard ຕົ້ນສະບັບ ໄດ້ຖືກຂຍາຍຕົວຕລອດມາ ໂດຍມີການເພີ່ມຣະຫັດ MIDI ເພື່ອຮວມເອົາຄຸນສົມບັດການຄວບຄຸມທີ່ຫຼາກຫຼາຍຂຶ້ນໃຫ້ແກ່ເຄື່ອງດົນຕຣີດິຈິຕອນຍຸກໃໝ່ຢ່າງບໍ່ຢຸດຢັ້ງ.

      Roland Keytar, ແມ່ນຄີບອດຄວບຄຸມ MIDI ທີ່ຖືກອອກແບບມາເພື່ອສາມາດພາຍໃສ່ບ່າເວລາຫຼິ້ນເທິງເວທີໄດ້. Keytar ບໍ່ມີສຽງໃນດ້ວຍຕົວມັນເອງ (ຄີບອດກືກ). ມັນເປັນພຽງຕົວຄວບຄຸມ MIDI, ມັນຈະສົ່ງຂໍ້ມູນເປັນຣະຫັດ MIDI ວ່າໂນຕໃດ ຫຼືປຸ່ມໃດຖືກກົດ ໄປສູ່ເຄື່ອງທີ່ມີຄັງສຽງ ຫຼືຕົວສັງເຄາະທີ່ເຂົ້າໃຈຣະຫັດພາສາ MIDI, ເຊິ່ງພາໃຫ້ໄດ້ຍິນສຽງດົນຕຣີອອກມາ.

      ຄຸນສົມບັດຂອງ MIDI Controller

      ຕາມປົກກະຕິແລ້ວ ອຸປກອນຄວບຄຸມ MIDI ບໍ່ສາມາດສັງເຄາະ ຫຼືສ້າງສຽງດົນຕຣີດ້ວຍຕົວມັນເອງໄດ້. ໂດຍທົ່ວໄປ ອຸປກອນຄວບຄຸມ MIDI ຈະມີຕົວໂຕ້ຕອບບາງປະເພດທີ່ສະແດງອາການ ຂອງການກົດ, ການດີດ, ການເຄາະ ຫຼືການແຕະສັມພັດ. ຄຳສັ່ງການເຫຼົ່ານີ້ ຈະຜລິດຂໍ້ມູນເປັນຣະຫັດ MIDI (ເຊັ່ນ : ໂນຕທີ່ຫຼິ້ນ ແລະ ຄວາມແຮງຄ່ອຍຂອງອາການຫຼືປະຕິກິຣິຍາ) ທີ່ສາມາດສົ່ງໄປຫາເຄື່ອງສັງເຄາະສຽງ ຫຼືຄີບອດ MIDI ທີ່ມີຄັງສຽງ ໂດຍໃຊ້ສາຍ MIDI ໃນການເຊື່ອມໂຍງ. ຈາກນັ້ນ ເຄື່ອງສັງເຄາະສຽງຫຼືຄີບອດ MIDI ທີ່ມີຄັງສຽງນີ້ ຈະເຮັດໃຫ້ສຽງມີການຂຍາຍຕົວອອກຜ່ານທາງລຳໂພງ ຊຶ່ງພາໃຫ້ເຮົາໄດ້ຍິນເປັນສຽງດົນຕຣີ.

      ອຸປກອນຄວບຄຸມ MIDI ທີ່ໃຊ້ທົ່ວໄປຫຼາຍທີ່ສຸດ ແມ່ນແປ້ນຄີບອດອີເລັກໂທຣນິກທີ່ມີຣະບົບ MIDI ໃນຕົວ. ເມື່ອໂນຕໃດນຶ່ງຖືກກົດຫຼິ້ນ, ຕົວຄວບຄຸມ MIDI ຈະສົ່ງຂໍ້ມູນ MIDI ກ່ຽວກັບຣະດັບສຽງຂອງໂນຕ, ຄວາມແຮງຄ່ອຍຂອງໂນຕທີ່ຫຼິ້ນ ແລະຄວາມຢືດຍາວຂອງສຽງ. ອຸປກອນຄວບຄຸມ MIDI ອື່ນໆຍັງມີຕົວຄວບຄຸມລົມ, ເຊິ່ງນັກດົນຕຣີເປົ່າລົມເຂົ້າໄປແລະກົດປຸ່ມເພື່ອສົ່ງຂໍ້ມູນ MIDI, ແລະຍັງມີອຸປກອນຄວບຄຸມ MIDI ສຳລັບກອງຊຸມອີເລັກໂທຣນິກອີກ.

      ອຸປກອນຄວບຄຸມ MIDI ສາມາດປະກອບດ້ວຍ ຕົວເລື່ອນ, ດຸມກົດ, ປຸ່ມບິດ, ແປ້ນຢຽບ ຕລອດຮອດຕົວສັມພັດອື່ນໆ, ແລະອາດຈະມີ ຫຼືບໍ່ມີລູກດີດເປັນໂນຕ Piano ກໍໄດ້. ພື້ນຜິວການສັມພັດຂອງອຸປກອນຄວບຄຸມອື່ນໆ ທີ່ມີຣະບົບ MIDI ຕິດຕັ້ງໃນຕົວ, ແມ່ນສາມາດເປັນຕົວຄວບຄຸມ MIDI ໄດ້ໂດຍປະຣິຍາຍ.

      ການນໍາໃຊ້ອຸປກອນຄວບຄຸມ MIDI ແມ່ນເພື່ອກະຕຸ້ນສຽງດົນຕຣີແລະຫຼິ້ນເຄື່ອງດົນຕຣີໂດຍທົ່ວໄປ, ແຕ່ຍັງຖືກນໍາໃຊ້ເພື່ອຄວບຄຸມອຸປກອນອື່ນໆ ທີ່ເຂົ້າກັນໄດ້ກັບຣະຫັດ MIDI ເຊັ່ນ : ໄຟແສງສີເທິງເວທີ, ເຄື່ອງປະສົມສຽງດິຈິຕອນແລະເອັຟເຟັກກິຕ້າອີກດ້ວຍ.

      ປະເພດຂອງ MIDI Controller

      ປະເພດຂອງອຸປກອນຄວບຄຸມ MIDI ຮວມມີ :

      • ອົງປະກອບການໂຕ້ຕອບສຳລັບເຄື່ອງດົນຕຣີດັ້ງເດີມ ທີ່ຖືກປັບປຸງໃຫ້ເປັນອຸປກອນຄວບຄຸມ MIDI. ອຸປກອນທົ່ວໄປທີ່ພົບເຫັນຫຼາຍທີ່ສຸດໃນປະເພດນີ້ ແມ່ນຕົວຄວບຄຸມທີ່ມີຮູບແບບເປັນຄີບອດ MIDI Controller. ອຸປກອນດັ່ງກ່າວ ຈະປະກອບດ້ວຍແປ້ນດີດເປັນໂນຕ Piano ແລະອາດຈະມີອົງປະກອບການຄວບຄຸມອື່ນໆ (ເຊັ່ນ : ລໍ້ Modulation, ລໍ້ Pitch Bend) ແຕ່ຈະບໍ່ມີເຄື່ອງສັງເຄາະສຽງໃນຕົວແຕ່ຢ່າງໃດ. ພວກມັນມີໜ້າທີ່ພຽງສັ່ງການປະຕິບັດງານຂອງອຸປກອນ MIDI ອື່ນໆ. ອຸປກອນຄວບຄຸມສຽງກອງຊຸມເຊັ່ນ Roland Octapad ແມ່ນນຶ່ງໃນປະເພດນີ້, ເຊັ່ນດຽວກັນກັບອຸປກອນຄວບຄຸມເຄື່ອງເປົ່າ ແລະເຄື່ອງຄວບຄຸມສຽງສຳລັບກິຕ້າເຊັ່ນ SynthAxe ເປັນຕົ້ນ.
      • ເຄື່ອງດົນຕຣີອີເລັກໂທຣນິກ ຮວມທັງເຄື່ອງສັງເຄາະສຽງ (Synthesizer, Sampler), Rythm Box ແລະ ກອງອີເລັກໂທຣນິກ (Drum Machine) ທີ່ໃຊ້ສໍາລັບການສະແດງດົນຕຣີສົດຢ່າງແທ້ຈິງ ແລະສາມາດສົ່ງຣະຫັດຂໍ້ມູນ MIDI ຂອງປະຕິກິຣິຍາອາການຂອງຜູ່ຫຼິ້ນຕາມທັມມະຊາດໄດ້.
      • ອຸປກອນແປງຣະດັບສຽງໃຫ້ເປັນສັນຍານ MIDI (Pitch-to-MIDI Converter) ຮວມທັງ Guitar/Synthesizer. ມີອຸປກອນຈໍານວນນຶ່ງ ທີ່ເຮັດສິ່ງນີ້ສໍາລັບສຽງຮ້ອງຂອງມະນຸດໄດ້ ແລະສໍາລັບອຸປກອນທີ່ສາມາດສັງເຄາະສຽງແບບ Monophonic ເຊັ່ນ ຂຸ່ຍ MIDI ດັ່ງນີ້ເປັນຕົ້ນ.
      • ເຄື່ອງດົນຕຣີພື້ນເມືອງແບບທັມມະຊາດເຊັ່ນ ກອງໄມ້, Piano Acoustic ແລະ Accordion ທີ່ໄດ້ຮັບການຕິດຕັ້ງໂດຍຣະບົບຕອບໂຕ້ (Sensors) ແລະຣະບົບຄອມພິວເຕີທີ່ຮັບເອົາການປ້ອນຂໍ້ມູນຈາກ Sensors ດັ່ງກ່າວ ແລະສາມາດສົ່ງຂໍ້ມູນການປະຕິບັດງານສົດໆໃຫ້ເປັນຂໍ້ມູນ MIDI ໄດ້. ຂໍ້ມູນຂອງການປະຕິບັດງານ (ເຊັ່ນ ໂນຕຫຼືກອງຊິ້ນໃດຖືກຫຼິ້ນ, ແລະດ້ວຍຄວາມແຮງຄ່ອຍປານໃດ) ຈະຖືກສົ່ງໄປຫາອຸປກອນຫຼືຄອມພິວເຕີ ທີ່ແປງຂໍ້ມູນດັ່ງກ່າວໃຫ້ເປັນສຽງ (ເຊັ່ນ ຄີບອດ, ຄັງສຽງ ຫຼື ເຄື່ອງທີ່ສັງເຄາະສຽງ).
      • ເຄື່ອງຮຽບຮຽງລຳດັບເພງ (Sequencers), ເຊິ່ງມີໜ້າທີ່ໃນການເກັບບັນທຶກເຫດການການບັນເລງ ແລະສົ່ງຂໍ້ມູນ MIDI ໄປຫາເຄື່ອງທີ່ເຂົ້າໃຈຣະຫັດ MIDI ເພື່ອຜລິດສຽງອອກມາໃຫ້ໄດ້ຍິນຄືນໃໝ່.
      • ອຸປກອນຄວບຄຸມເຄື່ອງ MMC (Midi Machine Control) ເຊັ່ນອຸປກອນການບັນທຶກສຽງ, ຊຶ່ງສົ່ງຂໍ້ຄວາມເພື່ອມາຊ່ວຍໃນການດຳເນີນງານແບບປະສົມປະສານກັນ (Synchonization) ຣະຫວ່າງອຸປກອນທີ່ເປີດໃຊ້ MIDI. ຕົວຢ່າງ ເຄື່ອງບັນທຶກສຽງທີ່ມີຄຸນສົມບັດ ເພື່ອກຳນົດການບັນທຶກໂດຍການວັດແທກ ແລະຂີດແບ່ງລຳດັບຫ້ອງຂອງຈັງຫວະດົນຕຣີ. ລໍາດັບທີ່ມັນຄວບຄຸມຈະ Synchronized ກັນ ຍ້ອນວ່າການຄວບຄຸມການຂົນສົ່ງຂອງເຄື່ອງບັນທຶກໄດ້ຖືກກຳນົດເປັນຂໍ້ຄວາມ MIDI ທີ່ສອດຄ່ອງກັນ.
      • ອຸປກອນຄວບຄຸມການສະແດງ MSC (Midi Show Control) ເຊັ່ນ ອຸປກອນຄວບຄຸມການສະແດງ, ຊຶ່ງສົ່ງຂໍ້ຄວາມເພື່ອຊ່ວຍໃນການປະຕິບັດງານ ແລະການສະແດງລະຄອນສົດ ແລະການບັນເທີງຕາມຫົວຂໍ້. ຕົວຢ່າງ, ຣະບົບຄວບຄຸມການສະແດງທີ່ຫຼາກຫຼາຍເຊັ່ນ : ເຄື່ອງຄວບຄຸມສຽງ, ເຄື່ອງຄວບຄຸມການຫຼິ້ນສຽງ, ເຄື່ອງຄວບຄຸມສຽງພາກຫຼືສຽງບັນຍາຍ, ຣະບົບການຫຼິ້ນວິດີໂອ, ເຄື່ອງຄວບຄຸມສາກ, ມ່ານປະກອບ ແລະຣະບົບຄວບຄຸມແສງສີປະດັບເວທີ ລ້ວນແຕ່ຕອບສນອງໂດຍກົງກັບຄໍາສັ່ງການຂອງ MSC.

      ອຸປກອນຄວບຄຸມການປະຕິບັດງານກັບ MIDI

      MIDI ຖືກອອກແບບມາໂດຍການອີງໃສ່ ຄີບອດເປັນເຄື່ອງດົນຕຣີພື້ນຖານຫຼັກ, ແລະອຸປກອນຄວບຄຸມ MIDI ໃດໆ ທີ່ບໍ່ມີລັກສະນະຮູບແບບຂອງຄີບອດ ແມ່ນຖືວ່າເປັນອຸປກອນຄວບຄຸມ “ທາງເລືອກສ່ວນຕົວ”. ສິ່ງນີ້ ຖືກເຫັນວ່າເປັນຂໍ້ຈຳກັດຂອງນັກປະພັນ ຫຼືນັກດົນຕຣີ ທີ່ບໍ່ສົນໃຈດົນຕຣີທີ່ໃຊ້ຄີບອດເປັນເຄື່ອງດົນຕຣີຫຼັກພື້ນຖານ, ແຕ່ມາຕຖານຂອງຫຼັກການ MIDI ໄດ້ພິສູດໃຫ້ເຫັນຄວາມເຂົ້າກັນໄດ້ຂອງຣະບົບ MIDI ທົ່ວໄປ ໂດຍໄດ້ມີການສເນີເຄື່ອງຄວບຄຸມປະເພດອື່ນໆ, ຮວມທັງກີຕ້າ, ເຄື່ອງເປົ່າ, ເຄື່ອງສາຍ ທັງກອງຊຸມແລະກອງເສີມອີກດ້ວຍ.

      • ຄີບອດຄວບຄຸມ MIDI (MIDI Keyboard Controller)

      ຄີບອດຄວບຄຸມ MIDI ຂນາດນ້ອຍ ເປັນທີ່ນິຍົມໃຊ້ກັບຄອມພິວເຕີ, ເນື່ອງຈາກມັນໃຫ້ຄວາມສະດວກສະບາຍໃນການຍົກຍ້າຍແລະເຄື່ອນທີ່. ເຄື່ອງນີ້ສນອງຄວາມຫຼາກຫຼາຍຂອງຕົວຄວບຄຸມ ທີ່ສາມາດໃຊ້ງານໄດ້ແບບສົດໆຢ່າງແທ້ຈິງ, ເຊັ່ນຕົວກໍານົດການ ຂອງການອອກແບບສຽງຕ່າງໆ ຂອງຄັງສຽງຈາກຄອມພິວເຕີ ຫຼືຈະໃຊ້ເປັນຄີບອດແບບອິສຣະໃນການຄວຄຸມຣະບົບ ເອັຟເຟັກ, Mixers ຕລອດຮອດອຸປກອນການບັນທຶກສຽງ (Sequencer).

      ຄີບອດ ແມ່ນອຸປກອນຄວບຄຸມ MIDI ທີ່ພົບເຫັນໄດ້ໂດຍທົ່ວໄປຫຼາຍທີ່ສຸດ. ມີໃຫ້ເລືອກຫຼາຍຂນາດ ຕັ້ງແຕ່ຮຸ່ນ 25 ລູກດີດ, 2 ຄູ່ຂນານ (2 octaves), ໄປຈົນຮອດຮຸ່ນ 88 ໂນຕ. ບາງຮຸ່ນ ເປັນພຽງຄີບອດຄວບຄຸມທັມມະດາໂດຍພື້ນຖານເທົ່ານັ້ນ, ແມ້ວ່າຫຼາຍຮຸ່ນຈະມີຕົວຄວບຄຸມແບບບັງຄັບການສົດ ເຊັ່ນ ຕົວເລື່ອນ, ດຸມໝຸນ, ລູກບິດ. ໂດຍທົ່ວໄປແລ້ວ, ພວກມັນຍັງສາມາດຮອງຮັບແປ້ນຢຽບສຳລັບຄວບຄຸມອາການ Sustain ແລະ Expression ອີກດ້ວຍ. ຄີບອດຄວບຄຸມສ່ວນຫຼາຍຈະສາມາດແບ່ງພື້ນທີ່ແປ້ນດີດອອກເປັນພາກສ່ວນເພື່ອຫຼິ້ນສຽງຕ່າງກັນ ຫຼືຊ້ອນທັບກັນກໍໄດ້ ຕາມແຕ່ຕ້ອງການ. ແຕ່ລະພາກສ່ວນ ສາມາດມອບໝາຍຊ່ອງ Midi ທີ່ແຕກຕ່າງກັນແລະຕັ້ງຄ່າໃຫ້ຫຼິ້ນໂນຕໃນຊ່ວງທີ່ຕ້ອງການໄດ້. ຊຶ່ງຊ່ວຍໃຫ້ສາມາດຄວບຄຸມອຸປກອນສຽງຕ່າງໆໄດ້ຫຼາຍເຄື່ອງ ຈາກພື້ນທີ່ດຽວຂອງຄີບອດຮວມ, ຕົວຢ່າງການຫຼິ້ນສຽງ Piano ໃຫຍ່ປະສົມກັບສຽງ Piano ໄຟຟ້າພ້ອມກັນ. ຄີບອດປະເພດຕີນຢຽບ ສາມາດໃຊ້ງານແບບ MIDI Organ ຫຼືຄວບຄຸມເຄື່ອງສັງເຄາະສຽງ Bass Synthesizer ໄດ້.

      • ອຸປກອນຄວບຄຸມປະເພດເຄື່ອງເປົ່າ (Wind Controller)
      ອຸປກອນຄວບຄຸມ MIDI ປະເພດເຄື່ອງເປົ່າ ສາມາດສ້າງການສະແດງຂອງສຽງທີ່ເປັນທັມມະຊາດໄດ້ ໃນລັກສະນະທີ່ຈະຫຼິ້ນໄດ້ຍາກທີ່ສຸດກັບຄີບອດໃນຮູບແບບຂອງລູກດີດ Piano.

      ອຸປກອນຄວບຄຸມ MIDI ປະເພດເຄື່ອງເປົ່າ ຈະອຳນວຍໃຫ້ນັກດົນຕຣີສາມາດສະແດງສຽງ MIDI ໃຫ້ອອກມາແບບດຽວກັບເຄື່ອງເປົ່າທັມມະດາ ຊຶ່ງປະກອບດ້ວຍອາການຂອງສຽງເຄື່ອງເປົ່າທີ່ສົມຈິງ. ມັນຊ່ວຍໃຫ້ການຄວບຄຸມລົມຫາຍໃຈ ແລະຣະດັບສຽງທີ່ລ່ຽນໄຫຼ ພາໃຫ້ສາມາດຮັກສາລີລາການຫຼິ້ນເຄື່ອງເປົ່າໃຫ້ມີສີສັນຫຼາກຫຼາຍກວ່າ, ໂດຍສະເພາະເມື່ອຫຼິ້ນສຽງປະສົມກັບສຽງຈຳລອງອື່ນໆ ທີ່ບໍ່ແມ່ນສຽງໃນກຸ່ມເຄື່ອງເປົ່າໂດຍສະເພາະ.  ອຸປກອນຄວບຄຸມເຄື່ອງເປົ່າ MIDI ໂດຍທົ່ວໄປ ຈະມີຕົວໂຕ້ຕອບທີ່ປ່ຽນແປງຄວາມດັນຂອງລົມເປົ່າແລະລົມຫາຍໃຈ ໃຫ້ເປັນຂໍ້ມູນສັ່ງການຕໍ່ຣະດັບຄ່ອຍແຮງຂອງສຽງ ຕລອດຮອດການຄວບຄຸມຣະດັບສຽງສູງຕໍ່າດ້ວຍຄວາມດັນຈາກຮິມສົບແລະລີ້ນຂອງຜູ່ຫຼິ້ນໄດ້ຢ່າງແນບນຽນທີ່ສຸດ. ບາງຮຸ່ນຍັງມີໂຄງສ້າງຂອງຣະດັບສຽງທີ່ປັບປ່ຽນໄດ້ (Key Scales) ທີ່ສາມາດຈຳລອງຣະບົບການໃຊ້ນີ້ວມືເທິງເຄື່ອງເປົ່າຕາມປົກກະຕິໄດ້. ຕົວຢ່າງຮຸ່ນ EWI (Electronic Wind Instrument) ແລະຮຸ່ນ EVI (Electronic Valve Instrument) ຂອງຍີຫໍ້ Akai.

      • ອຸປກອນຄວບຄຸມປະເພດກອງຊຸມ (Drum & Percussion Controller)
      ອຸປກອນຄວບຄຸມສຽງກອງຊຸມ Roland V-Drums ຖືກປະດິດສ້າງຂຶ້ນມາໃນຮູບແບບຂອງກອງຊຸມທີ່ແທ້ຈິງ, ບວກກັບກ້ອນຄັງສຽງຕິດຕັ້ງໄວ້ທາງກໍ້າຊ້າຍ ດັງໃນພາບທີ່ສະແດງນີ້.

      ຄີບອດ MIDI ທົ່ວໄປ ສາມາດຫຼິ້ນສຽງກອງໄດ້ ແຕ່ມັນເປັນການຍາກທີ່ຈະຫຼິ້ນລູກລົວຊ້ອນທີ່ກະຊັ້ນຊິດ, ເນື່ອງຈາກລູກດີດຂອງຄີບອດບໍ່ສາມາດຕອບສນອງປະຕິກິຣິຍານີ້ໄດ້ຢ່າງສົມບູນແບບ. ຖັດຈາກຄີບອດມາ, ແຜ່ນຄວບຄຸມສຽງກອງ (Drum Pads) ແມ່ນອຸປກອນຄວບຄຸມ MIDI ທີ່ສຳຄັນທີ່ສຸດຮອງລົງມາ. ຕົວຄວບຄຸມສຽງກອງ ອາດມີການຕິດຕັ້ງມານຳຊຸມກອງ (Drum Machines), ອາດເປັນແບບພື້ນຜິວຄວບຄຸມຢ່າງອິສຣະ ຫຼືອາດມີລັກສະນະທີ່ລຽນແບບຊິ້ນສ່ວນຂອງກອງ (ເຊັ່ນເປັນຕົວກອງຢຽບ ກອງແທັກ ກອງສູງ-ກາງ-ຕໍ່າ, ແຊ່ງ, ສາບ…). ຕົວກະຕຸ້ນ MIDI ອາດມີການນຳມາຕິດຕັ້ງໃສ່ຊິ້ນສ່ວນຂອງກອງທັມມະດາໄດ້.  ແຜ່ນຄວບຄຸມສຽງກອງໂດຍສະເພາະ ເຊັ່ນດັ່ງ Octapad ຂອງ Roland ຫຼື DrumKAT ສາມາດຫຼິ້ນດ້ວຍນີ້ວມືທັມມະດາ ຫຼືຕີເຄາະດ້ວຍໄມ້ກອງໄດ້. ນອກຈາກນີ້ ຍັງມີຕົວຄວບຄຸມ MIDI ສຳລັບເຄື່ອງດົນຕຣີປະເພດ Vibraphone, Xylophone, Marimba ອີກດ້ວຍ.

      • ອຸປກອນຄວບຄຸມປະເພດເຄື່ອງສາຍດີດ (Stringed Instrument Controller)

      ກິຕ້າໄມ້ ຫຼືກິຕ້າໄຟຟ້າ ສາມາດຕິດຕັ້ງອຸປກອນພິເສດທີ່ຮຽກວ່າ MIDI Pickups ທີ່ເຮັດໜ້າທີ່ແປງສັນຍານສຽງຂອງກິຕ້າ ໃຫ້ເປັນສັນຍານດິຈິຕອນ ແລະອະນຸຍາດໃຫ້ສາມາດຫຼິ້ນສຽງຂອງ Synthesizer ໄດ້. ຣະບົບນີ້ຈະກຳນົດຊ່ອງ MIDI ແຍກຕ່າງຫາກໃຫ້ແຕ່ລະສາຍຂອງກິຕ້າ ແລະອະນຸຍາດໃຫ້ຜູ່ຫຼິ້ນສາມາດເລືອກໄດ້ ວ່າຈະຫຼິ້ນສຽງດຽວກັນທັງ 6 ສາຍ ຫຼືຈະເລືອກຫຼິ້ນສຽງທີ່ແຕກຕ່າງກັນສຳລັບແຕ່ລະສາຍ.

      ບາງຮຸ່ນ ດັ່ງເຊັ່ນ G10 ຂອງ Yamaha, ບໍ່ໃຊ້ຕົວຖັງຂອງກິຕ້າອີກຕໍ່ໄປ ແຕ່ປ່ຽນເປັນຣະບົບອີເລັກໂທຣນິກໄປເລີຍ. ຣະບົບອື່ນໆ ເຊັ່ນຂອງ Roland MIDI Pickups ຈະຮວມຢູ່ໃນຕົວເລີຍ ຫຼືສາມາດຕິດຕັ້ງເພີ່ມເຕີມກັບເຄື່ອງດົນຕຣີມາຕຖານໄດ້.

      ນອກຈາກນີ້, ເມື່ອປີ 1980, Max Mathews ໄດ້ອອກແບບຕົວຄວບຄຸມ MIDI ໃຫ້ Violin, Viola, Cello, Contrabasse ແລະ Mandolin ອີກດ້ວຍ.

      ນອກນັ້ນ ອຸປກອນຄວບຄຸມເຄື່ອງສາຍອີກປະເພດນຶ່ງ ມີຊື່ວ່າ Starr Labs Ztar ໃຊ້ແປ້ນສັມພັດເທິງຄັນກິຕ້າໂດຍກົງໃນການສັ່ງການໃຫ້ໂນຕ MIDI ໂດຍບໍ່ມີສາຍກິຕ້າ ຫຼື MIDI Pickups ອີກ.

      ເປັນທີ່ແນ່ນອນວ່າ ເຄື່ອງດົນຕຣີປະເພດບັງຄັບຄວບຄຸມສັນຍານ MIDI ເຫຼົ່ານີ້, ເຖິງແມ່ນຈະມີການປະຍຸກມາຈາກຮູບແບບຕາມລັກສະນະຂອງເຄື່ອງດົນຕຣີພື້ນຖານຕົ້ນສະບັບກໍຕາມ (ເຊັ່ນກິຕ້າ, ປ່ຽນໂນ່, ອໍແກນ, ເຄື່ອງເປົ່າ, ເຄື່ອງສາຍ ຫຼືອື່ນໆ…) ແຕ່ການຫຼິ້ນແລະເສບບັນເລງ ແມ່ນມີການປ່ຽນແປງໄປຕາມວິວັທນາການດ້ານເທັກໂນໂລຈິ ຊຶ່ງພາໃຫ້ຜູ່ໃຊ້ ມີຄວາມຈຳເປັນທີ່ຈະຕ້ອງໄດ້ຝຶກຝົນນີ້ວມືໃນການນຳໃຊ້ທີ່ແຕກຕ່າງໄປຈາກລັກສະນະດັ້ງເດີມຂອງເຄື່ອງພື້ນຖານ.

      (ກະຣຸນາຕິດຕາມບົດຕໍ່ໆໄປ…)

      Paris, 14 ມີນາ 2025