ສາຣະບານເພງລາວ ຊຸດທີ່ 09 (ເລີ່ມຕົ້ນເຜີຍແຜ່ ວັນທີ່ 29 ເມສາ 2022) 401 - ມາຍຸຣີ 402 - ເໝືອນຄືນແຮມ 403 - ເພື່ອນ້ອງເມື່ອຊໍ້າ 404 - ເພລາຣາຕຣີ 405 - ພິສຮັກ 406 - ຄອຍວັນອິສຣະພາບ 407 - ກ່ອນສິ້ນສັມພັນ 408 - ຮັກກັນເຖີດໜໍທີ່ຮັກ 409 - ຢ້ານ 410 - ບ້ານເຮົາ 411 - ກ່ອນຈະຮັກກັນ 412 - ຜິດຫວັງ 413 - ງາມເຫຼືອເກີນ 414 - ດອກບົວທອງ 415 - ໝົດທາງຮັກ 416 - ອິງອາຍຮັກ 417 - ຈາກຖິ່ນ 418 - ຢ່າອວດ 419 - ສາມໝື່ນເມືອງເຟືອງ 420 - ຄົນງາມໃຈແຫຼ້ 421 - ສາຍນໍ້າສາຍໃຈ 422 - ສາຍນໍ້າສາຍສະອື້ນ 423 - ຕິອ້າຍບ່ອນໃດ 424 - ຄັກເຈົ້າລະບໍ່ 425 - ສັຕຣີສມັຍ 426 - ລືມເສັຽເຖີດ (ຊາຍ) 427 - ດອນຈັນແມ່ຂອງ 428 - ເໝືອນຄົນໄຮ້ຄ່າ 429 - ຄັ້ງນຶ່ງໃນອະດີດ 430 - ເມື່ອເຮົາສອງຫວັງຄອງຮັກກັນ 431 - ດ້ວຍຮັກສມັກໃຈ 432 - ລຳບາກໃຈ 433 - ລືມຊ໋ະ 434 - ຈັນສຸຣີ 435 - ອະນຸພາບຮັກ
ເພງ “ອະນຸພາບຮັກ”
ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌ (1969)
ນັກຮ້ອງຕົ້ນສະບັບ : ຈັນທີ ສິຣິພອນ
1) ແວ່ວຄຳຝາກຮັກ ຈາກປາກຂອງຊາຍ
ຊາບຊຶ້ງຣຶທັຍ ຄິດໄປນຶກອາຍໄຫວຫວັ່ນ
ເຂົາເຝົ້າວິ່ງວອນ ອ້ອນອອດ
ເຂົາເຝົ້າພໍ່າພອດ ແຕ່ຄຳຫວານ
ເຂົາຊ່າງເສກສັນ ປັ້ນຄຳຍ້ອງຍໍ
2) ໄດ້ຍິນຄຳຮັກ ສລັກຫົວໃຈ
ຫວາບຫວິວຊວງໃນ ຮ້ອນຮົນເໝືອນໄຟສຸມກໍ່
ຫ້າມໃຈຫັກໃຈ ແສນຍາກ
ຫຼືວ່າເກີດຮັກ ເຂົາແລ້ວໜໍ
ຫົວໃຈຈົດຈໍ່ ຕໍ່ເຂົາຜູ່ດຽວ
• ໂອ້…ຄວາມສາວ ເຖິງຄາວແຮກເລີ່ມ
ເໝືອນຮວງເຂົ້າ ພວມເຫີ່ມ
ລໍຄອງຖ້າຄົນ ເກັບກ່ຽວ
ອະນຸພາບຄວາມຮັກ ມີຄົມເໝືອນກຽວ
ພຽງເຂົາບອກຮັກຄຳດຽວ ກ່ຽວຫົວໃຈໃຝ່ຝັນ
3) ຢາກບອກຄຳຮັກ ຮັບຕອບເຂົາໄປ
ໃຫ້ຮູ້ຄວາມໃນ ກໍຍັງນຶກອາຍໃຈສັ່ນ
ຝືນອຳເກັບໄວ້ ໃນອົກ
ເໝືອນໄຟໄໝ້ໝົກ ຈິດສະທ້ານ
ຮັກຕາມພົວພັນ ທຸກວັນແລະຄືນ…

ເພງ “ຈັນສຸຣິ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງ
1) ໂອ້ດວງ ສຸຣິຍາ
ສ່ອງນະພາ ແຈ່ມໃສ
ແຫງນງວກ ເບິ່ງໄປ
ພາຫົວໃຈ ໃຫ້ສຸກສັນ
2) ໂອ້ດວງ ຈັນທຣາ
ເດັ່ນບົນຟ້າ ສວັນ
ສູງກວ່າ ເກີນຝັນ
ໃຝ່ຫາຈັນ ມາໄວ້ຄອງ
• ຍາມໃດ ຟ້າແຈ່ມສີ
ໂອ້ສຸຣີ ສົ່ງແສງສ່ອງ
ຍາມໃດ ນະພາຜ່ອງ
ເດືອນຍັງສ່ອງ ແສງລັບລອຍ
3) ໂອ້ດວງ ຈັນສຸຣີ
ແຜ່ໄມຕຣີ ຈັກນ້ອຍ
ຂໍຢ່າ ເລື່ອນລອຍ
ປ່ອຍຫົວໃຈ ໃຫ້ໝອງເສົ້າ…

ເພງ “ລືມຊ໋ະ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ
1) ລືມ ຂໍເຊີນອ້າຍລືມ ຄວາມຫຼັງ
ລືມ ລືມຄຳສາບານ ສັນຍາ
2) ລືມ ແມ່ນລືມໄດ້ແລ້ວ ບອກມາ
ລືມ ໃຫ້ລືມຈົນກວ່າ ສິ້ນໃຈ
• ນ້ອງ ເປັນຍິງຕ້ອຍຕໍ່າ
ເຖິງ ຈະຊໍ້າທົນໄດ້
ຍອມ ຫຼີກທາງໃຫ້ໄປ
ແມ່ນອ້າຍລືມໄດ້ ນ້ອງຂໍຂອບໃຈເທົ່າຟ້າ
3) ລືມ ຂໍໃຫ້ອ້າຍລືມ ເຖີດໜາ
ລືມ ຊາດນີ້ຊາດໜ້າ ໃຫ້ລືມ…

ເພງ “ລຳບາກໃຈ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1993)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ
1) ໂທ້ໃຈ ໄປຮັກ ເຂົາເຮັດຫຍັງ
ຈະຫວັງ ໃນຮັກ ຈັກພຽງໃດ
ກໍເຂົາ ມີແລ້ວ ຄົນຄູ່ໃຈ
ຈະໝາຍ ປອງຮັກ ຄົງໝົດທາງ
2) ເມື່ອເຫັນ ເມື່ອພົບ ປະສົບຕາ
ດັ່ງວ່າ ໃຈເຂົາ ຈະຈິງຈັງ
ຮູ້ທັນ ບັນຫາ ທີ່ປ່ຽນພະລັງ
ຫາທາງ ມຸ່ງຫວັງ ສົມດັ່ງໝາຍ
• ແຕ່ຄິດແລ້ວ ຄົງຈະຍາກ
ຄົງລຳບາກ ສຸດວິສັຍ
ສຸດຈະຝືນ ຄວາມຝັນໃຝ່
ສຸດຫ້າມໃຈ ຫວນໄຫ້ຮຽກຫາ
3) ຊາດນີ້ ຄົງໄດ້ ໄດ້ແຕ່ຄິດ
ເສົ້າຈິດ ຄິດແລ້ວ ໝອງອຸຣາ
ຢ້ານບໍ່ສົມ ດັ່ງມາດ ປຣາຖນາ
ຄິດວ່າ ຊາດນີ້ ຄົງຜິດຫວັງ…

ເພງ “ດ້ວຍຮັກສມັກໃຈ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1999)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ
1) ເຖິງນ້ອງຈະຜ່ານ ຊາຍມາຫຼາຍຄົນ ບໍ່ສົນຄວາມຫຼັງ
ເຖິງຈະເປັນຮ້າງ ຫຼືວ່າເປັນໝ້າຍ
ໂອ້ທາງຊີວິດ ພາດຜິດພຽງໃດ
ພັ້ງມາຫາໃໝ່ ຍັງໄດ້ຍັງມີ
2) ເຖິງວ່າຄົນອື່ນ ຊິງຊັງໝາງເມີນ ຫ່າງເຫີນເມີນໄກ
ຖອນເຍື່ອຖອນໃຍ ຖອນໃຈໜ່າຍໜີ
ອ້າຍຍັງສົນໃຈ ປອງໝາຍໄມຕຣີ
ຢາກໄດ້ເປັນສີ ຊີວາ
• ຢ່າໂສກເລີຍເຈົ້າ ຢ່າເສົ້າໝົ່ນໝອງ
ຜົນບຸນໜຸນຈ່ອງ ແຕ່ຊາດກ່ອນມາ
ເຮົາເຂົ້າໃຈກັນ ຮັກກັນດີກວ່າ
ຄວາມຫຼັງຜ່ານມາ ຖືວ່າຝັນໄປ
3) ຮັກຈິງຍິ່ງໃຫຍ່ ດ້ວຍໃຈໝັ້ນຄົງ ຊື່ຕຣົງຈົງຮັກ
ດ້ວຍໃຈສມັກ ພັກດີຕລອດໄປ
ພ້ອມກັນສ້າງສັນ ສວັນອຳໄພ
ຢ່າຫວັ່ນຢ່າໄຫວ ພັຍພານ…
(ເທື່ອສຸດສຸດທ້າຍ ເຖີດໜາ…)

ເພງ “ເມື່ອເຮົາສອງຫວັງຄອງຮັກກັນ”
ເນື້ອຮ້ອງ & ທຳນອງ : ..?.. (~1970)
ນັກຮ້ອງຕົ້ນສະບັບ : ບົວ ບັງໃບ (ທ່ອນໃບ ສວັນມີໄຊ)
1) ເມື່ອເຮົາສອງ ຫວັງຄອງຮັກກັນ
ຫວັງຜູກພັນ ໃຫ້ຄຳໝັ້ນໝາຍ
ແຕ່ຄວາມຮັກ ເຮົາຕ້ອງກັບກາຍ
ຖືກກັ້ນໄວ້ ຫວ່າງໃຈເຮົາສອງ
2) ອັນຄວາມຫວັງ ທີ່ເຮົາຕັ້ງໃຈ
ຢ້ານມະລາຍ ຊໍ້າໃນກັດໜອງ
ຄົງບໍ່ຄິດ ວ່າໃຈເຮົາສອງ
ນັ້ນໝາຍປອງ ຮັກກັນເທົ່າໃດ
• ໃຈໜໍໃຈ ຂອງຄົນໜໍນີ້
ບໍ່ປຣານີ ສົງສານຫຼືໃດ
ຈຶ່ງກັ້ນກາງ ຮັກຫ້າມຫົວໃຈ
ໃຫ້ຮັກກາຍ ໄປເປັນຄວາມຝັນ
3) ເມື່ອເຮົາສອງ ໝາຍປອງຝັນໃຝ່
ຢ້ານຊໍ້າໃນ ດວງໃຈແປຜັນ
ຫາກທ່ານຄິດ ເມດຕາຈັກວັນ
ຄົງສຸກສັນ ໃນວັນນັ້ນເອີຍ…

ເພງ “ຄັ້ງນຶ່ງໃນອະດີດ”
ເນື້ອຮ້ອງ & ທຳນອງ : ຄຳໃບ ຄຳຊະນະ (~1965)
ນັກຮ້ອງຕົ້ນສະບັບ : ຈັນທີ ສິຣິພອນ
1) ຄວາມຫຼັງນັ້ນຫຼື ນ້ອງຈະລືມໄດ້
ມັນຝັງແນບຕິດດວງໃຈ ນ້ອງລືມບໍ່ໄດ້ເລີຍໜາ
ມັນປຽບເຂັມເພັດ ທີ່ມາຝັງລົງບົນແຜ່ນສີລາ
ຈະມີໃຜກ້າ ຖອນມາຈາກຜືນທໍຣະນີ
2) ຄວາມຫວັງຫັກຫຼັງ ຈຳຕ້ອງສູນສິ້ນ
ຈະຂໍສັ່ງຟ້າຝາກດິນ ອິນພົມຈົ່ງໄດ້ເປັນສັກຂີ
ຊາດໜ້າຈົ່ງພົບ ສຸກສົມອຸຣາຢ່າໄດ້ໜ່າຍໜີ
ຢ່າໄດ້ເໝືອນຊາດນີ້ ທີ່ມີແຕ່ຄວາມເສົ້າໃຈ
• ຄວາມຮັກຄັ້ງກ່ອນ ນ້ອງພຽງແຕ່ຄິດຢາກລອງ
ແຕ່ເໝືອນຟ້າດິນຊ່ວຍປ້ອງ ໃຫ້ຄອງຮັກໃນຫົວໃຈ
ຈະໃຫ້ນ້ອງລືມ ຈະລືມໄປໄດ້ຢ່າງໃດ
ມັນປັກຝັງລຶກຊວງໃນ ພາຫົວໃຈໃຝ່ຝັນ
3) ກ່ອນນັ້ນນ້ອງຄິດ ສ້າງຄວາມຫວັງໄວ້
ແຕ່ແລ້ວກໍຕ້ອງຈຳໃຈ ເພາະຮັກບໍ່ໄດ້ດັ່ງຝັນ
ມັນພາດຄວາມຫວັງ ທີ່ເຄີຍຫວັງປອງຕ້ອງປ່ຽນເຫຫັນ
ຍ້ອນຄວາມຮັກນັ້ນ ວິມານສລາຍແລ້ວເອີຍ…

ເພງ “ເໝືອນຄົນໄຮ້ຄ່າ”
ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ
1) ຄວາມຮັກຂ້າສລາຍ ຄວາມຫວັງກໍສູນໄປ
ຫົວໃຈຂ້າ ສຸດໝົ່ນໝອງ
ຢາດນໍ້າຕາ ໄຫຼນອງ
ສິ້ນຄູ່ຄອງ ເໝືອນຄົນໄຮ້ຄ່າ
2) ຄົນຮັກທີ່ເຄີຍຫວງ ຊາຍທີ່ຂ້າເຄີຍຫ່ວງ
ກໍລ່ວງລັບ ດັບຊີວາ
ສູ້ຮັບກັມ ເລື້ອຍມາ
ໂອ້ດິນຟ້າ ຂ້າຢາກຈະຕາຍ
• ຢາກໃຫ້ ວິນຍານຂອງຂ້າ
ໄປຄູ່ຄຽງວິນຍາ ຂອງພໍ່ຍອດຊາຍ
ເຢີ້ຍຂ້າຢູ່ ຢ່າງໝົດຄວາມໝາຍ
ຢູ່ໄປກໍອາຍ ຊາຍໃດກໍບໍ່ຕ້ອງການ
3) ຄົນໄຮ້ຄ່າຢ່າງນີ້ ຈົນກໍຈົນເຫຼືອດີ
ຫາມີໃຜ ຈະສົງສານ
ສຸດແສນ ທໍຣະມານ
ໂອ້ສວັນ ຂໍຈົ່ງເມດຕາ…

ເພງ “ດອນຈັນແມ່ຂອງ”
ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (≲1975)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ
1) ແສນ… ງາມເຫຼືອ ເມື່ອໄດ້ມາເຫັນ
ຫາດຊາຍຍາມເຢັນ ຕາມລຳແມ່ຂອງ
ງາມ… ນໍ້າຟອງ ນໍ້າຂອງສອງຝັ່ງ
ຍາມເມື່ອສອງເຮົານັ່ງ ຢູ່ຮິມຝັ່ງຫາດຊາຍ
2) ແສງ… ຕະວັນ ຈະລັບລາໄປ
ຫຼຽວມາແຕ່ໄກ ງາມຫາດດອນຈັນ
ດັ່ງ… ສວັນ ໄດ້ມາສ້າງໄວ້
ໜຸ່ມບ່າວສາວຕິດໃຈ ຊວນກັນໄປເຫຼັ້ນທຸກເວລາ
• ງາມ… ເຮືອນ້ອຍ ເຮືອໄວ
ຊຶ່ງແລ່ນໄລ່ໄຕ່ຕາມ ໜ້ານໍ້າງາມຕາ
ເຮືອນ້ອຍແລ່ນໄປ ເຮືອໄວແລ່ນມາ
ສນຸກໃຈຈິງໜາ ພາໃຫ້ຊື່ນຊີວີ
3) ແມ່… ນໍ້າຂອງ ແລະຫາດດອນຈັນ
ເກີດມາຄູ່ກັນ ໝາຍໝັ້ນຊີວີ
ສວຍ… ງາມດີ ດ້ວຍທັມມະຊາດ
ສີສົດໃສສວາດ ທັມມະຊາດສ້າງໄວ້ໃຫ້ຊົມ…
