”ການດັດແປງຫຼືປັບປ່ຽນສຽງຂອງເພງໃນຣະບົບ Audio File”

ໝາຍເຫດ : ເອກສານເພງໃນຣະບົບ Audio (Wav ຫຼື MP3…) ສາມາດນຳມາອ່ານຫຼິ້ນສົດໆດ້ວຍຄີບອດ Yamaha PSR SX900. ພ້ອມທັງສາມາດທຳການຄວບຄຸມປັບປ່ຽນຣະດັບສຽງສູງຕໍ່າ (Pitch Shift) ຄວາມໄວຊ້າຂອງບົດເພງ (T. Stretch) ຕລອດຮອດການ “ຕອງ” (V.Cancel) ສຽງຄົນຮ້ອງຕົ້ນສະບັບອອກແບບຊົ່ວຄາວໄດ້.
ສຳລັບກະທູ້ນີ້ ຂ້າພະເຈົ້າຈະພະຍາຍາມສາທິດແລະອະທິບາຍ ປະກອບດ້ວຍພາບທີ່ຈັບມາຈາກໜ້າຈໍຂອງຄີບອດ Yamaha ກະທູ້ນີ້ ຂ້າພະເຈົ້າຈະສາທິດແລະອະທິບາຍເປັນລຳດັບຂອງການເປີດເພງຣະບົບ Audio ອອກມາຫຼິ້ນໃນຄີບອດ ແລະເຂົ້າໄປດັດແປງ ຫຼືປັບປ່ຽນສຽງບົດເພງເປັນຂັ້ນຕອນດັ່ງນີ້ :

1 – ໂຫຼດເອກສານ Audio File ໃສ່ຄີບອດ
ຈາກໜ້າຈໍຫຼັກຂອງຄີບອດ ແຕະໃສ່ຊ່ອງທີ່ໝາຍວ່າ Audio ເພື່ອເປີດໜ້າຈໍໃຫ້ເລືອກເພງ Audio File ພາຍໃນເຄື່ອງຫຼືຈາກກະແຈ USB ພາຍນອກ.

2 – ເປີດຈໍ Song Player

ຈາກໜ້າຈໍຫຼັກຂອງຄີບອດ ກົດໃສ່ດຸມ PLAYER ດ້ານເທິງທາງກໍ້າຊ້າຍຈໍສຳພັດ ເບື້ອງລຸ່ມຄຳວ່າ SONG. ໜ້າຈໍ Song Player ທີ່ປາກົດອອກມາ ຈະແບ່ງເປັນ 2 ພາກສ່ວນ :

  • ເບື້ອງຊ້າຍ ແມ່ນພາກສ່ວນສຳລັບເພງ ໃນຣະບົບ MIDI File
  • ເບື້ອງຂວາ ແມ່ນພາກສ່ວນສຳລັບເພງ ໃນຣະບົບ Audio File

3 – ດຸມ “ຕອງ” ສຽງຄົນຮ້ອງ (Vocal Cancel)
ຈາກໜ້າຈໍ Song Audio Player, ແຕະໃສ່ຊ່ອງທີ່ມີຄຳວ່າ V.Cancel ເພື່ອ “ຕອງ” ສຽງຄົນຮ້ອງໃນເພງອອກ. ດຸມນີ້ມີປໂຍດສຳລັບການເປີດເພງທີ່ມີສຽງຄົນຮ້ອງ ເພື່ອຕັດສຽງຮ້ອງອອກ ແລະຫຼິ້ນສຽງເຄື່ອງເສບອື່ນໆໃນຄີບອດແທນສຽງນັກຮ້ອງ, ຫຼືປັກສຽບໄມແລ້ວ ຮ້ອງໃສ່ແທນທຳນອງຮ້ອງເດີມ ຄ້າຍຄືກັບການຮ້ອງເພງໃສ່ແຜ່ນ Karaoke.

4 – ດຸມ “ປ່ຽນ” ຣະດັບສຽງສຸງຕໍ່າຂອງເພງ (Pitch Shift)
ຈາກໜ້າຈໍ Song Audio Player, ແຕະໃສ່ຊ່ອງທີ່ມີຄຳວ່າ Pitch Shift ຈະປາກົດມີດຸມ ລູກສອນຊ້າຍຂວາ ອອກມາໃຫ້ສາມາດ ເພີ່ມຫຼືລົດຣະດັບສຽງຂອງເພງ ທີລະເຄິ່ງສຽງ (1/2 Tone). ເໝາະສຳລັບປ່ຽນຣະດັບສຽງຂອງເພງ ເພື່ອສາມາດຮ້ອງຕາມໄດ້ ຖ້າສຽງນັກຮ້ອງຕົ້ນສະບັບ ຫາກສູງເກີນໄປສຳລັບສຳນຽງຜູ່ຈະຫັດຮ້ອງຕາມ.​ ຫຼືໃນກໍຣະນີ ທີ່ເຮົາຢາກຝຶກຫຼິ້ນທຳນອງເພງດ້ວຍສຽງດົນຕຣີເຄື່ອງອື່ນຂອງຄີບອດຕາມເພງ ແຕ່ບໍ່ທັນຊຳນານທຸກໆຣະດັບສຽງ ທຸກໆຣະດັບຂອດເພງ ດັ່ງນີ້ເປັນຕົ້ນ…

5 – ດຸມ “ປ່ຽນ” ຣະດັບຄວາມໄວຊ້າຂອງເພງ (Time Stretch)

ຈາກໜ້າຈໍ Song Audio Player, ແຕະໃສ່ຊ່ອງທີ່ມີຄຳວ່າ T.Stretch ຈະປາກົດມີດຸມ ລູກສອນຊ້າຍຂວາ ອອກມາໃຫ້ສາມາດ ເພີ່ມຫຼືລົດຣະດັບສຽງຂອງເພງ ທີລະເປີເຊັນ (%). ເໝາະສຳລັບປ່ຽນຣະດັບຄວາມໄວຊ້າຂອງເພງ ເພື່ອສາມາດຝຶກຮ້ອງຕາມໄດ້ ຖ້າເພງຕົ້ນສະບັບ ຫາກມີຈັງຫວະທີ່ໄວເກີນໄປສຳລັບສຳນຽງຜູ່ຈະຫັດຮ້ອງໃໝ່.​ ຫຼືໃນກໍຣະນີ ທີ່ເຮົາຢາກຝຶກຫຼິ້ນທຳນອງເພງດ້ວຍສຽງດົນຕຣີເຄື່ອງອື່ນຂອງຄີບອດຕາມເພງ ແຕ່ນີ້ວມືການເສບບັນເລງເທິງຄີບອດ ຍັງບໍ່ທັນຊຳນານດີ ດັ່ງນີ້ເປັນຕົ້ນ…

6 – ດຸມ “ລື້ມຄືນ” ຫຼືທວນຄືນຣະຫວ່າງສອງຈຸດຂອງເພງ (A-B Repeat)
ດຸມນີ້ ມີໜ້າທີ່ໃນການກຳນົດ 2 ຈຸດເພື່ອສາມາດທຳການອ່ານລື້ມຄືນບົດເພງໃນທ່ອນທີ່ໄດ້ໝາຍໄວ້ ຣະຫວ່າງ 2 ຈຸດດັ່ງກ່າວ.
– ເປີດຫຼິ້ນເພງ Audio ດ້ວຍການແຕະໃສ່ດຸມ “ອ່ານ/ໂຈະ” (Play/Pause), ເມື່ອເພງຫຼິ້ນໄປຮອດຈຸດທີ່ຢາກຫວນກັບຄືນ ແຕະຄັ້ງທຳອິດໃສ່ດຸມ A ໃຫ້ຮຸ່ງຂຶ້ນເພື່ອເປັນການກຳນົດຈຸດຫວນຄືນ. ເພງຈະສືບຕໍ່ຫຼິ້ນຕໍ່ໄປ ຈາກຈຸດທີ່ໄດ້ກຳນົດວ່າ ແມ່ນຈຸດ A ນີ້, ເມື່ອເພງຫຼິ້ນໄປຮອດບ່ອນທີ່ມີຄວາມປະສົງໃຫ້ຫວນຕ່າວຄືນ ກໍພຽງແຕ່ແຕະໃສ່ດຸມ B. ເພງຈະຕ່າວຄືນໄປຫຼິ້ນຄືນມາຈາກຈຸດ A ລື້ມໄປລື້ມມາເຊັ່ນນີ້ຈົນກວ່າເຮົາແຕະໃສ່ດຸມ “ອ່ານ/ໂຈະ” (Play/Pause) ຫຼືແຕະໃສ່ດຸມ (A-B) ເພື່ອຍົກເລີກການຫຼິ້ນ “ລື້ມຄືນ”.

7 – ດຸມ “ເນື້ອຮ້ອງ” ຂອງເພງ (Lyrics)

ຖ້າຫາກບົດເພງຣະບົບ Audio ໄດ້ມີການບັນທຶກເນື້ອຮ້ອງຂອງເພງໄວ້ ເວລາແຕະກົດໃສ່ດຸມນີ້ ເນື້ອເພງຈະປາກົດອອກມາໃຫ້ເຫັນ. ເໝາະສຳລັບການຝຶກຮ້ອງເພງແບບ Karaoke…

ໝາຍເຫດ : ເນື້ອເພງທີ່ສາມາດອ່ານດ້ວຍຄີບອດ Yamaha PSR SX900 ແມ່ນສະເພາະພາສາ ອັງກິດສາກົນ, ບໍ່ທັນສາມາດອ່ານພາສາລາວໄດ້ເທື່ອ.

(ກະຣຸນາຕິດຕາມໃນບົດຕໍ່ໆໄປ…)

Paris, 28 ມົກກະຣາ 2024

”ການດັດແປງຫຼືປັບປ່ຽນສຽງຂອງເຄື່ອງດົນຕຣີ ໃນເອກສານ Midi File”

ໝາຍເຫດ : ເອກສານ Midi File ເພງລາວທຸກໆເພງຂອງຂ້າພະເຈົ້າ ແມ່ນໄດ້ທຳການອັດບັນທຶກໂດຍການບັນເລງສົດດ້ວຍຄີບອດ Yamaha PSR ຮຸ່ນ S950 ແລະ SX900, ບໍ່ໄດ້ທຳການປັບປຸງໃຫ້ເປັນ Midi File ຣະບົບ Karaoke ມາຕຖານທົ່ວໄປ. ຣະບົບບັນທຶກເອກສານ Midi File ນີ້ແມ່ນອິງຕາມມາຕຖານ MIDI ຂອງ Yamaha ຫຼັກສູດ XG ເຊິ່ງມີຄວາມແຕກຕ່າງຢູ່ບາງປະເດັນກັບຫຼັກສູດ GM-GS ທົ່ວໆໄປ.
ສຳລັບກະທູ້ນີ້ ຂ້າພະເຈົ້າຈະພະຍາຍາມສາທິດແລະອະທິບາຍ ປະກອບດ້ວຍພາບທີ່ຈັບມາຈາກໜ້າຈໍຂອງຄີບອດ Yamaha PSR (ຮຸ່ນ SX900) ເປັນລຳດັບຂອງການເຂົ້າໄປດັດແປງ ຫຼືປັບປ່ຽນແກ້ໄຂສຽງຂອງເຄື່ອງດົນຕຣີ ທີ່ຫຼິ້ນສຽງ Bass ຂອງເພງໃນເອກສານ Midi File ເປັນຂັ້ນຕອນດັ່ງນີ້ :

1 – ໂຫຼດເອກສານ Midi File ໃສ່ຄີບອດ
ຈາກໜ້າຈໍຫຼັກຂອງຄີບອດ ແຕະໃສ່ຊ່ອງທີ່ໝາຍວ່າ MIDI ເພື່ອເປີດໜ້າຈໍໃຫ້ເລືອກເພງ Midi File ພາຍໃນເຄື່ອງຫຼືຈາກກະແຈ USB ພາຍນອກ.

2 – ເປີດຈໍ Song Recording Menu (ມີ 2 ວິທີ)

  • ດ້ວຍການກົດໃສ່ດຸມ RECORDING ຢູ່ເທິງກໍ້າຊ້າຍໜ້າແປ້ນຂອງຄີບອດ ຫຼື
  • ການກົດໃສ່ດຸມ MENU 2 ຢູ່ເທິງກໍ້າຂວາໜ້າແປ້ນຂອງຄີບອດແລະເລືອກເອົາ Song Recording.

3 – ໜ້າຈໍ MIDI Multi Recording
ຈາກໜ້າຈໍ Song Recording Menu, ແຕະໃສ່ຊ່ອງທີ່ມີຄຳວ່າ Multi Recording ເພື່ອເປີດຈໍ MIDI Multi Recording ອອກມາ.

4 – ໜ້າຈໍ Mixer ຂອງເພງ Midi File
ຈາກໜ້າຈໍ MIDI Multi Recording, ແຕະໃສ່ຊ່ອງທີ່ມີຄຳວ່າ Menu ແລະເລືອກດຸມ Mixer ທີ່ປາກົດອອກມາ.

ໂດຍປົກກະຕິ ໜ້າຈໍນີ້ຈະຖືກແບ່ງອອກເປັນ 2 ໜ້າ. ໜ້າທີ່ນຶ່ງ ສະແດງໃຫ້ເຫັນເຄື່ອງເສບ 1 ຫາ 8 (Tracks 1-8) ແລະໜ້າທີ່ສອງ ສະແດງໃຫ້ເຫັນເຄື່ອງເສບ 9 ຫາ 16 (Tracks 1-8). ໝາຍຄວາມວ່າ ເພງໃນຣະບົບ Midi File ໂຮມແລ້ວ ມີການໃຊ້ເຄື່ອງເສບທັງໝົດ 16 ເຄື່ອງປະກອບເປັນວົງດົນຕຣີທີ່ສົມບູນທີ່ສຸດ. ຣະຫັດ MIDI ທີ່ໃຊ້ແທນເຄື່ອງໝາຍຂອງຊ່ອງໃນ Mixer ທີ່ເອີ້ນວ່າ Tracks ແມ່ນຣະຫັດ Midi Chanel 1 ຫາ 16.

ເພື່ອປ່ຽນໜ້າຈໍເຄື່ອງເສບທີ່ 1-8 ໄປໜ້າ 9-16, ແມ່ນໃຫ້ແຕະໃສ່ດຸມ “ລູກສອນຊ້າຍແລະຂວາ” ຊຶ່ງຢູ່ກ້ອງຄຳທີ່ໝາຍໄວ້ວ່າ Song 1-8 ຫຼື 9-16.

ໝາຍເຫດ : ຄວາມຮູ້ພື້ນຖານທີ່ຄວນເຂົ້າໃຈໃນເບື້ອງຕົ້ນ ກ່ຽວກັບຫຼັກການຣະບົບເອກສານ Midi File ຫຼັກສູດ XG ຂອງ Yamaha ເພື່ອເກັບບັນທຶກຣະຫັດ MIDI ເວລາອັດເພງແມ່ນມີຫຼັກການພື້ນຖານທີ່ແຕກຕ່າງຈາກຫຼັກການແລະຫຼັກສູດອື່ນໆດັ່ງນີ້ :
– Yamaha ໄດ້ເລືອກໃຊ້ Track (ຫຼື Midi Chanel) ເລກທີ 11 ເພື່ອເກັບສຽງຂອງ Guitar Bass (ຫຼືທຸກໆສຽງໃນກຸ່ມທີ່ມີໜ້າທີ່ຫຼິ້ນສຽງ Bass ເຊິ່ງອາດຈະເປັນສຽງ Synthe Bass ຫຼືອື່ນໆ). ສ່ວນເຄືອຄ່າຍເຄື່ອງດົນຕຣີຍີ່ຫໍ້ອື່ນໆ (ຕົວຢ່າງ Roland, Korg…) ແມ່ນໄດ້ເລືອກໃຊ້ Track (ຫຼື Midi Chanel) ເລກທີ 02 ເພື່ອເກັບສຽງຂອງເຄື່ອງເສບທີ່ເຮັດໜ້າທີ່ຂອງ Bass.

5 – ການປ່ຽນແປງຄ່າ Volume ຂອງສຽງ Bass ໃນເພງ Midi File ຜ່ານຈໍ Mixer

ໃນຈໍ Mixer Midi File​ ໜ້າທີ່ນຶ່ງຫຼືສອງ (Tracks 1-16) ຈະມີຮູບທີ່ສະແດງໃຫ້ເຫັນ ຊ່ອງເປັນລວງຂວາງທີ່ມີ 4 ແຖວລວງນອນໃຫ້ເຫັນດຸມແລະຄ່າຕ່າງໆ ຄ້າຍຄື Mixer ທັມມະດາທົ່ວໄປ ຄື :
– ຕົວເລກທີ່ບອກ Track ຫຼື Chanel ໃນຊ່ອງນີ້
– Icon ທີ່ສະແດງໃຫ້ເຫັນຊະນິດຂອງເຄື່ອງເສບໃນຊ່ອງນີ້
– ດຸມ PAN (Panoramic) ທີ່ບົ່ງບອກຕຳແໜ່ງອຽງຊ້າຍຫຼືຂວາຂອງສຽງເຄື່ອງເສບໃນຊ່ອງນີ້
– ດຸມ VOLUME ທີ່ບົ່ງບອກຄວາມຄ່ອຍແຮງ ຂອງສຽງເຄື່ອງເສບໃນຊ່ອງນີ້
– ຢູ່ກໍ້າຊ້າຍຂອງໜ້າຈໍນີ້ ຍັງມີດຸມອິກ 5 ແຖວ ທີ່ໃຊ້ໄວ້ສຳລັບເລືອກປ່ຽນການສະແດງໜ້າຈໍຈາກຄ່າ Volume ໄປເປັນຈໍຂອງຄ່າອື່ນໆອິກ ເຊັ່ນ Filter, EQ, Effect, Chorus/Reverb… ການແຕະໃສ່ນຶ່ງໃນ 5 ດຸມນີ້ຈະປ່ຽນການສະແດງຂອງຄ່າຕ່າງໆ ໄປຕາມເຫດການ.
ແຕ່ໃນບົດນີ້ ເຮົາຈະເອີ່ຍເຖິງສະເພາະດຸມແລະຄ່າຂອງ Volume ສຳລັບສຽງ Bass ເທົ່ານັ້ນ ອັນໄດ້ແກ່ ຊ່ອງເລກທີ 11 ຂອງໜ້າ Mixer ທີ 9-16.

ຕົວຢ່າງ : ເພື່ອຜ່ອນຫຼືເພີ່ມຣະດັບສຽງ Bass ໃຫ້ຫຼິ້ນຄ່ອຍລົງຫຼືແຮງຂຶ້ນ ແມ່ນໃຫ້ແຕະໃສ່ດຸມທີ່ມີເຄື່ອງໝາຍວ່າ Volume ໃຫ້ມີຂອບສີສົ້ມຮຸ່ງຂຶ້ນ ແລ້ວໃຊ້ດຸມ DEC/INC ຫຼືດຸມວົງກົມ ALPHA DIAL ທີ່ຢູ່ດ້ານຂວາມືທາງນອກຈໍສຳພັດ ເພື່ອປັບຄ່າຄວາມແຮງຄ່ອຍຂຶ້ນລົງຕາມໃຈປະສົງ ຫຼືຈະແຕະໃສ່ໜ້າຈໍສຳພັດ ແລ້ວເຄື່ອນຍ້າຍນີ້ວມືຂຶ້ນລົງໂດຍບໍ່ວາງນິ້ວມືກໍສາມາດເຮັດໄດ້ ແລະ ເຫັນວ່າສະດວກດີ.


ໃນຂະນະທີ່ທຳການປັບສຽງແລະຄ່າຕ່າງໆ ໃນຈໍ Mixer ເຮົາສາມາດຟັງເພງ Midi File ເພື່ອທຳການສັ່ງຊາຄວາມພໍດີໄດ້ ໂດຍບໍ່ຕ້ອງອອກຈາກໜ້າຈໍ Mixer ດ້ວຍການໃຊ້ດຸມ “ອ່ານ/ໂຈະ” (Play/Pause) ຂອງພາກສ່ວນ PLAYER MIDI ເຊິ່ງຢູ່ກໍ້າຊ້າຍດ້ານເທິງທາງນອກຈໍສຳພັດ. 

6 – ການລົງບັນທຶກເກັບເອກສານ Midi File ເປັນຊື່ໃໝ່ (Save File) ດ້ວຍການເພິ່ມຄຳວ່າ Playback ຫຼືອື່ນໆ ເພື່ອບໍ່ໃຫ້ຫຼົງກັບເອກສານ Midi File ຕົ້ນສະບັບຂອງເພງທີ່ນຳມາດັດແປງແກ້ໄຂໃນບົດນີ້.
– ເມື່ອເຫັນວ່າ ທຸກຢ່າງເໝາະສົມຕາມຄວາມຕ້ອງການແລ້ວ ກໍແຕະໃສ່ດຸມ “ກາກະບາດ” ທີ່ຢູ່ຂອບແຈກໍ້າຂວາຂ້າງເທີງຂອງຈໍສຳພັດ ເພື່ອກັບຄືນຖອຍຫຼັງອອກໄປສູ່ຂໍ MIDI Multi Recording.

–  ແລ້ວແຕະເລືອກດຸມ Setup ເພື່ອທຳການເກັບບັນທຶກການປ່ຽນແປງຄ່າໃໝ່ຂອງສຽງ Bass.

7 – ຈໍ Setup ຂອງ Mixer MIDI File

– ຈໍນີ້ ມີຄວາມສຳຄັນຫຼາຍ ເພາະມີໜ້າທີ່ລົງບັນທຶກ ຄ່າຕ່າງໆໃນຈໍ Mixer Midi File ໃຫ້ເປັນຣະຫັດພາສາ MIDI ຄືນລົງໃນເອກສານ Midi File ເພາະວ່າ ທຸກໆການປັບປ່ຽນຄ່າຕ່າງໆໃນ Mixer Midi, ຖ້າເຮົາອອກຈາກໜ້າຈໍດັ່ງກ່າວ ແລະໄປໂຫຼດເພງອື່ນອອກມາແທນເພງທີ່ພວມຫຼິ້ນຢູ່, ການປ່ຽນແປງທຸກຢ່າງ ຈະຖືກລົບລ້າງໄປໝົດ ດ້ວຍຄ່າການປັບຂອງເພງໃໝ່ ທີ່ໄດ້ຖືກໂຫຼດເຂົ້າມາແທນທີ່.

– ຄວາມພິເສດອິກຢ່າງນຶ່ງໃນໜ້າຈໍນີ້ ແມ່ນເຮົາສາມາດເລືອກວ່າຈະເກັບການປ່ຽນແປງຊະນິດໃດແດ່ ໃສ່ລົງໃນເອກສານ Midi File… ດ້ວຍການແຕະເລືອກໃຫ້ມີກາປະທັບຮຸ່ງຂຶ້ນ ຕໍ່ໜ້າຊື່ຂອງຣະບົບຕ່າງໆ. ໃນນີ້ ເຮົາໄດ້ທຳການປ່ຽນ Volume ຂອງສຽງ Bass, ດັ່ງນັ້ນເຮົາຕ້ອງກົດເລືອກວ່າ ໃຫ້ລົງບັນທຶກຄ່າໃໝ່ນີ້ ດ້ວຍການແຕະໃສ່ຊ່ອງ 4 ຫຼ່ຽມຕໍ່ໜ້າຄຳວ່າ Volume ໃຫ້ກາປະທັບສີຂຽວຮຸ່ງຂຶ້ນ. ໃນຈໍນີ້ຈະມີຫຼາຍໆຊະນິດທີ່ຄວນກວດເບິ່ງ ວ່າສົມຄວນເກັບບັນທຶກໄວ້ຫຼືບໍ່? ລາງຄ່າ ກໍບໍ່ຄວນເກັບໄວ້ ເພື່ອຄວາມສະດວກເວລາເສບຫຼິ້ນຄີບອດ ເມື່ອຈຳເປັນທີ່ຈະຕ້ອງໄດ້ປ່ຽນ ຫຼື ໂຫຼດເອກສານອື່ນໆ ເຊັ່ນຕົວຢ່າງ ການປ່ຽນຈັງຫວະເພງ, ປ່ຽນເອຟເຟັກສຳລັບໄມ ທີ່ປັກສຽບໃສ່ຄີບອດເພື່ອຮ້ອງເພງ… ເຫຼົ່ານີ້ ເມື່ອເຮົາຫາກບໍ່ຈຳເປັນໄດ້ໃຊ້ ກໍບໍ່ຕ້ອງລົງບັນທຶກໄວ້.

– ເມື່ອແນ່ນອນໃຈໃນຄ່າຕ່າງໆແລ້ວ ກໍໃຫ້ແຕະໃສ່ດຸມ Execute ຢູ່ທາງລຸ່ມຂວາມື. ຄີບອດຈະທຳງານ ແລະຈະປາກົດຈໍແຈ້ງໃຫ້ຊາບວ່າ ການລົງຣະຫັດ MIDI ໄດ້ສຳເຣັດດ້ວຍດີ ເຊິ່ງໜ້າຈໍຈະໝາຍຄຳວ່າ Completed.

– ກົດແຕະໃສ່ດຸມ Close ເພື່ອກັບຄືນອອກມາໜ້າຈໍ Mixer Midi ອິກຄັ້ງນຶ່ງ ແລ້ວແຕະກົດໃສ່ດຸມ Save ເພື່ອເກັບເອກສານ Midi File ເປັນຊື່ໃໝ່ ຫຼືທັບອັນເກົ່າແລ້ວແຕ່ຄວາມສະດວກຂອງໃຜລາວ.

(ກະຣຸນາຕິດຕາມໃນບົດຕໍ່ໆໄປ…)

Paris, 28 ມົກກະຣາ 2024

“ການແຍກສຽງທຳນອງຮ້ອງຂອງເພງ ອອກຈາກເອກສານ Midi File”

ໄດ້ມີຄົນທີ່ສົນໃຈ ຂຽນມາຂໍໃຫ້ຂ້າພະເຈົ້າທຳການສາທິດແລະອະທິບາຍ ຂັ້ນຕອນຕ່າງໆໃນການ ແຍກເອົາສຽງດົນຕຣີທີ່ຫຼິ້ນສຽງ Piano ເປັນທຳນອງຮ້ອງຂອງເພງ (Melody) ອອກຈາກເອກສານ Midi File ທີ່ໄດ້ເຜີຍແຜ່ ເພື່ອນຳໄປອ່ານດ້ວຍຄີບອດ Yamaha PSR ເພື່ອຈະສາມາດຮ້ອງໃສ່ ແລະສາມາດປ່ຽນຣະດັບສູງຕໍ່າຂອງດົນຕຣີໄດ້ຕາມຄວາມຕ້ອງການ ແລະບໍ່ມີສຽງ Piano ທີ່ຫຼິ້ນທຳນອງຮ້ອງມາຣົບກວນນັ້ນ ຈະຕ້ອງເຮັດວິທີໃດ? ຈຳເປັນທີ່ຈະຕ້ອງໃຊ້ຄອມແລະໂປຣແກຣມ Cubase ອັດເພງດັ່ງທີ່ເຫັນວິດີໂອຊຶ່ງຂ້າພະເຈົ້າໂພສອອກຫຼືບໍ່?… ເພາະຕົນເອງກໍມີຄີບອດ Yamaha PSR ຢູ່ແລ້ວ ແຕ່ບໍ່ຮູ້ວິທີເຮັດ ແລະບໍ່ມີໂປຣແກຣມອັດເພງ Cubase ທີ່ຕ້ອງໃຊ້ຄອມ…

ແປ້ນໜ້າຈໍສຳພັດຂອງຄີບອດ Yamaha PSR SX900 ແລະພາກສ່ວນສຳລັບຫຼິ້ນແລະອັດເພງເປັນຣະບົບ MIDI ແລະ AUDIO

ຄຳຕອບແມ່ນດັ່ງນີ້ :
ຖ້າພະຍາຍາມທຳການສຶກສາຄົ້ນຄວ້າແລະມີຄວາມຮູ້ກ່ຽວກັບຫຼັກການຂອງ ພາສາ MIDI ແລະເຄື່ອງເສບທີ່ມີຣະບົບແທດເໝາະກັບການອ່ານເອກສານ Midi File, ກໍບໍ່ຈຳເປັນຕ້ອງຜ່ານການນຳໃຊ້ຄອມແລະໂປຣແກຣມ Cubase ອັດເພງ. ພຽງແຕ່ໃຊ້ໂປຣແກຣມໃນຕົວຂອງຄີບອດ Yamaha PSR ກໍສາມາດແກ້ບັນຫານີ້ໄດ້.

ແຕ່ກ່ອນອື່ນໝົດ ແມ່ນໃຫ້ເຂົ້າໃຈວ່າ…
ເອກສານ Midi File ດົນຕຣີບັນເລງຂອງຂ້າພະເຈົ້າ ບໍ່ແມ່ນເອກສານ Midi File ມາຕຖານ Karaoke ແຕ່ແມ່ນເອກສານທີ່ໄດ້ທຳການອັດເສບດ້ວຍຄີບອດ Yamaha PSR ແບບສົດໆ ຜ່ານໂປຣແກຣມພາຍໃນຕົວຂອງຄີບອດທີ່ເອີ້ນວ່າ Midi Multi Recording ຊຶ່ງສາມາດອັດການເສບເວລາຫຼິ້ນຄີບອດ ໃສ່ໃນຄັງຄວາມຈຳຂອງເຄື່ອງ ຄ້າຍໆຄືເຄື່ອງອັດເພງ Multi Tracks ໃນຄອມທົ່ວໆໄປ.

ໜ້າຫຼັກຈໍສຳພັດຂອງຄີບອດ Yamaha PSR SX900 ທີ່ສະແດງໃຫ້ເຫັນດຸມພາກສ່ວນ MIDI Song

ຕາມຫຼັກການແລ້ວ ເອກສານ Midi File ທຸກໆຊະນິດ ແມ່ນບໍ່ສາມາດເກັບບັນທຶກສຽງດົນຕຣີຫຼືສຽງຮ້ອງໄດ້ ມີແຕ່ເກັບທ່າທີ, ທ່ວງທຳນອງ, ການເຄື່ອນໄຫວຂອງຜູ່ເສບ ເວລາບັນເລງດ້ວຍເຄື່ອງດົນຕຣີ ທີ່ເກັບບັນທຶກສິ່ງເຫຼົ່ານີ້ ເປັນຣະຫັດໃນພາສາ MIDI ໄວ້ເປັນເອກສານອີເລັກໂທຣນິກ ຊຶ່ງສາມາດນຳໄປເປີດອ່ານດ້ວຍເຄື່ອງທີ່ມີຣະບົບຊຶ່ງເຂົ້າກັນໄດ້ ແລະສາມາດທຳການດັດແປງແກ້ໄຂທຸກສິ່ງທີ່ໄດ້ອັດບັນທຶກໄວ້ລ່ວງໜ້ານັ້ນໄດ້… ດັ່ງນັ້ນ ການທີ່ຈະດັດແປງຂໍ້ມູນໃນເອກສານ Midi File ແມ່ນຮຽກຮ້ອງຄວາມຮູ້ພື້ນຖານແລະທັກສະການໃຊ້ໂປຣແກຣມໃນການດັດແປງຫຼາຍພໍສົມຄວນ ຈຶ່ງຈະເຮັດໄດ້…

ຂ້າພະເຈົ້າຈະພະຍາຍາມສາທິດເປັນຂັ້ນຕອນແບບຫຍໍ້ໆ ປະກອບດ້ວຍພາບທີ່ຈັບມາຈາກໜ້າຈໍຂອງຄີບອດ Yamaha PSR (ຮຸ່ນ SX900) ເປັນລຳດັບແລະຂັ້ນຕອນດັ່ງນີ້ :

1 – ໂຫຼດເອກສານ Midi File ໃສ່ຄີບອດ
ຈາກໜ້າຈໍຫຼັກຂອງຄີບອດ ແຕະໃສ່ຊ່ອງທີ່ໝາຍວ່າ MIDI ເພື່ອເປີດໜ້າຈໍໃຫ້ເລືອກເພງ Midi File ພາຍໃນເຄື່ອງຫຼືຈາກກະແຈ USB ພາຍນອກ.

2 – ເປີດຈໍ Song Recording Menu (ມີ 2 ວິທີ)

  • ດ້ວຍການກົດໃສ່ດຸມ RECORDING ຢູ່ເທິງກໍ້າຊ້າຍໜ້າແປ້ນຂອງຄີບອດ ຫຼື
  • ການກົດໃສ່ດຸມ MENU 2 ຢູ່ເທິງກໍ້າຂວາໜ້າແປ້ນຂອງຄີບອດແລະເລືອກເອົາ Song Recording.

3 – ໜ້າຈໍ MIDI Multi Recording
ຈາກໜ້າຈໍ Song Recording Menu, ແຕະໃສ່ຊ່ອງທີ່ມີຄຳວ່າ Multi Recording ເພື່ອເປີດຈໍ MIDI Multi Recording ອອກມາ.

  • ຈາກໜ້າຈໍ MIDI Multi Recording, ແຕະໃສ່ຊ່ອງທີ່ມີຄຳວ່າ StepEdit ເພື່ອເຂົ້າໄປພາຍໃນໜ້າຣະຫັດ MIDI ຂອງບົດເພງ. ໂດຍປົກກະຕິ ໜ້າຈໍນີ້ຈະສະແດງໃຫ້ເຫັນຣະຫັດ MIDI ກັບຄ່າຕ່າງໆຂອງ Track Midi Chanel 1 ອອກມາ ພ້ອມດ້ວຍລາຍລະອຽດ ທີ່ແບ່ງເປັນຊ່ອງລວງຂວາງ ແລະດຸມຕ່າງໆສຳລັບດັດແປງຣະຫັດເຫຼົ່ານີ້.

4 – ອ່ານເພງ Midi File ໃນຄີບອດຜ່ານຈໍ MIDI Multi Recording
ການອ່ານເພງ Midi File ຜ່ານຈໍ MIDI Multi Recording ມີ 2 ກໍຣະນີ​ :

  • ອ່ານເພື່ອຟັງວ່າບົດເພງ ໄດ້ຖືກຫຼິ້ນດ້ວຍເຄື່ອງເສບຈັກຢ່າງ ແລະຊະນິດໃດແດ່
  • ເພື່ອທຳຄວາມເຂົ້າໃຈໂຄງຮ່າງຂອງບົດເພງ ວ່າມີຈັກວັກຈັກທ່ອນ ແຕ່ລະວັກຕອນນອນຢູ່ບ່ອນໃດຂອງເພງ ແລະມີການປ່ຽນເຄື່ອງເສບເວລາໃດແດ່…

ໃນຂັ້ນຕໍ່ໄປ ມາລົງພາກປະຕິບັດດັ່ງນີ້ :

  • ຈາກໜ້າຈໍ MIDI Multi Recording, ແຕະໃສ່ດຸມ “ອ່ານ/ໂຈະ” (Play/Pause) ຢູ່ທາງກໍ້າຂວາມື, ບົດເພງ Midi File ຈະເລີ່ມຫຼິ້ນແຕ່ຕົ້ນບົດໃຫ້ເຮົາໄດ້ຍິນ ແລະຣະຫັດ MIDI ຕ່າງໆເທິງໜ້າຈໍກໍຈະເຄື່ອນຍ້າຍຈາກດ້ານເທິງລົງລຸ່ມ ຕາມລຳດັບຄວາມໄວຊ້າຂອງເພງທີ່ບັນທຶກໄວ້…
  • ເມື່ອເພງຫຼິ້ນທ່ອນຂຶ້ນຕົ້ນເພງຈົບ ແລະພວມຫຼິ້ນຕໍ່ເຂົ້າວັກທີ 1 ຂອງເພງ, ເຄື່ອງເສບທ່ອນຂຶ້ນຕົ້ນເພງ ຈະປ່ຽນມາເປັນສຽງ Piano ເພື່ອຫຼິ້ນທຳນອງຮ້ອງຂອງເພງ. ເວລານັ້ນ ໃຫ້ແຕະໃສ່ດຸມ “ອ່ານ/ໂຈະ” (Play/Pause) ອີກນຶ່ງຄັ້ງເພື່ອໂຈະການອ່ານບົດເພງ Midi File ໄວ້ຊົ່ວຄາວ.
  • ໃຊ້ດຸມ “ລູກສອນ4ທິດ-ເທິງລຸ່ມ” ເພື່ອເຄື່ອນຍ້າຍຂຶ້ນລົງແລະຊອກຫາໂຕໂນຕທຳອິດຂອງສຽງ Piano ທີ່ຫຼິ້ນທຳນອງຮ້ອງວັກທຳອິດຂອງເພງ.
  • ແຕະໃສ່ດຸມ Insert ເພື່ອຊອນແນບຣະຫັດ MIDI ໃໝ່ໃສ່ຕຳແໜ່ງທີ່ເພງໂຈະຢຸດຊົ່ວຄາວໄວ້. ໂດຍປົກກະຕິ ຖ້າເຮົາເຄື່ອນຍ້າຍການອ່ານຂອງເພງດ້ວຍດຸມ “ລູກສອນ4ທິດ” ແລະໂຈະຢຸດຊົ່ວຄາວໄວ້ທີ່ໂຕໂນຕໂຕໃດນຶ່ງ, ເມື່ອຊອນແນບຣະຫັດ MIDI ໃໝ່ໃສ່ຕຳແໜ່ງດັ່ງກ່າວ ໂປຣແກຣມຈະເລືອກໃຊ້ຣະຫັດໂຕໂນຕທີ່ໄດ້ໂຈະຢຸດໄວ້.
  • ໃຊ້ດຸມ “ລູກສອນ4ທິດ-ຊ້າຍຂວາ” ເພື່ອເຄື່ອນຍ້າຍໄປຕຳແໜ່ງ Note (ຫຼືອື່ນໆ) ແລ້ວໃຊ້ດຸມ DEC/INC ຫຼືດຸມວົງກົມ ALPHA DIAL ເພື່ອປ່ຽນຣະຫັດໃຫ້ເປັນ Ctrl. ຈາກນັ້ນ ໃຫ້ສືບຕໍ່ຍ້າຍໄປແຖວທີ່ມີຄ່າເປັນໂຕເລກ ຊຶ່ງຢູ່ຖັດໄປເບື້ອງຂວາຂອງຣະຫັດ Ctrl ແລ້ວທຳການປ່ຽນຄ່າໃຫ້ເປັນເລກ 7. ຮອດຈຸດນີ້ ເຮົາຈະເຫັນວ່າຄ່າຣະຫັດແຖວສຸດທ້າຍທາງກໍ້າຂວາ ຈະໝາຍວ່າ Volume ເຊິ່ງບົ່ງບອກໃຫ້ຮູ້ວ່າ ນີ້ແມ່ນຣະຫັດ MIDI ທີ່ມີໜ້າທີ່ບັງຄັບແລະຄວບຄຸມຄວາມຄ່ອຍແຮງຂອງເຄື່ອງເສບທີ່ໃຊ້ຫຼິ້ນທຳນອງຮ້ອງຂອງເພງ ໃນຊ່ວງນີ້ແມ່ນສຽງ Piano ນັ້ນເອງ.

ໂດຍປົກກະຕິ ເມື່ອຣະຫັດ Ctrl ເບີ 7 ໄດ້ຖືກຊອນໃສ່ດັ່ງນີ້, ຄ່າຂອງ Volume ຂອງມັນ ຈະແມ່ນ 0 ເຊິ່ງໝາຍຄວາມວ່າ “ມອດສຽງ” ຂອງເຄື່ອງເສບໃນເວລານີ້ ແລະໃນຊ່ວງນີ້ລົງ (ສຽງ Piano) ບໍ່ໃຫ້ມີສຽງດັງອີກຕໍ່ໄປ.

5 – ສືບຕໍ່ຊອກຫາໂນຕທຳອິດຂອງວັກທີ່ເພງທຳການເສບດົນຕຣີ (Solo) ຫຼັງຈາກຫຼິ້ນສຸດເພງ ເຊິ່ງໂດຍທົ່ວໄປຈະແມ່ນກັບມາຫຼິ້ນທ່ອນແຍກຂອງເພງ (Refrain). ມາຮອດຈຸດນີ້ ບໍ່ຕ້ອງກັງວົນເວລາ Midi File ຫຼິ້ນໄປສຸດເພງແລ້ວມີການປ່ຽນສຽງ Piano ເປັນສຽງອື່ນໆ ເພື່ອຫຼິ້ນທ່ອນ (Solo), ຣະຫັດ Volume ຈະເດັ້ງຄືນໃຫ້ມີສຽງເອງ. ລື້ມຄືນພາກປະຕິບັດຜ່ານມາ ໃນການຊອນແນບຣະຫັດ MIDI ໃໝ່ໃສ່ຕຳແໜ່ງກ່ອນໜ້າໂຕໂນຕທຳອິດຂອງວັກລື້ມຄືນພາຍຫຼັງ Solo. ປ່ຽນຣະຫັດຄ່າຂອງ Ctrl 7 ໃຫ້ເປັນ 0 ເພື່ອມອດສຽງ Piano ທີ່ຫຼິ້ນທຳນອງເພງ.

6 – ທຳການລົງບັນທຶກເກັບເອກສານ Midi File ເປັນຊື່ໃໝ່ (Save File) ດ້ວຍການເພິ່ມຄຳວ່າ Playback ຫຼືອື່ນໆ ເພື່ອບໍ່ໃຫ້ຫຼົງກັບເອກສານ Midi File ຕົ້ນສະບັບເຊິ່ງມີສຽງ Piano ຫຼິ້ນທຳນອງຮ້ອງຂອງເພງ.

7 – ເພື່ອກວດສອບຄືນວ່າ ການດັດແປງຣະຫັດ MIDI ກ່ຽວກັບ Volume ສຽງຂອງເຄື່ອງເສບທີ່ຫຼິ້ນສຽງທຳນອງຮ້ອງ (Melody) ຜ່ານພົ້ນໄປດ້ວຍດີ, ເຮົາສາມາດເປີດອ່ານ Midi File ຄືນໃໝ່ແຕ່ເລີ່ມຕົ້ນເພື່ອຟັງເບິ່ງວ່າທຸກສິ່ງທຸກຢ່າງເປັນໄປຕາມທີ່ມຸ່ງຫວັງ.

  • ກົດດຸມ EXIT ຫຼາຍໆຄັ້ງເພື່ອຄືນອອກມາໜ້າຈໍຫຼັກຂອງຄີບອດ
  • ກົດດຸມ MIXER/EQ ຢູ່ກໍ້າຊ້າຍດ້ານລຸ່ມຂອງຈໍຫຼັກເພື່ອເປີດຈໍ Mixer ອອກມາ
  • ແຕະໃສ່ຊ່ອງທີ່ມີຄຳວ່າ Song ເພື່ອເປີດຈໍທີ່ສະແດງຮູບຮວມຂອງເຄື່ອງທີ່ໃຊ້ຄວບຄຸມເພງ ຄ້າຍໆຄືແປ້ນ Mixer 16 Tracks ທົ່ວໄປ ເຊິ່ງຖືກແບ່ງອອກເປັນ 2 ພາກສ່ວນ (ສອງໜ້າ) ຍ້ອນຄວາມນ້ອຍແລະແຄບຂອງຈໍຄີບອດ.
  • ໃນຈໍທຳອິດນີ້ ໃຫ້ສັງເກດດຸມທີ່ສະແດງໃຫ້ເຫັນຄ່າຂອງ Volume ຂອງຊ່ອງທີ 1 (Track 1) ເວລາເລີ່ມຕົ້ນເພງ.
  • ກົດດຸມ “ອ່ານ” (Play/Pause) Midi File ຢູ່ນອກຈໍ ດ້ານເທິງກໍ້າຊ້າຍທີ່ມີໝາຍວ່າ MIDI ໃນແຖວ PLAYER ດ້ານລຸ່ມຄຳວ່າ SONG.

ເພງ Midi File ຈະທຳການຫຼິ້ນໄປຕາມປົກກະຕິ. ພາຍໃນຈໍ Mixer ໃນຂະນະທີ່ເພງຫຼິ້ນໄປ ຈຸດສີຂຽວ (Led) ໃນແຕ່ລະ Track ຈະກະພິບຮຸ່ງແລະມອດຕາມສຽງເຄື່ອງເສບທີ່ອັດໄວ້.

  • ເມື່ອຮອດທ່ອນທີ່ສຽງ Piano ຈະຫຼິ້ນທຳນອງ Melody ຂອງເພງ, ປຸ່ມ Volume ຂອງ Track ເບີ 1 ຈະລົດລົງມາຢູ່ຕຳແນ່ງ 0 ແລະສຽງ Piano ດັ່ງກ່າວຈະມອດສຽງໂດຍອັຕຕະໂນມັຕ.

ເມື່ອຮອດທ່ອນ Solo ກາງເພງ, ປຸ່ມ Volume ຂອງ Track ເບີ 1 ຈະເດັ້ງຄືນຂຶ້ນມາຣະດັບທີ່ໄດ້ອັດບັນທຶກໄວ້ໂດຍອັຕຕະໂນມັຕ ໃຫ້ໄດ້ຍິນສຽງຕາມປົກກະຕິ.

ການເປີດອ່ານເພງ Midi File ແລະນຳໃຊ້ດຸມຣະບົບ Transpose ທີ່ຢູ່ທາງນອກຈໍສຳພັດເພື່ອປ່ຽນຣະດັບສຽງຂອງເພງ…

ການເປີດເພງ Midi File ແລະນຳໃຊ້ຣະບົບ Transpose ເພື່ອປ່ຽນຣະດັບສຽງຂອງເພງ...
ໝາຍເຫດ : ດຸມ Transpose ນີ້ຈະໃຊ້ງານໄດ້ສະເພາະເພງເປັນ Midi File ເທົ່ານັ້ນ ບໍ່ສາມາດບັງຄັບຣະດັບສຽງເພງທີ່ເປັນ Audio (Wav ຫຼື MP3).

ໝາຍເຫດ : ດຸມ Transpose ທີ່ຢູ່ທາງນອກຈໍສຳພັດນີ້ ຈະໃຊ້ງານໄດ້ສະເພາະເພງເປັນ Midi File ເທົ່ານັ້ນ ບໍ່ສາມາດບັງຄັບຣະດັບສຽງເພງທີ່ເປັນ Audio (Wav ຫຼື MP3).
ເພື່ອທຳການຜັນປ່ຽນຣະດັບສຽງສູງຕໍ່າຂອງເອກສານເພງທີ່ເປັນຣະບົບ Audio ແມ່ນຕ້ອງເຂົ້າໄປໃນຈໍ PLAYER SONG ທີ່ມີດຸມສຳລັບຄວບຄຸມສຽງໄດ້ຫຼາຍໆຊະນິດ ຕົວຢ່າງ : ປ່ຽນຣະດັບສູງຕໍ່າ, ເລັ່ງຄວາມໄວຊ້າຂອງຈັງຫວະເພງ, ຕອງສຽງຄົນຮ້ອງອອກ,​ ອ່ານລື້ມຄືນຣະຫວ່າງສອງຈຸດ… ແຕ່ການຄວບຄຸມສຽງ Audio ໃນທີ່ນີ້ ແມ່ນສະເພາະເວລາອ່ານຫຼິ້ນເທົ່ານັ້ນ ບໍ່ສາມາດອັດເກັບຄືນເປັນເອກສານໃໝ່ໄດ້.

ເພື່ອຄວບຄຸມຄວາມຄ່ອຍແຮງຂອງສຽງເພງຣະບົບ Audio, ໃຫ້ແຕະໃສ່ດຸມ Menu ຢູ່ກໍ້າຂວາດ້ານເທິງຂອງໜ້າຈໍ ເພື່ອເປີດຈໍ Mixer ຮວມອອກມາແລ້ວ ທຳການປ່ຽນຄ່າ Volume ຂອງຊ່ອງ Audio ຕາມຄວາມປະສົງ.

ເພື່ອກັບຄືນໄປໜ້າຈໍ ຄວບຄຸມການອ່ານ (PLAYER SONG), ແຕະໃສ່ດຸມກາກະບາດທີ່ຢູ່ກໍ້າຂວາດ້ານເທິງຂອງໜ້າຈໍ.

(ກະຣຸນາຕິດຕາມໃນບົດຕໍ່ໆໄປ…)

Paris, 28 ມົກກະຣາ 2024

“ຂັ້ນຕອນຂອງການຮຽບຮຽງແລະບັນເລງເພງດ້ວຍຄີບອດ Yamaha PSR”

ຕອບຄຳຖາມທີ່ວ່າ : “ຂັ້ນຕອນຂອງການຮຽບຮຽງການເສບບັນເລງເພງທີ່ໄດ້ແກະໄວ້ ດ້ວຍການໃຊ້ຄີບອດ Yamaha PSR ມາຊ່ວຍໃນການບັນທຶກແລະອັດສຽງເກັບໄວ້ເປັນທັງຣະບົບ Audio Wav, Audio MP3 ແລະ MidiFile…”

ຂັ້ນຕອນຂອງການຮຽບຮຽງການເສບບັນເລງເພງທີ່ໄດ້ແກະໄວ້ ດ້ວຍການໃຊ້ຄີບອດ Yamaha PSR

ໃນເບື້ອງຕົ້ນຂອງການຮຽບຮຽງການເສບບັນເລງເພງທີ່ໄດ້ແກະໂນຕແລະເນື້ອຮ້ອງໄວ້ລ່ວງໜ້າ ດ້ວຍການໃຊ້ຄີບອດ Yamaha PSR, ຂ້າພະເຈົ້າຈະພິມໂນຕແລະເນື້ອເພງໃສ່ເຈັ້ຽແລ້ວນຳມາສຶກສາວິເຄາະ ການເລືອກຈັງຫວະເສບ ການເລືອກສຽງຕ່າງໆໃນການບັນເລງດ້ວຍມືຊ້າຍແລະມືຂວາ ຕລອດຮອດການຮຽບຮຽງການນຳໃຊ້ເທັກນິກທາງເດີນຂອງຂອດ (Chords Progression) ຊຶ່ງຈະພາໃຫ້ບາງຂອດຕົ້ນສະບັບທີ່ແກະໄວ້ ຖືກປ່ຽນແປງໃຫ້ມີຄວາມສົມດຸນກັບຈັງຫວະໃໝ່ທີ່ເລືອກໃຊ້ດ້ວຍຄີບອດ…

ຂັ້ນຕອນຂອງການຮຽບຮຽງການເສບບັນເລງເພງທີ່ໄດ້ແກະໄວ້ ດ້ວຍການໃຊ້ຄີບອດ Yamaha PSR

ຖັດມາ ຂ້າພະເຈົ້າກໍຈະທຳການລົງທະບຽນຂອງຄ່າຕ່າງໆແລະເກັບບັນທຶກໄວ້ໃນຄີບອດ (Voice, Style, Tempo, Synchro Start-Stop, Multi Pad, Registration Memory…) ເພື່ອຄວາມສະດວກເວລາເສບບັນເລງ ຈະສາມາດກົດດຸມຕ່າງໆເພື່ອປ່ຽນສຽງຂອງມືຂວາ (ຕົວຢ່າງເວລາຂຶ້ນຕົ້ນເພງ, ເວລາເສບສອຍຕອນທ່ອນແຍກ, ເວລາຈົບເພງ…) ຫຼືປ່ຽນຮູບຮ່າງສີສັນປະເພດຂອງຈັງຫວະດ້ວຍມືຊ້າຍ (ຕົວຢ່າງການລົວກອງເພື່ອສົ່ງລະຫວ່າງວັກຕ່າງໆຂອງເພງ)…

ຂັ້ນຕອນຂອງການຮຽບຮຽງການເສບບັນເລງເພງທີ່ໄດ້ແກະໄວ້ ດ້ວຍການໃຊ້ຄີບອດ Yamaha PSR

ຈາກນັ້ນ ຂ້າພະເຈົ້າກໍຈະທົດລອງບັນເລງເພງປະມານສາມສີ່ເທື່ອ ເພື່ອຝຶກແອບນີ້ວມືໃຫ້ຄ່ອງແຄ້ວ ບວກກັບການອ່ານຕາມໂນຕເພງທີ່ຕັ້ງຢູ່ຕໍ່ໜ້າ ບໍ່ໃຫ້ຕົກຈັງຫວະຫຼືຫຼົງລືມວັກແລະທ່ອນຕ່າງໆຂອງເພງ… ເມື່ອແນ່ໃຈວ່າໄດ້ດັ່ງເປົ້າໝາຍແລ້ວ ຂ້າພະເຈົ້າກໍຈະເລີ່ມຈັດແຈງຕິດຕັ້ງກ້ອງມືຖືເພື່ອຖ່າຍເປັນວິດີໂອໂດຍສົດໆບໍ່ໃຫ້ຂາດເພງແຕ່ຕົ້ນຈົນຈົບລວດດຽວ ເພື່ອຫຼີກເວັ້ນການຕັດຕໍ່ໃນວິດີໂອພາຍຫຼັງ… ຫາກມີການຜິດພາດ ຂ້າພະເຈົ້າກໍຈະເລີ່ມຕົ້ນໃໝ່ ຈົນກວ່າຈະໄດ້ວິດີໂອລວດດຽວ ເພື່ອບໍ່ໃຫ້ຜູ່ຊົມຜູ່ຟັງຄຶດວ່າ ແມ່ນມີການຕັດຕໍ່ດ້ວຍຄອມ…

(ກະຣຸນາຕິດຕາມໃນບົດຕໍ່ໆໄປ…)

Paris, 05 ພຶສະຈິກາ 2023

“ພື້ນຖານຄີບອດ Yamaha PSR ກັບການເສບເພງລາວ”

ບໍ່ວ່າທ່ານຈະມີຄີບອດ Yamaha PSR-2000 ຫຼຸ້ນເກົ່າ (ອອກເມື່ອປີ 2001) ຫຼືທ່ານຫາກໍຊື້ PSR-SX900 ຫຼຸ້ນຫຼ້າສຸດ (ທີ່ຫາກໍອອກໃນປີ 2019), ທ່ານກໍສາມາດນຳໃຊ້ບົດຂຽນນີ້ ເພື່ອຊ່ວຍໃນການຮຽນຮູ້ລັກສະນະແລະພື້ນຖານຂອງຄີບອດຂອງທ່ານ. ທຸກໆຄີບອດ Yamaha ເລີ່ມແຕ່ຫຼຸ້ນຣະດັບຂັ້ນປານກາງ (PSR ແລະ PSR-S) ຂຶ້ນໄປຈົນຮອດຫຼຸ້ນຣະດັບສູງ (Tyros) ລ້ວນແຕ່ມີຣະບົບໂຕ້ຕອບແລະຣະບົບປະຕິບັດງານທີ່ຄ້າຍຄືກັນ. ຄີບອດຫຼຸ້ນໃໝ່ ຈະມີສຽງຫຼາຍກວ່າ, ມ່ວນກວ່າ, ມີຈັງຫວະຫຼາຍກວ່າແລະມີປະສິດທິພາບສຳຄັນກວ່າຫຼຸ້ນເກົ່າ ແຕ່ວິທີການໃຊ້ (ການເລືອກຈັງຫວະແລະສຽງ, ການເກັບບັນທຶກການຈັດວາງຂອງຄີບອດ, ການຫຼິ້ນແລະການບັນທຶກບົດເພງ) ແມ່ນບໍ່ມີຫຍັງປ່ຽນແປງຫຼາຍ ນັບຕັ້ງແຕ່ຫຼຸ້ນ PSR-2000 ຈົນເຖິງຫຼຸ້ນ PSR ຫຼ້າສຸດ. ຄີບອດ Tyros ທຸກຫຼຸ້ນ ກໍໄດ້ນຳໃຊ້ຣະບົບປະຕິບັດງານດຽວກັນກັບຂອງຫຼຸ້ນ PSR ແລະ PSR-S.

ເລີ່ມແຕ່ປີ 2018, ຄີບອດຫຼຸ້ນ GENOS ໄດ້ມາແທນຫຼຸ້ນ Tyros 5 ແລະຕໍ່ມາໃນປີ 2019, ຫຼຸ້ນ PSR-SX (SX900 ແລະ SX700) ໄດ້ນຳໃຊ້ຣະບົບໂຕ້ຕອບແບບ “ຈໍສັມພັດ” ອອກສູ່ທ້ອງຕລາດ ພາໃຫ້ວິທີການນຳໃຊ້ທົ່ວໄປຂອງຄີບອດ ປ່ຽນຈາກຣະບົບການນຳໃຊ້ແບບເກົ່າດ້ວຍການກົດດຸມຕ່າງໆ ມາເປັນການສັມພັດໂດຍຕຣົງເທິງໜ້າຈໍຂອງຄີບອດ ຄ້າຍດັ່ງຈໍຂອງໂທຣະສັບມືຖື.

ບົດຂຽນນີ້ ຈະອີງໃສ່ການນຳໃຊ້ຣະບົບໂຕ້ຕອບແບບການໃຊ້ດຸມກົດເອົາ ຂອງຄີບອດຫຼຸ້ນ PSR, PSR-S ແລະ Tyros ຮວມທັງຫຼຸ້ນ Piano CVP ເພື່ອໃຫ້ຜູ່ທີ່ໃຊ້ຄີບອດທຸກຫຼຸ້ນສາມາດນຳໃຊ້ໄດ້ເຊັ່ນດຽວກັນ. ໃນອັນດັບຕໍ່ໄປ ຈະມີບົດຂຽນເພີ່ມເຕີມກ່ຽວກັບຄວາມແຕກຕ່າງຣະຫວ່າງຫຼຸ້ນ GENOS ແລະ PSR-SX.

ບົດຂຽນນີ້ແບ່ງອອກເປັນ 3 ພາກທີ່ສຳຄັນດັ່ງນີ້.

(ພາກທີ່ 1) ຈຸດເລີ່ມຕົ້ນ – ພາກນີ້ແນໃສ່ຜູ່ທີ່ຫາກໍຊື້ຄີບອດໃໝ່ໆ ແລະມີຈຸດປະສົງຢາກລົງມືຫຼິ້ນທັນທີ. ເປັນບົດການແນະນຳເບື້ອງຕົ້ນ ໃຫ້ທ່ານໄດ້ຮູ້ຈັກກັບຄີບອດຂອງທ່ານ ແລະອະທິບາຍອົງປະກອບສຳຄັນຕ່າງໆ ທີ່ທ່ານຕ້ອງເຂົ້າໃຈເພື່ອເລີ່ມເສບບັນເລງບົດເພງບົດນຶ່ງໆທັນທີ.

(ພາກທີ່ 2) ກ່ອນຈະເສບບັນເລງ – ພາກນີ້ແນໃສ່ໃຫ້ທ່ານເຂົ້າໃຈວິທີການດຳເນີນງານຂອງຄີບອດ, ຣະບຽບການຈັດແຈງຂອງຂໍ້ບັນທຶກ, ປະເພດຂອງຂໍ້ບັນທຶກທີ່ຕ້ອງໄດ້ໃຊ້ ແລະລົງເລິກກ່ຽວກັບອົງປະກອບແລະຄຸນສົມບັດພື້ນຖານການນຳໃຊ້ຂອງຄີບອດ. ພາກນີ້ແບ່ງອອກເປັນ 4 ສ່ວນຍ່ອຍດັ່ງນີ້ :

  • ຣະບົບບັນທຶກຂອງ Yamaha (Yamaha Files System) – ຄີບອດຂອງທ່ານ ປຽບດັ່ງຄອມພິວເຕີ້ ຊຶ່ງນຳໃຊ້ “ແຟ້ມ” ຕ່າງໆໃນການດຳເນີນງານ. “ແຟ້ມ” ດັ່ງກ່າວໂຮມມີ ແຟ້ມຈັງຫວະ, ແຟ້ມສຽງ, ແຟ້ມຣະບົບການຈັດແຈງການບັນເລງ ແລະແຟ້ມບັນທຶກບົດເພງ. ບົດຍ່ອຍນີ້ ຈະອະທິບາຍວິທີການດຳເນີນງານຂອງ “ແຟ້ມ” ແລະການນຳໃຊ້.

  • ຣະບົບຄົ້ນຫາປະເພດຂອງເພງ (Music Finder System) – ຕໍ່ໜ້າຈຳນວນອັນມາກມາຍກ່າຍກອງແລະສັບສົນຂອງຈັງຫວະແລະຈຳນວນສຽງຂອງເຄື່ອງບັນເລງທີ່ມີມານຳຄີບອດ, ມັນເປັນການຍາກສຳລັບຜູ່ທີ່ເລີ່ມຫຼິ້ນໃໝ່ໆ ຈະຕັດສິນໃຈເລືອກໄດ້ວ່າ ຈະເລີ່ມຕົ້ນຈາກຈຸດໃດແທ້. ຣະບົບຄົ້ນຫາເພງ Music Finder ເປັນຖານຂໍ້ມູນໃນຄີບອດ ຊຶ່ງສາມາດມາຊ່ວຍການຊອກຫາຈັງຫວະທີ່ເໝາະສົມແລະໃກ້ຄຽງກັບເພງທີ່ທ່ານຕັ້ງໃຈຈະບັນເລງໄດ້ທັນທີທັນໃດ.
    ໝາຍເຫດ : ຣະບົບຄົ້ນຫາເພງ Music Finder ໄດ້ຖືກປ່ຽນແລະທົດແທນດ້ວຍຣະບົບໃໝ່ທີ່ມີຊື່ວ່າ PLAYLIST ສຳລັບຄີບອດ Yamaha ນັບຕັ້ງແຕ່ຫຼຸ້ນ GENOS ແລະ PSR-SX ເປັນຕົ້ນມາ.

  • ການລົງທະບຽນ (Registrations) – ໂດຍທົ່ວໄປ ຜູ່ໃຊ້ຄີບອດສ່ວນຫຼາຍ ຈະຕ້ອງການຢາກເລືອກສຽງແລະຈັງຫວະຕາມໃຈຂອງຕົນເອງ ສຳລັບເພງທີ່ຈະເລີ່ມບັນເລງ. ການລົງທະບຽນ Registrations ຈະຊ່ວຍໃຫ້ທ່ານສາມາດ “ເກັບບັນທຶກ” ການຕັ້ງຄ່າຕ່າງໆຂອງຄີບອດ ໃຫ້ຢູ່ໃນສະພາບພ້ອມພຽງທີ່ຈະເລີ່ມບັນເລງເພງໃນທັນທີ.

  • ການອັດບັນທຶກເພງ (Recording Songs) – ທ່ານບໍ່ພຽງແຕ່ຈະສາມາດເກັບບັນທຶກການຕັ້ງຄ່າຕ່າງໆຂອງຄີບອດ, ແຕ່ທ່ານຍັງສາມາດອັດແລະບັນທຶກລີລາການເສບແລະບັນເລງເພງໃສ່ໃນແຟ້ມຂອງຄີບອດ ແລະນຳໄປແບ່ງປັນກັບຄົນອື່ນໄດ້ອີກດ້ວຍ!

(ພາກທີ່ 3) ການປັບແລະການຕັ້ງຄ່າຣະບົບຂອງເຄື່ອງ – ເມື່ອຮູ້ຈັກວິທີໃຊ້ໃນສິ່ງທີ່ມີມານຳຄີບອດແລ້ວ, ຂັ້ນຕໍ່ໄປແມ່ນການສຶກສາໃຫ້ເຂົ້າໃຈແລະສາມາດປ່ຽນແລະດັດແປງສິ່ງທີ່ມີມານຳຄີບອດ ໃຫ້ສອດຄ່ອງກັບຄວາມຕ້ອງການສ່ວນຕົວ. ພາກນີ້ແບ່ງອອກເປັນ 4 ສ່ວນຍ່ອຍດັ່ງນີ້ :

  • ການປັບຈັງຫວະ (Adjusting Styles) – ຈັງຫວະ ຫຼືທີ່ເອີ້ນກັນວ່າ ສະໄຕລ໌ (Styles) ແມ່ນອົງປະກອບພື້ນຖານຂອງຄີບອດອັຕຕະໂນມັຕ. ນັກຫຼິ້ນຄີບອດທຸກຄົນ ບໍ່ໄວກໍຊ້າ ມື້ນຶ່ງແມ່ນຈະຕ້ອງມີຄວາມປະສົງຢາກປ່ຽນຫຼືດັດແປງຈັງຫວະທີ່ມີມານຳເຄື່ອງ ເພື່ອໃຫ້ເປັນຈັງຫວະສ່ວນຕົວທີ່ເໝາະສົມສອດຄ່ອງກັບເພງທີ່ຕົນເອງຢາກເສບ. ໃນບົດນີ້ ທ່ານຈະໄດ້ຮຽນຮູ້ ການເລືອກສຽງສຳລັບມືຂວາ, ການປັບຄວາມໄວຊ້າຂອງຈັງຫວະ (Tempo) ຕລອດຮອດການດັດແປງແລະຈັດແຈງພາກສ່ວນເຄື່ອງເສບ​ບັນເລງຮ່ວມເປັນວົງໂດຍອັຕຕະໂນມັຕຂອງຄີບອດ.

  • ການສ້າງຈັງຫວະ (Create New Styles) – ການສ້າງຈັງຫວະໃໝ່ (New Styles) ບໍ່ໄດ້ແມ່ນເຣື່ອງງ່າຍດາຍສຳລັບທຸກຄົນສເມີໄປ. ຕົວຢ່າງ ຫາກທ່ານມັກທຳນອງກອງຂອງຈັງຫວະໃດຈັງຫວະນຶ່ງ ແລະຢາກນຳໄປປະກອບກັບສຽງກີ່ຕ້າຂອງອິກຈັງຫວະນຶ່ງ, ທ່ານກໍສາມາດເຮັດໄດ້. ບົດຍ່ອຍນີ້ ຈະອະທິບາຍວິທີປະສົມປະສານ ພາກສ່ວນເຄື່ອງບັນເລງຂອງຈັງຫວະນຶ່ງ ເພື່ອສ້າງເປັນຈັງຫວະໃໝ່.

  • ການປັບເພງ (Adjusting Songs) – ມີຫຼາຍແຫ່ງຫົນທີ່ທ່ານສາມາດໄປຊອກຊື້ຫຼືຖອດເອົາເພງໃນຣະບົບ Midifiles ມາເປີດຫຼິ້ນໃນຄີບອດຂອງທ່ານ. ບົດນີ້ ຈະໃຫ້ຄຳແນະນຳກ່ຽວກັບວິທີປັບປຸງຫຼືປ່ຽນແປງແຟ້ມ Midifile ໃຫ້ເປັນເພງໃໝ່ຕາມທີ່ທ່ານປະສົງແລະຕ້ອງການຢາກໄດ້.

  • ຣະບົບຮ້ອງປະສານສຽງ (Vocal Harmony) – ຄີບອດບາງໜ່ວຍ ຈະມີຊ່ອງສຽບໄມຄ໌ (Microphone) ເພື່ອໃຫ້ທ່ານສາມາດຮ້ອງເພງໃນຂະນະທີ່ເສບບັນເລງໄປພ້ອມ. ສຳລັບນັກຮ້ອງບາງຄົນ ພາກນີ້ຈະຊ່ວຍໃຫ້ທ່ານເຂົ້າໃຈກົນໄກບາງສ່ວນ ຂອງການຮ້ອງແບບປະສານສຽງ.

ບົດສຣຸບ – ຮຽນຮູ້ວິທີຈັດຣະບຽບໂຄງສ້າງຂອງແຟ້ມຕ່າງໆ, ປະເພດແລະຊະນິດຂອງແຟ້ມ, ວິທີເຂົ້າຫາຣະບົບຂອງແຟ້ມ, ວິທີຕັ້ງຄ່າສຳລັບການອັດເພງ, ການເກັບບັນທຶກແຟ້ມສຽງແລະຈັງຫວະຕ່າງໆ.

Paris, 20 ມົກກະຣາ 2020

“ຮຽນຫຼິ້ນ Keyboard ກັບເພງລາວ”

ຄວາມຮູ້ບາງຢ່າງທີ່ໜ້າສົນໃຈ ເຣື່ອງການຢາກຫັດຫຼິ້ນ Keyboard ກັບເພງລາວ

ຮຽນຫຼິ້ນ Keyboard ກັບເພງລາວ

ມີຫຼາຍຄົນສົນໃຈ ໄດ້ຖາມມາວ່າ ຢາກຫັດຫຼິ້ນ Keyboard ກັບເພງລາວອະມະຕະ ຊຶ່ງຂ້າພະເຈົ້າໄດ້ຮຽບຮຽງແລະບັນເລງເປັນແບບຢ່າງມານັ້ນ ຂໍໃຫ້ຄຳແນະນຳບາງຢ່າງດັ່ງນີ້.

1) ພະຍາຍາມຮຽນອ່ານໂນຕດົນຕຣີ (ເພາະມັນແມ່ນພາສາຂີດຂຽນຂອງສຽງເພງ ຄືດັ່ງ ຫຼັກການຂີດຂຽນຂອງທຸກໆພາສາປາກເວົ້າ ເມື່ອເຮົາເຂົ້າໃຈເຣື່ອງໂນຕ ຊຶ່ງປຽບດັ່ງຫຼັກໄວຍາກອນຂອງພາສາປາກເວົ້າ ການຫັດຫຼິ້ນເພງດ້ວຍເຄື່ອງດົນຕຣີ ບໍ່ວ່າຊະນິດໃດ ກໍຈະສະດວກສະບາຍ ແລະງ່າຍດາຍ ກວ່າການແອບຕາມເພງ ຊຶ່ງເປັນພຽງການຖ່ອງຂຶ້ນໃຈດ້ວຍຫູແບບນົກແກ້ວ ມັນອາດຈະໄດ້ຜົນໄວດັ່ງໃຈ ແຕ່ຈະພົບບັນຫາຫຍຸ້ງຍາກຕາມມາພາຍຫຼັງ)

2) ພະຍາຍາມຄົ້ນຄວ້າທຳຄວາມເຂົ້າໃຈ ກັບເຄື່ອງດົນຕຣີທີ່ໃຊ້ ວ່າມັນສາມາດຕອບສນອງສິ່ງທີ່ເຮົາຕ້ອງການປະການໃດແດ່ (ໂດຍສະເພາະ Electronic Keyboard, Arranger Keyboard ຊຶ່ງເປັນເຄື່ອງດົນຕຣີທັນສມັຍ ທີ່ເຕັມປ່ຽມດ້ວຍ ຣະບົບກົນໄກອັນຊັບຊ້ອນແລະ ໜ້າອັດສະຈັນທີ່ສຸດ ຊຶ່ງນັບເປັນອຸປສັກທີ່ຄ່ອນຂ້າງຈະຫຍຸ້ງຍາກແລະລຳບາກແດ່ສຳລັບຜູ່ຝຶກຫັດຫຼິ້ນໃໝ່ໆ ທີ່ຈະເຂົ້າໃຈໄດ້ເຖິງຖອງ)

3) ພະຍາຍາມຊອກເບິ່ງ ວິດິໂອ (Youtube) ກ່ຽວກັບຫຼັກການດົນຕຣີ ການເສບ ຫຼືແບບຝຶກຫັດຂອງຫຼາຍໆຄົນ ເພື່ອທຳຄວາມເຂົ້າໃຈ ແລະຝຶກຫັດຕາມ.

ແລະສຸດທ້າຍ ຫາໂອກາດໄປເບິ່ງ ນັກດົນຕຣີອາຊີບ ເສບສົດໆ ເພື່ອຍົກຣະດັບແນວຄຶດ ແລະປັບປຸງຄວາມຮູ້ສຶກຂອງຕົນເອງ ເວລາຟັງເພງຢູ່ບ້ານ ກັບຟັງຢູ່ງານ ມັນມີຄວາມແຕກຕ່າງກັນຢ່າງໃດ.

Paris, 14 ມິຖຸນາ 2017


ເຄັດລັບຄວາມຮູ້ ແລະປຣະສົບການສ່ວນຕົວຂອງຂ້າພະເຈົ້າ ໃນການຫຼິ້ນ Keyboard ປະເພດ Arranger…

ການຫຼິ້ນ Keyboard ປະເພດ Arranger ມີຈຸດບວກແລະຈຸດລົບດັ່ງນີ້.

1) ຈຸດບວກ ຄືສາມາດຫຼິ້ນຄົນດຽວ ແລະໄດ້ສຽງອອກມາຄ້າຍຄືຫຼິ້ນເປັນວົງຫຼາຍຄົນພ້ອມກັນ.

2) ຈຸດລົບ ແລະທີ່ລຳບາກທີ່ສຸດ ຄືຕ້ອງຝຶກຝົນການນຳໃຊ້ມືຊ້າຍໃຫ້ວ່ອງໄວແລະຊຳນານ ເພື່ອບັງຄັບພາກສ່ວນສຽງກອງແລະສຽງເຄື່ອງດົນຕຣີອື່ນໆ ທີ່ປະກອບເປັນວົງດົນຕຣີດັ່ງຫຼາຍຄົນຫຼິ້ນໄປນຳພ້ອມໆກັນ.

ຣະບົບສຳເຣັດຮູບ ຂອງການບັງຄັບດ້ວຍມືເບື້ອງຊ້າຍ ຊຶ່ງເອີ້ນວ່າ Style ຫຼືຈັງຫວະນັ້ນ ໂດຍທົ່ວໄປ ຢູ່ໃນທຸກໆຍີ່ຫໍ້ຂອງເຄື່ອງ ຈະຖືກອັດແລະບັນທຶກເກັບໄວ້ລ່ວງໜ້າ ເມື່ອເຖິງເວລາຈະເສບ ກໍພຽງແຕ່ກົດປຸ່ມຂຶ້ນມາ ແລ້ວເລີ່ມຫຼິ້ນໄດ້ເລີຍ. ຣະບົບສຳເຣັດຮູບ (Style) ດັ່ງກ່າວ ສ່ວນຫຼາຍຈະເປັນຈັງຫວະຕາມພື້ນຖານຫຼັກການດົນຕຣີສາກົນ ຖ້າໃຜສຶກສາຄົ້ນຄວ້າເຂົ້າໃຈເຄື່ອງເສບໄດ້ດີ ແລະມີຄວາມຮູ້ທາງດ້ານເພງ ກໍສາມາດປ່ຽນແປງປັບປຸງ ຫຼືປະດິດສ້າງຈັງຫວະສ່ວນຕົວໄດ້ ແຕ່ຕ້ອງມີຄວາມຮູ້ຮອບດ້ານກ່ຽວກັບຫຼັກການດົນຕຣີຢ່າງແໜ້ນໜາ ເປັນຕົ້ນແມ່ນການຮຽບຮຽງສຽງບັນເລງໃຫ້ວົງດົນຕຣີຫຼິ້ນແບບຄົບວົງຫຼາຍໆຄົນພ້ອມກັນ ຊຶ່ງປະເດັນສຸດທ້າຍນີ້ ບໍ່ແມ່ນເຣື່ອງງ່າຍ ສຳລັບຜູ່ທີ່ຮຽນຫຼິ້ນໃໝ່ໆ…

ມືຊ້າຍຂອງການຫຼິ້ນ Keyboard Arranger ແຕກຕ່າງກັບການຫຼິ້ນ Piano ຫຼື Synthesizer ທີ່ຫຼິ້ນກັບວົງດົນຕຣີ ເພາະມັນຕ້ອງເຮັດວຽກ ຢ່າງນ້ອຍສາມເທົ່າຕາມກົດຣະບຽບທຳມະດາ ຄືຕ້ອງເປັນທັງ ມືກອງ (Drum) ມືເບສ (Bass) ແລະມື ອໍແກນ (Organ).

Paris, 20 ມິຖຸນາ 2017


ຄວາມເຫັນສ່ວນຕົວສຳລັບຜູ່ຝຶກຫັດຫຼິ້ນ Keyboard ໃໝ່ໆ

ເມື່ອທຸກໆຄົນເລີ່ມຕົ້ນຫັດຫຼິ້ນ Piano ຫຼື Keyboard ໃໝ່ໆ ຈະພົບກັບອຸປສັກຂັ້ນທີ່ນຶ່ງ ນັ້ນຄືການບໍ່ສາມາດບັງຄັບນີ້ວມືຂອງຕົນເອງໄດ້ດັ່ງໃຈ. ສາເຫດແມ່ນຍ້ອນວ່າ ການຄວບຄຸມແລະການນຳໃຊ້ເຄື່ອງດົນຕຣີ ແມ່ນພຶດຕິການທີ່ບໍ່ແມ່ນຫຼັກທັມມະຊາດ ສຳລັບນິ້ວມືຂອງຄົນເຮົາ ຄືດັ່ງການນຳໃຊ້ເຄື່ອງມືຊະນິດອື່ນໆໃນຊີວິດປະຈຳວັນ. ເພາະເຄື່ອງມືອື່ນໆ ທີ່ມະນຸດປະດິດຄິດສ້າງຂຶ້ນມາເພື່ອນຳໃຊ້ໃນຊີວິດປະຈຳວັນ ແມ່ນອີງຕາມຄວາມສະດວກຂອງພຶດຕິການຕາມຫຼັກທັມມະຊາດໃນການເຄື່ອນໄຫວຂອງນິ້ວມືຂອງຄົນທົ່ວໄປ… ຄືແນໃສ່ໃຊ້ແຕ່ນີ້ວທີ່ມີພະລັງມາແລ້ວຕາມທັມມະຊາດ (ນີ້ວໂປ້ ນີ້ວຊີ້ ນີ້ວກາງ ແລະມືຂວາເປັນສ່ວນໃຫຍ່). ດັ່ງນັ້ນ ມືເບື້ອງຊ້າຍຈະມີຄວາມອ່ອນແອກວ່າມືເບື້ອງຂວາ ໂດຍສະເພາະແມ່ນນິ້ວນາງແລະນີ້ວກ້ອຍ (ນີ້ວທີ່ 4 ແລະທີ່ 5). ການຝຶກຝົນແລະຝຶກແອບນີ້ວມື ຕ້ອງໄດ້ໃຊ້ເວລາ ເພື່ອເສີມສ້າງນິ້ວມືໃຫ້ມີພະລັງ ແລະໃຫ້ຄວາມເປັນອິສຣະແກ່ແຕ່ລະນິ້ວມື, ເຊິ່ງເອີ້ນວ່າ ການຖອນນິ້ວມື.

ການຖອນນິ້ວມື ແມ່ນການຝຶກຫັດເພື່ອປົດປ່ອຍ ຄວາມເປັນອິສຣະໃຫ້ນິ້ວມືແຕ່ລະນີ້ວ, ຊຶ່ງມັນແມ່ນນຶ່ງໃນພື້ນຖານຂອງການຫຼິ້ນ Piano ຫຼື Keyboard. ແລະການເສີມສ້າງຄວາມເຂັ້ມແຂງໃຫ້ນິ້ວມື ຈະເຮັດໃຫ້ເຮົາສາມາດບັງຄັບນິ້ວມືຂອງຕົນເອງ ໃຫ້ມີຄວາມວ່ອງໄວແລະທົນທານອີກດ້ວຍ. ບໍ່ສະນັ້ນ, ແນວໂນ້ມການເຄື່ອນໄຫວຂອງນິ້ວມືເວລາຫຼິ້ນ Piano ຫຼື Keyboard ຈະອ່ອນແອ ຕິດຄັດ ຝືດເຄືອງ ບໍ່ວ່ອງໄວພຽງພໍ ພາໃຫ້ຫຼິ້ນຜິດພາດ ບໍ່ທັນຈັງຫວະ ແລະປວດເມື່ອຍນິ້ວມືໂດຍໄວວາ.
ເປົ້າໝາຍຂອງການຝຶກຫັດ ແມ່ນເພື່ອເຮັດໃຫ້ນິ້ວມື ມີຄວາມກໍ້າເກິ່ງກັນລະຫວ່າງນິ້ວມືແຕ່ລະນີ້ວ ແລະມືຊ້າຍກໍຕ້ອງໃຫ້ມີຄວາມເຂັ້ມແຂງພຽງພໍ ຄືດັ່ງມືຂວາ.

ແບບຝຶກຫັດການຖອນນິ້ວມື ສຳລັບຫຼິ້ນ Piano ຫຼື Keyboard ທີ່ມີຊື່ສຽງຄື :

  • ແບບຝຶກຫັດ Hanon
  • ແບບຝຶກຫັດ Czerny
  • ແບບຝຶກຫັດ Schmitts
  • ແບບຝຶກຫັດ Pischna

ສະເພາະສ່ວນຕົວແລ້ວ ຂ້າພະເຈົ້າບໍ່ເຄີຍນຳໃຊ້ແບບຝຶກຫັດນິ້ວມື ທີ່ເອີ່ຍມາເຫຼົ່ານີ້ຈັກຢ່າງເລີຍ!!! ທຸກສິ່ງທຸກຢ່າງ ແມ່ນອາສັຍການສັງເກດ ການຄົ້ນຄວ້າຊອກຫາ ແລະຄວາມພະຍາຍາມຝຶກຝົນດ້ວຍຕົນເອງຕລອດມາ…

Paris, 28 ພຶສຈິກາ 2018