ເພງ “ຢ່າອວດ”

ເນື້ອຮ້ອງ & ທຳນອງ : ຄຳໃບ ຄຳຊະນະ (∼1970)
ນັກຮ້ອງຕົ້ນສະບັບ : ພົງສວັນ

ວິດີໂອດົນຕຣີບັນເລງເພງ “ຢ່າອວດ”

1) ຢ່າອວດຢ່າອົ່ງ ໄປເລີຍນ້ອງສາວ
ນ້ອງຢ່າຄິດຟ້າວ ຊອກຫາເອົາບ່າວຄຽງຄູ່ເດີນໂຊ
ອ້າຍບໍ່ໃສ່ໃຈ ເຖິງນ້ອງຈະໄດ້ຄູ່ຄອງອັກໂຂ
ນ້ອງສາວເຈົ້າຢ່າຄຸຍໂມ້ ອວດໂຕວ່າເດັ່ນວ່າດີ

2) ຢ່າອວດຢ່າອົ່ງ ໄປເລີຍອະນົງ
ຮູບງາມບໍ່ສົ່ງ ໃຫ້ນ້ອງເປັນຫົງຕລອດຊີວີ
ໜ້ອຍນຶ່ງກໍແກ່ ຂາດຊາຍຫຼຽວແລຢ່າມາອວດດີ
ເນື້ອໜັງຫ່ຽວແຫ້ງທຸກທີ ບໍ່ມີໃຜຈະຫົວຊາ

• ຕາຍໃຫ້ຕາຍ ກໍຕາຍແລ້ວເອີຍ
ອ້າຍນີ້ບໍ່ເຄີຍ ບໍ່ເຄີຍຄິດຝັນແກ້ວຕາ
ຜູ່ຍິງທັງເມືອງ ບໍ່ອຶດບໍ່ຢາກດອກໜາ
ຂໍນ້ອງເນື້ອທອງເຈົ້າຢ່າ ອວດທ່າເຫັນມີແຟນໃໝ່

3) ຢ່າອວດຢ່າອົ່ງ ໄປເລີຍການດາ
ເຈົ້າງາມໂສພາ ເໝືອນເທວະດາບົນຟ້າເມື່ອໃດ
ເຈົ້າອາດຜິດຫວັງ ຄົງມີອີກຄັ້ງເຈົ້າຈະເສັຽໃຈ
ເມື່ອເຂົາສິ້ນຄວາມອາລັຍ ຊາມວັຍຈະສິ້ນໂສພາ…

ໂນຕເພງ “ຢ່າອວດ”
ວິດີໂອໂນຕບັນເລງເພງ “ຢ່າອວດ”