ເພງ “ໝາກກະລ໊ອກ”

ເນື້ອຮ້ອງ & ທຳນອງ : ຄຳແພງ ຈຸນລະມະນີ & ສ. ມະນີແສງ (1970)
ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ

ວິດີໂອດົນຕຣີບັນເລງເພງ “ໝາກກະລ໊ອກ”
1) ໝາກກະລ໊ອກ ກອກເງິນຂ້ອຍຈົນໝົດ
ຕ້ອງມານັ່ງອົດກິນເຂົ້າກັບເກືອ
ເງິນເດືອນອອກເຫຼັ້ນໝາກກະລ໊ອກຈົນບໍ່ມີເຫຼືອ
ມານັ່ງເຮັດໜ້າບານທີ່ເສັຽເງິນຫຼາຍ
 
2) ໝາກກະລ໊ອກ ສຽງມັນດັງສນັ່ນ
ເຈົ້າມືເຂົາສັ່ນສຽງບາດຫົວໃຈ
ເຈົ້າມືຫຼອກເຈົ້າມືເຂົາຕົ້ມເອົາຕາໃສໆ
ມັນກໍອົດບໍ່ໄດ້ເສັຽເງິນໄປຢາກໄດ້ຄືນມາ
 
• ລົງຕໍ່າມັນກໍໄປອອກສູງ ລົງກັນໃຫ້ຫຍຸ້ງ
ລົງແຕ້ມສິບສີ່ສິບຫ້າພໍເຈົ້າມືເປີດ
“ຮ້ອຍ…ຍີ່ສາມລົກສັບຍັດຕິມ ຫັກເພັ້ງປາດວ່ານເກົາໄຕຢາດ”
ສອງສາມຫົກເຕັມຕາມາຊວຍແທ້ໜາເຈົ້າມືກໍກິນໄປ
 
3) ກັບເມືອບ້ານ ນອນກ່າຍໜ້າຜາກ
ຍ້ອນຄວາມໂລບມາກຈຶ່ງຕ້ອງເສັຽໃຈ
ເມືອຮອດບ້ານເມັຽກໍຍັງດ່າຍັງຈົ່ມບໍ່ຫາຍ
ຂໍເຕືອນທ່ານທັງຫຼາຍຢ່າໄດ້ໄປໃກ້ມັນອີກເລີຍ…
 
ໂນຕເພງ “ໝາກກະລ໊ອກ”
ໂນຕເພງ “ໝາກກະລ໊ອກ” ເນື້ອຮ້ອງ & ທຳນອງ : ຄຳແພງ ຈຸນລະມະນີ & ສ. ມະນີແສງ (1970) ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ
ວິດີໂອໂນຕບັນເລງເພງ “ໝາກກະລ໊ອກ”

ເພງ “ຮັກຢ່າຫຼອກ”

ເນື້ອຮ້ອງ & ທຳນອງ : ຄຳຫລ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ຮັກຢ່າຫຼອກ”
1) ຮັກຢ່າຫຼອກ ຢ່າຫຼອກໃຫ້ຫຼົງຕາຍໃຈ
ຢ່າໃຫ້ອາຍຈະຂາຍຂີ້ໜ້າອື່ນເຂົາ
 
2) ຮັກແກມຫຼິ້ນ ຢ່າປອກຢ່າປີ້ນມົວເມົາ
ນ້ອງຍັງສາວເໝືອນດາວປະດັບຟາກຟ້າ
 
• ຢາກເຫັນຊາຍໃຈເພັດ ໃຈເດັດແນ່ນອນ
ບໍ່ມີຫຼອກຫຼອນໃຫ້ຍິງເສັຽທ່າ
ໃຈດຽວຮັກດຽວໝັ້ນຄົງຊົ່ວຟ້າ
ແມ່ນດິນປົກໜ້າບໍ່ຄາຍ
 
3) ຮັກແກມຫຼິ້ນ ຢ່າປອກຢ່າປີ້ນມານຍາ
ເບື່ອລະອາແສນຊັງໜັງໜ້າຜູ່ຊາຍ…
(V.2)
4) ຮັກຢ່າເລືອກ ຢ່າເສືອກມີສອງຄອງໃຈ
ຫາກຊາຍໃດສົນໃຈເຊີນບອກມາເລີຍ…
 
ໂນຕເພງ “ຮັກຢ່າຫຼອກ”
ໂນຕເພງ “ຮັກຢ່າຫຼອກ” ເນື້ອຮ້ອງ & ທຳນອງ : ຄຳຫລ້າ ໜໍ່ແກ້ວ (1968) ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ
ວິດີໂອໂນຕບັນເລງເພງ “ຮັກຢ່າຫຼອກ”

ເພງ “ດີແລ້ວທີ່ນ້ອງໄປຈາກອ້າຍ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1971)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ດີແລ້ວທີ່ນ້ອງໄປຈາກອ້າຍ”
1) ດີແລ້ວ ທີ່ນ້ອງໄປຈາກອ້າຍ
ດີແລ້ວທີ່ນ້ອງມີໃໝ່ຄູ່ຄວງ
ຢ່າຄິດວ່າອ້າຍຈະຂັດຂວາງ
ບໍ່ຫວງບໍ່ຫ່ວງບໍ່ມີເສັຽດາຍ
 
2) ດີແລ້ວ ທີ່ນ້ອງມາແຍກທາງ
ດີແລ້ວທີ່ສອງເຮົາຫ່າງກັນໄກ
ຢ່າຄິດວ່າອ້າຍຈະຫ່ວງໃຍ
ຢ່າຄິດວ່າອ້າຍນີ້ຈະໂສກສັນ
 
• ໂລກນີ້ ບໍ່ມີພຽງນ້ອງເທົ່ານັ້ນ
ສາວນ້ອຍໃຫຍ່ຂຶ້ນທຸກວັນ
ຢ່າຝັນວ່າອ້າຍນີ້ຈະເສັຽໃຈ
 
3) ດີແລ້ວ ທີ່ນ້ອງມາຕັດຮັກ
ດີແລ້ວທີ່ນ້ອງມາຈາກອ້າຍໄປ
ຢ່າຄິດວ່າອ້າຍຈະຫວັ່ນໄຫວ
ຢ່າຄິດວ່າອ້າຍນີ້ຈະອາວອນ…
 
ໂນຕເພງ “ດີແລ້ວທີ່ນ້ອງໄປຈາກອ້າຍ”
ໂນຕເພງ “ດີແລ້ວທີ່ນ້ອງໄປຈາກອ້າຍ” ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1971) ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ
ວິດີໂອໂນຕບັນເລງເພງ “ດີແລ້ວທີ່ນ້ອງໄປຈາກອ້າຍ”

ເພງ “ກິນໃນນອນນອກ” (ສົ່ງເຂີຍ)

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ກິນໃນນອນນອກ” (ສົ່ງເຂີຍ)
1) ຢາກຈະກິນທາງນອກ ນອນໃນ
ຫຼືຈະກິນທາງໃນນອນນອກ
ຢ່າໄປທຳເໝືອນຊ່າງແຕກປອກ  
ຈະຫາວ່າບໍ່ບອກເພາະມັນຈະນອກຕຳລາ
 
2) ເອົ້າມາແລ້ວເວີຍ ເຂີຍມາລະວາ
ເອົ້າມາແລ້ວເວີຍເຂີຍມາລະວາ
ຈົ່ງເປີດປະຕູຮັບເອົາໄປເສັຽ (ຊໍ້າ)
ໃຫ້ເປັນຜົວເປັນເມັຽຕາມທີ່ເຮົາສັນຍາ
 
3) ລູກເຮົາມັນຮັກກັນ ເຣື່ອງອັນໃດຂອງມັນໃຜຈະໄປຮູ້ລະ
ລູກເຮົາມັນຮັກກັນເຣື່ອງອັນໃດຂອງມັນໃຜຈະໄປຮູ້ລະ
ມັນຢາກອັນໃດກໍຕ້ອງຫາໃຫ້ມັນ (ຊໍ້າ)
ສ່ວນເຮົາເປັນດອງກັນກໍໄດ້ຢູ່ຕົ້ວ
 
4) ແຕ່ຣະວັງໄວ້ນະເພື່ອນ ລູກເຮົາມັນກໍເໝືອນຂອງມີຣາຄາ
ແຕ່ຣະວັງໄວ້ນະເພື່ອນລູກເຮົາມັນກໍເໝືອນຂອງມີຣາຄາ
ມັນຢາກມີເມັຽກໍເພາະມັນຢາກມີລູກ (ຊໍ້າ)
ເວລາມັນຢາກສນຸກກໍຢ່າໄປກວນມັນນະ…
 
5) ກິນໃນແລ້ວມານອນນອກ ອັນນີ້ເຮົາຂໍບອກວ່າຢ່າໄປທຳເລີຍນະ
ກິນໃນແລ້ວມານອນນອກອັນນີ້ເຮົາຂໍບອກວ່າຢ່າໄປທຳເລີຍນະ
ທຳມະດາລູກເຂີຍຕ້ອງກິນນອກນອນໃນ (ຊໍ້າ)
ຈົ່ງຄິດເຫັນໃຈລູກເຮົາລູກຕົນນະ…
 
ໂນຕເພງ “ກິນໃນນອນນອກ” (ສົ່ງເຂີຍ)
ໂນຕເພງ “ກິນໃນນອນນອກ” (ສົ່ງເຂີຍ) ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970) ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
ວິດີໂອໂນຕບັນເລງເພງ “ກິນໃນນອນນອກ” (ສົ່ງເຂີຍ)

ເພງ “ຄິດເຖິງນາງ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຄິດເຖິງນາງ”
1) ເຫັນເມກລອຍ ຍິ່ງຄ້ອຍໃຈ
ຄິດເຖິງນາງຟາກຟ້າແດນສວັນ
 
2) ສາຍລົມວອນ ຍິ່ງຕື້ນຕັນ
ຄິດເຖິງວັນເຮົານັ້ນເຄີຍສຸກສົມ
 
• ນີ້ຫຼືຊີວິດ ທີ່ຂີດພຣະພຣົມ
ຂີດແລ້ວເຫດໃດຍັງໃຫ້ມີແຄ້ນ
 
3) ອ້າຍຈະຈຳ ໃຫ້ແໜ້ນແຟ້ນ
ຮັກສຸດແສນແຕ່ນ້ອງຈົນຊີບວາຍ…
 
ໂນຕເພງ “ຄິດເຖິງນາງ”
ໂນຕເພງ “ຄິດເຖິງນາງ” ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (~1970) ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌
ວິດີໂອໂນຕບັນເລງເພງ “ຄິດເຖິງນາງ”

ເພງ “ໂລກນີ້ຄືລະຄອນ”

ເນື້ອຮ້ອງ : ວິລລ້ຽມ ດິດທະວົງສ໌ (∼1970) ທຳນອງເພງສາກົນ
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ໂລກນີ້ຄືລະຄອນ”

1) ເພາະວ່າ ໂລກນີ້ ກໍຄືລະຄອນ
ທຸກຊີວິດ ຢອກຢ້ອນ ໄປມາ
ແລະບາງຄັ້ງ ກໍເຕັມ ໄປດ້ວຍນໍ້າຕາ
ເໝືອນດັ່ງວ່າ ຊີວິດສິ້ນ ຄວາມຊື່ນບານ…

2) ບາງຄົນນັ້ນ ກໍຈົນ ຈົນເຫຼືອດີ
ຖືກ Loterie ກັບມາມີ ເງິນລ້ານ
ບາງເສດຖີ ກັບມາເປັນ ຄົນຂໍທານ
ໂອ້ມັນໜ້າ ມັນໜ້າ ລະອາໃຈ…

3) ໂອ້ເພື່ອນເອີຍ ຈົ່ງຄຶດ ຄຶດໃຫ້ມັນດີ
ໃນໂລກນີ້ ບໍ່ມີ ຂອງໃຜ
ຈົ່ງໝັ່ນສ້າງ ສ້າງແຕ່ ຄວາມດີເອົາໄວ້
ເຖິງຕາຍໄປ ຊື່ຍັງກ້ອງ ທົ່ວໂລກາ…

4) ອັນໂລກນີ້ ດູໄປ ຍິ່ງເໝືອນລະຄອນ
ຊ່າງຢອກຢ້ອນ ໄປມາ ໜ້າອັບເສົາ
ເກີດແລ້ວຕາຍ ຄຶດໄປ ຍິ່ງພາພາໃຫ້ເສົ້າ
ເພາະຄົນເຮົາ ຄົງບໍ່ມົ້ມ ຖືກຝັງດິນ…

 
ໂນຕເພງ “ໂລກນີ້ຄືລະຄອນ”
ໂນຕເພງ “ໂລກນີ້ຄືລະຄອນ” ເນື້ອຮ້ອງ : ວິລລ້ຽມ ດິດທະວົງສ໌ (∼1970) ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌
ວິດີໂອໂນຕບັນເລງເພງ “ໂລກນີ້ຄືລະຄອນ”

ເພງ “ສົງສານອ້າຍເຖີດ”

ເນື້ອຮ້ອງ & ທຳນອງ : ວົງດົນຕຣີ ໄພວັນ (∼1970)
ນັກຮ້ອງຕົ້ນສະບັບ : ແສງອາຣຸນ ສິດທິພັນ

ວິດີໂອດົນຕຣີບັນເລງເພງ “ສົງສານອ້າຍເຖີດ”
1) ໂອ້ສຸດທີ່ຮັກ ສົງສານອ້າຍເຖີດ
ຮັກອ້າຍນີ້ເກີດຈາກຕົວຂອງນ້ອງແທ້ຈິງ
ວັນໃດຖ້າຫາກບໍ່ເຫັນນ້ອງຍິງ
ວັນນັ້ນເໝືອນໄຟໄໝ້ຄີງຈະນິ່ງຢູ່ເສີຍບໍ່ໄດ້
 
2) ໂອ້ສຸດທີ່ຮັກ ຢ່າໜີເມີນໜ້າ
ອ້າຍຮັກເປັນບ້າອຸຣາແທບຈະຂາດໄປ
ແມ່ນວ່ານ້ອງຫາກບໍ່ຄິດເຫັນໃຈ
ອ້າຍນີ້ເຫັນທີຈະຕາຍຈະຕາຍສລາຍຊີວາ
 
• ສົງສານອ້າຍກ່ອນ ເຖີດນະຄົນດີ
ຈົ່ງໃຫ້ອ້າຍນີ້ຮ່ວມສຸຂີໃນໂລກໂລກາ
ຢ່າໃຫ້ອ້າຍຕ້ອງກາຍເປັນເຈົ້ານໍ້າຕາ
ຍິ້ມມາແມ່ນໃຫ້ສັດທາເພື່ອເປັນຢາກຳລັງໃຈ
 
3) ຫາກສຸດທີ່ຮັກ ສົງສານດັ່ງວ່າ
ຂໍຮັກຍິ່ງກວ່າພະມອນຮັກດວງດອກໄມ້
ຫາກແມ່ນນ້ອງຫາກໝົ່ນໝອງຣຶທັຍ
ຂໍເປັນຜູ່ຊ່ວຍປອບໃຈຊ່ວຍມະລາຍເຫືອດຫາຍຣະທົມ…
 
ໂນຕເພງ “ສົງສານອ້າຍເຖີດ”
ໂນຕເພງ “ສົງສານອ້າຍເຖີດ” ເນື້ອຮ້ອງ & ທຳນອງ : ວົງດົນຕຣີ ໄພວັນ (~1970) ນັກຮ້ອງຕົ້ນສະບັບ : ແສງອາຣຸນ ສິດທິພັນ
ວິດີໂອໂນຕບັນເລງເພງ “ສົງສານອ້າຍເຖີດ”

ເພງ “ສຸຣາເມ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1976)
ນັກຮ້ອງຕົ້ນສະບັບ : ວົງເດືອນ ວົງພຣະຈັນ

ວິດີໂອດົນຕຣີບັນເລງເພງ “ສຸຣາເມ”

1) ສຸຣາເມ ກິນແລ້ວເຊເມົາມັນ
ຈະສຸກສັນ ຍາມເມື່ອທ່ານດື່ມສຸຣາ
ມົກກະຣາ ເດືອນກຸມພາ
ເດືອນມີນາ ເມສາ ພຶສພາ

2) ສຸຣາລິນ ກິນແລ້ວວິນມຶນເມົາ
ດັບໂສກເສົ້າ ຄວນຕ້ອງເມົາດ້ວຍສຸຣາ
ມິຖຸນາ ກໍຣະກະດາ
ເດືອນສິງຫາ ແລະເດືອນກັນຍາ

• ສຸຣາເມ ໄຣຍະມັດຊະປະມາ
ທັດຖາ ນາເວ
ຣະມະນີ ສິກຂາ
ປະທັງ ສະມາທິຍາມິ

3) ສຸຣາເມ ກິນແລ້ວເຊເຫຫັນ
ເພີ່ມສຸກສັນ ຕ້ອງສຸຣາແລະນາຣີ
ເດືອນຕຸລາ ພຶສຈິກາ
ທັນວານີ້ ໂຊກດີລາທີ…

ໂນຕເພງ “ສຸຣາເມ”
ໂນຕເພງ “ສຸຣາເມ” ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1976) ນັກຮ້ອງຕົ້ນສະບັບ : ວົງເດືອນ ວົງພຣະຈັນ
ວິດີໂອໂນຕບັນເລງເພງ “ສຸຣາເມ”

ເພງ “ຮັກສາວໜອງຄາຍ”

ເນື້ອຮ້ອງ & ທຳນອງ : ດ. ດວງເດັ່ນ (1968)
ນັກຮ້ອງຕົ້ນສະບັບ : ດ. ດວງເດັ່ນ

ວິດີໂອດົນຕຣີບັນເລງເພງ “ຮັກສາວໜອງຄາຍ”

1) ສາວໜອງຄາຍ ຊ່າງງາມວິໄລເລີດລໍ້າ
ໂອ້ແມ່ງາມຂຳ ໜ່ວຍຕາດຳຂົນຕາງອນ
ເຈົ້າມີຄູ່ ຍອດຊູ້ຫຼືບັງອອນ
ອ້າຍຂໍເປັນໝອນ ທີ່ໝູນນອນໄດ້ບໍ່ນາງ

2) ຍາມນ້ອງເດີນ ອ້າຍຫຼົງເພີນໃຈມັກ
ນ້ອງງາມໜ້າຮັກ ອ້າຍຂໍຮັກອ້າຍຂໍຫວັງ
ຈະຂໍຢູ່ ຕໍ່ສູ້ກັບຄວາມຫວັງ
ຖ້າບໍ່ໄດ້ນາງ ຄົງໝົດຫວັງຕລອດຕາຍ

• ໂອ ໂອ່ ໂອ້ ໜອງຄາຍ ເຮັດຈັ່ງໃດຈິໄດ້ເຈົ້າ
ຢ່າປ່ອຍໃຫ້ເຫງົາ ໃຫ້ອ້າຍເສົ້າດຽວດາຍ
ແມ່ນໄດ້ນ້ອງ ມາຄອງຄູ່ກາຍ
ຫາກແມ່ນຊີບວາຍ ຮັກບໍ່ຄາຍໜ່າຍໜີ

3) ທຸກໆວັນ ອ້າຍຍັງຝັນໃຝ່ຫາ
ໂອ່ ໂອ້ ແກ້ວຕາ ກະຣຸນາເຖີດຄົນດີ
ຢ່າໃຫ້ອ້າຍ ຄອຍຫຼາຍຍອດຊີວີ
ໂປຣດໄດ້ປຣານີ ຢ່າໜ່າຍໜີເດີ້ສາວໜອງຄາຍ…

ໂນຕເພງ “ຮັກສາວໜອງຄາຍ”
ໂນຕເພງ “ຮັກສາວໜອງຄາຍ” ເນື້ອຮ້ອງ & ທຳນອງ : ດ. ດວງເດັ່ນ (1968) ນັກຮ້ອງຕົ້ນສະບັບ : ດ. ດວງເດັ່ນ
ວິດີໂອໂນຕບັນເລງເພງ “ຮັກສາວໜອງຄາຍ”
ວິດີໂອເພງ “ຮັກສາວໜອງຄາຍ”