ເພງ “ບຸງພ້າວສາວງາມ”

ເນື້ອຮ້ອງ & ທຳນອງ : ສ. ມະນີແສງ (~1970)
ນັກຮ້ອງຕົ້ນສະບັບ : ກອບແກ້ວ ປ່ຽມມະໄລ – ສຸວັນ ທັມມະວົງສາ (?)

ວິດີໂອດົນຕຣີບັນເລງເພງ “ບຸງພ້າວສາວງາມ”

1) ບຸງພ້າວສາວງາມ ດັ່ງນາງສວັນ
ເທວາອົງໃດແຕ່ງປັ້ນ ສ້າງສັນນ້ອງງາມໜັກໜາ
ເປັນເທພີ ທີ່ງາມເດັ່ນເຢັນຕາ
ໃຜເຫັນກໍປາຖນາ ແກ້ວຕາໄວ້ແນບດວງໃຈ

2) ບຸງພ້າວສາວເອີຍ ສາວຢ່າເມີນໝາງ
ຈົ່ງເຫັນຫົວໃຈອ້າຍຕັ້ງ ຮັກນາງບໍ່ໄດ້ໜ່າຍໜີ
ອ້າຍຍັງຮັກ ຮັກສາວເຈົ້າດັ່ງຊີວີ
ຈະຂໍມອບຊີວິດນີ້ ໃຫ້ສາວບຸງພ້າວຄຽງນອນ

• ໜຸ່ມວຽງຈັນ ຝັນໃຝ່ຄວນຫາ
ອ້າຍເກືອບເປັນບ້າ ບາງຄັ້ງເປັນລົມຫົວໃຈໄຫວຫວັ່ນ
ສຸດຈະຮັກ ຮັກສາວເຈົ້າດັ່ງຊີວັນ
ຫາກໄດ້ຄູ່ຄຽງຈອມຂວັນ ຈະຮັກນ້ອງໝັ້ນເໝືອນຈັນຄູ່ດາວ

3) ບຸງພ້າວສາວເອີຍ ສາວເຄີຍຍິ້ມຫວານ
ຫົວໃຈອ້າຍຫວັ່ນ ລຳພັນຝັນເພີ້ຄວນຄາງ
ຫາກໄດ້ສາວ ໄດ້ສາວເຈົ້າມາແນບຂ້າງ
ອ້າຍຈະບໍ່ເຫຫັນຫ່າງ ຈະຮັກນາງນ້ອງເຈົ້າຜູ່ດຽວ…

ໂນຕເພງ “ບຸງພ້າວສາວງາມ”
ວິດີໂອໂນຕບັນເລງເພງ “ບຸງພ້າວສາວງາມ”