ສາຣະບານເພງລາວ ຊຸດທີ່ 01 (ເລີ່ມຕົ້ນເຜີຍແຜ່ ວັນທີ່ 24 ມິຖຸນາ 2016) 01 - ເໝືອນຄົນມີກັມ 02 - ສວັນແດນຮັກ 03 - ເທວີຫຼົງຟ້າ 04 - ຮັກບໍ່ລືມ 05 - ປາກ 06 - ຄັ້ງນຶ່ງທີ່ຝັ່ງເຊວັນ 07 - ດົນຈຶ່ງເຫັນ 08 - ເຊື່ອອ້າຍດີກວ່າ 09 - ເຊໂປນລຳລຶກ 10 - ໃຜມີໃຈຮັກແທ້ 11 - ຢ່າຈັບປາສອງມື 12 - ຍາມຮັກຍາມຮ້າງ 13 - ຫາກແຫ່ງນັ້ນມີຈອມໃຈ 14 - ລືມນ້ອງບໍ່ລົງ 15 - ປ່ອຍອ້າຍເຖີດ 16 - ພຽງເຫັນໜ້າ 17 - ປ່ຽວໃຈ 18 - ຢາກຝາກຮັກ 19 - ຢາກພົບຄັ້ງສຸດທ້າຍ 20 - ເຫຼືອພຽງຮອຍຊໍ້າ 21 - ຄວາມຮັກຂອງນ້ອງຄົງໃຫ້ຊື້ດ້ວຍເງິນ 22 - ເພາະອ້າຍລືມນ້ອງບໍ່ລົງ 23 - ໄທດຳລຳພັນ 24 - ຊຽງຂວາງແດນງາມ 25 - ປຣະທີບແຫ່ງທັມ 26 - ຊັງຄົນຫຼາຍໃຈ 27 - ຊັງຄົນລໍ່າໄລ 28 - ສອງຝັ່ງຂອງ 29 - ຮັກເຈົ້າສຸດຫົວໃຈ (ຍິງ) 30 - ຮັກເຈົ້າສຸດຫົວໃຈ (ຊາຍ) 31 - ຢ່າຫ້າມໃຈ 32 - ທີ່ຮັກຈົ່ງລືມກັນ 33 - ຄະນຶງຫາ 34 - ຄືນນັ້ນ 35 - ໜາມຊີວິດ 36 - ອ້າຍຊົ່ວຢ່າງໃດ 37 - ຫົວໃຈຊາຍໂສດ 38 - ຫາກອ້າຍມີໃໝ່ 39 - ຫາກນ້ອງມີໃໝ່ 40 - ຫຼີກໄປ 41 - ເປັນມິດກັນດີກວ່າ 42 - ຮັກແອ໋ມ 43 - ຢາກຈະລອງຮັກ 44 - ໄປໃສມາ? 45 - ໄປຄ້າຍມາ! 46 - ສົ່ງສຽງເພງເຖິງເມືອງລາວ 47 - ບອກຄັ້ງສຸດທ້າຍ 48 - ສວນມອນ 49 - ເງິນ 50 - ຄົນ
ເພງ “ເໝືອນຄົນມີກັມ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ
1) ຢູ່ສູງໜັກໜາ ແສນໄກຫຼາຍກວ່າ
ສຸດໃຝ່ຄວ້າ ນ້ອງມາເປັນຄູ່ຂວັນໃຈ
ໄດ້ແຕ່ແຫງນ ເຝົ້າແຫງນເງີຍຄໍຝັນໃຝ່
ດຸດດັ່ງກັບຄົນໜາວໄຂ້ ໜາວເໜັບຫົວໃຈສັ່ນສາຍນານປີ…
2) ບໍ່ມີຄົນເຫັນ ເຖິງໃນໃຈຂ້າ
ວາສນາ ດ້ອຍກວ່າຈະເອີ່ຍວາຈີ
ໄດ້ແຕ່ຫຼົງ ຮັກເຂົາຂ້າງດຽວຫຼືນີ້
ກັມໃດໜູນນຳຍໍ່າຍີ ເໝືອນເກີດມາມີບາບເວນເຂັນໃຈ…
• ໄກເກີນ ມືຄວ້າໃຝ່ຫາ
ຂ້າຕຣົມອຸຣາ ຈວນຕາຍ
ຂໍວອນເທບໄທ້ ຊ່ວຍດົນຈອມໃຈ
ຂໍນາງຈົ່ງໄດ້ ອ່ອນໄຫວໂນ້ມໃຈເມຕຕາ…
3) ດັ່ງມີບາບໜາ ດັ່ງຟ້າລົງໂທດ
ໂກດຕົວຂ້າ ແສນດ້ອຍຕ້ອຍຕໍ່າເໝືອນກາ
ກ່ອນຈະຕາຍ ຊີບວາຍແຜ່ນດິນຖົມໜ້າ
ຈະຂໍບອກຈອມຂວັນວ່າ ຮັກເທົ່າຊີວາຊົ່ວຟ້າມະລາຍ…

ເພງ “ສວັນແດນຮັກ”
ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1963)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ
1) ຄິດເຖິງສວັນ ນັ້ນໃຈຈະຂາດຢູ່ແລ້ວ
ດ້ວຍຮັກນ້ອງແກ້ວ ທີ່ງາມໂສພາລາວັນ
ດັ່ງນຶ່ງນາງຟ້າລົງສູ່ດິນ ເໝືອນວ່າພຣະອິນລົງມາປັ້ນ
ຈົນອ້າຍນອນຝັນ ເຖິງນ້ອງ…
2) ຫົວໃຈອ້າຍນີ້ ແມ່ນມີທາງຖອດອອກໄດ້
ອ້າຍຂໍຖອດໄວ້ ໃຫ້ນວນນ້ອງນາງຄອບຄອງ
ຈະຢູ່ຂອບຟ້າຖິ່ນແດນໃດ ເຖິງຈະແສນໄກອ້າຍກໍຕ້ອງ
ກັບມາຫານ້ອງ ຈັກວັນ…
• ສາຍນໍ້າຂອງ ໄຫຼຫຼັ່ງ
ປຽບໄປກໍເໝືອນດັ່ງ ນໍ້າໃຈອ້າຍໄຫຼມານັ້ນ
ຫວັງໃຫ້ນ້ອງ ເຈົ້າສົງສານ
ຢ່າປ່ອຍອ້າຍເລີຍຜ່ານ ແດນສວັນແຫ່ງນີ້ໄປໄກ…
3) ວຽງຈັນສວັນ ນັ້ນໄກກັນສຸດຂອບຟ້າ
ແຕ່ອ້າຍຈະມາ ຈະມາຄູ່ຄຽງດວງໃຈ
ຕໍ່ໃຫ້ດິນນໍ້າມາກີດກັນ ເຫວປ່າຜາຊັນກັ້ນເອົາໄວ້
ຮັກຍ່ອມຂ້າມໄດ້ ສເມີ…

ເພງ “ເທວີຫຼົງຟ້າ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1959)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ
1) ບໍ່ເຫັນ ໃຜງາມປານເຈົ້າ
ນ້ອງສາວ ໃຜຈ່ອງແລ້ວຫຼືຍັງ
ຫາກເດີນດ່ຽວ ຂໍທຽງຮ່ວມທາງ
ຈະຄອຍຣະວັງ ກັ້ງພັຍໃຫ້ດອກໜາ
2) ຄຸ້ມໃດ ໜໍນາງນ້ອງຢູ່
ຢາກຮູ້ ແຕ່ຕອນໄດ້ເຫັນໜ້າ
ນ້ອງເປັນຄົນ ຫຼືເປັນເທວະດາ
ເບິ່ງປານນາງຟ້າ ທີ່ຫຼົງມາເມືອງຄົນ
• ຕິດຕາ ຕິດອົກຕິດໃຈ
ຈັ່ງແມ່ນງາມຫຼາຍ ເບິ່ງໄປດົນໆ
ຢາກເປັນເຈົ້າຂອງ ເຈົ້າເດໜ້າມົນ
ໂປຣດຮັບຊາຍຈົນ ເໝືອນຄົນເປັນທາດແຫ່ງໃຈ
3) ນ້ອງສາວ ຫຼຽວມາພີ້ແດ່
ຢ່າແລ ໄປຫາຜູ່ອື່ນຫຼາຍ
ນ້ອງຈິໄປ ຫຼືມາທາງໃດ
ຢ່າລືມບອກອ້າຍ ຈະໄດ້ເປັນມືປືນ…

ເພງ “ຮັກບໍ່ລືມ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1961)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ
1) ເກີດຊາດນີ້ ຂໍຮັກດຽວຮັກບໍ່ລືມ
ໂລກສລາຍ ເປັນເຖົ່າຖ່ານຮັກບໍ່ລືມ
ໄດ້ນວນນ້ອງ ຄອງໃຈຢູ່ຮັກບໍ່ລືມ
ດິນປົກໜ້າ ຫ້າຮ້ອຍທີຮັກບໍ່ລືມ
2) ຈະຊື່ຕຣົງ ຫຼົງພຽງນາງຮັກບໍ່ລືມ
ດື່ມໃຈໜັກ ເໝືອນນາງແກ້ວຮັກບໍ່ລືມ
ຊົ່ວດິນຟ້າ ໂລກາສິ້ນຮັກບໍ່ລືມ
ບໍ່ຖວິນ ຜິນຈາກນ້ອງຮັກບໍ່ລືມ
• ຂໍໄຫວ້ວອນ ວານເທວາມາປົກປ້ອງ
ໄດ້ຄຽງສອງ ສົມດັ່ງໃຈປຣາຖນາ
ອື່ນໝື່ນແສນ ແມ່ນລອຍມາຈາກສວັນ
ບໍ່ໃຝ່ຝັນ ຜູກສັມພັນຮັກບໍ່ລືມ
3) ຈະຢູ່ໃສ ໃກ້ຫຼືໄກຮັກບໍ່ລືມ
ຫຼັບຍັງຝັນ ເຫັນດວງໜ້າຮັກບໍ່ລືມ
ຢາກຄຽງຂວັນ ນວນເນື້ອອຸ່ນຮັກບໍ່ລືມ
ຫາກດັ່ງຫວັງ ສົມດັ່ງໃຈຮັກບໍ່ລືມ
ບໍ່ລືມຮັກບໍ່ລືມ… ບໍ່ລືມຮັກບໍ່ລືມ…

ເພງ “ປາກ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ
1) ປາກຄົນ ບໍ່ຄືປາກໄຫ
ປາກໄຫ ບໍ່ຄືປາກຄົນ
ປາກດີ ມີສີແກ່ຕົນ
ປາກຄົນແຕ່ລະຄົນ ຕ່າງກັນຄົນລະປາກ
2) ປາກນັ້ນ ໃຫ້ກົງກັບໃຈ
ປາກຫຼາຍ ຜູ່ຟັງບໍ່ມັກ
ປາກຄ່ອຍ ໄດ້ຍິນບໍ່ຄັກ
ປາກດັງກໍຟັງຍາກ ຍິ່ງລຳບາກຜູ່ຟັງ
• ຫູໄດ້ຍິນແລ້ວ ຟັງຄັກໆ
ເຫັນປຣະຈັກ ດ້ວຍຕາທຸກຄັ້ງ
ແລ້ວເອົາໄປຄິດ ໃຫ້ຖືກແນວທາງ
ປາກເທື່ອໃດຣະວັງ ຣະວັງຈະຜິດຫູຄົນ
3) ປາກຄົນ ບໍ່ຄືປາກຊ້າງ
ປາກຊ້າງ ບໍ່ຄືປາກຄົນ
ປາກດີ ຊະນະໃຈຄົນ
ປາກບໍ່ດີບໍ່ພົ້ນ ຄົນເຂົາຈະນິນທາ…

ເພງ “ຄັ້ງນຶ່ງທີ່ຝັ່ງເຊວັນ”
ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1963)
ນັກຮ້ອງຕົ້ນສະບັບ : ສຸມຸນທາ ສີຣິມະໂນທັມ
1) ນະແຄມຝັ່ງ ເຊວັນແຫ່ງນັ້ນເອີຍ
ຂ້ານີ້ເຄີຍ ໄດ້ຢູ່ຄູ່ອາສັຍ
ຕອນຕິດຕາມ ສັຕຣູຢູ່ຖິ່ນແດນໃຕ້
ຂ້າອາສັຍ ແຄມເຊວັນນັ້ນພັກນອນ
2) ໂຄກກວ້າງໃຫຍ່ ແລໄປສຸດສາຍຕາ
ເບິ່ງແລ້ວພາ ໃຈເສົ້າໂສກອາວອນ
ຫວນຄິດເຖິງ ວຽງຈັນໃຈສັ່ນສະທ້ອນ
ຄິດເຖິງນ້ອງ ແມ່ງາມງອນອ່ອນຣຶທັຍ
• ສຸຣິໂຍ ອ່ວຍລົງລັບດົງໜາ
ເຫັນນົກກາ ບິນຄືນຮັງຂ້າຊ່າງນ້ອຍໃຈ
ຢາກຈະຫວນກັບຄືນ ສູ່ເຄຫານໍ້າຕາຕົກໃນ
ແຕ່ຈົນໃຈ ເພາະໄດ້ມີໜ້າທີ່ສຳຄັນ
3) ຂ້າເລີຍບຸກ ສັຕຣູຢ່າງກ້າຕາຍ
ດ້ວຍແຄ້ນໃຈ ທີ່ໄດ້ພາກຈອມຂວັນ
ພໍສັຕຣູ ແຕກໄປຈຶ່ງໄດ້ກັບຫັນ
ຂ້າລາແລ້ວ ແຄມເຊວັນແຫ່ງນັ້ນເອີຍ…

ເພງ “ດົນຈຶ່ງເຫັນ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ
1) ດົນໆ ເຫັນກັນເທື່ອນຶ່ງ
ຈົນຕົກຕະລຶງ ມາງາມແທ້ງາມແທ້
ກ່ອນນັ້ນ ທັງດຳທັງແຫຼ້ (ຊໍ້າ)
ບັດນີ້ຍັງໄຄແດ່ ໜ້າຮັກໜ້າແພງ
2) ງາມເກີນ ຄາດໝາຍໄວ້ກ່ອນ
ຈົນອົກສະທ້ອນ ຈົນໃຈຢ້ອນແຮງໆ
ຫຼົງມັກ ຫຼົງຊົມຫຼົງແຍງ (ຊໍ້າ)
ລືມເຂົ້າສວາຍ ເຂົ້າແລງນອນສະແຄງຝັນເຫັນ
• ໃຜ ມາໝັ້ນຫຼືຍັງ
ຫຼືແຕ່ງງານ ໄປແລ້ວແຕ່ເຊັ່ນ
ນ້ອງງາມ ເໝິດມື້ເໝິດເວັນ (ຊໍ້າ)
ຜູ່ໃດມາເຫັນ ບໍ່ເປັນອັນກິນອັນນອນ
3) ເທວາ ຟ້າໃດໜໍສ້າງ
ປະດິດນ້ອງນາງ ຈຶ່ງງາມງຽບງາມງອນ
ນ້ອງສາວ ຢ່າຟ້າວໜີກ່ອນ (ຊໍ້າ)
ອ້າຍຂໍຈອງຈັກບ່ອນ ຫ້ອງຫົວໃຈນ້ອງນາງ…

ເພງ “ເຊື່ອອ້າຍດີກວ່າ”
ເນື້ອຮ້ອງ : ພູທອນ ພຸດທະວົງ / ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌
1) ເຖິງໃຜຈະປອງ ຮັກນ້ອງພຽງໃດ
ຄົງນ້ອຍກວ່າໃຈ ອ້າຍຮັກນ້ອງຢູ່
ຈົ່ງຢ່າໃຈເບົາ ເຂົາຫຼອກຍອດຊູ້
ຈົ່ງໄຕ່ຕອງດູ ຄິດດູໃຫ້ດີເຖີດໜາ
2) ມີໃຜເຂົາປອງ ຮັກນ້ອງກວ່າອ້າຍ
ຮ້ອຍຮັກພັນຊາຍ ອ້າຍຮັກນ້ອງກວ່າ
ນ້ອງຕໍ່າພຽງດິນ ຫຼືຢູ່ພຽງຟ້າ
ອ້າຍປຣາຖນາ ສັນຍາຮັກບໍ່ຈືດຈາງ
• ເຖິງຈະມີ ຮ້ອຍພັນອຸປສັກ
ອ້າຍຂໍສມັກ ແມ່ນແຕ່ເອົາຊີວາວາງ
ເພື່ອຄົນຮັກ ຈະຂໍເອົາໃຈທຸກຢ່າງ
ເທບແຫ່ງຄວາມຫວັງ ຂໍພະລັງຊ່ວຍດົນຫົວໃຈ
3) ເງິນຄຳໝື່ນແສນ ແມ່ນມີຣາຄາ
ທົ່ວທັງໂລກາ ທຽບຮັກບໍ່ໄດ້
ລົ້ນດິນຖ້ວມຟ້າ ຮັກນາງຖ້ວມໃຈ
ເຊື່ອເຖີດດວງໃຈ ອ້າຍຂໍຮັກພຽງແຕ່ນາງ…

ເພງ “ເຊໂປນລຳລຶກ”
ເນື້ອຮ້ອງ : ນະຄອນຄຳ ບຸບຜານຸວົງ / ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1962)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌
1) ເຊໂປນເມືອງງາມ ເມື່ອຄັ້ງກ່ອນເກົ່າ
ມີອົງພຣະເຈົ້າ ຊົມພູສະຖາປານາ
ຢູ່ພູສະງໍ້ ຫໍຄຳສວຍເດັ່ນງາມຕາ
ມີພຣະນາງສຸມັງຄະລາ ນຳພານະຄອນນັ້ນ
2) ເຊໂປນດິນແດນ ສຸຂສັນງາມຍິ່ງ
ມີທຸກໆສິ່ງ ສົມບູນດັ່ງແດນສວັນ
ຜູ່ໃດໄປເຫັນ ມິເວັ້ນຊົມຊື່ນສຸຂສັນ
ເຫັນນໍ້າເຊຜາໂຄດຫິນຊັນ ເຝົ້າຝັນຢາກຢູ່ເຊໂປນ
• ຖໍ້າປ່ອງຕາດຕະໂພຍ ພົງໄພພຶກສາ
ດຽວນີ້ສົງຄາມເຂັ່ນຂ້າ ຮາວີຍໍ່າຍີປີ້ປົ່ນ
ບ້ານແຕກສລາຍ ໜີຢາຍໄປທຸກແຫ່ງຫົນ
ປະຖິ່ນທີ່ເຄີຍສຸຂລົ້ນ ໄປປົນກັບຄົນແຄວ້ນອື່ນ
3) ເຊໂປນຄົງມີ ຈັກວັນເຮືອງຮຸ່ງ
ຂ້າຍັງໝາຍມຸ່ງ ສ້າງສາເວລາກັບຄືນ
ຂ້າຈຳໃຈໜີ ພັຍລີດ້ວຍຈິດຂົ່ມຂືນ
ຄົງມິນານຂ້າຈະຫວນຄືນ ກັບຄືນມາສ້າງເຊໂປນ
ລາແລ້ວ… ລາກ່ອນ ລາກ່ອນເຊໂປນ…
