ເພງ “ຄົນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1962)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ຄົນ”

1) ຄົນ… ເກີດເປັນມະນຸດເພິ່ນວ່າຄົນ
ບວດຢູ່ໃນວັດ ກໍແມ່ນຄົນ
ຄົນ ຄົນ ຄົນ
ເສດຖີຫຼືຂໍທານ ກໍແມ່ນຄົນ…

2) ຄົນ… ຢູ່ໃນໂລກນີ້ມີຫຼາຍຄົນ
ຜູ່ດີຜູ່ຮ້າຍ ກໍແມ່ນຄົນ
ຄົນ ຄົນ ຄົນ
ຕຳຣວດທະຫານ ກໍແມ່ນຄົນ…

• ຄົນມີຫຼາຍພວກ ຫຼາຍຊັ້ນວັນນະ
ເຫຼົ່າອະນາຖາ ກໍແມ່ນຄົນ
ເປັນເຈົ້າເປັນນາຍ ກໍແມ່ນຄົນ
ມີມັ່ງກະທັ້ງຈົນ ລ້ວນແລ້ວແຕ່ຄົນທັງນັ້ນແຫຼະຄົນ…

3) ຄົນ… ຢູ່ໃນປ່າຊ້າແມ່ນເສດຄົນ
ຢ່າຢຽບຢ່າຢໍ່າ ປຣະນາມຄົນ
ຄົນ ຄົນ ຄົນ
ຫຼີກຕາຍບໍ່ພົ້ນ ໄດ້ຈັກຄົນ…

ໂນຕເພງ “ຄົນ”
ວິດີໂອໂນຕບັນເລງເພງ “ຄົນ”