ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌
ລາ… ລາ ລາ… ລາ ລາ…ລາ ລາ…
- ວຽງຈັນ ແດນວິໄລ
ຈາກໄກ ໃຈຄະນຶງ
ອາລັຍ ຫ່ວງຄິດເຖິງ
ນໍ້າຕາ ຕົກຝັງໃນ - ວຽງຈັນ ຂ້ານີ້ຕຣົມ
ຣະບົມ ໃນຣຶທັຍ
ເທວີ ຍອດຂວັນໃຈ
ຢູ່ດີ ຫຼືຮ້ອນຮົນ - ວຽງຈັນ ຂ້າຂໍວອນ
ເທວາ ຢູ່ເບື້ອງບົນ
ໄດ້ໂປຣດ ມາຊ່ວຍດົນ
ໃຫ້ໜ້າມົນ ຂ້າສົດຊື່ນ - ວຽງຈັນ ແດນວິມານ
ບໍ່ນານ ຄົງຫວນຄືນ
ຄົນດີ ຢ່າສະອື້ນ
ແນ່ນອນ ຄົງພົບກັນ…