ເພງ “ຢູ່ໄປເຮັດຫຍັງ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ & ໂພ ຄຸຜ່ອງສີ (1968)
ນັກຮ້ອງຕົ້ນສະບັບ : ຄຳເພັຊ ສວັດດີ

ວິດີໂອດົນຕຣີບັນເລງເພງ “ຢູ່ໄປເຮັດຫຍັງ”

1) ຢູ່ໄປເຮັດຫຍັງ ຄົນຮັກເຂົາຊັງນໍ້າໜ້າ
ຢູ່ໄປເຮັດຫຍັງ ໃຫ້ຄົນຕິສິນນິນທາ
ໂລກນີ້ກວ້າງໃຫຍ່ ຈະໄປໃຫ້ສຸດສາຍຕາ
ຫຼີກຄຳນິນທາ ຫຼີກວາຈາສຽດສີເຈັບໃຈ

2) ຢູ່ໄປເຮັດຫຍັງ ຄົນຮັກຫັນຫຼັງໃຫ້ເຮົາ
ຢູ່ໄປເຮັດຫຍັງ ໃຫ້ເຂົາດ່າວ່າທຳລາຍ
ຂໍຕາຍດາບໜ້າ ບໍ່ມາໃຫ້ເຈັບຊໍ້າໃຈ
ຫຼີກທາງຫ່າງໄກ ຜູ່ຊາຍຫຼາຍໃຈບໍ່ປຣາຖນາ

• ຈະສແວງ ຊອກຊອນຫາຊາຍໃຈຊື່
ທີ່ເຂົາລື ວ່າເດັ່ນແລະສງ່າ
ເອົາມາປະດັບ ປະທັບໄວ້ໃນອຸຣາ
ກໍຍັງດີກວ່າ ທົນຢູ່ກັບຊາຍລໍ້ລວງ

3) ຢູ່ໄປເຮັດຫຍັງ ຄວາມຮັກເຮົາພັງສູນສິ້ນ
ຢູ່ໄປເຮັດຫຍັງ ແຜ່ນດິນມີຊາຍແສນລວງ
ແມ່ນຊີບຈະດັບ ບໍ່ກັບມາຮັກມາຫ່ວງ
ຜູ່ຊາຍແສນລວງ ບໍ່ຂໍຄວງໃຫ້ເສັຽເວລາ…

ວິດີໂອໂນຕບັນເລງເພງ “ຢູ່ໄປເຮັດຫຍັງ”