ເພງ “ສາວງາມເມືອງສວັນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1969)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ສາວງາມເມືອງສວັນ”

1) ໂອ້ສາວງາມ ແຫ່ງເມືອງສວັນ
ເທບເທວາໃດປັ້ນ ວິໄລລາວັນໜັກໜາ
ເດືອນເພັງລອຍເດັ່ນ ຢູ່ບົນນະພາ
ຍັງບໍ່ທຽມແກ້ວຕາ ດາຣາແຫ່ງເມືອງສວັນ

2) ອ້າຍພົບພານ ຍັງຝັນໃຝ່ປອງ
ເຝົ້າລະເມີເຖິງນ້ອງ ຫວັງປອງຮັກຮຽງຮ່ວມກັນ
ກະຕ່າຍໝາຍຢູ່ ຄູ່ຄຽງພຣະຈັນ
ກໍປຽບເໝືອນອ້າຍນັ້ນ ຫຼົງໃຝ່ຝັນຮັກນາງຜູ່ດຽວ

• ຊີວິດນີ້ອ້າຍເຝົ້າ ຫຼົງຮັກແຕ່ເຈົ້າ
ຮັກສາວສວັນ ໝັ້ນໜຽວ
ອ້າຍຍັງຂາດຄູ່ ຢູ່ຄຽງກາຍຍັງແສນປ່ຽວ
ນ້ອງສາວເຈົ້າບໍ່ແລຫຼຽວ ຢູ່ໂດດດ່ຽວອ້າຍໜາວອຸຣາ

3) ໂອ້ສາວງາມ ແຫ່ງເມືອງສວັນ
ອ້າຍຂໍຮັກນ້ອງໝັ້ນ ເໝືອນຈັນຄູ່ຄຽງກັບຟ້າ
ນ້ອງເອີຍນ້ອງຈົ່ງ ສົ່ງຮອຍຍິ້ມມາ
ແມ່ນນ້ອງຄິດເມດຕາ ອ້າຍຈະພາເຖົ້າແກ່ມາຂໍ…

ໂນຕເພງ “ສາວງາມເມືອງສວັນ”
ວິດີໂອໂນຕບັນເລງເພງ “ສາວງາມເມືອງສວັນ”