ເພງ “ຮັກສຸດຫົວໃຈ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ສຸວັນ ທັມມະວົງສາ

ວິດີໂອດົນຕຣີບັນເລງເພງ “ຮັກສຸດຫົວໃຈ”

1) ຈັບປາກກາ ສໍຂຶ້ນມາຂຽນ
ຂີດເປັນວົງວຽນ ໃຫ້ເປັນຕົວ ຮ ໄມ້ ກັນ
ສວມຕົວ ກ ເຂົ້າໄປອີກເທົ່ານັ້ນ
ເຂົາກໍອ່ານກັນ ວ່າຮັກໄດ້ທັນໃດ

2) ຮ ໄມ້ ກັນ ກ ນັ້ນອ່ານວ່າ ຮັກ
ແຕ່ຖ້າຢາກໃຫ້ມັນຄັກ ຕ້ອງເສີມຕົວ ສ ລົງໄປ
ສ ຕົວດຽວ ກໍຍັງບໍ່ເຂົ້າໃຈ
ຂາດຄວາມໝາຍ ເພາະວ່າມີແຕ່ຕົວ ສ

• ຢາກຈະຂຽນ ໃຫ້ອ່ານວ່າສຸດ
ເອົາສຽມມາຂຸດ ຊອກຫາຕົວ ດ
ທັງສະຣະ ອຸ ນັ້ນຈຶ່ງພຽງພໍ
ແລ້ວເອົາຕົວ ຫ ຕົວ ວ ສະຣະ ອົວ ມາປົກກາງ

3) ຫ ຫຼື ວ ສະຣະ ອົວ ພຽງພໍ
ແລ້ວຈຶ່ງໄປຂໍ ເອົາສະຣະ ໃອ ມາວາງ
ແລ້ວເອົາຕົວ ຈ ເສີມຕໍ່ທາງຫາງ
ອ່ານລວມຈິງຈັງ ກໍຄື ຮັກສຸດຫົວໃຈ…

ໂນຕເພງ “ຮັກສຸດຫົວໃຈ”
ວິດີໂອໂນຕບັນເລງເພງ “ຮັກສຸດຫົວໃຈ”

ເພງ “ຈົດໝາຍນ້ອຍ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ຈົດໝາຍນ້ອຍ”

1) ຈົດໝາຍນ້ອຍ ຂຽນເປັນຮອຍຕົວນ້ອຍແລະໃຫຍ່
ຕົກກະໃຈ ນຶກວ່າຜູ່ໃດຂຽນມາ
ທີ່ແທ້ກໍຄື ຈົດໝາຍຂອງພໍ່ຢູ່ບ້ານນາ
ເປັນຫ່ວງໃນການສຶກສາ ຈຶ່ງຂຽນມາຢາມຖາມຂ່າວ

2) ໄດ້ເຫັນແລ້ວ ເໝຶອນມີແນວພາໃຫ້ມີສຸກ
ສິ້ນຄວາມທຸກ ຫົວໃຈສິ້ນສຸດອັບເສົາ
ໃນເນື້ອມີ ບອກສອນຄວາມດີໃຫ້ແກ່ເຮົາ
ຄືຢ່າໄປມົວທ່ຽວສາວ ເພາະຊີວິດເຮົາມັນຍາກຈົນ

• ລູກຂໍຍໍມື ກົ້ມກາບວັນທາ
ໄຫວ້ວອນເທວາ ຢູ່ບົນຟ້າຈົ່ງຊ່ວຍດົນ
ໃຫ້ພໍ່ສຸກຂີ ລູກນີ້ສັນຍາຈະສູ້ທົນ
ເຖິງແມ່ນຈະຍາກຈະຈົນ ລູກກໍຍອມທົນສຶກສາໄປ

3) ລູກຂໍຮ້ອງ ເພງນີ້ແທນໃຈມາໃຫ້ຂ່າວ
ເຣື່ອງມີສາວ ຂໍພໍ່ຈົ່ງໄດ້ນອນໃຈ
ຈະຂໍຟັງຄຳ ສັ່ງສອນຂອງພໍ່ທີ່ສົງໄປ
ຢູ່ໃນຊອງຈົດໝາຍ ຂໍຈຳຝັງໃຈຕລອດການ…

ໂນຕເພງ “ຈົດໝາຍນ້ອຍ”
ວິດີໂອໂນຕບັນເລງເພງ “ຈົດໝາຍນ້ອຍ”

ເພງ “ສາວເຖົ້າແຄ້ນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ດາວມະນີວອນ

ວິດີໂອດົນຕຣີບັນເລງເພງ “ສາວເຖົ້າແຄ້ນ”

1) ເຖົ້າບໍ່ຄຸງ ຫົວໃຜ
ແຄ້ນໃຈ ຜູ່ຊາຍປາກຄັນ
ເຂົາຢູ່ດີໆ ກໍມາເສກສັນ
ເນື້ອແຫ່ວໜັງຍານ ບໍ່ໜັກກະບານຫົວໃຜ…

2) ເຖົ້າກະຕາມ ທະແໝະ
ບໍ່ເຫັນແຄ ເຈົ້າເລີຍຍອດຊາຍ
ວ່າໄດ້ວ່າດີ ຄົນໜ້າບໍ່ອາຍ
ຢ່າມາລວດລາຍ ລອງກະຍັງໄດ້ຖ້າວ່າອວດດີ…

(ເວົ້າ) ບໍ່ໄດ້ຖ້າຜູ່ໃດດອກ ຄືມາເວົ້າລໍ່າໄລກະດັກກະດໍ້ແທ້
ຂໍເຊີນຟັງແດ່ ຂ້ອຍບໍ່ຢາກແລຜູ່ຊາຍໃຈຜີ
ຂ້ອຍລົງມາເກີດ ເພື່ອແກ້ງພວກໜຸ່ມອັບປີ
ເກີດມາເປັນໂສດຟຣີໆ ຍັງດີກວ່າມີຜົວນອນແນບກາຍ…

3) ຢ່າມາກວນ ໂມໂຫ
ຫາໂຄ ມັນໜ້າເຈັບໃຈ
ເປັນໜຸ່ມກໍຕາຍ ເປັນເຖົ້າກໍຕາຍ
ຢ່າມາຫວຸ້ນວາຍ ເຮິໆ ຈັກໜ່ອຍເຖົ້າໃຈຮ້າຍລະ
ຊິເຈັບໂຕບໍ່ຮູ້ເມື່ອໃດ໋ຫັ້ນນະ…

(ເວົ້າ) ເຈົ້າຫັ້ນເດ໋ ແມ່ນເຈົ້າເຮັດອີ່ຫຍັງຢູ່ຫັ້ນເກາະ
ກະດຽວວ່າເຈົ້າເອົາເມັຽແຕ່ດົນແລ້ວນ໋າ ຂ້ຽວເອົາຊະແມ໋ອ້າຍ
ຢ່າຊູ່ຊອກເວົ້າໃຫ້ແຕ່ຜູ່ຍິງຫຼາຍແມ໋
ອັນຂ້ອຍຫຼຽວເບິ່ງເຈົ້າຫັ້ນ ມັນກໍເຕບເຊບພໍແຮງໃດ໋ຫັ້ນນະ
ອັນຂ້ອຍນີ້ເກາະ ບໍ່ໄດ້ຖ້າຜູ່ໃດດອກ ຢ່າຊູ່ເວົ້າລໍ່າໄລກະດັກກະດໍ້ຫຼາຍເທາະ!
ເອົາຊະເດີ້ເມັຽຫັ້ນນະ ຈັກໜ່ອຍເຂົາຈິຮ້ອງວ່າອີ່ຕາກະເທືອຍໃດ໋ຫັ້ນນະ…

ໂນຕເພງ “ສາວເຖົ້າແຄ້ນ”
ວິດີໂອໂນຕບັນເລງເພງ “ສາວເຖົ້າແຄ້ນ”

ເພງ “ສາວເຖົ້າ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ສາວເຖົ້າ”

1) ເຖົ້າຈິຕາຍ ຢູ່ແລ້ວ
ນ້ອງແກ້ວ ຄອຍຖ້າຜູ່ໃດ
ເຂົາຢູ່ເມືອງນອກ ຫຼືວ່າເມືອງໃນ
ອີກດົນປານໃດ ເຂົາຈຶ່ງຈະມາສູ່ຂໍ…

2) ເຖົ້າເກີນໄປ ເສັຽແລ້ວ
ຫາແນວ ແຕ່ງໄວ້ໃຫ້ພໍ
ໃຫ້ໜຸ່ມທັງຫຼາຍ ເຂົາວ່າລະອໍ
ໃຫ້ຄົນເຂົາຍໍ ວ່າປານອາຍຸສິບຫົກປີ…

(ເວົ້າ) ແມ່ນເຈົ້າຖ້າຜູ່ໃດເກ໋າະ ຄືວ່າດົນກະດັກກະດໍ້ແທ້
ຂໍຖາມເຈົ້າແດ່ ຫຼືວ່າບໍ່ແຄຜູ່ຊາຍລະຕິ
ຫຼືເທພເຈົ້າ ສົ່ງນາງມາເກີດຟຣີໆ
ເປັນໂສດຕລອດຊີວີ ເກີດເປັນທະນີບໍ່ດີກວ່າຫວະ…

3) ເໝິດສັດທາ ເສັຽແລ້ວ
ນ້ອງແກ້ວ ສິ້ນຄວາມໂສພາ
ເຈົ້າເກີດເປັນຍິງ ຂາດຊາຍຫົວຊາ
ຂາດຄູ່ນິທຣາ ເກີດມາຕ້ອງໜາວຕລອດການ…

(ເວົ້າ) ແມ່ນເຈົ້າຖ້າຜູ່ໃດເກ໋າະ ຄືວ່າດົນກະດັກກະດໍ້ແທ້
ກະດຽວວ່າເອົາຜົວໄປແຕ່ດົນແລ້ວນາ ຊິຖ້າໃຜອີກ ຂ້ຽວເອົາຊະນ້ອງ
ຂ້ຽວເອົາສາ ຈັກໜ່ອຍຊິເຖົ້າຄ້າງບ້ານໃດ໋…

ໂນຕເພງ “ສາວເຖົ້າ”
ວິດີໂອໂນຕບັນເລງເພງ “ສາວເຖົ້າ”

ເພງ “ແລ້ວແຕ່”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1995)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ແລ້ວແຕ່”

1) ແລ້ວແຕ່ ໃຈ
ຈະໄປກໍໄປ ແລ້ວບໍ່ຕ້ອງມາ
ເລືອກເອົາທາງນຶ່ງ ທີ່ຊຶ້ງໃຈກວ່າ
ແລ້ວຢ່າວຽນມາ ກວນໃຈ

2) ແລ້ວແຕ່ ມັກ
ເບິ່ງໃຫ້ຄັກໆ ແລ້ວຕັດສິນໃຈ
ລູກຄົນລະແມ່ ຮູ້ແນ່ແກ່ໃຈ
ສິ່ງທີ່ຕົນໝາຍ ໃຝ່ຫາ

• ຕ່າງຄົນຕ່າງຄິດ ຕ່າງຈິດຕ່າງໃຈ
ເຂົ້າກັນບໍ່ໄດ້ ມາກມາຍບັນຫາ
ກົງຈັກດອກບົວ ເຫັນທົ່ວໃນຕາ
ສຸດແຕ່ຈະຄວ້າ ພົວພັນ

3) ແລ້ວແຕ່ ໃຈ
ສຸດຈະແກ້ໄຂ ທາງໃຜທາງມັນ
ໄດ້ດີມີສຸກ ຫຼືທຸກທໍຣະມານ
ບໍ່ຕ້ອງກ່ຽວພັນ ກັນເລີຍ…

ໂນຕເພງ “ແລ້ວແຕ່”
ວິດີໂອໂນຕບັນເລງເພງ “ແລ້ວແຕ່”

ເພງ “ສວັສດີປີໃໝ່”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1965)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ສວັສດີປີໃໝ່”

1) ສວັສດີ ສວັສດີປີໃໝ່
ສົດໃສ ຣື່ນເຣີງສຳຣານ
ເທບພະໄທ ຈົ່ງໄດ້ປຣະທານ
ພີ່ນ້ອງລູກຫຼານ ຈົ່ງສຳຣານບານໃຈ

2) ສວັສດີ ສວັສດີທົ່ວກັນ
ສຸກສັນ ຊື່ນບານຣຶທັຍ
ໂຣກພັຍ ຈົ່ງໄດ້ເຫືອດຫາຍ
ຂໍຈົ່ງມີຊັຍ ຕລອດໄປຊົ່ວການ

• ເກົ່າ ໝົດແລ້ວເພື່ອນເອີຍ
ປີໃໝ່ມາເຊີຍ ເປັນປີສຸກສັນ
ລືມຄວາມທຸກ ໂກດແຄ້ນເຄືອງກັນ
ໃຫ້ອະໂຫສິກັນ ສລອງວັນປີໃໝ່

3) ສວັສດີ ສວັສດີນ້ອງພີ່
ສຸຂີ ດິຖີປີໃໝ່
ກຽດຕິຍົດ ຊື່ສຽງກຽງໄກ
ຊັບສິນຫຼັ່ງໄຫຼ ສຸກສະບາຍເຖີດເອີຍ…

ໂນຕເພງ “ສວັສດີປີໃໝ່”
ວິດີໂອໂນຕບັນເລງເພງ “ສວັສດີປີໃໝ່”

ເພງ “ສະບາຍດີປີໃໝ່”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1996)
ນັກຮ້ອງຕົ້ນສະບັບ : ສຸມຸນທາ ສີຣິມະໂນທັມ

ວິດີໂອດົນຕຣີບັນເລງເພງ “ສະບາຍດີປີໃໝ່”

1) ສະບາຍດີ ປີໃໝ່
ເກົ່າກາຍໄປ ບໍ່ຫວນມາ
ສິ້ນໂພຍພັຍ ໄຮ້ໂຣຄາ
ໂຊກຫຼັ່ງມາ ປານສາຍທານ

2) ສະບາຍດີ ປີໃໝ່
ສຸກສົດໃສ ທົ່ວເຖິງກັນ
ຈົ່ງມີຊັຍ ພົ້ນພັຍພານ
ແຈ່ມຄືຈັນ ຄືນເດືອນເພັງ

• ອາຍຸວັນນັງ ສຸຂັງ
ດ້ວຍພະລັງ ສູງສົ່ງກ້າເກັ່ງ
ກຽດຕິຍົດ ຊື່ກ້ອງຣະເບັງ
ພອນບັນເລງ ຕາມເພງນີ້

3) ສະບາຍດີ ປີໃໝ່
ຍອດດວງໃຈ ຢູ່ໃສນີ້
ຢ່າປ່ຽນໄປ ເໝືອນເດືອນປີ
ສົ່ງເພງນີ້ ເຕືອນໃຫ້ຈຳ…

ວິດີໂອໂນຕບັນເລງເພງ “ສະບາຍດີປີໃໝ່”

ເພງ “ສຸຂີປີໃໝ່”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1965)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ສຸຂີປີໃໝ່”

1) ສຸຂີປີໃໝ່ ສຸກໃຈນ້ອງພີ່
ໂປຣດຈົ່ງໄດ້ມີ ຣາສີສູງສົ່ງ
ກຽດກ້ອງໄປໄກ ພົ້ນພັຍໃຈຈົ່ງ
ສົມດັ່ງປຣະສົງ ໝັ້ນຄົງຊົ່ວຟ້າ

2) ສົດໃສໃຈຊື່ນ ຣື່ນຣົມສົມປອງ
ສຸຂມີໃນຜອງ ສນອງເຮືອງຈ້າ
ຜາບແພ້ພັຍພານ ພົ້ນມານນາໆ
ຂໍໃຫ້ດິນຟ້າ ຄຸ້ມຄອງເໝືອນກ່ອນ

• ລູກຂໍຂະມາ ລາໂທດພໍ່ແມ່ເຖົ້າແກ່ຕາຍາຍ
ຜິດພັ້ງພາດໄປ ອະພັຍຫຼານກ່ອນ
ຂໍຮ້ອງເພງນີ້ສົ່ງພອນ ຂໍອວຍເປັນກອນບັນເລງ
ລໍ້າເລີດກ້າເກັ່ງ ດັ່ງໝາຍ

3) ອາຍຸຍືນຢັ້ງ ວັນນັງເສີມສ້າງ
ຄູ່ຄຽງສຸຂັງ ພລັງແຖມໃຫ້
ເສົ້າໂສກໂຣກພັຍ ໜີໄກຫ່າງຫາຍ
ໂຊກລາບມາກມາຍ ດັ່ງໝາຍຖາວອນ…

ໂນຕເພງ “ສຸຂີປີໃໝ່”
ວິດີໂອໂນຕບັນເລງເພງ “ສຸຂີປີໃໝ່”

ເພງ “ຍາມນ້ອງຢູ່ດຽວ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ ( ≲1970 )
ນັກຮ້ອງຕົ້ນສະບັບ : ຈັນທະຣາ

ວິດີໂອດົນຕຣີບັນເລງເພງ “ຍາມນ້ອງຢູ່ດຽວ”

1) ຍາມນ້ອງຢູ່ດຽວ ແສນປ່ຽວໃຈເຫງົາ
ຄິດແລ້ວຍິ່ງເສົ້າ ໄຫວຫວັ່ນ
ຢາກມີຄົນຊ່ວຍປອບໃຈ ຢາກໄດ້ຍິນຄຳຫວານໆ
ຢາກຟັງສຽງຣຳພັນ ຈາກຊາຍ

2) ຍາມເຫັນນົກມັນ ມີຄູ່ຢູ່ຄຽງ
ສົ່ງສຽງກັງວານ ເຍົ້າໃຈ
ໂອ້ຊີວິດຍິ່ງໂສກສັນ ຢາກພົບພານພໍ່ຍອດຊາຍ
ເອີ່ຍຄຳທັກດ້ວຍໃຈ ຮັກຈິງ

• ມີຫຼາຍຄົນ ເຄີຍມາຝາກຮັກ
ຕ່າງກໍມັກ ແຕ່ລວງຜູ່ຍິງ
ສືບປວັດ ບໍ່ເຄີຍຮັກຈິງ
ຜູ່ຍິງຢ່າງນ້ອງ ຕ້ອງຂໍໄກ

3) ຈຶ່ງຕ້ອງຈຳທົນ ຄອງໂສດຄອງສາວ
ທົນໜາວຜູ່ດຽວ ເລື້ອຍໄປ
ຫາກພານພົບຄົນຊື່ຕຣົງ ຈະຂໍປົງຈິດໝັ້ນໝາຍ
ຈະຮັກແທ້ພຽງຊາຍ ນັ້ນເອີຍ…

ເພງ “ຍາມນ້ອງຢູ່ດຽວ”
ວິດີໂອໂນຕບັນເລງເພງ “ຍາມນ້ອງຢູ່ດຽວ”

ເພງ “ຜູ່ປຣາຊັຍ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ ( ≲1970 )
ນັກຮ້ອງຕົ້ນສະບັບ : ຈັນທະຣາ

ວິດີໂອດົນຕຣີບັນເລງເພງ “ຜູ່ປຣາຊັຍ”

1) ນໍ້າ… ຄຳ
ຝັງຈຳກ່າວໄຂ ໃຫ້ໄວ້
ວ່າສຸດເຈັບຊໍ້າ ພຽງໃດ
ເມື່ອອ້າຍພັງ ຮັກສລາຍ

2) ນໍ້າ… ຕາ
ນ້ອງລິນຫຼັ່ງມາ ຈາກໃຈ
ຫຼັ່ງໃຫ້ແກ່ຮັກ ມະລາຍ
ຫຼັ່ງເພາະໃຈ ເສົ້າໂສກຕຣົມ

• ເມື່ອອ້າຍມີຮັກ ໃໝ່ຄອງ
ລືມນ້ອງປ່ອຍນ້ອງ ໝອງໝົ່ນ
ນ້ອງກໍຕັດໃຈ ຫຼີກໄກບໍ່ວົນ
ຈະຍອມທົນ ສູ້ເວນ

3) ນໍ້າ… ໃຈ
ນ້ອງໃຫ້ອະພັຍ ບໍ່ເປັນ
ຈຶ່ງເສົ້າຈຶ່ງທຸກ ລຳເຄັນ
ເມື່ອນ້ອງເປັນ ຜູ່ປຣາຊັຍ…

ໂນຕເພງ “ຜູ່ປຣາຊັຍ”
ວິດີໂອໂນຕບັນເລງເພງ “ຜູ່ປຣາຊັຍ”