ເພງ “ເມົາ”

ເນື້ອຮ້ອງ & ທຳນອງ : ບຸນຈັນ ໄຊຍະຈິຕ (1981)
ນັກຮ້ອງຕົ້ນສະບັບ : ບຸນຈັນ ໄຊຍະຈິຕ

ວິດີໂອດົນຕຣີບັນເລງເພງ “ເມົາ”

(ສອຍ) ເມົາ ເມົາ ເມົາ
ຖ້າຫາກໄດ້ເມົາ ແລ້ວຈະສຸກໃຈໜັກໜາ
ສິ່ງທີ່ຫວັງ ຈະຫຼັ່ງລົງມາ (ຊໍ້າ)
ສິ່ງປຣາຖນາ ນັ້ນກໍຈະຫຼັ່ງມາເອງ…

1) ຈອກທີ່ໜຶ່ງ ທີ່ດື່ມຜ່ານໄປ
ເຫັນທາງສົດໃສ ງາມວິໄລຜຸດຜ່ອງ
ຢາກໃຫ້ດີ ຕ້ອງຈອກທີ່ສອງ
ເຫັນໜ້ານວນນ້ອງ ຜ່ອງພັນໂສພາ
ຈອກທີ່ສາມ ລອງອີກເຖີດໜາ (ຊໍ້າ)
ແຫງນເບິ່ງບົນຟ້າ ຈະເຫັນດາຣາລອຍວົນ…

2) ຈອກທີ່ສີ່ ກໍດີເໝືອນກັນ
ພໍດື່ມແລ້ວຫວານ ດັ່ງເອົານໍ້າຕານມາປົນ
ຈອກທີ່ຫ້າ ເໝືອນຟ້າບັນດົນ
ເຫັນໜ້າຝູງຊົນ ໄດ້ແຕ່ພຽງເລື່ອນລອຍ
ຈອກທີ່ຫົກ ແລະທີ່ເຈັດຍິ່ງຫຼົງທາງ (ຊໍ້າ)
ເຫັນໜ້ານວນນາງ ແລ້ວຍັງບໍ່ຄິດສົນໃຈ…

3) ສຸຣາເມ ຣະຍະມັສສະປະມາ
ເປັນສິລຂໍ້ຫ້າ ທີ່ພຸທທະອົງກ່າວໄວ້
ເຣື່ອງສຸຣາ ຖ້າໄດ້ດື່ມລົງໄປ (ຊໍ້າ)
ຫາກໄປບໍ່ໄຫວ ໃຫ້ເປັນໄລຍະກໍຍັງດີ…

ໂນຕເພງ “ເມົາ”
ວິດີໂອໂນຕບັນເລງເພງ “ເມົາ”

ເພງ ”ນໍ້າໃຈລາວ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1960)
ນັກຮ້ອງຕົ້ນສະບັບ : ສຸມຸນທາ ສີຣິມະໂນທັມ

ວິດີໂອດົນຕຣີບັນເລງເພງ “ນໍ້າໃຈລາວ”

1) ເມືອງລາວຂອງເຮົາ ແຕ່ເກົ່າກ່ອນ
ລາວຈະເຣີນຖາວອນ ຢູ່ເຢັນສຸກສັນ
ບໍ່ໄດ້ກໍ່ເຣື່ອງຣາວ ຂ້າຟັນ (ຊໍ້າ)
ລາວເຮົາຜູກສຳພັນ ຮັກກັນຕລອດມາ

2) ຊົນຊາວລາວ ເປັນຄົນຮັກຊາດ
ມັກສງົບກຽດການ ສົງຄາມ
ລາວທັງເມືອງ ບໍ່ໄດ້ອ່ອນແອ (ຊໍ້າ)
ລາວພາກັນຍຶດໝັ້ນ ໃນສາມັກຄີ

3) ຖ້າຫາກມີສັຕຣູ ມາຮຸກຮານ
ລໍ້າດິນແດນເຂດບ້ານ ຢຽບຍໍ່າເມືອງລາວ
ຈະຂໍສູ້ໃຫ້ຊາດ ຢູ່ຍົງ (ຊໍ້າ)
ໃຫ້ຊາດລາວໝັ້ນຄົງ ຖວາຍຊີວີປຣະກັນ

4) ລາວເປັນມິດກັບ ທຸກຄົນເພື່ອນບ້ານ
ລາວບໍ່ໄດ້ຮຸກຮານ ຫັກຫານແດນໃຜ
ລາວເຮົາຢູ່ ດ້ວຍສິດເສຣີ (ຊໍ້າ)
ບໍ່ແຊກແຊງຮາວີ ເປັນມິດໄມຕຣີຜູກພັນ

5) ເຊີນຊາວລາວ ຮີບມາຮ່ວມໃຈ
ຮັກສາໄວ້ ຊຶ່ງຣັຖທັມມະນູນ
ມາເຮົາມາ ເຊີນເຖີດຊາວລາວ (ຊໍ້າ)
ສາມັກຄີຍືນຍາວ ສ້າງເມືອງລາວສືບໄປ

6) ເປັນແບບຢ່າງ ແກ່ຄົນຮຸ່ນໃໝ່
ຄວາມໝັ້ນຄົງຈະໄດ້ ຢູ່ຢັ້ງຍືນຍົງ
ຮັກສາຊາດ ສາມາດເຂັ້ມແຂງ (ຊໍ້າ)
ເໝືອນທຸງຊາດສີແດງ ເທີດໄວ້ໃຫ້ລາວຈະເຣີນ…

ໂນຕເພງ “ນໍ້າໃຈລາວ”
ວິດີໂອໂນຕບັນເລງເພງ “ນໍ້າໃຈລາວ”

ເພງ “ອອກພັນສາພາເພີນ”

ເນື້ອຮ້ອງ & ທຳນອງ : ສົມລິຕ ພັນນະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ຈັນຖນອມ & ສົມລິຕ

ວິດີໂອດົນຕຣີບັນເລງເພງ “ອອກພັນສາພາເພີນ”

1) ເດືອນສິບເອັດ ນໍ້ານອງ
ໂອ້ນໍ້າຂອງ ໄຫຼຫຼັ່ງ
ປະເພນີລາວ ແຕ່ປາງຫຼັງ
ນັ້ນຍັງຮັກສາ ເອົາໄວ້

2) ເດືອນສິບເອັດ ເພັງມາ
ອອກພັນສາ ສຸກໃຈ
ຕົກກາງຄືນ ເຮືອໄຟລ່ອງໄຫຼ
ສວ່າງສໄວທົ່ວສາຍ ນະທີ

• ຄໍ່ານຶ່ງ ນໍ້າຂອງ
ເຮືອຍາວໄຫຼລ່ອງ ຊ່ວງກັນອີ່ຫຼີ
ອີ່ເທບນາວາ ອີ່ຫົງກໍມີ
ສີພາຍບໍ່ດີ ໂອ້ຍຈ້າງກະບໍ່ໄປ

3) ໂອ່…ໂຮ່ໂອ ໂຮ່ໂອ
ເຫຼົ້າສາໂທ ແກ້ວໃຫຍ່
ສີພາຍດີ ບໍ່ຕ້ອງຫວັ່ນໄຫວ
ເອົ້າເຢີກເຂົ້າໄປ ເຮືອຫໍພຣະແກ້ວເອີຍ…

ໂນຕເພງ “ອອກພັນສາພາເພີນ”
ວິດີໂອໂນຕບັນເລງເພງ “ອອກພັນສາພາເພີນ”

ເພງ “ດອກຟ້າຂອນແກ່ນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (~1960-70)
ນັກຮ້ອງຕົ້ນສະບັບ : ສ. ແສງສິຣິວັນ

ວິດີໂອດົນຕຣີບັນເລງເພງ “ດອກຟ້າຂອນແກ່ນ”

1) ໂອ້ ກຸສົນໃດ
ນ້ອມໃຈ ໃຫ້ມາເຫັນ
ນຶ່ງ ນ້ອງງາມເດັ່ນ
ສົມກັບເປັນ ດອກຟ້າຂອນແກ່ນ

2) ເບິ່ງ ຮອຍຍິ້ມນາງ
ສວຍງາມ ຕິດໃຈແສນ
ຂ້າ ຄົນຕ່າງແດນ
ຢາກລຶ້ງແກ່ນ ຢາກຝາກໄມຕຣີ

• ໄກຄົນລະຖິ່ນ ຟາກຝັ່ງນໍ້າຂອງ
ບຸນຍັງນຳຈ່ອງ ໃຫ້ມາຖິ່ນນີ້
ຈຶ່ງວອນດອກຟ້າ ຂອນແກ່ນປຣານີ
ຂ້າຄົນພັດທີ່ ຂໍຝາກໃຈ

3) ກາບ ວອນຟ້າດິນ
ຄຸ້ມຄອງ ຢ່າໃຫ້ອາຍ
ໂປຣດ ດົນຈິດໃຈ
ສາວຂອນແກ່ນ ໃຫ້ເກີດເອັນດູ…

ໂນຕເພງ “ດອກຟ້າຂອນແກ່ນ”
ວິດີໂອໂນຕບັນເລງເພງ “ດອກຟ້າຂອນແກ່ນ”

ເພງ “ໜ້າທີ່ພາຈາກ”

ເນື້ອຮ້ອງ & ທຳນອງ : ທະວີສິທ ກຸສົລ (~1970)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ໜ້າທີ່ພາຈາກ”

1) ເມື່ອຮັບຄຳສັ່ງ ຟັງແລ້ວໃຈຫາຍ
ເໝືອນຕາຍທັງເປັນ ຄ້າຍຖືກກະເດັນຈາກໂລກນີ້ໄປ
ຫ່ວງໃຍອາວອນ ຣ້າວຣອນດວງໃຈ
ຕ້ອງຈາກຫ່າງໄກ ຖິ່ນເຄີຍສຸກສັນ

2) ດັ່ງຟ້າຂາດເພື່ອນ ດາວເດືອນອັບແສງ
ແຜງຄວາມມືດໝົ່ນ ເໝືອນດັ່ງສາຍຊົນຂາດມັດສານັ້ນ
ຕ້ອງຈຳໃຈລາ ອຸຣາໄຫວຫວັ່ນ
ແລ້ວຈາກຫ່າງກັນ ຕາມທາງແຫ່ງກັມ

• ເປັນເຮືອລຳດຽວ ທີ່ລອຍຢູ່ກາງສາຍຊົນ
ຟອງນໍ້າພັດວົນ ວຽນຕາມ
ເຫັນພຽງຂອບຟ້າ ອຸຣາຣະກຳ
ລະເມີຄວນຄໍ່າ ສຸດຫ່ວງ

3) ນຶກເຖິງໜ້າທີ່ ມີທາງໜ້ານັ້ນ
ຟ້າບັນດານມາ ໃຫ້ໝົດປັນຍາຈະຫຼົບລີ້ລ່ວງ
ຝາກພຽງດວງໃຈ ຮັກໄວ້ເປັນຫ່ວງ
ຄ່ອຍກັບມາທວງ ເມື່ອຄາວສິ້ນເວນ…

ໂນຕເພງ “ໜ້າທີ່ພາຈາກ”
ວິດີໂອໂນຕບັນເລງເພງ “ໜ້າທີ່ພາຈາກ”

ເພງ “ຖ້າມີທີ່ຮັກ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1980)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ຖ້າມີທີ່ຮັກ”

1) ຣາຕຣີນີ້ງາມ ຍິ່ງນັກ
ຖ້າຫາກມີຮັກ ມີນ້ອງຄຽງໃກ້
ອ້າຍຄົງເພີດເພີນ ສຸກຊຶ້ງຣຶທັຍ
ຈະກອດເຈົ້າໄວ້ ໃຫ້ສົມອຸຣາ

2) ລົມຫວີດຫວິວປິວ ກິ່ງໄມ້
ເມກຜ່ານລອຍໄຫຼ ໂລມລູບຈັນທຣາ
ງົດງາມເຫຼືອຄຳ ຈະພັນຣະນາ
ຄົງສຸກຈິງໜາ ຖ້າມີຂວັນໃຈ

• ຣາຕຣີນີ້ງາມ ຍິ່ງນັກ
ແຕ່ຂາດຄົນຮັກ ດູງຽບເຫງົາໄປ
ບໍ່ມີນ້ອງນາງ ກໍຂາດຄວາມໝາຍ
ເຈົ້າຫຼົບຢູ່ໃສ ຍອດຊູ້

3) ຈັນສາດສີນວນ ງາມນັກ
ຖ້າຫາກມີຮັກ ມີນ້ອງຄຽງຄູ່
ສອງຄົນພໍ່າພອດ ອອດອ້ອນຊື່ນຊູ
ແຕ່ຂາດຍອດຊູ້ ກໍດູປ່ຽວໃຈ…

ໂນຕເພງ “ຖ້າມີທີ່ຮັກ”
ວິດີໂອໂນຕບັນເລງເພງ “ຖ້າມີທີ່ຮັກ”

ເພງ “ອະນຸພາບຮັກ”

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌ (1969)
ນັກຮ້ອງຕົ້ນສະບັບ : ຈັນທີ ສິຣິພອນ

ວິດີໂອດົນຕຣີບັນເລງເພງ “ອະນຸພາບຮັກ”

1) ແວ່ວຄຳຝາກຮັກ ຈາກປາກຂອງຊາຍ
ຊາບຊຶ້ງຣຶທັຍ ຄິດໄປນຶກອາຍໄຫວຫວັ່ນ
ເຂົາເຝົ້າວິ່ງວອນ ອ້ອນອອດ
ເຂົາເຝົ້າພໍ່າພອດ ແຕ່ຄຳຫວານ
ເຂົາຊ່າງເສກສັນ ປັ້ນຄຳຍ້ອງຍໍ

2) ໄດ້ຍິນຄຳຮັກ ສລັກຫົວໃຈ
ຫວາບຫວິວຊວງໃນ ຮ້ອນຮົນເໝືອນໄຟສຸມກໍ່
ຫ້າມໃຈຫັກໃຈ ແສນຍາກ
ຫຼືວ່າເກີດຮັກ ເຂົາແລ້ວໜໍ
ຫົວໃຈຈົດຈໍ່ ຕໍ່ເຂົາຜູ່ດຽວ

• ໂອ້…ຄວາມສາວ ເຖິງຄາວແຮກເລີ່ມ
ເໝືອນຮວງເຂົ້າ ພວມເຫີ່ມ
ລໍຄອງຖ້າຄົນ ເກັບກ່ຽວ
ອະນຸພາບຄວາມຮັກ ມີຄົມເໝືອນກຽວ
ພຽງເຂົາບອກຮັກຄຳດຽວ ກ່ຽວຫົວໃຈໃຝ່ຝັນ

3) ຢາກບອກຄຳຮັກ ຮັບຕອບເຂົາໄປ
ໃຫ້ຮູ້ຄວາມໃນ ກໍຍັງນຶກອາຍໃຈສັ່ນ
ຝືນອຳເກັບໄວ້ ໃນອົກ
ເໝືອນໄຟໄໝ້ໝົກ ຈິດສະທ້ານ
ຮັກຕາມພົວພັນ ທຸກວັນແລະຄືນ…

ໂນຕເພງ “ອະນຸພາບຮັກ”
ວິດີໂອໂນຕບັນເລງເພງ “ອະນຸພາບຮັກ”

ເພງ “ຈັນສຸຣິ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງ

ວິດີໂອດົນຕຣີບັນເລງເພງ “ຈັນສຸຣິ”

1) ໂອ້ດວງ ສຸຣິຍາ
ສ່ອງນະພາ ແຈ່ມໃສ
ແຫງນງວກ ເບິ່ງໄປ
ພາຫົວໃຈ ໃຫ້ສຸກສັນ

2) ໂອ້ດວງ ຈັນທຣາ
ເດັ່ນບົນຟ້າ ສວັນ
ສູງກວ່າ ເກີນຝັນ
ໃຝ່ຫາຈັນ ມາໄວ້ຄອງ

• ຍາມໃດ ຟ້າແຈ່ມສີ
ໂອ້ສຸຣີ ສົ່ງແສງສ່ອງ
ຍາມໃດ ນະພາຜ່ອງ
ເດືອນຍັງສ່ອງ ແສງລັບລອຍ

3) ໂອ້ດວງ ຈັນສຸຣີ
ແຜ່ໄມຕຣີ ຈັກນ້ອຍ
ຂໍຢ່າ ເລື່ອນລອຍ
ປ່ອຍຫົວໃຈ ໃຫ້ໝອງເສົ້າ…

ໂນຕເພງ “ຈັນສຸຣິ”
ວິດີໂອໂນຕບັນເລງເພງ “ຈັນສຸຣິ”

ເພງ “ລືມຊ໋ະ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ລືມຊ໋ະ”

1) ລືມ ຂໍເຊີນອ້າຍລືມ ຄວາມຫຼັງ
ລືມ ລືມຄຳສາບານ ສັນຍາ

2) ລືມ ແມ່ນລືມໄດ້ແລ້ວ ບອກມາ
ລືມ ໃຫ້ລືມຈົນກວ່າ ສິ້ນໃຈ

• ນ້ອງ ເປັນຍິງຕ້ອຍຕໍ່າ
ເຖິງ ຈະຊໍ້າທົນໄດ້
ຍອມ ຫຼີກທາງໃຫ້ໄປ
ແມ່ນອ້າຍລືມໄດ້ ນ້ອງຂໍຂອບໃຈເທົ່າຟ້າ

3) ລືມ ຂໍໃຫ້ອ້າຍລືມ ເຖີດໜາ
ລືມ ຊາດນີ້ຊາດໜ້າ ໃຫ້ລືມ…

ໂນຕເພງ “ລືມຊ໋ະ”
ວິດີໂອໂນຕບັນເລງເພງ “ລືມຊ໋ະ”

ເພງ “ລຳບາກໃຈ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1993)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ລຳບາກໃຈ”

1) ໂທ້ໃຈ ໄປຮັກ ເຂົາເຮັດຫຍັງ
ຈະຫວັງ ໃນຮັກ ຈັກພຽງໃດ
ກໍເຂົາ ມີແລ້ວ ຄົນຄູ່ໃຈ
ຈະໝາຍ ປອງຮັກ ຄົງໝົດທາງ

2) ເມື່ອເຫັນ ເມື່ອພົບ ປະສົບຕາ
ດັ່ງວ່າ ໃຈເຂົາ ຈະຈິງຈັງ
ຮູ້ທັນ ບັນຫາ ທີ່ປ່ຽນພະລັງ
ຫາທາງ ມຸ່ງຫວັງ ສົມດັ່ງໝາຍ

• ແຕ່ຄິດແລ້ວ ຄົງຈະຍາກ
ຄົງລຳບາກ ສຸດວິສັຍ
ສຸດຈະຝືນ ຄວາມຝັນໃຝ່
ສຸດຫ້າມໃຈ ຫວນໄຫ້ຮຽກຫາ

3) ຊາດນີ້ ຄົງໄດ້ ໄດ້ແຕ່ຄິດ
ເສົ້າຈິດ ຄິດແລ້ວ ໝອງອຸຣາ
ຢ້ານບໍ່ສົມ ດັ່ງມາດ ປຣາຖນາ
ຄິດວ່າ ຊາດນີ້ ຄົງຜິດຫວັງ…

ໂນຕເພງ “ລຳບາກໃຈ”
ວິດີໂອໂນຕບັນເລງເພງ “ລຳບາກໃຈ”