ສ້າງ Style ຈັງຫວະໃຫ້ຄີບອດຈາກ Midi File – (ພາກທີ 5)

ທັກສະພື້ນຖານອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

5. ກ່ຽວກັບ Style ຈັງຫວະຂອງຄີບອດ Yamaha

◆ Style ຈັງຫວະແມ່ນຫຍັງ ?

ຄຳວ່າ “Style” ສໍາລັບ Yamaha ໝາຍເຖິງເອກສານດິຈິຕອນ ຊຶ່ງບັນຈຸດ້ວຍຂໍ້ມູນກ່ຽວກັບການບັນເລງດົນຕຣີປະກອບເປັນວົງ ທີ່ອະນຸຍາດໃຫ້ສາມາດບັງຄັບການໄດ້ດ້ວຍຄີບອດປະເພດອັຕໂນມັດ ທີ່ຮຽກວ່າ Arranger Keyboard. ຂໍ້ມູນດັ່ງກ່າວນີ້ ແມ່ນຖືກບັນທຶກເປັນຣະຫັດໃນພາສາ MIDI ແລະແມ່ນຜູ່ຫຼິ້ນເອງ ທີ່ເປັນຜູ່ຕັດສິນໃຈວ່າຈະຫຼິ້ນສຽງປະກອບຕ່າງໆນີ້ ດ້ວຍຂອດໃດ…

◆ Style ຈັງຫວະຂອງຄີບອດ Yamaha ແມ່ນແນວໃດ ?

Styles ຈັງຫວະຂອງ Yamaha, ສາມາດຄວບຄຸມການຫຼິ້ນດ້ວຍມືຂ້າງເບື້ອງຊ້າຍໂດຍສະເພາະ (ຍົກເວັ້ນກໍຣະນີວ່າທ່ານແມ່ນຄົນ “ຂີ້ຊ້າຍ” ມາແຕ່ກຳເນີດ). ເມື່ອທ່ານກົດຂອດໃດນຶ່ງເທິງແປ້ນດີດຂອງຄີບອດ Yamaha ປະເພດ Arranger, ສຽງບັນເລງຂອງວົງດົນຕຣີຄົບວົງທັງໝົດ ຈະຫຼິ້ນເພງຕາມຂອດທີ່ທ່ານຈັບດ້ວຍມືຊ້າຍນັ້ນຢ່າງອັຕໂນມັດ.

ເອກສານ Styles ຈັງຫວະ, ອຳນວຍໃຫ້ທ່ານສາມາດນຳພາວົງດົນຕຣີຄົບວົງ ໄປກັບຄີບອດຂອງທ່ານໄດ້ທຸກແຫ່ງຫົນ, ຫຼືທຳການສ້າງສັນບົດປະພັນ ຫຼືບົດຮຽບຮຽງດົນຕຣີສຳລັບເພງ ໃນແນວທາງປະເພດຕ່າງໆຕາມຄວາມປະສົງ.

◆ ຣະບົບເອກສານດົນຕຣີ “MIDI Format” ຂອງ Yamaha ແມ່ນຫຍັງ ?

ກ່ອນອື່ນໝົດ ຕ້ອງຈຳແນກໃຫ້ໄດ້ກ່ອນວ່າ MIDI Format ແລະ MIDI File ແຕກຕ່າງກັນແນວໃດ ?

  • MIDI File ໝາຍເຖິງເອກສານທີ່ເປັນບົດບັນເລງຂອງເພງໆນຶ່ງຄົບວົງ ແລະຄົບບົດ ຊຶ່ງບໍ່ມີສຽງ Audio ແຕ່ຢ່າງໃດ. ມັນບັນຈຸ ລີລາການບັນເລງເປັນໂນຕຂອງເພງດ້ວຍຣະຫັດພາສາ MIDI ຕລອດຮອດຣະຫັດຕ່າງໆທີ່ກຳນົດການແລະບົ່ງບອດບົດເພງອັນສົມບູນແບບ ແຕ່ສາມາດທຳການປ່ຽນແປງໄດ້ ເວລານຳໄປເປີດອ່ານຫຼືຫຼິ້ນດ້ວຍເຄື່ອງດົນຕຣີດິຈິຕອນທີ່ມີຄັງສຽງແລະສາມາດສັງເຄາະຣະຫັດ MIDI ຂອງເພງດັ່ງກ່າວໄດ້.
  • ສ່ວນຄໍາວ່າ MIDI Format ໝາຍເຖິງເອກສານດົນຕຣີຂອງ Yamaha ໂດຍສະເພາະ ຊຶ່ງເປັນເອກສານ MIDI File ໃນຣະບົບ XF Format (ຢ່າຫຼົງກັບຄໍາວ່າ XG Format).

XF ແມ່ນພາກສ່ວນຂຍາຍຂອງຣະບົບເອກສານມາຕຖານ Standard MIDI File (SMF), ຊຶ່ງທຳການບັນທຶກຂໍ້ມູນສະເພາະຂອງບົດບັນເລງເພງໃດນຶ່ງ ດ້ວຍຣະບົບ MIDI File ໃນຮູບແບບປະເພດ Type 0. ເມື່ອທ່ານເປີດອ່ານເອກສານ MIDI File ທີ່ມີຂໍ້ມູນຣະບົບ XF ບັນຈຸຢູ່ພາຍໃນເອກສານ, ຂໍ້ມູນດັ່ງກ່າວນີ້ ຈະຖືກຫຼິ້ນແລະອ່ານເປັນພາກສ່ວນຕ່າງຫາກ ໃນຊ່ອງນຶ່ງຕ່າງຫາກ (Track) ທີ່ຮຽກວ່າຊ່ອງ XF Data, Chord Data, ຫຼື SysEx Data…

Yamaha ມີ 2 ຮູບແບບ Style Formats ອັນໄດ້ແກ່ : SFF1 ແລະ SFF2.

ຄວາມແຕກຕ່າງຂອງທັງສອງຮູບແບບນີ້ ແມ່ນຢູ່ໃນໂຄງສ້າງຂອງຣະຫັດຂໍ້ມູນທີ່ເອີ້ນວ່າ CASM Data. ຣະຫັດຂໍ້ມູນ CASM ທີ່ບັນຈຸຢູ່ໃນເອກສານ Style ຈະສັ່ງການໃຫ້ຄີບອດທຳການສັງເຄາະແລະປະມວນຜົນຣະຫັດ MIDI ທີມີໃນເອກສານ Style ທີ່ເປີດຫຼິ້ນດັ່ງກ່າວ. ຮູບແບບ SFF2 ມີ 3 ຂໍ້ມູນເພີ່ມເຕີມຊຶ່ງກຳນົດປະຕິກິຣິຍາຂອງໂນຕໃນຣະດັບຕ່າງໆ ດັ່ງ Low, Middle ແລະ High. ໃນຂະນະທີ່ຮູບແບບ SFF1 ຈະມີການຕັ້ງຄ່າຂໍ້ມູນທົ່ວໄປໃຫ້ໂນຕໃນທຸກຣະດັບສຽງ ໂດຍບໍ່ຈຳແນກສຽງສູງ, ກາງ ຫຼືຕໍ່າແຕ່ຢ່າງໃດ.

ນອກຈາກນີ້, ເນື່ອງຈາກວິທີການຈັດແຈງສຽງຂອງກອງຊຸມແລະກອງເສີມ (Drums & Percussions) ມີການກຳນົດສຽງຂອງແຕ່ລະຊິ້ນຂອງກອງໃຫ້ໂນຕໃດໂນຕນຶ່ງທີ່ແຕກຕ່າງກັນ, ຊຶ່ງຕ່າງກັບສຽງເຄື່ອງບັນເລງຊະນິດອື່ນທີ່ມີສຽງໃນຮູບແບບແນວດຽວ ແຕ່ສາມາດຫຼິ້ນໄດ້ໃນຣະດັບສູງຕໍ່າແຕກຕ່າງກັນ, ຈຶ່ງຈຳເປັນຕ້ອງມີການວາງກົດຣະບຽບການພົວພັນອັນສອດຄ່ອງຣະຫວ່າງໂນຕຂອງສຽງກອງໃຫ້ເປັນຣະບຽບເອກພາບກັນດັ່ງດຽວກັນກັບສຽງເຄື່ອງບັນເລງອື່ນໆ. ໃນຂັ້ນເລີ່ມຕົ້ນ, ມັນຍັງບໍ່ຈຳເປັນທີ່ຈະຕ້ອງມີສຽງກອງຊຸມຫຼາຍຊຸດ (Drum Kit), ດັ່ງນັ້ນ ການກຳນົດພຽງ 1 ໃນ 128 Program Change ໃຫ້ກອງຊຸມຊຸດມາຕຖານທີ່ຮຽກວ່າ Standard Drum Kit ແມ່ນພໍສໍາລັບການໃຊ້ງານໄດ້ແລ້ວ. ມັນຈຶ່ງມີການກຳນົດຊ່ອງ Midi Channel 10 ໃຫ້ສຽງກອງຊຸມ ທີ່ມີໜ້າທີ່ຫຼິ້ນຈັງຫວະຂອງເພງ ແລະໃຫ້ໃຊ້ໝາຍເລກ 128 Program Numbers ສຳລັບຣະບຸສຽງເຄື່ອງເສບອື່ນໆທີ່ຫຼິ້ນໂນຕເພງ.

ໝາຍເຫດ : ຣະບົບເອກສານ Style ຂອງ Yamaha ຈະອະນຸຍາດໃຫ້ສາມາດຫຼິ້ນເພງໄດ້ແຕ່ສະເພາະໃນຣະບົບຈັງຫວະ (Time Signature) ຢ່າງນຶ່ງຢ່າງດຽວເທົ່ານັ້ນ, ຕົວຢ່າງຣະບົບຈັງຫວະ 4/4, 3/4, 2/4. Style ນຶ່ງຈະບໍ່ສາມາດບັນຈຸຣະຫັດເພງທີ່ມີຣະບົບຈັງຫວະແຕກຕ່າງກັນໄວ້ພາຍໃນເອກສານດັ່ງກ່າວໄດ້.

◆ ຣະບົບເອກສານດົນຕຣີຂອງ Yamaha

(GM) General MIDI ແມ່ນຣະບົບການທຳອິດຂອງພາສາ MIDI ສາກົນທີ່ໄດ້ຮັບການຮອງຮັບຈາກກຸ່ມອຸສາຫະກັມເຄື່ອງດົນຕຣີດິຈິຕອນເມື່ອປີ 1983. ທຸກໆເຄື່ອງດົນຕຣີ ຫຼືອຸປກອນດິຈິຕອນທີ່ມີເຄື່ອງໝາຍນີ້ ແມ່ນຈະສາມາດອ່ານແລະສັງເຄາະຣະຫັດຂອງເອກສານ Standard MIDI Files (SMF) ທີ່ໃຊ້ຄຳສັ່ງການດ້ວຍຣະບົບ GM.

(XG) EXtended General MIDI, ພັທນາໂດຍ Yamaha, ແມ່ນເອກສານ MIDI ທີ່ມີການກຳນົດເຄື່ອງເສບເພີ່ມເຕີມຈາກຣະບົບ General MIDI (GM) ຊຶ່ງມີພຽງ 128 ສຽງຂຶ້ນເປັນ 16 384 ສຽງ. ທຸກໆເຄື່ອງດົນຕຣີ ຫຼືອຸປກອນດິຈິຕອນທີ່ມີເຄື່ອງໝາຍນີ້ ຈະສາມາດອ່ານແລະສັງເຄາະຣະຫັດຂອງເອກສານ XG ແລະຂອງ GM ໄດ້ພ້ອມດຽວກັນ.

(DOC) Disk Orchestra Collection ແມ່ນຣະບົບເອກສານ MIDI ສະເພາະອີກປະເພດນຶ່ງຂອງ Yamaha. (ມັນຍັງຖືກເອີ້ນອີກຊື່ນຶ່ງວ່າ MusicSoft Collection). ທຸກໆເຄື່ອງດົນຕຣີ ຫຼືອຸປກອນດິຈິຕອນທີ່ມີເຄື່ອງໝາຍນີ້ ຈະສາມາດສັງເຄາະຣະຫັດຂອງເອກສານໃນປະເພດ MusicSoft Brands ຊຶ່ງໂດຍຮວມຈະເປັນແບບ Floppy Disk ທີ່ມີໂນຕເພງບັນຈຸໄວ້ພ້ອມ. ຣະບົບ DOC ນີ້ຈະມີໃນຄີບອດປະເພດ Arranger Piano ຂນາດໃຫຍ່ດັ່ງຮຸ່ນ Clavinova ຊຶ່ງມີເຄື່ອງອ່ານ Floppy Disk ທີ່ບັນຈຸບົດເອກສານ MIDI Files ພ້ອມດ້ວຍຣະຫັດໂນຕ Solfege ເວລາເປີດອ່ານແບບ Playback ເພື່ອຫຼິ້ນແລະບັນເລງຕາມ.

(SFF) Style File Format ແມ່ນຣະບົບເອກສານ MIDI ສະເພາະຂອງ Yamaha ຊະນິດນຶ່ງ ຊຶ່ງບັນຈຸຣະຫັດຂອງການປະກອບການບັນເລງທີ່ສາມາດຄວບຄຸມໄດ້ດ້ວຍການກົດຂອດຈາກມືກໍ້າຊ້າຍເທິງຄີບອດ. ທຸກໆເຄື່ອງດົນຕຣີ ຫຼືອຸປກອນດິຈິຕອນທີ່ມີເຄື່ອງໝາຍນີ້ ຈະສາມາດສັງເຄາະຣະຫັດຂອງເອກສານໃນປະເພດ Style File Library.

(XF) EXtended File ພັທນາໂດຍ Yamaha, ແມ່ນເອກສານ MIDI Style ອີກຊະນິດນຶ່ງ ທີ່ມີການກຳນົດຣະຫັດພິເສດໃຫ້ເຄື່ອງເສບ ເພີ່ມເຕີມຈາກຣະບົບ Standard Style File ມາຕຖານ. ມັນຈະບັນຈຸຣະຫັດເພີ່ມໃສ່ເອກສານ MIDI Format Type 0, ເປັນຕົ້ນແມ່ນຣະຫັດກ່ຽວກັບ ເນື້ອເພງ (Lyrics), ຂອດເພງ (Chords), ຣະຫັດ SysEx ແລະອື່ນໆອີກ…
ໝາຍເຫດ : ເວັ້ນເສັຽແຕ່ວ່າ ທ່ານຫາກມີຄວາມຮູ້ອັນເລິກເຊິ່ງກ່ຽວກັບຣະຫັດ XF, ຂໍແນະນຳທ່ານຢ່າທຳການດັດແປງລຳດັບເຫດການພາຍໃນເອກສານທີ່ມີຂໍ້ມູນ XF ແບບເດົາຊຸ່ມ, ບໍ່ດັ່ງນັ້ນ ເອກສານຈະບໍ່ສາມາດທຳການອ່ານໄດ້ຢ່າງສົມບູນແບບຖືກຕ້ອງ ແລະເອກສານຂອງທ່ານອາດໃຊ້ການບໍ່ໄດ້ເລິຍ!!!

(VH) Vocal Harmony for XG , ພັທນາໂດຍ Yamaha, ແມ່ນເອກສານຂຍາຍເພີ່ມຈາກຣະບົບ MIDI ມາຕຖານເພື່ອຄວບຄຸມພາກສ່ວນສຽງຮ້ອງປະສານໂດຍສະເພາະ. ຣະຫັດສັ່ງການຂອງ VH ນີ້ຈະຖືກບັນຈຸໄວ້ພາຍໃນເອກສານ Standard MIDI Files ບາງປະເພດ. ຣະຫັດສັ່ງການ VH ນີ້ຈະເຮັດໜ້າທີ່ເປີດການໃຊ້ງານຂອງຣະບົບສຽງຮ້ອງປະສານທີ່ຮຽກວ່າ Vocal Harmonizer ໃນເຄື່ອງເວລາທຳການອ່ານຫຼືຫຼິ້ນເອກສານ MIDI File ດັ່ງກ່າວ.

ໝາຍເຫດ : ກ່ອນໜ້າ Yamaha 3 ປີ (1991), ບໍຣິສັດ Roland ແມ່ນໄດ້ພັທນາຣະບົບ GS (General System) ອອກມາເພື່ອເສີມຂຍາຍຣະບົບ GM ມາຕຖານແລ້ວ. ຊຶ່ງມີຄວາມແຕກຕ່າງກັນກັບຣະບົບ XG ຂອງ Yamaha (1994) ເລັກນ້ອຍທາງດ້ານການຈັດລຳດັບຊື່ເຄື່ອງເສບໃນຄັງສຽງ ແລະການກຳນົດຊ່ອງ Midi Channel ສຳລັບການບັນທຶກເພງເປັນເອກສານ MIDI Files. ດັ່ງຕົວຢ່າງ ໜ້າທີ່ຂອງສຽງເບສ (Bass) ໃນເອກສານເພງ MIDI File ແມ່ນຖືກກໍານົດໃຫ້ບັນຈຸຢູ່ໃນຊ່ອງ Midi Channel 2. ສ່ວນຂອງ Yamaha ແມ່ນບັນຈຸຢູ່ໃນຊ່ອງ Midi Channel 11.
ຣະບົບ XG ຂອງ Yamaha ໄດ້ມີການພັທນາສືບມາຢ່າງຕໍ່ເນື່ອງ ເຊັ່ນຈະມີ XG Level 1 (1994), XG Level 2 (1997), XG Level 3 (1998) ແລະ XGLite (2002).

◆ ຄວາມແຕກຕ່າງຣະຫວ່າງຣະບົບ MIDI : GM – GS – XG ແລະ GM2

ຣະບົບ GM ແມ່ນມາຕຣາການທີ່ອອກມາກ່ອນໝູ່.

ໃນເບື້ອງຕົ້ນ ປະມານປີ 1983, ຄີບອດແມ່ນບໍ່ໄດ້ມີສຽງຫຼາຍຄືທຸກມື້ນີ້, ບາງທ່ານອາດຈະໂຊກດີເຄີຍໄດ້ຊື້ຄີບອດທີ່ມີ 5 ສຽງ, 10 ສຽງ, 20 ສຽງ… ແລະຮອດປະຈຸບັນນີ້ ກໍຍັງຄົງເຫັນຄີບອດຮຸ່ນເກົ່າໆທີ່ຈ່າວຂາຍເປັນເຄື່ອງມືສອງ ຊຶງບາງໜ່ວຍມີການອວດອ້າງວ່າມີສຽງທີ່ແຕກຕ່າງກັນຫຼາຍຮອດ 100 ກວ່າສຽງ ຊຶ່ງເປັນທີ່ໜ້າງຶດງໍ້ອີຫຼີ !..

ຕໍ່ມາ ເມື່ອມີການສາມາດບັນຈຸສຽງໃສ່ໃນຄີບອດຮອດ 100 ສຽງທີ່ແຕກຕ່າງກັນ, ແລະເປັນສຽງເຄື່ອງເສບຫຼາກຫຼາຍປະເພດ ເຊັ່ນ Piano, Organ, Accordion, Guitar, Flute, Violin, Trumpet, Saxophone ແລະອື່ນໆ… ມັນກໍພາໃຫ້ນັກດົນຕຣີສາມາດເລີ່ມຕົ້ນຄຶດທຳການສ້າງແລະແບ່ງປັນເພງ MIDI Files ໃຫ້ວົງການດົນຕຣີຫຼາກຫຼາຍແນວ ເຊັ່ນ Pop, Rock, Rhythm & Blues, Country, Big Band, Symphonic ແລະອື່ນໆ…

ແຕ່ສິ່ງເຫຼົ່ານີ້ ບໍ່ມີການສອດຄ່ອງປອງດອງກັນຣະຫວ່າງຜູ່ຜລິດປະດິດສ້າງໃນແງ່ຂອງການເລືອກຈັດລຳດັບສຽງ ໃຫ້ກົງກັບຕົວເລກໃນໂປຣແກຣມທີ່ເຮັດໜ້າທີ່ບັນທຶກຣະຫັດໂນຕເພງ ຊຶ່ງພາໃຫ້ເກີດບັນຫາຂຶ້ນມາຢ່າງແທ້ຈິງ. ເນື່ອງຈາກວ່າ ເອກສານບົດເພງ MIDI File ບົດນຶ່ງ ອາດຟັງເປັນໄດ້ດີ ເມື່ອເປີດອ່ານຫຼືຫຼິ້ນຈາກເຄື່ອງຮຸ່ນໃດຮຸ່ນນຶ່ງໂດຍສະເພາະເຈາະຈົງ. ແຕ່ບົດເພງດຽວກັນນັ້ນ ກາຍເປັນວ່າຟັງບໍ່ໄດ້ດັ່ງຄາດຫວັງເລີຍ ກັບອີກເຄື່ອງອີກຮຸ່ນນຶ່ງຕ່າງຫາກ — ເຊັ່ນຕົວຢ່າງ ສຽງ Piano ກາຍເປັນສຽງ Xylophone, ສຽງ Guitar ກາຍເປັນສຽງ Tuba, ສຽງ Bass ກາຍເປັນສຽງ Flute, ຫຼືບາງສຽງກໍບໍ່ໄດ້ຍິນເລີຍ ດັ່ງນີ້ເປັນຕົ້ນ.

ດ້ວຍເຫດນີ້ ອົງການ MMA (MIDI Manufacturers Association) ຈຶ່ງໄດ້ປະຊຸມກັນແລະໄດ້ອອກມາຕຣາການເປັນມາຕຖານ ໃຫ້ມີຄວາມສັມພັນແລະສອດຄ່ອງກັນ ຣະຫວ່າງການໝາຍເລກໂປຣແກຣມ ທີ່ເອີ້ນວ່າ Program Change ແລະສຽງເຄື່ອງເສບທີ່ເລືອກກຳນົດໄວ້. ແລະດ້ວຍວ່າຣະບົບພາສາ MIDI ຖືກປະດິດສ້າງຂຶ້ນມາໃນຣະບົບດິຈິຕອນທີ່ເກັບຣະຫັດເປັນ Bits ແລະ Bytes, ພາໃຫ້ສາມາດກຳນົດຄ່າທີ່ແຕກຕ່າງກັນໄດ້ຮອດ 128 ຄ່າ. ດ້ວຍເຫດນີ້ ທາງອົງການ MMA ຈຶ່ງໄດ້ຈັດມາຕຣາການຣະບົບ GM ອອກມາ ຊຶ່ງກຳນົດໃຫ້ມີບັນຊີສຽງເຄື່ອງເສບໄດ້ຮອດ 128 ຢ່າງແຕກຕ່າງກັນ. ທ່ານຈື່ໄດ້ຫຼືບໍ່ວ່າໃນສມັຍນັ້ນ, ການມີສຽງໃຫ້ຄີບອດຮອດ 100 ສຽງແຕກຕ່າງກັນ ຖືວ່າເປັນຄວາມສຳເຣັດທີ່ໜ້າປະທັບໃຈແລ້ວ, ເມື່ອມີມາຕຣາການເປັນມາຕຖານທີ່ສາມາດບັນຈຸສຽງທີ່ແຕກຕ່າງກັນໄດ້ຮອດ 128 ສຽງ ຈຶງເບິ່ງຄືຈັ່ງວ່າ ມັນສາມາດຄອບງຳທຸກໆພື້ນຖານຂອງຣະບຽບການນີ້ໄດ້ຢ່າງສົມບູນ.

ນອກຈາກນີ້, ເນື່ອງຈາກວິທີການຈັດແຈງສຽງຂອງກອງຊຸມແລະກອງເສີມ (Drums & Percussions) ມີການກຳນົດສຽງຂອງແຕ່ລະຊິ້ນຂອງກອງໃຫ້ໂນຕໃດໂນຕນຶ່ງທີ່ແຕກຕ່າງກັນ, ຊຶ່ງຕ່າງກັບສຽງເຄື່ອງບັນເລງຊະນິດອື່ນທີ່ມີສຽງໃນຮູບແບບແນວດຽວ ແຕ່ສາມາດຫຼິ້ນໄດ້ໃນຣະດັບສູງຕໍ່າແຕກຕ່າງກັນ, ຈຶ່ງຈຳເປັນຕ້ອງມີການວາງກົດຣະບຽບການພົວພັນອັນສອດຄ່ອງຣະຫວ່າງໂນຕຂອງສຽງກອງໃຫ້ເປັນຣະບຽບເອກພາບກັນດັ່ງດຽວກັນກັບສຽງເຄື່ອງບັນເລງອື່ນໆ. ໃນຂັ້ນເລີ່ມຕົ້ນ, ມັນຍັງບໍ່ຈຳເປັນທີ່ຈະຕ້ອງມີສຽງກອງຊຸມຫຼາຍຊຸດ (Drum Kit), ດັ່ງນັ້ນ ການກຳນົດພຽງ 1 ໃນ 128 Program Change ໃຫ້ກອງຊຸມຊຸດມາຕຖານທີ່ຮຽກວ່າ Standard Drum Kit ແມ່ນພໍສໍາລັບການໃຊ້ງານໄດ້ແລ້ວ. ມັນຈຶ່ງມີການກຳນົດຊ່ອງ Midi Channel 10 ໃຫ້ສຽງກອງຊຸມ ທີ່ມີໜ້າທີ່ຫຼິ້ນຈັງຫວະຂອງເພງ ແລະໃຫ້ໃຊ້ໝາຍເລກ 128 Program Numbers ສຳລັບຣະບຸສຽງເຄື່ອງເສບອື່ນໆທີ່ຫຼິ້ນໂນຕເພງ.

ແຕ່ຍາມໃດ ເທັກໂນໂລຈິກໍຈະເຣີນກ້າວໜ້າໄວກວ່າສເມີ. ແລະໃນບໍ່ຊ້າ ຈຳນວນສຽງ 128 ຢ່າງທີ່ຫຼິ້ນທຳນອງເພງ ບວກກັບສຽງກອງ 1 ຊຸມ ກໍບໍ່ສາມາດຕອບສນອງຄວາມພຽງພໍໃຫ້ກັບການບັນຈຸສຽງເຄື່ອງດົນຕຣີຕ່າງໆ ແລະປະເພດຂອງສຽງກອງ ທີ່ຜູ່ຜລິດສາມາດຜລິດໄດ້ຕາມຄວາມຕ້ອງການຂອງນັກດົນຕຣີໃນການສ້າງສັນຜົນງານ. ດັ່ງນັ້ນ ຜູ່ຜລິດຕ່າງໆ ຈຶ່ງເລີ່ມຊອກຫາວິທີໃນການເພີ່ມຂຍາຍມາຕຖານ GM – ໂດຍສະເພາະຢ່າງຍິ່ງແມ່ນບໍຣິສັດ Yamaha ໄດ້ພັທນາຂແນງ XG ອອກມາເສີມຂຍາຍໃຫ້ກັບມາຕຖານ GM – ແລະບໍຣິສັດ Roland ກໍໄດ້ພັທນາຂແນງຂອງຕົນອອກມາທີ່ມີຊື່ວ່າຣະບົບ GS. ການເພີ່ມຂຍາຍທັງສອງຢ່າງນີ້ໃຫ້ກັບມາຕຖານ GM, ພາໃຫ້ສາມາດມີໝວດຄັງສຽງເພີ່ມຂຶ້ນ 16 384 ສຽງ (128 x 128 ເທື່ອນັ້ນເອງ) ໂດຍແຕ່ລະສຽງຈະມີໝວດສຽງທີ່ແຕກຕ່າງອອກໄປຮອດ 128 ຊະນິດໃນປະເພດດຽວກັນ.

ສ່ວນທາງພາກປະຕິບັດການໃນເວລານັ້ນ, ຈຳນວນຄັງສຽງທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ສ່ວນມາກມີພຽງສອງສາມສຽງເທົ່ານັ້ນ. ແລະຜູ່ຜລິດແຕ່ລະຍີ່ຫໍ້ ຕ່າງກໍຕັ້ງຫຼັກການຂອງໃຜມັນ ເພື່ອກຳນົດຕົວເລກໃຫ້ຄັງສຽງທີ່ພວກເຂົາໃຊ້ກັນ ແລະບໍ່ວ່າພວກເຂົາຈະເນັ້ນໃສ່ການໃຊ້ຣະຫັດ MIDI ທີ່ຮຽກວ່າ Bank Select MSB ຫຼື Bank Select LSB ກໍຕາມ. ດັ່ງຕົວຢ່າງ, ສຳລັບສຽງຕາມມາຕຣາການ XG, Yamaha ໃຊ້ຄ່າຂອງຣະຫັດ MSB ແມ່ນ 0 ແລະໃຊ້ຄ່າຂອງຣະຫັດ LSB ທີ່ແຕກຕ່າງກັນ (128 ຄ່າ) ໃນການຈຳແນກຣະດັບຂອງຄັງສຽງ. ໃນຂະນະທີ່ຍີ່ຫໍ້ Casio ຈະນຳໃຊ້ຄ່າຂອງຣະຫັດ LSB ເປັນ 0 ໂດຍທົ່ວໄປ, ແລະໃຊ້ຄ່າຂອງຣະຫັດ MSB ທີ່ແຕກຕ່າງກັນ 128 ຄ່າເພື່ອຣະບຸຣະດັບຂອງຄັງສຽງຂອງຕົນ.

ຕາມທາງການແລ້ວ, ຄັງສຽງຍັງອະນຸຍາດໃຫ້ສາມາດກຳນົດກອງຊຸມໄດ້ຫຼາຍຊຸດ, ເພາະແຕ່ລະຊຸມແມ່ນສາມາດມີເລກໝາຍສຳລັບຄັງສຽງຂອງຕົນເອງ, ໂດຍແຕ່ລະຄັງສຽງສາມາດມີຮອດ 128 ຊຸດແຕກຕ່າງກັນ (Program Numbers). ການດຳເນີນການນີ້ ພາໃຫ້ສາມາດປົດປ່ອຍຊ່ອງ Midi Channel 10 ຊຶ່ງແຕ່ກ່ອນນີ້ຖືກກຳນົດໄວ້ສະເພາະໃຫ້ແຕ່ສຽງກອງເທົ່ານັ້ນ, ແຕ່ບັດນີ້ ແມ່ນສາມາດກຳນົດຊຸດກອງໃຫ້ຊ່ອງ Midi Channel ໃດກໍໄດ້ – ແມ່ນທັງສາມາດກຳນົດໃຫ້ຫຼາຍໆຊ່ອງໃນເວລາດຽວ – ແລະສາມາດກໍານົດສຽງເຄື່ອງເສບອື່ນໆ ໃຫ້ຊ່ອງ Midi Channel 10 ໄດ້ຕາມຕ້ອງການ.

ເນື່ອງຈາກວ່າ ສະຖານະການເບິ່ງຄືວ່າຈະເກີນການຄວບຄຸມອີກຄັ້ງ, ແລະຫຼິງເຫັນຢ່າງຊັດເຈນວ່າ ສຽງ128 ຢ່າງຂອງມາຕຣາການ GM ບວກກັບກອງຊຸມພຽງ 1 ຊຸມ, ບໍ່ສາມາດຕອບສນອງຕໍ່ຄວາມຮຽກຮ້ອງຕ້ອງການໃຊ້ຂອງນັກດົນຕຣີ, ອົງການ MMA ຈຶ່ງມີການສເນີມາຕຖານ GM2 ອອກມາເມື່ອປີ 1999. ກົດມາຕຣາການໃໝ່ນີ້ ໄດ້ມີການກຳນົດມາຕຖານຕົວເລກຫຼາຍຢ່າງ ຂອງຣະຫັດ Control Change ຊຶ່ງ Yamaha ແລະ Roland ເຄີຍໃຊ້ມາແລ້ວໃນຣະບົບ XG ແລະ GS ຂອງພວກເຂົາເຈົ້າທັງສອງຄ້າຍນີ້. ແຕ່ສິ່ງນີ້ ກໍບໍ່ສາມາດຍັບຢັ້ງ Yamaha, Roland ແລະບໍຣິສັດອື່ນໆໃນການໃຊ້ຣະບົບການຕາມທີ່ຕົນເອງໄດ້ພັທນາການມາ, ສິ່ງນີ້ໄດ້ເຮັດໃຫ້ສາມາດຣະບຸໄດ້ວ່າ ຕົວເລກຣະຫັດControl Change ທີ່ແຕກຕ່າງກັນ ໝາຍເຖິງຫຍັງແທ້ ແລະຂໍ້ຄໍາສັ່ງການຂອງ Control Change ທີ່ແຕກຕ່າງກັນນັ້ນ ຄວນນຳໄປໃຊ້ຢ່າງໃດ ໃນແງ່ຂອງຄໍາສັ່ງການຂອງຂໍ້ມູນເອກສານ. ນອກຈາກນີ້ GM2 ຍັງມີການກຳນົດສຽງເຄື່ອງດົນຕຣີແລະຊຸດກອງເພີ່ມເຕີມໃຫ້ຣະບົບການໃໝ່ນີ້ອີກດ້ວຍ.

ສຣຸບຮວມແລ້ວ, GM, GS, XG ແລະ GM2 ລ້ວນແລ້ວແຕ່ກ່ຽວພັນກັບການພະຍາຍາມກຳນົດຫຼັກການຂອງຊຸດສຽງທັງໝົດໃຫ້ເປັນມາຕຖານ ອັນໄດ້ແກ່ ສຽງ, ເຄື່ອງດົນຕຣີ, ໂປຣແກຣມ, ຫຼືຕົວເລກຣະຫັດທີ່ແຕ່ລະຜູ່ຜລິດຕ້ອງການເອີ້ນໃຊ້ງານ, ເພື່ອໃຫ້ສາມາດສ້າງເອກສານ MIDI Files ແລະຂາຍໃຫ້ນັກດົນຕຣີ ຫຼືສ້າງໂດຍນັກດົນຕຣີເພື່ອແບ່ງປັນກັບຜູ່ອື່ນ, ແລະສາມາດອ່ານຫຼິ້ນດ້ວຍໂປຣແກຣມຕ່າງໆຫຼືອຸປກອນແຕກຕ່າງກັນ ໃຫ້ໄດ້ຜົນຮັບທີ່ພຶງພໍໃຈຕາມການຄາດຫວັງ. ເມື່ອບໍຣິສັດຜູ່ຜລິດເຄື່ອງຫຼິ້ນດົນຕຣີໃດນຶ່ງ ໂຄສະນາວ່າຄີບອດຮຸ່ນໃດນຶ່ງຂອງຕົນ ມີຄວາມສາມາດຕອບສນອງຕໍ່ຣະບົບການ GM, GS, XG ຫຼື GM2 compatibles, ໝາຍຄວາມວ່າພວກເຂົາກຳລັງແຈ້ງການໃຫ້ຜູ່ໃຊ້ຮູ້ວ່າ ເຄື່ອງດົນຕຣີດັ່ງກ່າວແມ່ນສາມາດຮັບປະກັນການອ່ານຫຼິ້ນເອກສານ MIDI Files ປະເພດໃດ ເທິງຄີບອດຫຼືອຸປກອນສຽງໃດໄດ້ແດ່. ແຕ່ສ່ວນຫຼາຍແລ້ວ, ມັນແມ່ນຂຶ້ນກັບສຽງຂອງໂປຣແກຣມທີ່ທຳການເລືອກໃນເວລາບັນທຶກສຽງ, ແລະຂຶ້ນກັບຂໍ່ຄວາມສັ່ງການ MIDI ໃດດ້ວຍທີ່ຖືກນຳໃຊ້ – ໂດຍສະເພາະຂໍ້ຄຳສັ່ງການຣະຫັດ Control Change ແລະ Universal SysEx – ທີ່ຄີບອດແຕ່ລະໜ່ວຍສາມາດຈົດຈຳແລະຕອບສນອງໄດ້ເຖິງຂັ້ນໃດ.

ແນ່ນອນວ່າ, ເພື່ອຈະສາມາດຮັບປະກັນຣະດັບຄວາມເຂົ້າໃຈແລະການຕອບສນອງອັນກ້ວາງຂວາງຫຼາຍທີ່ສຸດ, ແມ່ນຕ້ອງມີຄີບອດທີ່ສາມາດຮັບຮອງການອ່ານຫຼິ້ນເອກສານ MIDI Files ທີ່ປະຕິບັດການຕາມມາຕຖານຂອງ GM, GS, XG ແລະ GM2 ຫຼາຍທີ່ສຸດເທົ່າທີ່ຈະມີແລະຈະເປັນໄປໄດ້.

(ກະຣຸນາຕິດຕາມບົດຕໍ່ໆໄປ…)

Paris, 05 ມີນາ 2025

ສ້າງ Style ຈັງຫວະໃຫ້ຄີບອດຈາກ Midi File – (ພາກທີ 4)

ທັກສະພື້ນຖານອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

4. ການຕິດຕັ້ງໂປຣແກຣມແລະການເຊື່ອມຕໍ່ຄອມກັບຄີບອດ

ການເຊື່ອມຕໍ່ໂປຣແກຣມຈາກຄອມພິວເຕີກັບເຄື່ອງດົນຕຣີອີເລັກໂທຣນິກ ດ້ວຍສາຍ USB

ໂປຣແກຣມ MIDI Song to Style ຂອງ Yamaha ເປັນໂປຣແກຣມທີ່ທຸກຄົນສາມາດໄປດາວໂຫຼດເອົາມາໃຊ້ໄດ້ໂດຍບໍ່ຕ້ອງເສັຽຄ່າທຳນຽມໃດໆ. ທ່ານພຽງແຕ່ຂຶ້ນໄປໃນເວັບໄຊທ໌ຂອງ Yamaha ແລ້ວຊອກຄົ້ນຫາໜ້າ Software ຫຼື Application ແລະເຄາະຊອກຄຳວ່າ MIDI Song to Style. ໂປຣແກຣມນີ້ ມີທັງສຳລັບຣະບົບ Mac Os ແລະສຳລັບ Windows.

ໂປຣແກຣມນີ້ ສາມາດໃຊ້ງານໄດ້ໃນ 2 ວິທີການຄື :

  1. ໃຊ້ເຊື່ອມຕໍ່ກັບຄີບອດ
  2. ຫຼືໃຊ້ໂດຍລຳພັງໃນຄອມກໍໄດ້

◆ ການໃຊ້ໂປຣແກຣມໂດຍການເຊື່ອມຕໍ່ຄອມກັບຄີບອດ MIDI

ການເຊື່ອມຕໍ່ໂປຣແກຣມຈາກຄອມພິວເຕີກັບເຄື່ອງດົນຕຣີອີເລັກໂທຣນິກ ດ້ວຍສາຍ USB

ຂ້າພະເຈົ້າຂໍແນະນຳການໃຊ້ດ້ວຍວິທີນີ້, ເພາະມັນຈະອະນຸຍາດໃຫ້ທ່ານສາມາດຟັງສຽງການປ່ຽນແປງຂອງໂປຣແກຣມຢ່າງກະທັນຫັນ ແລະໄດ້ຍິນສຽງເຄື່ອງເສບບັນເລງທີ່ແທດເໝາະກົງກັບເອກສານເພງ Midi File ຕົ້ນສະບັບທີ່ສຸດ.

ແຕ່ຖ້າຫາກວ່າ ທ່ານຍັງບໍ່ທັນມີຄີບອດ MIDI ເພື່ອເຊື່ອມຕໍ່ກັບຄອມ, ທ່ານກໍສາມາດໃຊ້ໂປຣແກຣມນີ້ໄດ້ ແບບໂດຍລຳພັງ ດ້ວຍການອີງໃສ່ອຸປກອນເຄື່ອງສັງເຄາະສຽງພາຍໃນຄອມຂອງທ່ານເອງ. ແຕ່ຄຸນນະພາບຂອງສຽງດົນຕຣີ ຈະບໍ່ໄດ້ຜົນຢ່າງເຕັມເມັດເຕັມໜ່ວຍ ດັ່ງການໃຊ້ງານກັບຄີບອດຕົວຈິງ.

ສໍາລັບລາຍລະອຽດກ່ຽວກັບວິທີເຊື່ອມຕໍ່ຄອມກັບຄີບອດ MIDI, ໃຫ້ກວດເບິ່ງໃນຄູ່ມືການນຳໃຊ້ຄີບອດຂອງທ່ານ. ເພາະສາຍ USB ທີ່ໃຊ້ໃນການເຊື່ອມໂຍງຣະຫວ່າງຄອມແລະຄີບອດ, ຕ້ອງແມ່ນສາຍທີ່ມີຄຸນລັກສະນະແທດເໝາະ. ເນື່ອງຈາກວ່າ ຮູປັກສຽບ USB ທາງກໍ້າຄີບອດ ຈະມີ 2 ຊະນິດທີ່ມີໜ້າທີ່ການໃຊ້ງານແຕກຕ່າງກັນ.

ສິ່ງທີ່ທ່ານຈະສາມາດເຮັດໄດ້ ເມື່ອເຊື່ອມຕໍ່ໂປຣແກຣມກັບຄີບອດ :

  • ທຳການອ່ານເອກສານ MIDI File ດ້ວຍສຽງໃນຕົວຂອງຄີບອດ
  • ຟັງການປ່ຽນແປງຂອງ Style ດ້ວຍສຽງຂອງຄີບອດ
  • ເກັບບັນທຶກເອກສານ Style ທີ່ໄດ້ຮັບການປ່ຽນແປງ ລົງໃນຄອມ ຫຼືໂອນສົ່ງໂດຍກົງໄປໃນຄີບອດເລີຍ

ໝາຍເຫດ : ເວລາທ່ານຈັບຂອດເທິງແປ້ນຄີບອດ ໃນຂະນະທີ່ຮັບຟັງການປ່ຽນແປງໃນໂປຣແກຣມຈາກຄອມ,ຢ່າລືມປິດການໃຊ້ງານຂອງດຸມ [ACMP] ເທິງຄີບອດຂອງທ່ານໄວ້. ເນື່ອງຈາກວ່າ ເວລາດຸມນີ້ຖືກເປີດໃຊ້ງານ, ຄີບອດຈະສົ່ງສັນຍານຂອງຂອດ ໄປຫຼິ້ນສຽງພາຍໃນຕົວຂອງມັນເອງເທົ່ານັ້ນ ແລະຈະບໍ່ທຳການສົ່ງຄຳສັ່ງການໃດໆ ໄປສູ່ຄອມ.

◆ ການຕັ້ງຣະບົບບັງຄັບການ MIDI ເມື່ອໃຊ້ໂປຣແກຣມກັບຄີບອດ

ເປີດ Menu [Preference] -> [MIDI Device] ຈາກດ້ານເທິງໜ້າຈໍຂອງໂປຣແກຣມ, ຫຼືກົດໃສ່ດຸມທີ່ມີຄຳວ່າ MIDI ຢູ່ທາງກໍ້າຊ້າຍດ້ານລຸ່ມຂອງໜ້າຈໍຫຼັກຂອງໂປຣແກຣມ ແລະເລືອກການຕັ້ງຄ່າດັ່ງນີ້ :

  • MIDI Input Device -> MIDI Out ຂອງຄີບອດຂອງທ່ານ
  • MIDI Output Device -> MIDI In ຂອງຄີບອດຂອງທ່ານ

ຖ້າທ່ານບໍ່ເຫັນຊື່ຄີບອດຂອງທ່ານປາກົດໃນຊ່ອງ MIDI Input/Output Device, ຈົ່ງກົດໃສ່ປຸ່ມທີ່ມີຮູບ “ກົງຈັກໝຸນ” ຢູ່ເທິງກໍ້າຂວາມືຂອງໜ້າຈໍ ເພື່ອຄົ້ນຫາອຸປກອນທີ່ມີການເຊື່ອມຕໍ່ກັບຄອມຄືນໃໝ່.

◆ ການໃຊ້ໂປຣແກຣມຕາມລຳພັງໃນຄອມ

ທ່ານສາມາດນຳໃຊ້ໂປຣແກຣມນີ້ ດ້ວຍຕົວມັນເອງຕາມລຳພັງ, ໂດຍບໍ່ຕ້ອງທຳການເຊື່ອມຕໍ່ກັບຄີບອດ. ແຕ່ວ່າສຽງແລະຮູບການຂອງ Style ຈະບໍ່ມີສຽງບັນເລງທີ່ຖືກຕ້ອງຢ່າງສົມບູນແບບ ກົງກັບຂໍ້ມູນຕົ້ນສະບັບຈາກເພງ. ວິທີການນີ້ ແມ່ນພຽງຊ່ວຍໃຫ້ທ່ານສາມາດເຮັດວຽກກັບຄອມຕາມລຳພັງໄດ້ເປັນການຊົ່ວຄາວ ເພື່ອທົດລອງການໃຊ້ການເທົ່ານັ້ນ.

ສິ່ງທີ່ທ່ານຈະສາມາດເຮັດໄດ້ ເມື່ອໃຊ້ໂປຣແກຣມຕາມລຳພັງ :

  • ອ່ານເອກສານ MIDI File ດ້ວຍສຽງສັງເຄາະໃນຕົວຂອງຄອມ
  • ຟັງການປ່ຽນແປງຂອງ Style ດ້ວຍສຽງສັງເຄາະໃນຕົວຂອງຄອມ
  • ເກັບບັນທຶກເອກສານ Style ທີ່ໄດ້ຮັບການປ່ຽນແປງ ລົງໃນຄອມ ຫຼືໃສ່ໃນກະແຈ USB Flash Device ເພື່ອນຳໄປຄັດລອກລົງໃນຄີບອດຕາມພາຍຫຼັງ

◆ ການຕັ້ງຣະບົບບັງຄັບການ MIDI ເມື່ອໃຊ້ໂປຣແກຣມຕາມລຳພັງ

ເປີດ Menu [Preference] -> [MIDI Device] ຈາກດ້ານເທິງໜ້າຈໍຂອງໂປຣແກຣມ, ຫຼືກົດໃສ່ດຸມທີ່ມີຄຳວ່າ MIDI ຢູ່ທາງກໍ້າຊ້າຍດ້ານລຸ່ມຂອງໜ້າຈໍຫຼັກຂອງໂປຣແກຣມ ແລະເລືອກການຕັ້ງຄ່າດັ່ງນີ້ :

  • MIDI Input Device -> ບໍ່ມີເຄື່ອງອຸປກອນໃດໆເພື່ອບັງຄັບການ
  • MIDI Output Device -> MIDI Song to Style Synth, ຮວມເຖິງອຸປກອນເຄື່ອງສຽງຂອງທ່ານ ທີ່ສາມາດທຳການປະມວນແລະສັງເຄາະສຽງຈາກຣະຫັດ MIDI ໄດ້.

◆ ການຕັ້ງຄ່າອື່ນໆຂອງໂປຣແກຣມ…

ກົດໃສ່ດຸມທີ່ມີຄຳວ່າ Settings ຢູ່ທາງກໍ້າຊ້າຍດ້ານລຸ່ມຂອງໜ້າຈໍຫຼັກ ເພື່ອເປີດການຕັ້ງຄ່າອື່ນໆໃຫ້ໂປຣແກຣມ.

  1. ກຳນົດນໍ້າໜັກສູງສຸດສຳລັບເອກສານ Style ທີ່ທຳການປ່ຽນແປງ
  2. ກຳນົດວ່າໜ້າຈໍ “ກະດານຂອດ” ຈະເປີດໂດຍອັຕໂນມັດຫຼືບໍ່ ເວລາອ່ານສຽງພາກສ່ວນຂອງ Style
  3. ກຳນົດວ່າຂໍ້ມູນທີ່ມີໃນເອກສານເພງ Midi File ຈະຖືກນຳເຂົ້າມາສະແດງໃນໂປຣແກຣມຫຼືບໍ່?…
    ມີ 2 ວິທີ :
    • ເລືອກຂໍ້ມູນຕໍ່ໄປນີ້ ເພື່ອສະແດງຢູ່ເທິງໜ້າຈໍຫຼັກ ຂອງໂໝດລະອຽດ (Edit Mode)
      – None : ບໍ່ມີຫຍັງສະແດງ
      – Marker : ສະແດງຂໍ້ຄວາມ Meta Event (Marker)
      – Beat : ສະແດງຈັງຫວະ Beat (Time Signature)
      – Tempo : ສະແດງຄວາມໄວ Tempo
      – Chord (XF) : ສະແດງຂອດ Chord
    • ເປີດ/ປິດການໃຊ້ງານຣະບົບການນຳໃຊ້ Meta Events ໃນເພງ Midi File ເພື່ອກຳນົດໝວດແລະພາກສ່ວນຂອງ Style. ເມື່ອເປີດໃຊ້ຣະບົບການນີ້, ບັນດາໝວດແລະພາກສ່ວນຂອງ Style ຈະນຳໃຊ້ສະເພາະຄ່າຂໍ້ມູນ Meta Events ໂດຍບໍ່ໃຊ້ຜົນຮັບຈາກການສັງເຄາະອັຕໂນມັດຂອງໂປຣແກຣມ. ຊຶ່ງໝາຍຄວາມວ່າ ຖ້າຫາກເພງ MIDI File ມີການບັນຈຸຣະຫັດເຫຼົ່ານີ້ໄວ້ລ່ວງໜ້າແລ້ວ, ທ່ານສາມາດກຳນົດແລະຣະບຸຄ່າຕ່າງໆໄດ້ຕາມຄວາມຕ້ອງການສ່ວນຕົວ. ເຄື່ອງໝາຍ Markers ໃຊ້ສຳລັບກຳນົດພາກສ່ວນຕ່າງໆ, ແລະຊື່ຂອງຊ່ອງ “Tracks Names” ໃຊ້ສຳລັບກຳນົດຊິ້ນສ່ວນຂອງ Style.
  4. ກຳນົດວ່າ ຈະອະນຸຍາດໃຫ້ Yamaha ມີການຮິບຮວມເອົາຂໍ້ມູນຂອງທ່ານ ທີ່ບໍ່ຣະບຸຕົວບຸກຄົນ ກ່ຽວກັບການໃຊ້ງານໂປຣແກຣມນີ້ຫຼືບໍ່?…

◆ ພາບຮວມຂອງໂປຣແກຣມແລະຂໍ້ຄວນຮັບຮູ້

ໂປຣແກຣມ MIDI Song to Style ໃຊ້ສຳລັບປ່ຽນເອກສານເພງ MIDI Files (SMF: Standard Midi File;  .mid) ໃຫ້ເປັນເອກສານ Style (.sty), ຊຶ່ງພາໃຫ້ທ່ານສາມາດຫຼິ້ນເພງທີ່ຕ້ອງການໃຫ້ເປັນແບບ Style ຈັງຫວະໃນຄີບອດຂອງທ່ານໄດ້.

ທ່ານສາມາດຮັບຟັງແລະທຳການແກ້ໄຂຂໍ້ມູນຂອງເອກສານໄດ້ ໂດຍການ :

  • ອ່ານເພງ MIDI ໃນໂປຣແກຣມ ແລະປ່ຽນສຽງເຄື່ອງເສບຂອງແຕ່ລະຊ່ອງ
  • ຟັງຈັງຫວະເພງ ແລ້ວທຳການດັດແປງແກ້ຂໍ້ມູນຕ່າງໆຂອງ Style ໄດ້

◆ ຂໍ້ຄວນຮັບຮູ້ເວລາໃຊ້ໂປຣແກຣມນີ້

  • ຈຸດປະສົງຕົ້ນຕໍຂອງໂປຣແກຣມນີ້ ແມ່ນເພື່ອປ່ຽນເອກສານເພງ MIDI File ໃຫ້ເປັນເອກສານ Style ແລະມັນບໍ່ໄດ້ຖືກອອກແບບເພື່ອນໍາໃຊ້ເປັນໂປຣແກຣມສຳລັບຫຼິ້ນດົນຕຣີໂດຍທົ່ວໄປ, ເຊັ່ນ Midi Song Player ດັ່ງນີ້ເປັນຕົ້ນ. ໂປຣດຮັບຊາບວ່າ ການສະແດງຕົວຢ່າງຂອງໂປຣແກຣມດັ່ງຕໍ່ໄປນີ້ ແມ່ນເປັນພຽງການຮອງຮັບຄວາມເຂັ້າໃຈເທົ່ານັ້ນ. ສ່ວນການແກ້ໄຂແລະຄວາມເຂົ້າກັນໄດ້ຢ່າງເຕັມທີ່ ຂອງການຫຼິ້ນສຽງດົນຕຣີແລະອື່ນໆ ແມ່ນບໍ່ມີການຮັບປະກັນຢ່າງສົມບູນ ໂດຍສະເພາະກ່ຽວກັບ :
    – ການອ່ານເອກສານ MIDI Files
    – ການອ່ານເອກສານ Styles ທີ່ຖືກປ່ຽນແປງ
  • ໂປຣແກຣມນີ້ ສາມາດໃຊ້ໄດ້ສະເພາະກັບຄີບອດ Yamaha Arranger ຮຸ່ນທີ່ເຂົ້າກັນໄດ້ກັບຣະບົບ SFF GE ເທົ່ານັ້ນ (ເຊັ່ນຮຸ່ນ  Genos2, PSR A5000, PSR SX…,).
  • ໂປຣແກຣມນີ້ ຈະເກັບກໍາຂໍ້ມູນທີ່ບໍ່ເປີດເຜີຍຊື່ຜູ່ໃຊ້ ກ່ຽວກັບການນໍາໃຊ້ໜ້າທີ່ຕ່າງໆ ເພື່ອປັບປຸງຄຸນພາບຂອງການບໍຣິການ, ການສົ່ງເສີມສິນຄ້າຜລິຕພັນ ແລະການບໍຣິການທີ່ກ່ຽວຂ້ອງ. ຂໍ້ມູນທີ່ທ່ານແກ້ໄຂຢູ່ ຈະບໍ່ຖືກເກັບກຳ. ຖ້າຫາກວ່າທ່ານບໍ່ເຫັນພ້ອມກັບພຶດຕິການນີ້, ທ່ານສາມາດປິດການເລືອກໃຊ້ນີ້ໄດ້ ພາຍໃນການຕັ້ງຄ່າ Settings ຂອງໂປຣແກຣມ.

◆ ການບັນທຶກເອກສານໂຄງການ

ທ່ານສາມາດບັນທຶກຫຼືເປີດເພງ MIDI ທີ່ໄດ້ມີການສັງເຄາະແລະການປ່ຽນແປງແລ້ວ, ໃຫ້ເປັນເອກສານໂຄງການໃນຣະບົບສະເພາະຕົວຂອງໂປຣແກຣມ ທີ່ຮຽກວ່າ Project File ແລະມີຊື່ທ້າຍເອກສານວ່າ (.sts). ເອກສານໂຄງການ ຈະບັນທຶກຂໍ້ມູນຕໍ່ໄປນີ້ໄວ້ :

  • ເນື້ອຫາຂອງເພງ MIDI File (SMF file)
  • ຜົນຂອງການສັງເຄາະໂດຍອັຕໂນມັດຂອງເພງ MIDI File
  • ສະຖານະການແກ້ໄຂດັດແປງ, ຮວມທັງຄ່າຂອງການກຳນົດຂອງທ່ອນແລະພາກສ່ວນຕ່າງໆຂອງ Style

– ເພື່ອທຳການເກັບບັນທຶກເອກສານໂຄງການ, ເປີດ Menu [File]->[Save Project].
– ເພື່ອທຳການເປີດເອກສານໂຄງການໃດນຶ່ງ, ເປີດ Menu [File]->[Open Project].

(ກະຣຸນາຕິດຕາມບົດຕໍ່ໆໄປ…)

Paris, 15 ກຸມພາ 2025

ສ້າງ Style ຈັງຫວະໃຫ້ຄີບອດຈາກ Midi File – (ພາກທີ 3)

ທັກສະພື້ນຖານອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

3. ທົບທວນຄວາມໝາຍແລະໜ້າທີ່ຂອງດຸມ ລົວສົ່ງ (FILL In) ເທິງຄີບອດ

ມັນເປັນສິ່ງສໍາຄັນທີ່ຈະຕ້ອງຈໍາແນກໃຫ້ໄດ້ ຣະຫວ່າງຄວາມແຕກຕ່າງຂອງດຸມລົວສົ່ງ “FILL In” ທີ່ມີທັງໝົດ 4 ດຸມ ສັງກັດຢູ່ໃຕ້ດຸມ MAIN VARIATION ທັງ 4, ກັບດຸມລົວຢຸດ “BREAK” ຊຶ່ງມີພຽງດຸມດຽວເທົ່ານັ້ນ.

ໂດຍປົກກະຕິ, ດຸມ FILL In ແມ່ນໃຊ້ຢູ່ໃນຕອນທ້າຍຂອງແຕ່ລະວັກ ຫຼືທ່ອນຂອງເພງ ເພື່ອທຳການສົ່ງໄປຫາວັກຫຼືທ່ອນທີ່ຕິດຕາມຕໍ່ໄປ. ສ່ວນດຸມ BREAK, ແມ່ນໃຊ້ເພື່ອໝາຍການຢຸດ ຫຼື ແຍກລະຫວ່າງປໂຍກທີ່ສຳຄັນ, ຫຼືກ່ອນການ SOLO ຫຼັງຈາກທຸກໆວັກຕອນຂອງເພງ ໄດ້ຖືກຫຼິ້ນຈົບສິ້ນແລ້ວ.

  1. ດຸມລົວສົ່ງ FILL In, ເມື່ອຫຼິ້ນແລ້ວ, ມັນຈະກັບຄືນໄປຫາດຸມຫຼັກ (MAIN) ທີ່ສອດຄ່ອງກັນ. ເວັ້ນເສັຽແຕ່ວ່າທ່ານເລືອກທີ່ຈະກົດດຸມອື່ນ ກ່ອນທີ່ມັນຈະສິ້ນສຸດການຫຼິ້ນ. ຕົວຢ່າງເຊັ່ນ, ເມື່ອ FILL In AA ຫຼີ້ນຈົບລົງ, ມັນຈະໂດດໄປຫຼິ້ນ MAIN A ຕາມລຳດັບການໂດຍອັຕໂນມັດ. FILL In BB ຈະກັບຄືນໄປຫຼິ້ນ MAIN B ຕາມລຳດັບ…
  2. ດຸມລົວຢຸດ BREAK ຈະຖືກໃຊ້ເພື່ອຢຸດຈັງຫວະດົນຕຣີ ຫຼືເປັນສັນຍານຂັ້ນກາງຣະຫວ່າງວັກຕອນທີ່ສຳຄັນຂອງບົດບັນເລງ. ເມື່ອດຸມ BREAK ຫຼີ້ນຈົບລົງ, ມັນຈະກັບຄືນໄປຫຼິ້ນດຸມທີ່ຖືກຫຼິ້ນກ່ອນໜ້າມັນເອງ. ເວັ້ນເສັຽແຕ່ວ່າທ່ານເລືອກທີ່ຈະກົດດຸມອື່ນ ກ່ອນທີ່ມັນຈະສິ້ນສຸດການຫຼິ້ນ.

ຄຸນສົມບັດພິເສດອີກຢ່າງນຶ່ງຂອງດຸມຄວບຄຸມຈັງຫວະເທິງຄີບອດ Yamaha ແມ່ນ, ດຸມ “AUTO FILL IN” ຊຶ່ງເມື່ອເປີດໃຊ້ງານ ແມ່ນມີໜ້າທີ່ ໄປລັ່ນຫຼິ້ນດຸມ FILL In ໂດຍອັຕໂນມັດ ເວລາທ່ານປ່ຽນຍ້າຍການຫຼິ້ນຣະຫວ່າງດຸມຕ່າງໆ. ຕົວຢ່າງ ເມື່ອທ່ານພວມຫຼິ້ນດຸມ MAIN A ຢູ່ ແລະກົດຍ້າຍໄປຫຼິ້ນດຸມ MAIN B ຫຼືອື່ນໆ, ຄີບອດຈະທຳການຫຼິ້ນສຽງຂອງດຸມ FILL IN ທີ່ກ່ຽວພັນນັ້ນໆ ໂດຍທີ່ທ່ານບໍ່ຈຳເປັນຕ້ອງກົດມັນຊໍ້າອີກ.

ໃນທາງກົງກັນຂ້າມ ຖ້າຫາກດຸມ “AUTO FILL IN” ບໍ່ໄດ້ມີຖືກເປີດໃຊ້ງານ ຄືຖືກມອດໄວ້, ເວລາທ່ານປ່ຽນຍ້າຍການຫຼິ້ນຣະຫວ່າງດຸມຕ່າງໆ, ຄີບອດຈະບໍ່ເປີດຫຼິ້ນດຸມລົວສົ່ງໃຫ້ແຕ່ປະການໃດເລີຍ. ໝາຍຄວາມວ່າ ເວລາທ່ານຍ້າຍການຫຼິ້ນຈາກດຸມ MAIN A ໄປຫາ MAIN B ຫຼືອື່ນໆ, ຈະບໍ່ມີການລົວສົ່ງ ນອກຈາກວ່າທ່ານຈະກົດຊໍ້າດຸມທີ່ກ່ຽວຂ້ອງອີກເທື່ອນຶ່ງໃນທັນໃດ.

◆ ບັນທຶກຫຼືໂອນສົ່ງເອກສານ Style

ເພື່ອທຳການບັນທຶກ ຫຼືສົ່ງເອກສານ Style ທີ່ພວມປາກົດໃນຈໍໂໝດ Easy, ກົດໃສ່ດຸມບັນທຶກ ທີ່ຢູ່ດ້ານລຸ່ມຂອງໜ້າຈໍ.
ມັນຈະມີສອງວິທີ ສຳລັບທຳການບັນທຶກ ຫຼືໂອນສົ່ງເອກສານ Style :

  1. ບັນທຶກເປັນເອກສານ Style ລົງໃນຄອມ ແລ້ວຫຼັງຈາກນັ້ນຈຶ່ງນຳໄປຖອກໃສ່ຄີບອດ (ນີ້ແມ່ນການບັນທຶກໃສ່ຄອມ).
  2. ບັນທຶກເອກສານ Style ໂດຍກົງໃສ່ຄີບອດຜ່ານການເຊື່ອມຕໍ່ດ້ວຍສາຍ USB (ນີ້ແມ່ນການໂອນສົ່ງລົງໃສ່ຄີບອດ).

ເມື່ອທ່ານຕັດສິນໃຈກົດໃສ່ດຸມບັນທຶກເອກສານນີ້, ໂປຣແກຣມຈະເປີດໜ້າຈໍນ້ອຍໆອອກມາໃຫ້ທ່ານເລືອກ 1 ໃນ 2 ວິທີການດັ່ງກ່າວມາ ດັ່ງນີ້ :

ຫາກທ່ານເລືອກບັນທຶກລົງໃນຄອມ (ທາງເລືອກທີ່ 1), ໂປຣແກຣມຈະເປິດໜ້າຈໍໃໝ່ອອກມາໃຫ້ທ່ານໃສ່ຊື່ ແລະຕຳແໜ່ງບ່ອນທີ່ເອກສານຈະຖືກບັນຈຸແລະເກັບໄວ້. ເອກສານຈະມີຣະຫັດທ້າຍຈຸດຈໍ້າເມັດວ່າ : *.sty (File Extension)

ຫາກທ່ານເລືອກບັນທຶກການໂອນລົງໄປໃນຄີບອດໂດຍກົງ (ທາງເລືອກທີ່ 2), ໂປຣແກຣມກໍຈະເປີດໜ້າຈໍໃໝ່ອອກມາໃຫ້ທ່ານໃສ່ຊື່ຂອງ Style ໃນຊ່ອງທີ່ມີຄຳວ່າ “Style file name” ດັ່ງການສະແດງຂອງໜ້າຈໍຕໍ່ໄປນີ້.

ໃນກໍຣະນີຖ້າຫາກຄີບອດຂອງທ່ານ ບໍ່ໄດ້ມີການເຊື່ອມຕໍ່ແລະທຳການຕິດຕັ້ງກັບຄອມຢ່າງຖືກຕ້ອງລ່ວງໜ້າ, ໂປຣແກຣມຈະແຈ້ງເຕືອນທ່ານວ່າ : “ຊ່ອງທາງອອກ MIDI Input/Output Devices ບໍໄດ້ຮັບການຕິດຕັ້ງ” ແລະເຊື້ອເຊີນໃຫ້ທ່ານກົດໃສ່ດຸມ “Open MIDI Settings” ເພື່ອແຈ້ງການໃຫ້ຄອມໄດ້ຮັບຮູ້ວ່າທ່ານຈະເລືອກໃຊ້ຄີບອດ ຫຼືອຸປກອນ MIDI ໃດເຊື່ອມຕໍ່ກັບໂປຣແກຣມ.

(ກະຣຸນາຕິດຕາມບົດຕໍ່ໆໄປ…)

Paris, 14 ກຸມພາ 2025

ສ້າງ Style ຈັງຫວະໃຫ້ຄີບອດຈາກ Midi File – (ພາກທີ 2)

ທັກສະພື້ນຖານອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

2. ໂປຣແກຣມ MIDI Song to Style ຂອງ Yamaha

ເມື່ອເປີດໂປຣແກຣມ MIDI Song to Style ຂຶ້ນມາຄັ້ງທຳອິດ, ທ່ານຈະມີໜ້າຈໍດັ່ງເທິງນີ້.
ມັນຈະມີຊ່ອງຫວ່າງໃນໃຈກາງຈໍ ທີ່ເຊື້ອເຊີນໃຫ້ທ່ານ ຈັບແລະວາງເອກສານ MIDI File ມາໃສ່ໃນໂປຣແກຣມ.

ໂປຣແກຣມຈະທຳການສັງເຄາະເອກສານເພງ MIDI File ຂອງທ່ານທັນທີໂດຍອັຕໂນມັດເລີຍ.

ເມື່ອການສັງເຄາະໂດຍອັຕໂນມັດສິ້ນສຸດລົງ, ໂປຣແກຣມກໍຈະສະແດງຜົນອອກມາໃຫ້ເຫັນດັ່ງນີ້.

ຫຼັງຈາກທີ່ໄດ້ນຳເອົາເພງ MIDI File ເຂົ້າມາໃຫ້ໂປຣແກຣມທຳການສັງເຄາະແລ້ວ, ກ່ອນທີ່ຈະດຳເນີນງານຕໍ່ໄປ, ພວກເຮົາມາທຳຄວາມເຂົ້າໃຈກັບດຸມພື້ນຖານຕ່າງໆເທິງໜ້າຈໍຫຼັກຂອງໂປຣແກຣມນີ້ເສັຽກ່ອນ.

◆ ດຸມການຕັ້ງຄ່າໃຫ້ຄອມ ແລະການເຊື່ອມຕໍ່ກັບຄີບອດ (ດຸມສີຟ້າ)

  1. ດຸມ Easy ຊຶ່ງໝາຍເຖິງໂໝດການໃຊ້ໂປຣແກຣມແບບພື້ນຖານງ່າຍດາຍ, ອັນແມ່ນໂໝດທຳອິດເມື່ອທ່ານເຂົ້າມາໃນໂປຣແກຣມເປັນຄັ້ງທຳອິດ.
  2. ດຸມ Edit ໝາຍເຖິງໂໝດການໃຊ້ງານກັບໂປຣແກຣມແບບລະອຽດ.
  3. ດຸມ MIDI ແມ່ນສຳລັບກຳນົດວ່າ ສຽງທີ່ທ່ານຈະໄດ້ຍິນຈາກເອກສານ MIDI File ທີ່ປ້ອນໃຫ້ໂປຣແກຣມທຳການສັງເຄາະແລະຫຼິ້ນເປັນຈັງຫວະ Style, ແມ່ນດ້ວຍຄີບອດ PSR SX900 ທີ່ທຳການເຊື່ອມຕໍ່ກັບຄອມດ້ວຍສາຍ USB ພິເສດ ຊຶ່ງເຮັດທັງໜ້າທີ່ສົ່ງເອກສານດັດແປງແລ້ວ ຄືນໄປລົງໃນຄວາມຈຳຂອງຄີບອດໂດຍກົງ, ນອກຈາກນີ້ ມັນຍັງອະນຸຍາດໃຫ້ທ່ານສາມາດກົດຫຼິ້ນແປ້ນຄີບອດຂອງທ່ານ ເພື່ອບັງຄັບການພາກສ່ວນຕ່າງໆຂອງໂປຣແກຣມໄດ້ອີກດ້ວຍ.
  4. ດຸມ Settings ແມ່ນສຳລັບກຳນົດບາງອົງປະກອບແລະປະຕິກິຣິຍາຂອງໂປຣແກຣມ ພ້ອມທັງສະແດງຂໍ້ມູນກ່ຽວກັບນໍ້າໜັກຂອງເອກສານທີ່ປະຕິບັດການໃນປະຈຸບັນ.

◆ ດຸມບັງຄັບການອ່ານເພງ Midi File ທີ່ນຳເຂົ້າມາໃນໂປຣແກຣມ (ດຸມສີຂຽວ)

ເປັນດຸມທີ່ສະແດງດ້ວຍປຸ່ມມາຕຖານຕ່າງໆ ເພື່ອອ່ານເອກສານ MIDI File ຊຶ່ງໂປຣແກຣມພວມສັງເຄາະຢູ່ໃນເວລານີ້. ທ່ານສາມາດກົດ ອ່ານ, ຢຸດ, ໄປໜ້າ ແລະ ຖອຍຫຼັງໃນບົດເພງໄດ້ໂດຍການກົດໃສ່ຮູບລູກສອນຕ່າງໆໃນຈໍ.

◆ ດຸມສຳລັບບັນທຶກຫຼືໂອນສົ່ງເອກສານ Style ທີ່ມີການດັດແປງແລ້ວ (ດຸມສີແດງ)

ເປັນດຸມທີ່ໃຊ້ໃນອັນດັບສຸດທ້າຍເມື່ອການປ່ຽນແປງເພງ MIDI File ເປັນເອກສານ Style ເສັດສິ້ນລົງດ້ວຍດີດັ່ງຄວາມຄາດຫວັງຂອງທ່ານ. ຊຶ່ງຈະມີ 2 ວິທີການຄື :

  1. ເກັບບັນທຶກເອກສານ Style ລົງໃນຄອມ ເພື່ອທຳການຍ້າຍໄປໃສ່ຄີບອດຕາມພາຍຫຼັງ
  2. ຫຼືຈະທຳການໂອນສົ່ງເອກສານ Style ລົງໄປໃນຄີບອດໂດຍກົງເລີຍກໍໄດ້.

ສ່ວນສິ່ງທີ່ປາກົດອອກມາໃນພາກສ່ວນໃຈກາງຂອງໜ້າຈໍ ແມ່ນການສະແດງຜົນຂອງການສັງເຄາະໂດຍອັຕໂນມັດຈາກໂປຣແກຣມ ແລະການມອບໝາຍຂໍ້ມູນການບັນເລງເພງ MIDI File ໃຫ້ພາກສ່ວນຕ່າງໆ ທີ່ປະກອບເປັນດຸມຄວບຄຸມຈັງຫວະຂອງ Style ຊຶ່ງກົງກັບດຸມບັງຄັບການເທິງແປ້ນຄີບອດ PSR SX900 ທີ່ຮຽກວ່າ STYLE CONTROL ນັ່ນເອງ. ຕ່າງແຕ່ວ່າດຸມລົວສົ່ງທັງ 4 ຂອງກຸ່ມ MAIN VARIATION ຈະຖືກສະແດງຢູ່ທາງດ້ານລຸ່ມຂອງໝວດດຸມດັ່ງກ່າວ ແລະມີຊື່ວ່າ : FILL A, FILL-B,-FILL C ແລະ FILL D ຕາມລຳດັບ.

ໝາຍເຫດ : ສຳລັບການຕັ້ງຄ່າດ້ວຍດຸມທັງສາມກຸ່ມທີ່ກ່າວມາເບື້ອງຕົ້ນ, ໃຫ້ໄປອ່ານປຶ້ມຄູ່ມືການໃຊ້ງານຂອງໂປຣແກຣມ MIDI Song to Style ທີ່ອະທິບາຍໂດຍລະອຽດເປັນແຕ່ລະລຳດັບການ ກ່ຽວກັບການແຈ້ງການແລະການເຊື່ອມຕໍ່ຄີບອດກັບຄອມຂອງທ່ານ.

ພາບຕໍ່ໄປນີ້ ແມ່ນການປຽບທຽບດຸມຄວບຄຸມ Style Play ຂອງໂປຣແກຣມ MIDI Song to Style ກັບດຸມຄວບຄຸມ STYLE CONTROL ເທິງແປ້ນບັງຄັບການຂອງຄີບອດ PSR SX900.

ຕາມໜ້າຈໍນີ້, ດຸມລົວສົ່ງ ເທິງແປ້ນຄີບອດ PSR SX ແມ່ນຖືກສະແດງດ້ວຍໄຟທີ່ຮຸ່ງເປັນສີແດງ, ແລະໃຫ້ເຂົ້າໃຈວ່າ ພວກມັນແມ່ນດຸມອັນດຽວກັບດຸມ MAIN VARIATION ທັງ 4 ດຸມ, ຊຶ່ງທ່ານຕ້ອງກົດໃສ່ດຸມດັ່ງກ່າວເປັນຄັ້ງທີ່ສອງ ໃນຂະນະທີ່ພວກມັນພວມຫຼິ້ນຢູ່, ມັນຈະເຮັດໜ້າທີ່ເປັນດຸມລົວສົ່ງ. ດ້ວຍເຫດນີ້, ຈຳນວນດຸມຄວບຄຸມ ເທິງໂປຣແກຣມ ຈຶ່ງມີທັງໝົດ15 ດຸມ. ສ່ວນດຸມຄວບຄຸມ ເທິງຄີບອດໃນສະພາບຕົວຈິງ ຈະມີພຽງ 11 ດຸມເທົ່ານັ້ນ. ເນື່ອງຈາກວ່າ ແຕ່ລະດຸມ MAIN VARIATION ແມ່ນມີສອງໜ້າທີ່, ຄືທໍາການຫຼິ້ນເປັນ ດຸມປົກກະຕິ ແລະເປັນດຸມລົວສົ່ງ ເມື່ອມີການກົດໃສ່ດຸມດັ່ງກ່າວອີກຄັ້ງ. ນີ້ແມ່ນຄຸນນະລັກສະນະສະເພາະຕົວຂອງທຸກໆຄີບອດ Yamaha ປະເພດ Arranger.

ກັບຄືນມາສືບຕໍ່ສຶກສາເບິ່ງຜົນການສັງເຄາະໂດຍອັຕໂນມັດຂອງໂປຣແກຣມ ເມື່ອພວກເຮົາໄດ້ປ້ອນເອກສານ Midi File ເພງ “ລາກ່ອນຈາກ” ໃຫ້ມັນຄໍານວນໂດຍອັຕໂນມັດເບິ່ງ…

ຈາກໜ້າຈໍໃນໂໝດ Easy (ໂໝດງ່າຍດາຍ), ທ່ານຈະເຫັນວ່າ ໂປຣແກຣມໄດ້ສະແດງດຸມຄວບຄຸມຕ່າງໆ ທີ່ມັນໄດ້ທຳການມອບໝາຍໜ້າທີ່ໃຫ້ເປັນດຸມ Style ຕ່າງໆໂດຍອັຕໂນມັດ ພາຍຫຼັງການສັງເຄາະເອກສານເພງ Midi File; ແລະພວກເຮົາຈະສັງເກດເຫັນວ່າ ມີບາງດຸມແມ່ນບໍ່ໄດ້ຖືກມອບໝາຍໜ້າທີ່ ຊຶ່ງມັນຈະເປັນສີໝົ່ນ ທີ່ສະແດງໃຫ້ຮູ້ວ່າ ມັນຈະບໍ່ມີປະຕິກິຣິຍາໃດໆ ເມື່ອກົດຫຼິ້ນຫຼືກົດຟັງ.

ເຫດຜົນດັ່ງກ່າວນີ້ ແມ່ນເນື່ອງຈາກວ່າ, ໂປຣແກຣມ ບໍສາມາດວິເຄາະເຫັນໂນຕເພງທ່ອນໃດນຶ່ງ ຫຼືວັກໃດນຶ່ງ ໃນທັງໝົດບົດເພງ ທີ່ມີຄວາມສອດຄ່ອງ ຫຼືເໝາະສົມທີ່ຈະສາມາດມອບໝາຍໜ້າທີ່ ໃຫ້ເປັນດຸມດັ່ງກ່າວໄດ້. ດຸມເຫຼົ່ານີ້ແມ່ນໄດ້ແກ່ :
– INTRO I
– BREAK
– ENDING I, ENDING II ແລະ ENDING III
ສ່ວນດຸມອື່ນໆ ຊຶ່ງມີສີເປັນປົກກະຕິນັ້ນ, ໝາຍຄວາມວ່າ ໂປຣແກຣມໄດ້ທຳການຄັດເລືອກເອົາໂນຕໃນເພງ Midi File ຈາກວັກ ຫຼືທ່ອນໃດນຶ່ງທີມັນເຫັນວ່າ ແທດເໝາະກັບການຖືກມອບໝາຍໃຫ້ເປັນດຸມຄວບຄຸມ Style ຂອງຈັງຫວະເພງ. ດຸມຕ່າງໆ ທີ່ໂປຣແກຣມໄດ້ມອບໝາຍໜ້າທີ່ໃຫ້ຄວບຄຸມ Style ບົດເພງນີ້, ແມ່ນໄດ້ແກ່ :
– INTRO II ແລະ INTRO III
– MAIN A, B, C ແລະ D
– FILL A, B, C ແລະ D

ມາຮອດຈຸດນີ້, ພວກເຮົາຈະສາມາດກົດໃສ່ແຕ່ລະດຸມຄວບຄຸມເຫຼົ່ານີ້ ເພື່ອທຳການຟັງເບິ່ງວ່າ ການມອບໝາຍໜ້າທີ່ຄວບຄຸມແຕ່ລະຢ່າງຂອງໂປຣແກຣມ ແມ່ນແທດເໝາະແລະຖືກຕ້ອງດີຕາມຄວາມຕ້ອງການຂອງເຮົາແລ້ວຫຼືບໍ່?…

ຕົວຢ່າງ ເມື່ອທ່ານລອງກົດໃສ່ດຸມ MAIN A ເພື່ອຟັງສຽງ, ສີຂອງດຸມດັ່ງກ່າວຈະຮຸ່ງຂຶ້ນ ແລະໂປຣແກຣມຈະເປີດຈໍທີ່ສອງອອກມາທາງຂ້າງ. ໜ້າຈໍນີ້ມີຊື່ວ່າ “ກະດານຂອດ” ແລະມັນຈະສະແດງໃຫ້ເຫັນແປ້ນຄີບອດນ້ອຍໆ ສຳລັບເລືອກຫຼິ້ນຂອດອື່ນໆ ເພື່ອເປັນການສົມທຽບສຽງຂອງດຸມທີ່ກົດຫຼິ້ນຢູ່ໃນຂະນະນີ້. ດັ່ງທີ່ໄດ້ກ່າວມາໃນເບື້ອງຕົ້ນ, ດຸມທີ່ເປັນສີໝົ່ນ ຈະບໍ່ມີປະຕິກິຣິຍາໃດໆ ເພາະບໍ່ມີການມອບໝາຍໜ້າທີ່ຄວບຄຸມແຕ່ຢ່າງໃດໃຫ້ພວກມັນ.

ໝາຍເຫດ : ສຽງດົນຕຣີທີ່ທ່ານໄດ້ຍິນ ແມ່ນສຽງທາງກໍ້າຄີບອດພຸ້ນ ຊຶ່ງໄດ້ມີການເຊື່ອມຕໍ່ກັບຄອມຜ່ານສາຍ USB ແລະໄດ້ຕັ້ງຄ່າໄວ້ແລ້ວ. ທ່ານຈະບໍ່ໄດ້ຍິນສຽງໃດໆ ທີ່ດັງອອກມາຈາກຄອມເລີຍ, ເພາະມັນມີໜ້າທີ່ພຽງທຳການສົ່ງສັນຍານຣະຫັດໂນຕເພງຂອງເອກສານ Midi File ໄປສູ່ຄີບອດທາງນອກ ຊຶ່ງທຳໜ້າທີ່ປະມວນເປັນສຽງໃຫ້ພວກເຮົາໄດ້ຍິນ.ຖ້າທ່ານໃຊ້ໂປຣແກຣມໂດຍບໍ່ໄດ້ຕໍ່ຄີບອດໃສ່ຄອມ ແລະຖ້າຫາກຄອມຂອງທ່ານມີຣະບົບສັງເຄາະສຽງດົນຕຣີ ທີ່ເຂົ້າໃຈຣະຫັດພາສາ MIDI, ທ່ານອາດສາມາດໄດ້ຍິນສຽງຈັງຫວະເພງຈາກຄອມໄດ້. ແຕ່ຄຸນນະພາບຂອງສຽງເຄື່ອງບັນເລງຕ່າງໆ ອາດບໍ່ກົງກັບສຽງຕົ້ນສະບັບຂອງເພງ 100% ມັນແລ້ວແຕ່ຄຸນສົມບັດຂອງຣະບົບສັງເຄາະສຽງທີ່ມີໃນຄອມຂອງທ່ານ.

ຄຸນສົມບັດອີກຢ່າງນຶ່ງຂອງໜ້າຈໍໂໝດ Easy ນີ້ແມ່ນ ທ່ານບໍ່ພຽງແຕ່ຈະສາມາດກົດລອງຟັງສຽງຂອງດຸມຕ່າງໆໄດ້ເທົ່ານັ້ນ. ທ່ານຍັງສາມາດທຳການທົດລອງຈັບຂອດດ້ວຍຕົວທ່ານເອງໂດຍກົງ ເທິງແປ້ນຄີບອດ PSR SX900 ຂອງທ່ານອີກດ້ວຍ. ແຕ່ມັນມີເງື່ອນໄຂຢ່າງນຶ່ງຄື ທ່ານຕ້ອງມອດການໃຊ້ງານຂອງປຸ່ມ ACMP ເທິງຄີບອດໄວ້ ເວລາທ່ານຈະກົດຂອດດ້ວຍມືຊ້າຍ.

ທ່ານສາມາດກົດຂອດເທິງຄີບອດດ້ວຍມືຂວາ ເພື່ອລອງຟັງສຽງພາກສ່ວນນີ້ເຊັ່ນດຽວກັນ.

ໂປຣແກຣມສາມາດເຂົ້າໃຈຂອດທີ່ທ່ານກົດຟັງ ແລະຈະສະແດງຊື່ຂອງຂອດດັ່ງກ່າວອອກມາເທິງໜ້າຈໍ ຢູ່ໃນໂໝດ Easy ນີ້.

ວິທີການນີ້ ແມ່ນສະດວກແກ່ການທີ່ທ່ານຢາກໄດ້ຍິນສຽງຂອງຂອດທີ່ສັບສົນໃນທັນທີ. ດັ່ງຕົວຢ່າງ ຂອດ G7, ຖ້າທ່ານຈະກົດເທິງກະດານຂອດໃນໂປຣແກຣມໃນຄອມ, ທ່ານຕ້ອງໄດ້ກົດ 2 ອັນດັບການ ນັ້ນຄືຕ້ອງກົດໃສ່ພາກສ່ວນໂນຕທາງດ້ານເທິງ (G), ແລະເລືອກກົດຕົວປະກອບສຳຮອງຂອງຂອດໃສ່ຊື່ຕ່າງໆທີ່ຕ້ອງການ (7) ໃນພາກສ່ວນດ້ານຖັດລົງມາ ເມື່ອທ່ານຢາກຟັງສຽງຂອງຂອດ G7. ດ້ວຍເຫດນີ້ ການຈັບຂອດເທິງແປ້ນຄີບອດເຊື່ອມຕໍ່ກັບຄອມທາງພາຍນອກ ຈະສາມາດພາໃຫ້ທ່ານຈັບຂອດທີ່ສັບສົນໄດ້ຕາມໃຈປະສົງ ແລະໂປຣແກຣມ ທີ່ເຂົ້າໃຈຂອດທີ່ທ່ານກົດສັ່ງການ, ມັນຈະສະແດງຊື່ຂອດດັ່ງກ່າວອອກມາທັນທີທັນໃດ.

ໝາຍເຫດ : ສຳລັບຮູບຂອດ ກິຕ້າ ທີ່ໂປຣແກຣມທຳການສະແດງໃນໜ້າຈໍໂໝດ Easy ນີ້, ແມ່ນເປັນທັງດຸມທີ່ທ່ານສາມາດກົດເພື່ອທຳການປິດຈໍ “ກະດານຂອດ” ທີ່ປາກົດອອກມາໂດຍອັຕໂນມັດ ເວລາທ່ານກົດໃສ່ດຸມໃດດຸມນຶ່ງຂອງຈັງຫວະເພື່ອຟັງສຽງ. ແຕ່ຮູບການຂອງຂອດກິຕ້າໃນຈໍນີ້ ເປັນພຽງພາບເພື່ອສະແດງຊື່ຂອງຂອດທີ່ພວມຫຼິ້ນຢູ່ເທົ່ານັ້ນ, ມັນບໍ່ໄດ້ມີການສະແດງປຸ່ມທີ່ສອດຄ່ອງຕາມຊື່ຂອງຂອດສຳລັບກິຕ້າ ແຕ່ປະການໃດ (ມັນຈະຄົງປາກົດເປັນຮູບຂອດ C Major ຢູ່ຕລອດ) ເພາະມີພຽງແຕ່ຊື່ທີ່ປາກົດອອກມາຢູ່ທາງດ້ານລຸ່ມຮູບນີ້ເທົ່ານັ້ນ ທີ່ມີປະຕິກິຣິຍາຕໍ່ການສັ່ງການ.

ມາຮອດຈຸດນີ້ ຫາກທ່ານພຶງພໍໃຈແລ້ວ ກັບຈຳນວນດຸມຄວບຄຸມທີ່ໂປຣແກຣມໄດ້ສັງເຄາະໃຫ້ໂດຍອັຕໂນມັດ, ແລະທ່ານຕັດສິນໃຈຈະບັນທຶກ ຫຼືໂອນສົ່ງເອກສານ Style ນີ້ລົງໃນຄີບອດ, ທ່ານກໍຈະໄດ້ Style ຈັງຫວະທີ່ມີພຽງ 6 ດຸມ ຊຶ່ງມີ 10 ໜ້າທີ່ ດັ່ງນີ້.

ແລະເມື່ອ Style ປາກົດອອກໃນຄີບອດ, ທ່ານກໍຈະໄດ້ຮູບການ ທີ່ສະແດງໃຫ້ເຫັນດັ່ງຕໍ່ໄປນີ້…

ທ່ານຈະສັງເກດເຫັນວ່າ ດຸມທີ່ບໍ່ໄດ້ມີການມອບໝາຍໜ້າທີ່ຄວບຄຸມໃດໆ, ຈະຖືກມອດໄວ້ ແລະບໍ່ສາມາດໃຊ້ງານໄດ້. ໃນກໍຣະນີຂອງພວກເຮົາ ແມ່ນໄດ້ແກ່ດຸມ INTRO I, BREAK, ແລະທັງ 3 ດຸມຈົບເພງ ENDING I-II-III. ດຸມເຫຼົ່ານີ້ ເຖິງແມ່ນວ່າທ່ານຈະພະຍາຍາມກົດໃສ່ມັນເທິງຄີບອດ ພວກມັນກໍບໍ່ສາມາດເປີດໃຊ້ການໄດ້.

ສຳລັບຂ້າພະເຈົ້າແລ້ວ, Style ຈັງຫວະນີ້ ແມ່ນຍັງບໍ່ຄົບສົມບູນແບບ ຕາມຫຼັກການຂອງ Yamaha ເທື່ອ. ຊຶ່ງຂ້າພະເຈົ້າເຄີຍໄດ້ພົບເຫັນຜ່ານມາເລື້ອຍໆ ເວລາມີຄົນສົ່ງ Style ຈັງຫວະເພງລາວຈຳນວນນຶ່ງມາໃຫ້ຄົ້ນຄວ້າ ແມ່ນເຫັນວ່າ ຜູ່ສ້າງ ຫຼືປະກອບຈັງຫວະເພງດັ່ງກ່າວ ບໍ່ໃຫ້ຄວາມສຳຄັນຢ່າງເລິກເຊິ່ງ ຫຼືຍ້ອນຄວາມຖືເບົາເອົາງ່າຍ ຫຼືວ່າຍັງຂາດຄວາມເຂົ້າໃຈອັນຖືກຕ້ອງ ກ່ຽວກັບການສ້າງ Style ຈັງຫວະໃຫ້ຄີບອດ Yamaha ປະເພດ Arranger ໂດຍສະເພາະ.

ບາງທ່ານອາດກ່າວອ້າງວ່າ “ສຳລັບການເສບບັນເລງເພງນີ້ ມັນພຽງພໍແລ້ວ ບໍ່ຈຳເປັນທີ່ຈະຕ້ອງໄປສ້າງໃຫ້ຄົບໝົດທຸກໆດຸມໃນເຄື່ອງໃຫ້ເສັຽເວລາ ເພາະເປັນການໄຮ້ປໂຍດ !?!…” ບາງຄົນກໍອາດຈະໃຫ້ເຫດຜົນຕົວຢ່າງແນວອື່ນອີກວ່າ “ເພງໃນຈັງຫວະສາຣະວັນຂອງລາວເຮົາ ມັນມີພຽງຂອດດຽວ ຈັງຫວະດຽວ ແລະການລົວກອງສົ່ງກໍມີພຽງແນວດຽວ… ຈະໄປສ້າງເຮັດຫຍັງໃຫ້ຄົບເຕັມໝົດທຸກໆດຸມຄວບຄຸມ !?!…“

(ກະຣຸນາຕິດຕາມບົດຕໍ່ໆໄປ…)

Paris, 12 ກຸມພາ 2025

ນຳໃຊ້ໂປຣແກຣມ MIDI Song to Style ສ້າງຈັງຫວະໃຫ້ຄີບອດ Yamaha ຈາກເພງ Midi File

ທັກສະພື້ນຖານຫຼັກ ອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

1. ບົດຄຳນຳ

ບົດຂຽນນີ້ ແມ່ນແນໃສ່ການນຳເອົາເອກສານ Midi File ມາສັງເຄາະແລະສ້າງໃຫ້ເປັນເອກສານ Style ຈັງຫວະສຳລັບຄີບອດ PSR SX900 ດ້ວຍໂປຣແກຣມ MIDI Song to Style ຂອງ Yamaha.

ເອກສານ Midi File ຂອງຂ້າພະເຈົ້າ ແມ່ນໄດ້ນຳໃຊ້ Style ໂຮງງານທີ່ມີມານຳເຄື່ອງຂອງຄີບອດ PSR S950 ທຳການອັດບັນທຶກລ່ວງໜ້າເປັນເພງແບບດົນຕຣີບັນເລງ ໂດຍມີການຮຽບຮຽງດົນຕຣີໃຫ້ສຽງ Piano ເປັນເຄື່ອງນຳໜ້າຫຼິ້ນສຽງທຳນອງຮ້ອງຂອງເພງ.

ຕົ້ນສະບັບບົດເພງ “ລາກ່ອນຈາກ” ແມ່ນບົດປະພັນຂອງທ່ານ ອາຈານ ສ. ແສງສິຣິວັນ (1965) ໂດຍແມ່ນທ່ານ ຄໍາເຕີມ ຊານຸບານ ເປັນຜູ່ຂັບຮ້ອງທຳອິດ. ຂ້າພະເຈົ້າໄດ້ທຳການອັດບັນທຶກເປັນເພງແບບດົນຕຣີບັນເລງ ດ້ວຍຄີບອດ PSR S950 ເມື່ອປີ 2017, ໂດຍໄດ້ເລືອກໃຊ້ Style ຈັງຫວະໃນຄີບອດເອງຊຶ່ງມີຊື່ວ່າ Rumba Bolero ແລະໄດ້ເລີ່ມຕົ້ນທຳການເລືອກຄວາມໄວຂອງຈັງຫວະ Tempo ໃນເບື້ອງຕົ້ນດ້ວຍຄ່າປະມານ 124, ຈາກນັ້ນ ໄດ້ມີການປັບປຸງໃຫ້ຄ່າດັ່ງກ່າວຫຼຸດລົງມາເປັນ Tempo 121 ໃນບັ້ນສຸດທ້າຍ ເມື່ອມີການປະສົມປະສານເຄື່ອງເສບຊະນິດອື່ນໆໃສ່.

ເປົ້າໝາຍຂອງບົດຂຽນນີ້ ແມ່ນແນໃສ່ການສ້າງ Style ຈັງຫວະປະເພດທີ່ ຮຽກວ່າ Style “ຕາມເພງ” ໃຫ້ຜູ່ທີ່ພວມຝຶກຫຼິ້ນຄີບອດໃໝ່ໆ ຈະສາມາດກົດຫຼິ້ນທ່ອນຂຶ້ນຕົ້ນ, ທ່ອນບັນເລງຕອນກາງ ແລະທ່ອນຈົບເພງ ໂດຍການເລືອກກົດພຽງແຕ່ດຸມພິເສດສະເພາະຕົວເທິງຄີບອດ ແລ້ວເຄື່ອງຈະທຳການຫຼິ້ນຂໍ້ມູນເພງໃຫ້ເອງໂດຍອັຕໂນມັດ. ທ່ານພຽງແຕ່ລໍຖ້າໃຫ້ມັນຫຼິ້ນຈົບທ່ອນຫຼືວັກທີ່ກ່າວມານັ້ນ ແລ້ວມັນຈະສືບຕໍ່ໄປຫຼິ້ນພາກສ່ວນອື່ນໆຕາມທີ່ທ່ານຈະບັງຄັບບັນຊາ.

ກ່ອນອື່ນໝົດ ພວກເຮົາມາສຶກສາເບິ່ງໂຄງຮ່າງຂອງເພງ Midi File ບົດນີ້ຕາມໂນຕເພງທີ່ຂ້າພະເຈົ້າໄດ້ແກະເນື່ອຮ້ອງ, ທຳນອງແລະຂອດໄວ້ດັ່ງນີ້. ບົດເພງນີ້ ເປັນເພງປະເພດ 4 ທ່ອນ ຊຶ່ງໄດ້ແກ່ :
– ວັກທີ 1 (A)
– ວັກທີ 2 (B)
– ວັກທີ 3 (C) ຫຼືທ່ອນແຍກ
– ວັກທີ 4 (D)
ແລະເພີ່ມດ້ວຍວັກຈົບເພງ (E) ທີ່ຈະລົງເພງດ້ວຍການຜ່ອນສຽງລົງທີ່ລະນ້ອຍ… ບົດເພງນີ້ ຕົ້ນສະບັບແມ່ນເປັນຈັງຫວະ ລຳວົງ, ແລະຣະດັບສຽງຮ້ອງຂອງສິລປິນຕົ້ນສະບັບ ແມ່ນຢູ່ໃນຣະດັບ Key Eb.

ໂຄງຮ່າງການຮຽບຮຽງແລະແຍກສຽງດົນຕຣີ ແມ່ນປະກອບດ້ວຍ :
1. ດົນຕຣີຂຶ້ນຕົ້ນເພງ ຊຶ່ງທາງສັບພາສາດົນຕຣີສາກົນຈະຮຽກວ່າ ວັກ INTRO ຊຶ່ງມີ 8 ຫ້ອງ
2. ເນື້ອຮ້ອງວັກທີ 1 ມີ 16 ຫ້ອງ
3. ເນື້ອຮ້ອງວັກທີ 2 ມີ 16 ຫ້ອງ
4. ເນື້ອຮ້ອງທ່ອນແຍກ ຫຼືວັກທີ 3 ມີ 16 ຫ້ອງ
5. ເນື້ອຮ້ອງວັກທີ 4 ມີ 16 ຫ້ອງ
6. ດົນຕຣີຈົບເພງ ມີ 8 ຫ້ອງ ແລະຈະມີການຊໍ້າຄືນດ້ວຍການຜ່ອນສຽງລົງທີລະນ້ອຍ ຕາມພາສາດົນຕຣີສາກົນທີ່ຮຽກວ່າ Fade Out…

ດົນຕຣີບັນເລງເພງ “ລາກ່ອນຈາກ” ອັດດ້ວຍຄີບອດ PSR S950 ປີ 2017

ການວິເຄາະແລະວິຈັຍບົດເພງອອກມາເປັນດັ່ງຕາມຂ້າງເທິງນີ້ ແມ່ນພື້ນຖານຫຼັກທີ່ສຳຄັນທີ່ສຸດ ຊຶ່ງຈະເປັນຂື່ຂອງການນຳໄປໃຊ້ເປັນແບບແຜນໃນການສ້າງຈັງຫວະທີ່ຮຽກວ່າ Style ແກ່ຄີບອດ Yamaha ປະເພດ Arranger.

ໝາຍເຫດ : ສຳລັບບົດວິທີສ້າງຈັງຫວະຄີບອດດ້ວຍເອກສານ Midi File ບົດນີ້, ສົມມຸດວ່າ ທ່ານໄດ້ມີຄວາມຮູ້ແລະຄວາມເຂົ້າໃຈພໍສົມຄວນແລ້ວ ກ່ຽວກັບພື້ນຖານທາງສັບດົນຕຣີສາກົນທົ່ວໄປ, ໂດຍສະເພາະແມ່ນໄດ້ແກ່ ຊື່ແລະຮູບການຈັບ ຂອດສຳລັບຄີບອດໂດຍສະເພາະ. ເນື່ອງຈາກບົດບັນທຶກໂນຕເພງ “ໝາກຖົ່ວງອກ” ແມ່ນມີການບັນທຶກຂອດເປັນຮູບແບບສຳລັບ ກິຕ້າ ກໍຕາມ.

ສ່ວນໂນຕທຳນອງຮ້ອງນັ້ນ ບໍ່ຈຳເປັນທີ່ທ່ານຈະຕ້ອງອ່ານມັນເປັນກໍໄດ້. ເພາະຂ້າພະເຈົ້າມີການແນບເອກສານສຽງເປັນຣະບົບ MP3 ຂອງເພງ Midi File ໃຫ້ພ້ອມເພື່ອທ່ານຈະສາມາດໃຊ້ເປີດຟັງເປັນແບບຢ່າງອ້າງອີງ. ແຕ່ຂ້າພະເຈົ້າຄຶດວ່າ ທຸກໆຄົນໂດຍສ່ວນມາກ ແມ່ນຄົງຈະຮູ້ຈັກທຳນອງຮ້ອງຂອງບົດເພງນີ້ມາແລ້ວ ເພາະເປັນເພງລາວອະດີດທີ່ໄດ້ຮັບຄວາມນິຍົມມາໂດຍຕລອດ ໂດຍສະເພາະໃນງານສັງສັນ ຫຼືງານລື່ນເລີງຕ່າງໆ ຂອງຊາວລາວເຮົາ ທີ່ມັກຈະເສບຮ້ອງເພງນີ້ ໃນເວລາປິດທ້າຍຣາຍການ ກ່ອນການເລີກລາກັນໄປ.

ແລະຂໍຢໍ້າອີກວ່າ ໂປຣແກຣມ MIDI Song to Style ຂອງ Yamaha ແມ່ນສາມາດໃຊ້ສ້າງຈັງຫວະ Style ໃຫ້ສະເພາະຄີບອດຮຸ່ນ Genos ແລະ PSR SX ເທົ່ານັ້ນ. ຮຸ່ນອືນໆ ອາດຈະບໍ່ສາມາດອ່ານເອກສານ Style ທີ່ສ້າງຈາກໂປຣແກຣມນີ້ໄດ້ຢ່າງຖືກຕ້ອງ, ນີ້ແມ່ນສິ່ງສຳຄັນທີ່ຄວນຮັບຮູ້ໄວ້ກ່ອນລ່ວງໜ້າ.

ໜ້າຈໍຄອມທີ່ສະແດງໂປຣແກຣມດັ່ງກ່າວນີ້ ແມ່ນອີງຕາມຄອມ Macintosh Os X ຊຶ່ງອາດມີບາງສັບຂອງຣະບົບການຫຼືແປ້ນພິມດີດ ຈະມີຊື່ຕ່າງກັນເລັກນ້ອຍກັບຣະບົບຄອມຂອງ Windows. ອີກປະການສຸດທ້າຍ, ຂ້າພະເຈົ້າສົມມຸດຖານວ່າ ທ່ານມີຄວາມຄຸ້ນເຄີຍແລ້ວ ກັບການໃຊ້ງານພື້ນຖານຂອງຄອມພິວເຕີ.

(ກະຣຸນາຕິດຕາມບົດຕໍ່ໆໄປ…)

Paris, 11 ກຸມພາ 2025