ເພງ “ຄືນນັ້ນທີ່ຝັ່ງເຊກອງ”

ເນື້ອຮ້ອງ : ສາຍຄຳ ສີສວາດ & ສິລ ເມືອງໃຕ້
ທຳນອງເພງຂເມນ : ຣາຕຣີເຊກອງ ‘Reatrey Sekong’ by Sin Sisamouth (1967)
ນັກຮ້ອງຕົ້ນສະບັບ : ສົມມະນີ ສີສວາດ

ວິດີໂອດົນຕຣີບັນເລງເພງ “ຄືນນັ້ນທີ່ຝັ່ງເຊກອງ”

1) ທີ່ຝັ່ງເຊກອງ ສອງເຮົາຮ່ວມໃຈ
ແສນຊື່ນສົດໃສ ສອງເຮົາສຸກສັນ
ຕ່າງຝາກຄວາມຫວັງ ດ້ວຍໃຈຜູກພັນ
ຝັ່ງເຊ ຄືນນັ້ນ ຍັງເປັນສັກຂີ

2) ທີ່ຝັ່ງເຊກອງ ນ້ອງຍັງນັ່ງຄອຍ
ຫົວໃຈເລື່ອນລອຍ ນ້ອຍໃຈເຕັມທີ
ນ້ອງສຸດຫ່ວງຫຼາຍ ຍາມອ້າຍຫ່າງໜີ
ຈົ່ງມີ ໂຊກດີ ຍາມປາບປວງມານ

• ສົງຄາມປຣະຊິດ ແຄວ້ນອັຕຕະປື
ນີ້ຫຼື ທີ່ໃຫ້ ເຮົາຕ້ອງຫ່າງກັນ
ອ້າຍໄປ ເພື່ອໄປ ຂັບໄລ່ປວງມານ
ຫວັງອີກບໍ່ນານ ອ້າຍຄົງໄດ້ກັບຄືນມາ

3) ທີ່ຝັ່ງຍັງມີ ນ້ອງນີ້ຜູ່ດຽວ
ທຸກຄືນນັ່ງຫຼຽວ ເມີ່ມອງທ້ອງຟ້າ
ປາບໝູ່ມານສູນ ມ້ວຍມອດເຖີດໜາ
ແລ້ວມາ ຮ່ວມສອງ ເຊກອງແຫ່ງນີ້…

ໂນຕເພງ “ຄືນນັ້ນທີ່ຝັ່ງເຊກອງ”
ວິດີໂອບັນເລງເພງ “ຄືນນັ້ນທີ່ຝັ່ງເຊກອງ”

ເພງ “ທີ່ຮັກອ້າຍຢູ່ໃສ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (19??)
ນັກຮ້ອງຕົ້ນສະບັບ : ມະລີຈັນສຸກ ເທບສຸວັນ

ວິດີໂອດົນຕຣີບັນເລງເພງ “ທີ່ຮັກອ້າຍຢູ່ໃສ”

1) ອ້າຍຢູ່ຫົນໃດ ສຸດທີ່ຮັກ
ທີ່ຮັກ ນ້ອງວ້າເວ່ໃຈ
ເຄີຍຮັກເຄີຍພະນໍ ຢອກລໍ້ກັນຊື່ນໃຈ
ບັດນີ້ອ້າຍຢູ່ໃສ ຢູ່ໃສຈຶ່ງບໍ່ມາ

2) ອ້າຍລືມນໍ້າຄຳ ວ່າຮັກແລ້ວ
ລືມໝົດແລ້ວ ຫຼືຖ້ອຍສັດຈາ
ເຄີຍລັ່ນໄວ້ກັບໃຜ ຈະຮັກຈົນຊົ່ວຟ້າ
ລືມແລ້ວຫຼືສັນຍາ ສັນຍາວ່າຈະຮັກດຽວ

• ເສັຍແຮງນ້ອງ ຫຼົງເຊື່ອຄຳ
ຈຶ່ງເຈັບຈຶ່ງຊໍ້າ ໃຈຜູ່ດຽວ
ຫົວໃຈແຫ່ງນ້ອງ ຕ້ອງເປົ່າປ່ຽວ
ຣະທົມທຸກຕຣົມຄົນດຽວ ບໍ່ມີໃຜເຊັດນໍ້າຕາ

3) ອ້າຍຢູ່ຫົນໃດ ສຸດທີ່ຮັກ
ທີ່ຮັກ ນ້ອງຮ້ອງຮຽກຫາ
ຟັງແລ້ວຈົ່ງຮັບຮູ້ ວ່ານ້ອງເສົ້າໂສກາ
ສຸດແສນທໍຣະມາ ເທົ່າໃດເທົ່າໃດອ້າຍເອີຍ…

ໂນຕເພງ “ທີ່ຮັກອ້າຍຢູ່ໃສ”
ວິດີໂອບັນເລງເພງ “ທີ່ຮັກອ້າຍຢູ່ໃສ”

ເພງ “ຂໍຄືນຄຳສັນຍາ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (1969)
ນັກຮ້ອງຕົ້ນສະບັບ : ສຸມຸນທາ ສີຣິມະໂນທັມ

ວິດີໂອດົນຕຣີບັນເລງເພງ “ຂໍຄືນຄຳສັນຍາ”

1) ນ້ອງເຄີຍສັນຍາ ຮັກໝັ້ນຣຶທັຍໄວ້ກ່ອນ
ຈະຮັກແນ່ນອນ ບໍ່ປ່ຽນແປຜັນ
ຫຼົງຜິດຄິດຝັນວ່າເປັນຈິງ ທີ່ແທ້ກໍຍິງຫວັງພຽງໝັ້ນ
ຫຼອກໃຫ້ເຮົາຝັນ ຕາຍໃຈ

2) ແທ້ຈິງນ້ອງມີ ຮັກທີ່ໝາຍປອງໄວ້ກ່ອນ
ມາຮູ້ກໍຕອນ ທີ່ມັນແສນສວາຍ
ນ້ອງຢິບຍື່ນຮັກໃຫ້ຈອມປອມ ຮັກແທ້ເຈົ້າທອມໃຫ້ຄົນໃໝ່
ບົ່ມຄວາມເຈັບໄວ້ ເສົ້າໃຈໂສກສັນ

• ເມື່ອມາພົບ ປະສົບແກ້ວຕາ
ອ້າຍຂໍຄືນຄຳທີ່ວ່າ ຮັກສຸດຊົ່ວຟ້ານິຣັນ
ມອບຄຳໃໝ່ໄວ້ ຂໍຈາກໄປຈົນຊົ່ວຊີວັນ
ແມ່ນເກີດຊາດໃດຢ່າພານ ພົບນົງຄານຜູ່ມີສອງໃຈ

3) ສົງສານຕົວເອງ ທີ່ຖືກນັກເລງຮັກຫຼອກ
ອົກຊໍ້າຈິດຊອກ ເກືອບຊີບສລາຍ
ບົດຮຽນບົດຮັກປະຈັກມາ ສູງເໜືອຣາຄາທີ່ຄວນໄດ້
ຈະຈົດຈຳໄວ້ ຈົນໃຈສິ້ນເອີຍ…

ໂນຕເພງ “ຂໍຄືນຄຳສັນຍາ”
ວິດີໂອບັນເລງເພງ “ຂໍຄືນຄຳສັນຍາ”

ເພງ “ທ່າເດື່ອແຫ່ງຄວາມຫຼັງ”

ເນື້ອຮ້ອງ & ທຳນອງ : ຄຳແຫວນ ປ້ອງພິມຄຳ & ສີລາວົງ ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ແສນສັກດາ

ວິດີໂອດົນຕຣີບັນເລງເພງ “ທ່າເດື່ອແຫ່ງຄວາມຫຼັງ”

1) ຄິດເຖິງທ່າເດື່ອ ເມື່ອຍາມຈາກມາ
ມີທັງນໍ້າຕາ ອຸຣາສະອື້ນອ່ອນໃຈ
ທົບທວນ ຄໍ່າຄວນເພາະຢູ່ຫ່າງໄກ
ແສນເສົ້າຣຶທັຍ ສຸດອາລັຍເຖິງຂວັນຕາ

2) ຄິດເຖິງເຮົາສອງ ນັ່ງມອງນໍ້າໄຫຼ
ແສນເພີນສຸກໃຈ ທີ່ໄດ້ຄູ່ຄຽງຂວັນຕາ
ສາຍລົມ ໂບກໂບຍໂຊຍແຜ່ວພັດມາ
ຊາບຊຶ້ງຕຣຶງຕາ ຊັກພາໃຫ້ໃຈໃຝ່ຝັນ

• ຄ້ອຍຄໍ່າ ນໍ້າໄຫຼລົງສູ່ເວີນວັງ
ຮິມສອງຟາກຝັ່ງ ຊ່າງງາມດັ່ງແດນສວັນ
ເມື່ອແລມອງ ພາໃຫ້ສອງເຮົາສຸກສັນ
ໂອ້ຈອມຂວັນ ພາບນັ້ນອ້າຍຍັງຈຳໄດ້

3) ຄິດເຖິງທ່າເດື່ອ ເມື່ອຍາມຈາກມາ
ແສນເສົ້າໜັກໜາ ດັ່ງຟ້າຜ່າລົງຫົວໃຈ
ຄິດມາ ນໍ້າຕາອ້າຍຫຼັ່ງລິນໄຫຼ
ບໍ່ຢາກຫ່າງໄກ ສຸດອາລັຍສຸດຄໍ່າຄວນ…

ໂນຕເພງ “ທ່າເດື່ອແຫ່ງຄວາມຫຼັງ”
ວິດີໂອບັນເລງເພງ “ທ່າເດື່ອແຫ່ງຄວາມຫຼັງ”

ເພງ “ຫ່າງຮັກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ບັງອອນ

ວິດີໂອດົນຕຣີບັນເລງເພງ “ຫ່າງຮັກ”

1) ຫ່າງກັນພຽງໜ້ອຍ ຄອຍແຕ່ເສົ້າເຫງົາໃຈ
ຄົນຮັກຫ່າງໄກ ໂອ້ໃຈເຝົ້າແຕ່ຫ່ວງຫາ
ຄຶດເຖິງຄຶດເຖິງ ຄຶດເຖິງຢູ່ທຸກເວລາ
ໂທ້ປານນີ້ດວງຊີວາ ແກ້ວຕາໄປຢູ່ຫົນໃດ

2) ນັ່ງຫຼືນອນຝັນ ໜໍຈອມຂວັນຄົນດີ
ເຫັນຟ້າປ່ຽນສີ ຢ່າມີທີ່ປອງສອງໃຈ
ທີ່ຮັກທີ່ຮັກ ທີ່ຮັກຄົງບໍ່ລືມລັຍ
ຝາກຄວາມຫວັງມອບໄວ້ໃຫ້ ຍອດຊາຍຈົ່ງໄດ້ປຣານີ

• ຍາມໃດ ໄດ້ຢູ່ຮຽງຄຽງຄູ່
ເໝືອນນ້ອງໄດ້ຢູ່ ສວັນວິມານສິມພລີ
ຍາມໃດ ຢູ່ໄກຍອດຂວັນຊີວີ
ດັ່ງໄຟສຸມໃນຣຶດີ ດັ່ງຕົກອະເວຈີທັງເປັນ

3) ຫາກໄດ້ຍິນສຽງ ເພງທີ່ຮ້ອງສົ່ງໄປ
ຂໍວອນແກ້ວໃຈ ຈົ່ງປະກົດກາຍໃຫ້ເຫັນ
ຢ່າໜີໜ້ານ້ອງ ຂ້ານ້ອງໃຫ້ຕາຍທັງເປັນ
ຫາກແມ່ນອ້າຍໝາຍຫຼີກເວັ້ນ ຂໍໃຫ້ມີເວນຕາມມາ…

ໂນຕເພງ “ຫ່າງຮັກ”
ວິດີໂອບັນເລງເພງ “ຫ່າງຮັກ”

ເພງ “ເບື່ອຜູ່ຊາຍ” (ເອົາຄວາມຮັກຖິ້ມລົງນໍ້າຂອງ)

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1970)
ນັກຮ້ອງຕົ້ນສະບັບ : ນະຣຽມ

ວິດີໂອດົນຕຣີບັນເລງເພງ “ເບື່ອຜູ່ຊາຍ”

1) ຢາກເອົາຜູ່ຊາຍ ຖິ້ມລົງນໍ້າຂອງໃຫ້ໝົດ
ຢາກເອົານໍ້າກົດ ຢົດລົງຫົວໃຈຊາຍຈິງ
ຊາຍເກີດມາຫຍັງ ເກີດມາທຳລາຍໃຈຍິງ
ທຳລາຍທຸກສິ່ງ ແມ້ແຕ່ຍິງເພດອ່ອນແອ

2) ຢາກເອົາຄວາມຮັກ ຖິ້ມລົງກົ້ນເຫວກວ້າງໃຫຍ່
ຢາກເອົາໝາມໄຜ່ ຈິ້ມໃສ່ຫົວໃຈຈິງແທ້
ຊາຍຫຼອກຊາຍລວງ ບໍ່ຄວງບໍ່ຂໍຕໍແຍ
ຜູ່ຊາຍບໍ່ແທ້ ບໍ່ຂໍຫຼຽວແລໃຫ້ມີຣາຄີ

• ຫາກປ່ອຍໃຫ້ຍິງ ຢູ່ດ້ວຍກັນໃນໂລກ
ຄົງບໍ່ມີເສົ້າ ມີໂສກຈັກທີ
ບໍ່ມີນິນທາ ບໍ່ມີອິດສາບໍ່ມີສຽດສີ
ບໍ່ມີຣາຄີ ຈາກຊາຍໃຈຜີຕົນໃດ

3) ຢາກເອົາຄວາມຊັງ ຖິ້ມລົງໃສ່ໜອງໂສໂຄກ
ຢາກເອົາຄວາມໂສກ ຖິ້ມລົງໃນໂຄກກວ້າງໃຫຍ່
ແລ້ວເອົາຜູ່ຊາຍ ທັງຫຼາຍໂຍນທັບລົງໄປ
ເອົາໄຟກອງໃຫຍ່ ຈູດໃສ່ໃຫ້ສູນສິ້ນໄປ…

ໂນຕເພງ “ເບື່ອຜູ່ຊາຍ”
ວິດີໂອບັນເລງເພງ “ເບື່ອຜູ່ຊາຍ”

ເພງ “ເນື້ອຄູ່ຢູ່ໃສ”

ເນື້ອຮ້ອງ & ທຳນອງ : ສິນ ວຽງໄຊ (1970)
ນັກຮ້ອງຕົ້ນສະບັບ : ດາວມະນີວອນ

ວິດີໂອດົນຕຣີບັນເລງເພງ “ເນື້ອຄູ່ຢູ່ໃສ”

1) ໂອ້ຊີວິດ ຂ້ານ້ອຍຕັ້ງແຕ່ເກີດມາ
ເໝືອນກັບວ່າ ມີມົນຈາກສວງສວັນ
ຢູ່ໃຕ້ສາຍຄາ ຖານະມີທຸກສິ່ງອັນ
ຊີວິດມີແຕ່ສຸກສັນ ພັຍພານບໍ່ມີມາຕ້ອງ

2) ສ້າງກຸສົນ ມາກລົ້ນເກີນຈະປະມານ
ມິເຄີຍຫວັ່ນ ດວງໃຈບໍ່ໄດ້ໝົ່ນໝອງ
ແຕ່ວ່າຄວາມຫວັງ ນັ້ນຍັງບໍ່ໄດ້ສົມປອງ
ຫົວໃຈຍັງຮໍ່າຮຽກຮ້ອງ ຄູ່ຄອງໄວ້ຊື່ນສຸກສົມ

• ເວລາ ນາທີ ເດືອນປີຜ່ານໄປ
ຈວນຈະເກີນວັຍ ແລ້ວໃຜຈະມານິຍົມ
ເຈົ້າແຫ່ງຄວາມຮັກ ບໍ່ຈັກບໍຂ້າຂື່ນຂົມ
ເທວະດາພຣະອິນພຣະພຣົມ ຂ້າຕຣົມເພາະຕຣົມເຫຼືອທົນ

3) ເຈົ້າຢູ່ໃສ ຄົນຮັກເນື້ອຄູ່ຢູ່ໃສ
ສຽງຮ້ອງໄຫ້ ຈາກໃຈອາພັບຂັດສົນ
ຢ່າປ່ອຍໃຫ້ຫວນ ຄໍ່າຄວນເສົ້າໂສກໝອງໝົ່ນ
ປຣານີຂ້າເຖີດຈັກຄົນ ຈະໂອນກາຍໃຈໃຫ້ຄອງ…

ໂນຕເພງ “ເນື້ອຄູ່ຢູ່ໃສ”
ວິດີໂອບັນເລງເພງ “ເນື້ອຄູ່ຢູ່ໃສ”

ເພງ “ຮັກສລາຍ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ຮັກສລາຍ”

1) ເໝືອນຟ້າຜ່າລົງ ໃນກາງດວງໃຈ
ເໝືອນດັ່ງມີໄຟ ໄໝ້ເຜົາອຸຣາ
ມັນເຈັບມັນຊໍ້າ ຫົວໃຈໜັກໜາ
ເມື່ອຄວາມຮັກຂ້າ ນັ້ນມາສລາຍ

2) ເຮົາສອງກ່ອນເຄີຍ ເຝົ້າຮັກກັນມາ
ຫວັງຮ່ວມວິວາ ສຸກສົມດັ່ງໝາຍ
ຫວັງສ້າງຊີວິດ ຮ່ວມກັນສເມີໄປ
ບໍ່ມີແໜງໜ່າຍ ຮັກກັນຊົ່ວຟ້າດິນ

• ເຫດໃດ ຜູ່ໃຫຍ່ຈຶ່ງຕັດຮັກເຮົາ
ສ້າງຄວາມປວດຣ້າວ ໃຫ້ເຮົານໍ້າຕາໄຫຼລິນ
ໂທ້ດວງໃຈ ຮັກເຮົາຕ້ອງມາສູນສິ້ນ
ໂທ້ຟ້າດິນ ອິນພຣົມຊ່າງບໍ່ເຫັນໃຈ

3) ຊາດນີ້ເຮົາສອງ ມີມານຜະຈົນ
ອ້າຍຈຶ່ງຈຳທົນ ຫຼີກທາງນ້ອງໄປ
ນ້ອງຢ່າມີທຸກ ເສົ້າໂສກເສັຽໃຈ
ຫາກມີຊາດໃໝ່ ຂໍໃຫ້ຮັກເຮົາສົມປອງ..

ໂນຕເພງ “ຮັກສລາຍ”
ວິດີໂອບັນເລງເພງ “ຮັກສລາຍ”

ເພງ “ພຽງເງົາ”

ເນື້ອຮ້ອງ : ສິລ ເມືອງໃຕ້ / ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ພຽງເງົາ”

1) ວັນໃດຖ້າຫາກ ບໍ່ເຫັນນວນນາງ
ວັນນັ້ນກໍດັ່ງ ເປັນວັນຣະທົມຂອງຂ້າ
ວັນນັ້ນຈະເປັນອະເວຈີ ວັນນັ້ນຈະມີແຕ່ນໍ້າຕາ
ວັນເສົ້າໂສກາ ແຫ່ງໃຈ

2) ວັນໃດຕ້ອງຜ່ານ ບ້ານນ້ອງຫຼາຍຄາວ
ພໍຫາຍຄາຍເສົ້າ ຄາຍຄວາມຣະທົມໝອງໄໝ້
ບໍ່ພົບໜ້ານາງຍັງພົບເຮືອນ ເປັນສຸກດັ່ງເໝືອນພົບຂວັນໃຈ
ເຫັນຜ້າຕາກໄວ້ ຫາຍຕຣົມ

• ໃນຊີວິດ ທີ່ມືດນີ້
ຫວັງໃຫ້ຄົນດີ ເປັນແສງສວ່າງໃຫ້ຊົມ
ແຕ່ຢູ່ສຸດເອື້ອມ ຫຼືໄກເກີນໝາຍພິຣົມ
ກໍຂໍໄດ້ຊົມ ແມ່ນພຽງແຕ່ເງົາ

3) ວັນໃດຖ້າຫາກ ບໍ່ພົບຍິ້ມນາງ
ວັນນັ້ນກໍດັ່ງ ເປັນວັນຣະທົມແສນເສົ້າ
ວອນນ້ອງເຈົ້າໂປຣດຈົ່ງເຫັນໃຈ ຢ່າລີ້ຫຼີກກາຍຫຼົບຊ້ອນເງົາ
ປະກົດກາຍເຈົ້າ ໃຫ້ຊົມ…

ໂນຕເພງ “ພຽງເງົາ”
ວິດີໂອບັນເລງເພງ “ພຽງເງົາ”

ເພງ “ບາບໃຈ”

ເນື້ອຮ້ອງ : ສິລ ເມືອງໃຕ້ / ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ບາບໃຈ”

1) ບາບໃຈ ທີ່ໄປຫຼົງຄົນມີຄູ່
ບາບໃຈ ທີ່ດູເຂົາຢ່າງອິດສາ
ບາບໃຈ ທີ່ໄປທຸ່ມເທສັດທາ
ບາບໃຈ ທີ່ພາປ່ອຍຕົວໃຫ້ຫຼົງ

2) ບາບໃຈ ທີ່ໄປລຸນຫຼັງຄົນອື່ນ
ບາບໃຈ ຕ້ອງກືນເກັບຄວາມປຣະສົງ
ບາບໃຈ ທີ່ໄປພະວ້າພະວົງ
ບາບໃຈ ໄປຫຼົງເຈົ້າຂອງເຂົາມີ

• ບາບໃຈ ບາບໃຈບາບແລ້ວຈິງໆ
ຍອດຍິງ ເໝືອນດາວບົນປະຖະພີ
ຮູບຊົງ ແອວອົງຄ້າຍດັ່ງມະນີ
ຄົນດີ ຄົນດີຂອງໃຜຜູ່ໃດ

3) ບາບໃຈ ອະພັຍເຈົ້າຂອງຫວງຫ້າມ
ບາບໃຈ ທີ່ຕາມຫຼຽວລໍ້າຄຳໝາຍ
ບາບໃຈ ທີ່ໄປລຸ່ມຫຼົງດຽວດາຍ
ບາບໃຈ ບາບໃນຄວາມຝັນລົມໆ…

ໂນຕເພງ “ບາບໃຈ”
ວິດີໂອບັນເລງເພງ “ບາບໃຈ”