ເພງ “ຜິດຫວັງ”

ເນື້ອຮ້ອງ ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ຊານໄຊ

ວິດີໂອດົນຕຣີບັນເລງເພງ “ຜິດຫວັງ”

1) ຜິດຫວັງ ແລ້ວເຈົ້າຈັ່ງຮູ້ເມື່ອ
ບອກບໍ່ເຊື່ອ ແລ້ວເສືອເປັນຈັ່ງໃດ
ຈະຫັນໜ້າ ກັບໄປຫາຜູ່ໃດ
ເຂົາຄົງຈະບໍ່ສົນໃຈ ແລ້ວໃຜຈະທໍຣະມາ

2) ຜິດຫວັງ ແລ້ວມານັ່ງຮ້ອງໄຫ້
ຈະໂທດໃຜ ໝາຍໃຜລົງອາຍາ
ເມື່ອຫຼົງຜິດ ທາງຊີວິດນານມາ
ເສັຽຕົວເສັຽທີເສັຽທ່າ ນໍ້າຕາເຈົ້າຕ້ອງຫຼັ່ງນອງ

• ກັບໂຕ ກັບໃຈເສັຽໃໝ່ກໍດີ
ມາຊຸບຊີວີ ຢ່າໃຫ້ມີອັບສີເສົ້າໝອງ
ຮັກຄົນທີ່ເຂົາ ຮັກເຮົາຢ່າຫວັງເງິນທອງ
ຫົວໃຈບໍ່ແມ່ນສິ່ງຂອງ ຕໍ່ຮອງຊື້ໄດ້ຂາຍກັນ

3) ຜິດຫວັງ ແລ້ວມາຕັ້ງໂຕໃໝ່
ທີ່ແລ້ວໄປ ນັ້ນໃຫ້ເປັນຄວາມຝັນ
ຊີວິດໃໝ່ ຄົງສົດໃສລາວັນ
ຟ້າຄົງຈະລົງໂທດທັນ ສາບານທີ່ເຂົາແກ້ງລືມ…

ໂນຕເພງ “ຜິດຫວັງ”
ວິດີໂອໂນຕບັນເລງເພງ “ຜິດຫວັງ”