ໂປຣແກຣມ MIDI Song to Style ຂອງ Yamaha ເປັນໂປຣແກຣມທີ່ທຸກຄົນສາມາດໄປດາວໂຫຼດເອົາມາໃຊ້ໄດ້ໂດຍບໍ່ຕ້ອງເສັຽຄ່າທຳນຽມໃດໆ. ທ່ານພຽງແຕ່ຂຶ້ນໄປໃນເວັບໄຊທ໌ຂອງ Yamaha ແລ້ວຊອກຄົ້ນຫາໜ້າ Software ຫຼື Application ແລະເຄາະຊອກຄຳວ່າ MIDI Song to Style. ໂປຣແກຣມນີ້ ມີທັງສຳລັບຣະບົບ Mac Os ແລະສຳລັບ Windows.
ໂດຍປົກກະຕິ, ດຸມ FILL In ແມ່ນໃຊ້ຢູ່ໃນຕອນທ້າຍຂອງແຕ່ລະວັກ ຫຼືທ່ອນຂອງເພງ ເພື່ອທຳການສົ່ງໄປຫາວັກຫຼືທ່ອນທີ່ຕິດຕາມຕໍ່ໄປ. ສ່ວນດຸມ BREAK, ແມ່ນໃຊ້ເພື່ອໝາຍການຢຸດ ຫຼື ແຍກລະຫວ່າງປໂຍກທີ່ສຳຄັນ, ຫຼືກ່ອນການ SOLO ຫຼັງຈາກທຸກໆວັກຕອນຂອງເພງ ໄດ້ຖືກຫຼິ້ນຈົບສິ້ນແລ້ວ.
ດຸມລົວສົ່ງ FILL In, ເມື່ອຫຼິ້ນແລ້ວ, ມັນຈະກັບຄືນໄປຫາດຸມຫຼັກ (MAIN) ທີ່ສອດຄ່ອງກັນ. ເວັ້ນເສັຽແຕ່ວ່າທ່ານເລືອກທີ່ຈະກົດດຸມອື່ນ ກ່ອນທີ່ມັນຈະສິ້ນສຸດການຫຼິ້ນ. ຕົວຢ່າງເຊັ່ນ, ເມື່ອ FILL In AA ຫຼີ້ນຈົບລົງ, ມັນຈະໂດດໄປຫຼິ້ນ MAIN A ຕາມລຳດັບການໂດຍອັຕໂນມັດ. FILL In BB ຈະກັບຄືນໄປຫຼິ້ນ MAIN B ຕາມລຳດັບ…
ຄຸນສົມບັດພິເສດອີກຢ່າງນຶ່ງຂອງດຸມຄວບຄຸມຈັງຫວະເທິງຄີບອດ Yamaha ແມ່ນ, ດຸມ “AUTO FILL IN” ຊຶ່ງເມື່ອເປີດໃຊ້ງານ ແມ່ນມີໜ້າທີ່ ໄປລັ່ນຫຼິ້ນດຸມ FILL In ໂດຍອັຕໂນມັດ ເວລາທ່ານປ່ຽນຍ້າຍການຫຼິ້ນຣະຫວ່າງດຸມຕ່າງໆ. ຕົວຢ່າງ ເມື່ອທ່ານພວມຫຼິ້ນດຸມ MAIN A ຢູ່ ແລະກົດຍ້າຍໄປຫຼິ້ນດຸມ MAIN B ຫຼືອື່ນໆ, ຄີບອດຈະທຳການຫຼິ້ນສຽງຂອງດຸມ FILL IN ທີ່ກ່ຽວພັນນັ້ນໆ ໂດຍທີ່ທ່ານບໍ່ຈຳເປັນຕ້ອງກົດມັນຊໍ້າອີກ.
ໃນທາງກົງກັນຂ້າມ ຖ້າຫາກດຸມ “AUTO FILL IN” ບໍ່ໄດ້ມີຖືກເປີດໃຊ້ງານ ຄືຖືກມອດໄວ້, ເວລາທ່ານປ່ຽນຍ້າຍການຫຼິ້ນຣະຫວ່າງດຸມຕ່າງໆ, ຄີບອດຈະບໍ່ເປີດຫຼິ້ນດຸມລົວສົ່ງໃຫ້ແຕ່ປະການໃດເລີຍ. ໝາຍຄວາມວ່າ ເວລາທ່ານຍ້າຍການຫຼິ້ນຈາກດຸມ MAIN A ໄປຫາ MAIN B ຫຼືອື່ນໆ, ຈະບໍ່ມີການລົວສົ່ງ ນອກຈາກວ່າທ່ານຈະກົດຊໍ້າດຸມທີ່ກ່ຽວຂ້ອງອີກເທື່ອນຶ່ງໃນທັນໃດ.
ສ່ວນສິ່ງທີ່ປາກົດອອກມາໃນພາກສ່ວນໃຈກາງຂອງໜ້າຈໍ ແມ່ນການສະແດງຜົນຂອງການສັງເຄາະໂດຍອັຕໂນມັດຈາກໂປຣແກຣມ ແລະການມອບໝາຍຂໍ້ມູນການບັນເລງເພງ MIDI File ໃຫ້ພາກສ່ວນຕ່າງໆ ທີ່ປະກອບເປັນດຸມຄວບຄຸມຈັງຫວະຂອງ Style ຊຶ່ງກົງກັບດຸມບັງຄັບການເທິງແປ້ນຄີບອດ PSR SX900 ທີ່ຮຽກວ່າ STYLE CONTROL ນັ່ນເອງ. ຕ່າງແຕ່ວ່າດຸມລົວສົ່ງທັງ 4 ຂອງກຸ່ມ MAIN VARIATION ຈະຖືກສະແດງຢູ່ທາງດ້ານລຸ່ມຂອງໝວດດຸມດັ່ງກ່າວ ແລະມີຊື່ວ່າ : FILL A, FILL-B,-FILL C ແລະ FILL D ຕາມລຳດັບ.
ໝາຍເຫດ : ສຳລັບການຕັ້ງຄ່າດ້ວຍດຸມທັງສາມກຸ່ມທີ່ກ່າວມາເບື້ອງຕົ້ນ, ໃຫ້ໄປອ່ານປຶ້ມຄູ່ມືການໃຊ້ງານຂອງໂປຣແກຣມ MIDI Song to Style ທີ່ອະທິບາຍໂດຍລະອຽດເປັນແຕ່ລະລຳດັບການ ກ່ຽວກັບການແຈ້ງການແລະການເຊື່ອມຕໍ່ຄີບອດກັບຄອມຂອງທ່ານ.
ພາບຕໍ່ໄປນີ້ ແມ່ນການປຽບທຽບດຸມຄວບຄຸມ Style Play ຂອງໂປຣແກຣມ MIDI Song to Style ກັບດຸມຄວບຄຸມ STYLE CONTROL ເທິງແປ້ນບັງຄັບການຂອງຄີບອດ PSR SX900.
ເຫດຜົນດັ່ງກ່າວນີ້ ແມ່ນເນື່ອງຈາກວ່າ, ໂປຣແກຣມ ບໍສາມາດວິເຄາະເຫັນໂນຕເພງທ່ອນໃດນຶ່ງ ຫຼືວັກໃດນຶ່ງ ໃນທັງໝົດບົດເພງ ທີ່ມີຄວາມສອດຄ່ອງ ຫຼືເໝາະສົມທີ່ຈະສາມາດມອບໝາຍໜ້າທີ່ ໃຫ້ເປັນດຸມດັ່ງກ່າວໄດ້. ດຸມເຫຼົ່ານີ້ແມ່ນໄດ້ແກ່ : – INTRO I – BREAK – ENDING I, ENDING II ແລະ ENDING III ສ່ວນດຸມອື່ນໆ ຊຶ່ງມີສີເປັນປົກກະຕິນັ້ນ, ໝາຍຄວາມວ່າ ໂປຣແກຣມໄດ້ທຳການຄັດເລືອກເອົາໂນຕໃນເພງ Midi File ຈາກວັກ ຫຼືທ່ອນໃດນຶ່ງທີມັນເຫັນວ່າ ແທດເໝາະກັບການຖືກມອບໝາຍໃຫ້ເປັນດຸມຄວບຄຸມ Style ຂອງຈັງຫວະເພງ. ດຸມຕ່າງໆ ທີ່ໂປຣແກຣມໄດ້ມອບໝາຍໜ້າທີ່ໃຫ້ຄວບຄຸມ Style ບົດເພງນີ້, ແມ່ນໄດ້ແກ່ : – INTRO II ແລະ INTRO III – MAIN A, B, C ແລະ D – FILL A, B, C ແລະ D
ແລະຂໍຢໍ້າອີກວ່າ ໂປຣແກຣມ MIDI Song to Style ຂອງ Yamaha ແມ່ນສາມາດໃຊ້ສ້າງຈັງຫວະ Style ໃຫ້ສະເພາະຄີບອດຮຸ່ນ Genos ແລະ PSR SX ເທົ່ານັ້ນ. ຮຸ່ນອືນໆ ອາດຈະບໍ່ສາມາດອ່ານເອກສານ Style ທີ່ສ້າງຈາກໂປຣແກຣມນີ້ໄດ້ຢ່າງຖືກຕ້ອງ, ນີ້ແມ່ນສິ່ງສຳຄັນທີ່ຄວນຮັບຮູ້ໄວ້ກ່ອນລ່ວງໜ້າ.
ໜ້າຈໍຄອມທີ່ສະແດງໂປຣແກຣມດັ່ງກ່າວນີ້ ແມ່ນອີງຕາມຄອມ Macintosh Os X ຊຶ່ງອາດມີບາງສັບຂອງຣະບົບການຫຼືແປ້ນພິມດີດ ຈະມີຊື່ຕ່າງກັນເລັກນ້ອຍກັບຣະບົບຄອມຂອງ Windows. ອີກປະການສຸດທ້າຍ, ຂ້າພະເຈົ້າສົມມຸດຖານວ່າ ທ່ານມີຄວາມຄຸ້ນເຄີຍແລ້ວ ກັບການໃຊ້ງານພື້ນຖານຂອງຄອມພິວເຕີ.