ເພງ “ຄັ້ງນຶ່ງໃນອະດີດ”

ເນື້ອຮ້ອງ & ທຳນອງ : ຄຳໃບ ຄຳຊະນະ (~1965)
ນັກຮ້ອງຕົ້ນສະບັບ : ຈັນທີ ສິຣິພອນ

ວິດີໂອດົນຕຣີບັນເລງເພງ “ຄັ້ງນຶ່ງໃນອະດີດ”

1) ຄວາມຫຼັງນັ້ນຫຼື ນ້ອງຈະລືມໄດ້
ມັນຝັງແນບຕິດດວງໃຈ ນ້ອງລືມບໍ່ໄດ້ເລີຍໜາ
ມັນປຽບເຂັມເພັດ ທີ່ມາຝັງລົງບົນແຜ່ນສີລາ
ຈະມີໃຜກ້າ ຖອນມາຈາກຜືນທໍຣະນີ

2) ຄວາມຫວັງຫັກຫຼັງ ຈຳຕ້ອງສູນສິ້ນ
ຈະຂໍສັ່ງຟ້າຝາກດິນ ອິນພົມຈົ່ງໄດ້ເປັນສັກຂີ
ຊາດໜ້າຈົ່ງພົບ ສຸກສົມອຸຣາຢ່າໄດ້ໜ່າຍໜີ
ຢ່າໄດ້ເໝືອນຊາດນີ້ ທີ່ມີແຕ່ຄວາມເສົ້າໃຈ

• ຄວາມຮັກຄັ້ງກ່ອນ ນ້ອງພຽງແຕ່ຄິດຢາກລອງ
ແຕ່ເໝືອນຟ້າດິນຊ່ວຍປ້ອງ ໃຫ້ຄອງຮັກໃນຫົວໃຈ
ຈະໃຫ້ນ້ອງລືມ ຈະລືມໄປໄດ້ຢ່າງໃດ
ມັນປັກຝັງລຶກຊວງໃນ ພາຫົວໃຈໃຝ່ຝັນ

3) ກ່ອນນັ້ນນ້ອງຄິດ ສ້າງຄວາມຫວັງໄວ້
ແຕ່ແລ້ວກໍຕ້ອງຈຳໃຈ ເພາະຮັກບໍ່ໄດ້ດັ່ງຝັນ
ມັນພາດຄວາມຫວັງ ທີ່ເຄີຍຫວັງປອງຕ້ອງປ່ຽນເຫຫັນ
ຍ້ອນຄວາມຮັກນັ້ນ ວິມານສລາຍແລ້ວເອີຍ…

ໂນຕເພງ “ຄັ້ງນຶ່ງໃນອະດີດ”
ວິດີໂອໂນຕບັນເລງເພງ “ຄັ້ງນຶ່ງໃນອະດີດ”