ເພງ “ໃຜມີໃຈຮັກແທ້”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ໃຜມີໃຈຮັກແທ້”

1) ໃຜມີຫົວໃຈ ຊື່ຕຣົງຮັກແທ້
ໃຜຮັກແນ່ວແນ່ ບອກມາເຖີດໜາ
ຈະເອົາຫົວໃຈໄປຝາກ ຈະເອົາຄວາມຮັກແລະຊີວາ
ມອບແດ່ຂວັນຕາ ຜູ່ມີຮັກດຽວ

2) ຣຶທັຍອ້າຍເຄີຍ ຂື່ນຂົມຊໍ້າຊອກ
ດ້ວຍຮັກລວງຫຼອກ ຈາກຍິງໃຈລ້ຽວ
ບາດແຜຫົວໃຈຍັງຢູ່ ຢາກມີຍອດຊູ້ຜູ່ໃຈດຽວ
ຮັກແທ້ໝັ້ນໜຽວ ເພື່ອປົວຫົວໃຈ

• ຈຶ່ງ… ຮ້ອງເພງນີ້ເສາະຫາ
ແມ່ນຍິງໃດເມຕຕາ ສົ່ງຍິ້ມມານ້ອຍດຽວກໍໄດ້
ຈະຝັນເຖິງນາງ ຈະຮັກແຕ່ນາງຜູ່ດຽວເລື້ອຍໄປ
ເຖິງຢູ່ຂອບຟ້າແດນໃດ ໃກ້ຫຼືໄກຈະໄປສືບຫາ

3) ຍາກຈົນກໍຕາມ ບໍ່ງາມຊ່າງເຖີດ
ຮັກນ້ອງຈົ່ງເກີດ ຈາກໃຈເຖີດໜາ
ຢ່າຝືນຫົວໃຈເພື່ອຫຼອກ ເມື່ອບອກວ່າຮັກຢ່າລືມລາ
ຮັກແລ້ວຢ່າພາ ອຸຣາອ້າຍຕຣົມ…

ໂນຕເພງ “ໃຜມີໃຈຮັກແທ້”
ວິດີໂອໂນຕບັນເລງເພງ “ໃຜມີໃຈຮັກແທ້”

ເພງ “ຢ່າຈັບປາສອງມື”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ຢ່າຈັບປາສອງມື”

1) ຢ່າເລີຍ ຢ່າຄິດຈັບປາສອງມື
ຢ່າຖື ວ່າຕົນນັ້ນເກັ່ງໜັກໜາ
ຫາກຫຼຸດໄປ ເມື່ອໃດຈະເສັຽເວລາ
ມືດຽວດີກວ່າ ຜິດມາຫາໃໝ່ຍັງມີ

2) ຢ່າຫວັງ ຈະກິນເທື່ອດຽວສອງໂຕ
ຢ່າໂງ່ ຈຳຫຼາຍມັນຫຍຸ້ງບັນຊີ
ຢາກກິນປາ ທັງທີເລືອກໂຕດີໆ
ຮັບຮອງວ່າມີ ຣົດດີດັ່ງປຣາຖນາ

• ໜຸ່ມໆສາວໆ ເມື່ອຄາວຍັງຮຽນຮັກກັນ
ຈຳໄວ້ໃຫ້ໝັ້ນ ຢ່າພາກັນໂລບມາກໂລພາ
ເກີດຖືກບັ້ນຊວຍ ດິນຟ້າບໍ່ຊ່ວຍຄົງຈະຂາຍໜ້າ
ໂຕດຽວມືດຽວ ດີກວ່າຢ່າມັວຫຼົງລົມໂລກີ

3) ຢ່າຫາ ເອົາເຫົາມາໃສ່ຫົວຕົນ
ຢ່າວົນ ລົງໄປຫາອະເວຈີ
ຢ່າງົມງາຍ ຫຼາຍທາງຣະວັງໃຫ້ດີ
ຂໍເຕືອນນ້ອງພີ່ ເປັນພຽງເພງສົ່ງໃຫ້ຟັງ…

ໂນຕເພງ “ຢ່າຈັບປາສອງມື”
ວິດີໂອໂນຕບັນເລງເພງ “ຢ່າຈັບປາສອງມື”

ເພງ “ຍາມຮັກຍາມຮ້າງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1969)
ນັກຮ້ອງຕົ້ນສະບັບ : ນິດ ວິຈິຕຕະວົງສ໌

ວິດີໂອດົນຕຣີບັນເລງເພງ “ຍາມຮັກຍາມຮ້າງ”

1) ຍາມຮັກກັນ ຜູກພັນໄມຕຣີສເມີ
ຈິດພໍ່າເພີ້ ເຖິງກັນຢູ່ທຸກເວລາ
ຈາກໄກ ແສນໄກກັນສຸດຂອບຟ້າ
ແຕ່ສັດທາ ຮັກນຳພາເຖິງກັນຈົນໄດ້

2) ຍາມຮ້າງກັນ ໃຈນັ້ນກໍພລັນປ່ຽນແປ
ບໍ່ຢາກແລ ເຫັນກັນຢາກເວັ້ນໄກໆ
ຜິດຫວັງ ສູນພລັງໄວ້ອີກຕໍ່ໄປ
ສຸດລະອາຍ ທັງນ້ອຍໃຈນ້ອຍໃຈເຕັມທີ

• ອ້າຍຮັກ ນ້ອງນາງດ້ວຍຈິດໝັ້ນໝາຍ
ມິເຄີຍທຳໃຫ້ ນ້ອງມີຮອຍຣາຄີ
ເອົາໃຈທຸກຢ່າງ ແຕ່ນາງກັບຕັດໄມຕຣີ
ເຫັນຊາຍອື່ນ ຮູບງາມມັ່ງມີນ້ອງນີ້ກໍປ່ຽນໃຈ

3) ອັນຮັກເຮົາ ເມື່ອເຂົາເລີກລາຢ່າງນີ້
ດັ່ງນຶ່ງມີ ໜາມຄົມປັກຝັງຊວງໃນ
ບາດແຜ ຫາມີວັນຈະຈາງຫາຍ
ສາບຈົນຕາຍ ຍິງຫຼາຍໃຈຂໍໄກກັນເອີຍ…

ໂນຕເພງ “ຍາມຮັກຍາມຮ້າງ”
ວິດີໂອໂນຕບັນເລງເພງ “ຍາມຮັກຍາມຮ້າງ”

ເພງ “ຫາກແຫ່ງນັ້ນມີຈອມໃຈ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1964)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ຫາກແຫ່ງນັ້ນມີຈອມໃຈ”

1) ສຸດແຜ່ນດິນ ສິ້ນສາຍທາຣາ
ສຸດຂອບຟ້າ ຂ້າຍັງຈະໄປ
ຫາກແຫ່ງນັ້ນ ມີຈອມໃຈທີ່ຂ້າຫວັງ
ໃຫ້ໄກກວ່ານີ້ ແມ່ນດັບຊີວີໃນກາງທາງ
ຈະຂໍໄປ ໄປພົບນາງເຖິງຕາຍກໍຕາມ

2) ຫວັ່ນສິ່ງດຽວ ຫວັ່ນໃຈຂອງນາງ
ແບ່ງຫຼາຍທາງ ແລ້ວຍັງຫຼອກລວງ
ຫຼອກໃຫ້ຫຼົງ ໃຫ້ເຈັບຊວງໃຫ້ຫ່ວງນຳ
ສ່ວນໃຈຂ້ານີ້ ຊື່ສັດພັກດີມີສິລທັມ
ບໍ່ຄິດລວງ ເກງບາບກັມຈະຕາມສນອງ

• ພູເຂົາ ລຳເນົາຜາຊັນ
ຊ້າງເສືອກີດຕັນ ກັ້ນກາງເຮົາສອງ
ຫາກຮັກກັນຈິງ ເຖິງມີມາຣແຮງຮັກຍັງຈ່ອງ
ໃຫ້ເຮົາສອງ ມາພົບກັນດັ່ງໃຈໃຝ່ຫາ

3) ຊົ່ວຊີວີ ຊົ່ວນິຣັນດອນ
ຢ່າໄດ້ຖອນ ໃຈຮັກຈາກກັນ
ໂປຣດຈົ່ງຄິດ ຄິດສົງສານຂ້າເຖີດໜາ
ດ້ວຍຍອມອຸທິດ ຊີວິດແລະກາຍຍອມດັ້ນມາ
ຫາກນ້ອງລວງ ຄົງບາບໜາຕົກອະເວຈີ…

ໂນຕເພງ “ຫາກແຫ່ງນັ້ນມີຈອມໃຈ”
ວິດີໂອໂນຕບັນເລງເພງ “ຫາກແຫ່ງນັ້ນມີຈອມໃຈ”

ເພງ “ລືມນ້ອງບໍ່ລົງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1964)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ລືມນ້ອງບໍ່ລົງ”

1) ບໍ່ອາດຈະລືມ ຈະລືມນ້ອງລົງ
ຊົ່ວຊີວິດນີ້ ເຖິງນ້ອງຈະມີຄູ່ຄອງຄົນໃໝ່
ເຖິງນ້ອງຈະຊັງອ້າຍກ່ອນ ເຖິງນາງຈະຖອນຫົວໃຈ
ແຕ່ອ້າຍ ກໍລືມບໍ່ລົງ

2) ບໍ່ອາດຈະລືມ ຈະລືມນ້ອງເລີຍ
ດ້ວຍເຄີຍຮ່ວມຮັກ ພາບນັ້ນສລັກຝັງໃຈໝັ້ນຄົງ
ອ້າຍນີ້ສຸດແສນອາວອນ ນັ່ງນອນຫຼັບໃຫຼໃຈພະວົງ
ເຝົ້າຫ່ວງອະນົງ ທຸກໆໂມງຍາມ

• ຈະໃຫ້ລືມນ້ອງ ລືມນ້ອງອ້າຍລືມບໍ່ໄດ້
ຈະປວດຫົວໃຈ ຈະເຈັບຊໍ້າໃຈພຽງໃດກໍຕາມ
ດ້ວຍວ່າຮອຍຍິ້ມຍັງຝັງຈິຕ ດ້ວຍວ່າຍັງຄິດເຖິງນໍ້າຄຳ
ທີ່ນ້ອງເຄີຍພໍ່າ ອອດອ້ອນຫວານໆ

3) ຜິດອົກຜິດໃຈ ສິ່ງໃດໜໍນາງ
ຈຶ່ງຈາງຮັກອ້າຍ ທັ້ງໆທີ່ໃຈອ້າຍຍັງຮັກໝັ້ນ
ດຽວນີ້ສຸຂສົມຫຼືໃດ ຫຼືນາງເສົ້າໃຈທໍຣະມານ
ຫາກຈະກັບຫັນ ອ້າຍຍັງຄອຍຢູ່…

ໂນຕເພງ “ລືມນ້ອງບໍ່ລົງ”
ວິດີໂອໂນຕບັນເລງເພງ “ລືມນ້ອງບໍ່ລົງ”

ເພງ “ປ່ອຍອ້າຍເຖີດ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ປ່ອຍອ້າຍເຖີດ”

1) ປ່ອຍອ້າຍຢູ່ ຜູ່ດຽວທີ່ຮັກ
ແມ່ນຫາກນ້ອງຮັກ ອ້າຍຈິງຈາກໃຈ
ອ້າຍຈົນ ຍາກໄຮ້
ຖ້າຂືນຢູ່ໄປ ຄົງອາຍຂາຍໜ້າ

2) ບໍ່ຫານຢູ່ ຕໍ່ໄປແລ້ວເອີຍ
ຢູ່ໃຫ້ຄົນເຢີ້ຍ ເຍີ້ຍສິນນິນທາ
ອ້າຍຂໍ ເວລາ
ໄປພັທນາ ຖານະແລະສັກສີ

• ອຸດົມຄະຕິ ເຮົາຄົນລະຢ່າງ
ຈຶ່ງຂໍຫຼີກທາງ ໄປຄົນລະທີ່
ຫາກບຸນເຮົາຄາດ ໄດ້ຮ່ວມກັນ
ກໍຄົງໄດ້ຫັນ ມາຮ່ວມຊີວີ
ຊົ່ວຊີວິດນີ້ ອ້າຍມີຮັກດຽວ

3) ປ່ອຍອ້າຍອອກ ຈາກເອິກນ້ອງໄປ
ຈະດີຈະຮ້າຍ ເປັນຕາຍດາຍດຽວ
ຂໍນ້ອງ ຢ່າກ່ຽວ
ຂໍທຸກຄົນດຽວ ຊໍ້າດຽວປ່ຽວໃຈ…

ໂນຕເພງ “ປ່ອຍອ້າຍເຖີດ”
ວິດີໂອໂນຕບັນເລງເພງ “ປ່ອຍອ້າຍເຖີດ”

ເພງ “ພຽງເຫັນໜ້າ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1972)
ນັກຮ້ອງຕົ້ນສະບັບ : ວົງເດືອນ ວົງພຣະຈັນ

ວິດີໂອດົນຕຣີບັນເລງເພງ “ພຽງເຫັນໜ້າ”

1) ພຽງ ເຫັນໜ້າ
ຢາກເວົ້າຈາ ປຣາສັຍທັນທີ
ລົງເຮືອນມາ ມາພົບນາຣີ
ສະບາຍດີ ໆ ຢູ່ຫວະນ້ອງສາວ?

2) ພຽງ ເຫັນໜ້າ
ສຸຂອຸຣາ ບໍ່ຫາໃສເທົ່າ
ມາຄົນດຽວ ຫຼືມີຄົນເຝົ້າ
ຫ້ອງຫົວໃຈ ຫວ່າງເປົ່າຫຼືເຈົ້າມີຄູ່

• ອ້າຍນີ້ຍັງ ເປັນໂສດ
ສົດ ໆ ບໍ່ເຄີຍມີຄູ່
ວານນີ້ ອ້າຍໄປຫາໝໍດູ
ໝໍບອກຈະພົບ ເນື້ອຄູ່ຢູ່ບ່ອນນີ້ລະ!

3) ພຽງ ເຫັນນ້ອງ
ຈິຕໝາຍປອງ ພຽງນ້ອງຈຽນບ້າ
ຄົນງາມ ໆ ເລີກງອນດີກວ່າ
ຢ່າມົວເສີຍທຳທ່າ ຂວັນຕາຄົນດີ…

ໂນຕເພງ “ພຽງເຫັນໜ້າ”
ວິດີໂອໂນຕບັນເລງເພງ “ພຽງເຫັນໜ້າ”

ເພງ “ປ່ຽວໃຈ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ຢາກຝາກຮັກ”

1) ຢູ່ຜູ່ດຽວ ເຫງົາໃຈ
ໂອ້ຄຶດໄປ ໝອງຊວງ
ຢາກຈະມີ ຄູ່ຄວງ
ຢ້ານຖືກລວງ ບ້ຽວເບືອນ

2) ເບິ່ງບົນຟ້າ ຣາຕຣີ
ກໍຍັງມີ ແສງເດືອນ
ຍິ່ງເປັນແນວ ຊ່ວຍເຕືອນ
ຢາກມີເພື່ອນ ຊູໃຈ

• ລົມຣາຕຣີ ໂບຍໂບກມາ
ລົມໜາວພາ ໝອງໄໝ້
ລົມເຢັນໆ ໂຍກກິ່ງໄມ້
ພາຫົວໃຈ ໄຫວເຫວ່ວ້າ

3) ໂອ້ຕົວເຮົາ ນີ້ໜໍ
ຕັ້ງແຕ່ລໍ ຮັກມາ
ຫາກມີຄົນ ເມຕຕາ
ກະຣຸນາ ຊ່ວຍປອບໃຈ…

ໂນຕເພງ “ປ່ຽວໃຈ”
ວິດີໂອໂນຕບັນເລງເພງ “ປ່ຽວໃຈ”

ເພງ “ຢາກຝາກຮັກ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ & ສົມລິດ ອ້ວນສວັດດີ (1964)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ຢາກຝາກຮັກ”

1) ຢາກຝາກຄວາມຮັກ ແກ່ນາງ
ຫົວໃຈອ້າຍຊ່າງ ຕື້ນຕັນໄຫວຫວັ່ນສະທ້ານ
ເໝືອນນຶ່ງມົນຕຣາຟ້າລັ່ນ ຄອຍເຝົ້າຈະເອົາໂທດທັນ
ມາຄອຍກາງກັ້ນ ຫົວໃຈບໍ່ວາຍ

2) ຍິ່ງມອງຍິ່ງສວຍ ຍິ່ງງາມ
ສົມຊື່ສົມນາມ ຄົນງາມມີຄູ່ຫຼືໃດ
ໄດ້ແຕ່ແອບມອງຂວັນໃຈ ຈິຕອ້າຍຫວັ່ນໄຫວໝາຍປອງ
ສເນ່ນວນນ້ອງນາງ ຝັງໃຈອ້າຍນີ້ບໍເລືອນ

• ເໝືອນ ພາບປຣະທັບດວງໃຈ
ຈະຫາຍິງໃດງາມ ນໍ້າໃຈບໍ່ມີເໝືອນ
ປຣາຖນາ ຂວັນຕານ້ອງມາເປັນເພື່ອນ
ຮ່ວມຊີວີ ຄົນດີທີ່ອ້າຍໝາຍປອງ

3) ຢາກຝາກຄວາມຮັກ ກັບສຽງເພງ
ອ້າຍຈະບັນເລງ ເປັນເພງຮັກຈາກດວງໃຈ
ແມ່ນນ້ອງໄດ້ຍິນຄັ້ງໃດ ຈົ່ງໄດ້ເຂົ້າໃຈເສັຽທີ
ຕຣາບຊົ່ວຊີວີ ອ້າຍຮັກນ້ອງນີ້ນາງດຽວ…

ໂນຕເພງ “ຢາກຝາກຮັກ”
ວິດີໂອໂນຕບັນເລງເພງ “ຢາກຝາກຮັກ”

ເພງ “ຢາກພົບຄັ້ງສຸດທ້າຍ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1970)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ຢາກພົບຄັ້ງສຸດທ້າຍ”

1) ອ້າຍຢາກພົບນ້ອງ ເປັນຄັ້ງສຸດທ້າຍ
ກ່ອນນ້ອງຈະກາຍ ເປັນຂອງຄົນອື່ນ
ອາຍຢາກອີງແອບແນບຊິດ ອ້າຍຢາກຈຸມພິດເຊີຍຊື່ນ
ຢາກຢູ່ຢ່າງຄືນ ເມື່ອຄັ້ງເຮົາສອງຮັກກັນ

2) ອ້າຍເຝົ້າຄິດເຖິງ ຢູ່ທຸກເວລາ
ຢາກພົບແກ້ວຕາ ຈົນຫົວໃຈສັ່ນ
ນ້ອງຖືກຂັດຂວາງເອົາໄວ້ ຫຼືວ່າໃຈນ້ອງລືມນັ້ນ
ຫຼືສິ້ນສົງສານ ຈຶ່ງບໍ່ມາພົບດັ່ງເຄີຍ

• ນ້ອງ… ຄົງເພີນກັບຄົນຮັກໃໝ່
ມີສຸກສົມໃຈ ແລ້ວຫຼືຈຶ່ງເສີຍ
ບໍ່ຍອມພົບອ້າຍ ບໍ່ໄດ້ສັ່ງລາກັນເລີຍ
ອ້າຍຜິດເຣື່ອງໃດນ້ອງເອີຍ ຮັກຈຶ່ງເຫີຍຫາຍຊື່ນ

3) ອ້າຍຢາກພົບນ້ອງ ເປັນຄັ້ງສຸດທ້າຍ
ຫາກນ້ອງຈະໄປ ເປັນຂອງຄົນອື່ນ
ອ້າຍຢາກບອກນາງໃຫ້ຮູ້ ວ່າຢູ່ຢ່າງທຸກຂົມຂື່ນ
ຫຼັບນອນທົນຝືນ ຫ້າມໃຈທີ່ຄິດຫ່ວງນາງ…

ໂນຕເພງ “ຢາກພົບຄັ້ງສຸດທ້າຍ”
ວິດີໂອໂນຕບັນເລງເພງ “ຢາກພົບຄັ້ງສຸດທ້າຍ”