ເພງ “ກ່ອນຈາກ”

ເນື້ອຮ້ອງ & ທຳນອງ : ສ. ສີເມືອງຊອງ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ກ່ອນຈາກ”
  1. ອ້າຍຈຳຈາກໄປ ແດນໄກແນວໜ້າ
    ນ້ອງເອີຍຟັງອ້າຍສັ່ງລາ ຢ່າຫຼັ່ງນໍ້າຕາຊົມຊານ
    ອ້າຍເປັນຊາຍ ໄວ້ລາຍຊາຍຊາດທະຫານ
    ລ້ຽງລູກໄວ້ນະນົງຄານ ລໍການກັບຂອງອ້າຍນີ້

  2. ລູກເອີຍຢ່າໄຫ້ ຢ່າແອ່ວມານດາ
    ຢ່າໄຫ້ຮໍ່າຮ້ອງຄວນຫາ ກວນແມ່ເຈົ້ານະຄົນດີ
    ໂອ້… ເມັຽເອີຍ ຢ່າເມີນເສີຍພຽນລູກໃຫ້ດີ
    ຫາກຜິດນິດນ້ອຍຢ່າຕີ ປຣານີລູກເຖີດດວງໃຈ

  3. ກ່ອນນ້ອງເຂົ້ານອນ ຢ່າລືມໄຫວ້ວອນເທວາ
    ດອກໄມ້ທູບທຽນບູຊາ ຄຸນພຣະຊ່ວຍຮັກສາອ້າຍ
    ຫາກສິ້ນພັຍຣີ ອ້າຍນີ້ຈະຄືນມາໄວ
    ມາຄູ່ຄອງດວງໃຈ ຈົນຕາຍບໍ່ຂໍຈາກຈອນ

  4. ນ້ອງເອີຍຢ່າໄຫ້ ຈົ່ງເຊັດນໍ້າຕາ
    ອ້າຍຈາກໄປບໍ່ນານຈະມາ ລໍຖ້າອ້າຍນະບັງອອນ
    ຈວນແຈ້ງແລ້ວ ນ້ອງແກ້ວອ້າຍຂໍລາກ່ອນ
    ຢ່າໄຫ້ນໍ້າຕາປຽກໝອນ ອ້າຍຈອນຈາກແລ້ວແກ້ວເອີຍ…
ວິດີໂອໂນຕບັນເລງເພງ “ກ່ອນຈາກ”

ເພງ “ທັມມະຊາດເມືອງສຸ້ຍ”

ເນື້ອຮ້ອງ & ທຳນອງ : ສ. ບົວລະພັນ (1969)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ທັມມະຊາດເມືອງສຸ້ຍ”
  1. ທິວທັດແຫ່ງນີ້ ຊ່າງມີແຕ່ຄວາມງາມວິໄລ
    ຊົມແລ້ວເປັນໜ້າຈັບໃຈ ງາມເໜືອຖິ່ນໃດໃນເລົ່າ
    ງາມທັມມະຊາດ ຕາມພູຜາປ່າດົງໂຂດເຂົາ
    ຖິ່ນໃດຈະມາງາມເທົ່າ ສ່ອງເປັນເງົາຍາມແສງເມກບັງ

  2. ສຽງນົກຮ້ອງກູ່ ຍາມເຊົ້າຕຣູ່ໜ້າອອນຊອນ
    ຟັງແລ້ວເປັນໜ້າສະອອນ ສຽງນົກມັນວອນຮ້ອງສັ່ງ
    ຍາມສາຍລົມແຫວກ ສຽງໃບແປກລີງຮ້ອງກ້ອງດັງ
    ໜ້າຜາລຽບຮິມໜອງຕັ່ງ ໝູ່ນົກຍາງຈອບບິນກິນປາ

  3. ເມືອງສຸ້ຍ… ໃຜໆກໍຍັງຕ້ອງການ
    ຍິນແລ້ວຢາກໄປພົບພານ ຢາກຈະເຫັນໄວ້ເປັນຂວັນຕາ
    ເປັນຮອຍສລັກ ປັກດວງໃຈຍາມເມື່ອລືມລາ
    ໜອງຕັ່ງຄຳເຂົາລືຊາ ອາບເຢັນກາຍາຍາມລົງແລງ

  4. ນັ່ງຈອມພູໂສ ຫຼຽວໂງໂງ້ງຄືນຕ່າວກັບມາ
    ເມືອງສຸ້ຍແສນງາມສງ່າ ດັ່ງເທບເທວາປັ້ນແຕ່ງ
    ໜຸ່ມສາວເດີນເຫຼັ້ນ ຍາມຕາເວັນໃກ້ຈະລັບແສງ
    ເຝື້ອໄຫຼໃຕ້ຟ້າຍາມແລງ ສຸກສົມທຸກແຫ່ງເມືອງສຸ້ຍນີ້ເອີຍ…
ວິດີໂອໂນຕບັນເລງເພງ “ທັມມະຊາດເມືອງສຸ້ຍ”

ເພງ “ວອນນ້ອງກັບຄືນ”

ເນື້ອຮ້ອງ & ທຳນອງ : ສ. ບົວລະພັນ & ສັນຕິ ພິມສຸວັນ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ວອນນ້ອງກັບຄືນ”
  1. ຫຼຽວສຸດຂອບຟ້າ ບໍ່ເຫັນໜ້ານ້ອງມາຄຽງໃກ້
    ນານປີທີ່ນ້ອງຈາກໄປ ດວງໃຈອ້າຍສຸດຂັດສົນ
    ອ້າຍຄອຍນ້ອງຢູ່ ດ້ວຍໃຈສຸດແສນກັງວົນ
    ຈາກອ້າຍໄປຫຼາຍປີຜ່ານພົ້ນ ໂທ້ເອີຍໜ້າມົນປານໃດຈະມາ

  2. ຫຼືໄປພົບຊູ້ ຫຼືມີຄູ່ຜູ່ໃໝ່ຄຽງຊ້ອນ
    ອ້າຍນີ້ສຸດຈະອາວອນ ບັງອອນຊ່າງບໍ່ເມດຕາ
    ຂໍນ້ອມວອນໄຫວ້ ເທວັນທັງເຈົ້າອິນທຣາ
    ໂປຣດຈົ່ງໄດ້ສົງສານຕົວຂ້າ ໃຫ້ຍອດຊີວາໄດ້ກັບຄືນ

  3. ອ້າຍນີ້ ຄອຍນ້ອງຢູ່ທຸກວັນ
    ປານນີ້ຍັງບໍ່ກັບຫັນ ຄືນວັນອ້າຍສຸດກໍ້າກືນ
    ແສນເວທນາ ລູກນ້ອຍຮ້ອງແອ່ວຂັດຝືນ
    ຍາມເຂົ້ານອນລູກເຮົາສະອື້ນ ນ້ອງຍັງບໍ່ຄືນຊ່າງໃຈດຳ

  4. ຮີບມາເຖີດນ້ອງ ອ້າຍຂໍຮ້ອງເປັນຄຳສຸດທ້າຍ
    ຍິນແລ້ວຈົ່ງຟ້າວຮ້ອນໃຈ ຢ່າໄປປ່ອຍຕົວຖລຳ
    ເຫັນໃຈອ້າຍກ່ອນ ຍາມນອນສຸດແສນຣະກຳ
    ຫາກມີນ້ອງຄຽງຄອງຍາມຄໍ່າ ອ້າຍຄົງຫາຍຊໍ້າອົກຕຣົມ…
ວິດີໂອໂນຕບັນເລງເພງ “ວອນນ້ອງກັບຄືນ”

ເພງ “ຈ່າຕຣີລຳພັນ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງສ໌ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ຈ່າຕຣີລຳພັນ”
  1. ສິບປີທີ່ຜ່ານ ຊີວິດທະຫານ
    ຕ້ອງໄກຈາກບ້ານ ຊົມຊານແທນສິ້ນຊີວີ
    ຊີວິດທະຫານ ຜ່ານມາຫຼາຍປີ
    ໄດ້ຊັ້ນເປັນພຽງຈ່າຕຣີ ໂຊກດີທີ່ເຫຼືອຕາຍ

  2. ຫົວໃຈໝອງໝົ່ນ ຂາດຄົນແລຫຼຽວ
    ຕ້ອງນອນໂດດດ່ຽວ ນອນໜາວຄົນດຽວເລື້ອຍໄປ
    ຂາດຮັກຂັດສົນ ຂາດຄົນເຫັນໃຈ
    ຫາກແມ່ນວ່າຍິງຄົນໃດ ສົນໃຈຈ່າຕຣີຂໍເຊີນ

  3. ຍິງ… ຄົນໃດຈະເມດຕາ
    ໂປຣດກະຣຸນາ ບອກມາຢ່າທຳເສີຍເມີນ
    ນິສັຍໃຈຄໍແສນດີ ນາຣີບໍ່ເຄີຍລ່ວງເກີນ
    ກຽດການພນັນ ເພາະມັນເຜົາຜານແຕ່ເງິນ
    ຍິງໃດສົນໃຈຂໍເຊີນ ເຣື່ອງເງິນຂອງຈ່າພໍມີ

  4. ຫຼາຍປີພົ້ນຜ່ານ ເນີນນານໃຈເຫຼືອ
    ໃຜມີໃຈເຜື່ອ ຈຸນເຈືອເອື້ອເຟື້ອອາຣີ
    ຂໍເອົາຫົວໃຈ ເປັນທາດເທພີ
    ຍິງໃດຢາກໄດ້ຜົວດີ ຕ້ອງເອົາຈ່າຕຣີຢ່າງອ້າຍນີ້ເອີຍ…
ວິດີໂອໂນຕບັນເລງເພງ “ຈ່າຕຣີລຳພັນ”

ເພງ “ໂຊກຕ່າງລ່າງ”

ເນື້ອຮ້ອງ & ທຳນອງ : ຄຳຕຸ່ນ ວົງສນິດ (1972)
ນັກຮ້ອງຕົ້ນສະບັບ : ຄຳຕຸ່ນ ວົງສນິດ

ວິດີໂອດົນຕຣີບັນເລງເພງ “ໂຊກຕ່າງລ່າງ”

(ຂັບ) ໂອ່ຍ… ເອີຍລະນາ… ໂຊກເອີຍໂຊກຕ່າງລ່າງ
ຊະຕາຊາຍເປັນຕ່າງລ່າງ ນາງເອີຍ
ລົມຜູ່ສາວ ຖືກແຕ່ສາວແມ່ຮ້າງ
ປີນີ້ຈັ່ງແມ່ນຊວຍ ຈັ່ງແມ່ນຊວຍ ເອີຍລະນາ…

(ສອຍ) ໂຊກຕ່າງລ່າງ ກະຊາຕາຕ່າງລ່າງ
ໂອ້ຍຈັ່ງແມ່ນໂຊກ ຕ່າງລ່າງກະຊາຕາຕ່າງລ່າງ

1) ເມື່ອກ່ອນຍັງໂຊກດິບໂຊກດີ ຕົກມາໃນປີນີ້ໂຊກເປັນສີຕ່າງລ່າງ
ລົມຜູ່ສາວຖືກແຕ່ສາວແມ່ຮ້າງ ຮວ້າຍປີນີ້ມັນຊວຍຢູ່ຕລອດທາງ
ບະເປັນນຳໂຊກຕ່າງລ່າງ ກະຊາຕາຕ່າງລ່າງ

(ສອຍ)

2) ເມື່ອກ່ອນຕອນເຮົາມີໂຊກດີ ໄປມາແຕ່ລະທີກະບໍ່ເຄີຍໄດ້ຍ່າງ
ປີນີ້ມັນຊວຍຢູ່ຕລອດປີ ໄປມາແຕ່ລະທີກະມີຕາຍຕັ້ງແຕ່ຍ່າງ
ບະເປັນນຳໂຊກຕ່າງລ່າງ ກະຊາຕາຕ່າງລ່າງ

(ສອຍ)

3) ເມື່ອກ່ອນຕອນເຫັນເຈົ້າເປັນສາວ ຈັ່ງແມ່ນເຈົ້າຂາວແອວກົມດີໜໍນາງ
ປີນີ້ເຈົ້າມາປ່ຽນແປງໄປ ຮວ້າຍ ເຈົ້າກິນອັນໃດມາທ້ອງໄຂ່ອ່າງລ່າງ
ບະເປັນນຳໂຊກຕ່າງລ່າງ ກະຊາຕາຕ່າງລ່າງ

(ສອຍ)

(ເວົ້າ) ກະໂພດ ມັນຊວຍແຕ່ຫົວປີດອກເວີ້ຍ
ຜູ່ສາວມີເຕັມບ້ານນຶ່ງບໍ່ຖືກ ດັນໄປຖືກແຕ່ຜູ່ສາວແມ່ຮ້າງ…

ວິດີໂອໂນຕບັນເລງເພງ ” ໂຊກຕ່າງລ່າງ”

ເພງ “ເຕືອນສາວດາວສມັຍ”

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌ (1967)
ນັກຮ້ອງຕົ້ນສະບັບ : ສຸວັນ ທັມມະວົງສາ – ຊື່ເພງ “ຄຳເຕືອນຂອງອ້າຍ”
ນັກຮ້ອງອັດແຜ່ນສຽງ : ຈ. ປະຈັກໃຈ (1969)

ວິດີໂອດົນຕຣີບັນເລງເພງ “ເຕືອນສາວດາວສມັຍ”

(ສອຍ)
ສາວເອີຍສາວ ອ້າຍຊິເຕືອນເຈົ້າເດີ
ຢ່າຫຼົງລະເມີ ຝັນເພີ້ຢາກເປັນດາຣາ
ຈະລ່ວງຫຼົ່ນລົງຈາກຟ້າ ຈະເສົ້າໂສກຕຣົມອຸຣາ
ຫຼັ່ງນໍ້າຕາ ເພາະຄວາມຊໍ້າໃຈ…

  • ຢ່າຝັນໃຝ່ ສູງສົ່ງ
    ປຽບເໝືອນ ນາງຫົງລຳພອງ
    ລຸ່ມຫຼົງ ວຽງຟ້າເມືອງທອງ
    ວ່າເປັນ ແດນສິວິໄລ…
  • ລືມຕະຄອງ ລືມຫ້ວຍບຶງໜອງປ່າດົງສຸມໄຜ່
    ລືມທ້ອງ ທົ່ງນາສວນໄຮ່
    ລືມຄວາຍ ທີ່ເຄີຍໄຖນາ
    ລືມຄວາຍ ທີ່ເຄີຍໄຖນາ…

    (ສອຍ)

  • ຢ່າຝັນ ຂີ່ຣົດເກັງ
    ເບິ່ງໜັງ ຟັງເພງເພີດເພີນ
    ເປັນສາວ ສມັຍກະເທີນ
    ເຮັດເປິ່ນເວິ່ນ ຢາກອວດໂຊລວດລາຍ…
  • ໂອ້! ສາວໆ ຢ່າເຮີ່ເປັນດາວເຕັ້ນລຳເຂົາໃຝ່
    ລຸ່ມຫຼົງ ສັງຄົມຍຸກໃໝ່
    ຈົນລືມໄລ ປະເພນີຂອງລາວ
    ຈົນລືມໄລ ປະເພນີຂອງລາວ…
ວິດີໂອໂນຕບັນເລງເພງ ” ເຕືອນສາວດາວສມັຍ”

ເພງ “ສື່ຮັກຈາກສາຍຕາ”

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌
ນັກຮ້ອງຕົ້ນສະບັບ : ກອບແກ້ວ ປ່ຽມມະໄລ

ວິດີໂອດົນຕຣີບັນເລງເພງ “ສື່ຮັກຈາກສາຍຕາ”
  1. ເມື່ອຕາສອງຕາ ມອງຈ້ອງກັນ
    ປຽບປານ ສອນຮັກປັກຕິດຕຣຶງ
    ຍິ່ງມອງ ຍິ່ງງົງຫຼົງຕະລຶງ
    ຕາຫວານຊາບຊຶ້ງ ເໝືອນນໍ້າເຜິ້ງຢົດຍ້ອຍ

  2. ເນດຄົມຄູ່ນັ້ນ ດູເດັ່ນງາມ
    ເມື່ອຍາມ ທຳງອນອ່ອນຊ້ອຍ
    ເຝົ້າຫຼົງ ຕິດຕາມຕັ້ງຕາຄອຍ
    ຈິດໃຈເລື່ອນລອຍ ລໍນ້ອງມອງສົບຕາ

  3. ໃຈ… ໝາຍໝັ້ນ
    ຜູກສັມພັນ ຢູ່ທຸກວັນເວລາ
    ຄວາມຮັກ ເກີດຈາກສາຍຕາ
    ເປັນສື່ຊັກພາ ຈ້ອງມອງກັນເລື້ອຍໄປ

  4. ເຮົາສອງນັ້ນຄົງ ຄອງຄູ່ກັນ
    ບຸບເພ ສັນນິວາດສ້າງໄວ້
    ສົ່ງຍິ້ມ ໃຫ້ແທນຄຳທັກທາຍ
    ເປີດເຜີຍຄວາມນັຍ ກັນດ້ວຍສື່ສາຍຕາ…
ວິດີໂອໂນຕບັນເລງເພງ ” ສື່ຮັກຈາກສາຍຕາ”

ເພງ “ເທວີສວັນ”

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌
ນັກຮ້ອງຕົ້ນສະບັບ : ສົມລິຕ ພັນນະວົງສ໌

ວິດີໂອດົນຕຣີບັນເລງເພງ “ເທວີສວັນ”
  1. ເບື້ອງບົນນະພາ ນັ້ນມີຈັນທຣາເດັ່ນສວງ
    ໝູ່ດາວຮ້ອຍດວງ ສິ້ນແສງສລົວມົວເສົ້າ
    ທ້ອງຟ້າຜ່ອງພັນ ແສງຈັນສະກາວ
    ສ່ອງເວຫາຫາວ ເໝືອນເປັນເຈົ້າແຫ່ງຣາຕຣີ…

  2. ຢູ່ໃຕ້ຮົ່ມຟ້າ ເໜືອທ້ອງນະທີຖິ່ນຖານ
    ສັຕຣີຮ້ອຍພັນ ບໍ່ງາມທຽບທັນນາງນີ້
    ສວຍຊຶ້ງຍິ່ງເຫຼືອ ລໍ້າຄຳກະວີ
    ໄຮ້ສິ້ນຣາຄີ ເປັນສຼີຂຸນເມືອງກະເດື່ອງນາມ…

  3. ຍິ້ມນາງເໝືອນນຶ່ງ ຈະຕຣຶງໂລກຢຸດ
    ແສນບໍຣິສຸດ ພາໃຈວາບຫວາມ
    ດວງຕາປຽບຄ້າຍ ປະກາຍເພັດງາມ
    ຫວານຖ້ອຍນໍ້າຄຳ ຍາມເອີ່ຍວະຈີ…

  4. ໂອ້ນວນນາງຟ້າ ລ່ອງລອຍລົງມາຈາກສວງ
    ໃຫ້ຊົນທັງປວງ ໄດ້ຊິດຊົມໂສມຫຼືນີ້
    ນາງງາມພຽບພ້ອມ ດ້ວຍຄຸນຄວາມດີ
    ຍອດແຫ່ງນາຣີ ເປັນສຼີເທວີສວັນ…
ວິດີໂອໂນຕບັນເລງເພງ ” ເທວີສວັນ”

ເພງ “ຢ່າຫຼົງ”

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌
ນັກຮ້ອງຕົ້ນສະບັບ : ນິນ ອຸໄຣ

ວິດີໂອດົນຕຣີບັນເລງເພງ “ຢ່າຫຼົງ”
  1. ເກີດ ມາເປັນຄົນ
    ຢ່າຫຼົງຕົນ ຈົນລືມຕົວ
    ຢ່າຫຼົງ ເມົາມົວ
    ຄິດວ່າຕົວ ເກັ່ງກ້າເກີນຄົນ

  2. ຢ່າ ເຊື່ອຄຳລວງ
    ຈະຊໍ້າຊວງ ເພາະຫຼົງກົນ
    ຫາກຫຼົງ ຄຳຄົນ
    ຈະໝອງໝົ່ນ ຈົນໃຈຕົວ

  3. ຄວາມຫຼົງ ທຳໃຫ້ທຸກໜັກ
    ເຫັນກົງຈັກ ວ່າເປັນດອກບົວ
    ຫຼົງຢູ່ໃນ ຄວາມຊົ່ວ
    ພາຕົວ ໃຫ້ມົວໝອງອາຍ

  4. ເກີດ ມາເປັນຄົນ
    ຢ່າຫຼົງຕົນ ລືມຄວາມຕາຍ
    ໝັ່ນສ້າງ ດີໄວ້
    ຜົນທີ່ໄດ້ ຄືຄວາມດີ…
ວິດີໂອໂນຕບັນເລງເພງ ” ຢ່າຫຼົງ”

ເພງ “ເຫຼືອແຮງຮັກ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ
ນັກຮ້ອງຕົ້ນສະບັບ : ຈັນທະຣາ

ວິດີໂອດົນຕຣີບັນເລງເພງ “ເຫຼືອແຮງຮັກ”
  1. ເຫຼືອແຮງນ້ອງຮັກ ອ້າຍຈາກຫົວໃຈແທ້ຈິງ
    ຍອມເສັຽທຸກສິ່ງ ດ້ວຍໃຈສຸດຮັກສຸດຫວງ
    ຫວັງໃຫ້ຄວາມຮັກໝັ້ນຄົງ ປ່ອຍກາຍລຸ້ມຫຼົງຈົນຖືກລວງ
    ນ້ອງຮັກນ້ອງຫ່ວງ ອ້າຍມານານປີຈົນເສົ້າໝອງ

  2. ນ້ອງແສນຈະຮັກ ອ້າຍປັກຣຶທັຍຜູ່ດຽວ
    ແຕ່ອ້າຍບໍ່ກ່ຽວ ກັບມີຄູ່ຮັກຄຽງສອງ
    ລືມສິ້ນຄວາມຫວານຜ່ານມາ ລືມຄຳສັນຍາທີ່ໃຫ້ນ້ອງ
    ອ້າຍມີຄູ່ຄອງ ນອນຮ່ວມຄຽງສອງຄົງສຸກໃຈ

  3. ຜີເອີຍຕົນໃດ ເຂົ້າສິງໃຈເຈົ້າ
    ຈຶ່ງລືມຄົນເກົ່າ ລືມຮັກໄປໄດ້
    ອ້າຍເຄີຍບອກນ້ອງ ຢາກຄອງຊາມວັຍ
    ແຕ່ແລ້ວເຫດໃດ ອ້າຍຈຶ່ງຫຼອກຫຼອນ

  4. ນໍ້າຕານ້ອງລິນ ແທບສິ້ນຊີວາເພາະຕຣົມ
    ໃຈນ້ອງຣະທົມ ບົ່ມຄວາມເຈັບແຄ້ນສຸດຖອນ
    ນ້ອງຈະຈົດຈຳໃຫ້ດີ ວ່າໃຈອ້າຍມີແຕ່ຫຼອກຫຼອນ
    ສິ້ນແລ້ວລາກ່ອນ ຂໍຢ່າອາວອນກັນອີກເລີຍ…
ວິດີໂອໂນຕບັນເລງເພງ ” ເຫຼືອແຮງຮັກ”