ເພງ “ແກ່ນນະຄອນ”

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌ (1968)
ນັກຮ້ອງຕົ້ນສະບັບ : ກອບແກ້ວ ປ່ຽມມະໄລ

ວິດີໂອດົນຕຣີບັນເລງເພງ “ແກ່ນນະຄອນ”

1) ແກ່ນ… ນະຄອນ
ດັ່ງຄອນຄົງຊຶ້ງ ຕຣຶງໃຈໝັ້ນ
ທັມມະຊາດສົດສວຍ ທົ່ວຖິ່ນສະຖານ
ແລລ້ວນສຳຣານ ວິມານເມືອງແມນ…

2) ແກ່ນ… ນະຄອນ
ດັ່ງມີມົນຂັງ ຝັງໃຈໝັ້ນແກ່ນ
ຊົ່ວຍາມທ່ຽວເດີນ ເພີດເພີນສຸດແສນ
ບໍ່ຢາກຈາກແຄວ້ນ ແຫ່ງຄວາມພິຣົມ…

• ຄົນມີນໍ້າໃຈ ໄມຕຣີ
ໂອບເອື້ອອາຣີ ໜ້ານິຍົມ
ດອກໄມ້ແກ່ນນະຄອນ ຫອມຫວນຊວນຊົມ
ຢາກເດັດຢາກດົມ ຫວ່າງກາງແກ່ນໃຈ…

3) ແກ່ນ… ນະຄອນ
ຄົງມີວັນຢ້ອນ ຫວນຄືນມາໃໝ່
ຫັກຫ້າມໃຈລາ ດ້ວຍຄວາມອາລັຍ
ບໍ່ຢາກຈາກໄກ ແກ່ນນະຄອນເອີຍ…

ໂນຕເພງ “ແກ່ນນະຄອນ”
ວິດີໂອບັນເລງເພງ “ແກ່ນນະຄອນ”