ເພງ “ຫິນເຫີບແດນງາມ”

ເນື້ອຮ້ອງ & ທຳນອງ : ສ. ມະນີແສງ (<1970)
ນັກຮ້ອງຕົ້ນສະບັບ : ຈັນທີ ສິຣິພອນ

ວິດີໂອດົນຕຣີບັນເລງເພງ “ຫິນເຫີບແດນງາມ”

1) ຖິ່ນລຳເນົາເງີບເງື້ອໂງ່ນຫິນ ແວ່ວສຽງສາຍວາຣິນ
ເຊາະຫິນກາງນໍ້າ ຊ່າງງາມເຫຼືອຕາ
ສອງຮິມຟາກຝັ່ງ ແວ່ວດັງສຽງສະກຸນາ
ຈັບຄອນວອນຄູ່ຖລາ ກາງນໍ້າມີປາຄຽງຄູ່ດູງາມ

2) ແວ່ວຊະນີທີ່ຮ້ອງສົ່ງມາ ກ່ອມເຂົາລຳເນົາແນວປ່າ
ຄໍ່າເຊົ້າເຂົາມາ ຂັນຄູ່ຄຽງຄອນ
ເອື້ອງດອຍຫ້ອຍຢູ່ ຕາມຜາພູ່ເຜິ້ງບິນຕອມ
ສົ່ງກິ່ນຫອມມາອ່ອນໆ ໜ້າອອນຊອນສຸກສົມດວງໃຈ

• ໂອ້ຫິນເຫີບ ເຈົ້າງາມເລີດກວ່າສິ່ງໃດ
ທັມມະຊາດສ້າງໄວ້ ສິລານ້ອຍໃຫຍ່ງາມເຫຼືອຄະນາ
ຫາໃດທຽມເທົ່າ ດັ່ງເຈົ້າອິນປັ້ນແຕ່ງມາ
ງາມແທ້ງາມເດັ່ນໜັກໜາ ໝູ່ສາລິກາຄຽງຄູ່ຄືນຮັງ

3) ຄໍ່າຣາຕຣີເຣໄຣຣະງົມ ດັ່ງສຽງດົນຕຣີຜະສົມ
ແຜ່ວຕາມສາຍລົມ ອ້ອຍອິ່ນອອນຊອນ
ແສງຈັນດັ່ງນຶ່ງ ໂຄມສ່ອງເມກໄມ້ດົງດອນ
ຫາຖິ່ນແດນໃດຈະເໝືອນ ຫິນເຫີບຍັງເຕືອນຝັງໃຈບໍ່ລືມ…

ໂນຕເພງ “ຫິນເຫີບແດນງາມ”
ວິດີໂອໂນຕບັນເລງເພງ “ຫິນເຫີບແດນງາມ”