ເພງ “ຕົ້ມກັນຕາໃສໆ”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ (1969)
ນັກຮ້ອງຕົ້ນສະບັບ : ຈ. ປະຈັກໃຈ

ວິດີໂອດົນຕຣີບັນເລງເພງ “ຕົ້ມກັນຕາໃສໆ”

1) ຢັ້ງຢືນເປັນຟືນເປັນໄຟ ວ່າບໍ່ເຄີຍຮັກໃຜແຕ່ກຳເນີດເກີດມາ
ຫາກເປັນຈິງກໍຍັງໄຄ ຕົ້ມກັນຕາໃສໆກັບທຳເສິຍເລີຍໜ້າ
ເຫດຜົນເປັນແຖວໆ ຮ້ອຍແນວພັນແນວຜີກິນຟ້າຜ່າ
ຍາແມ່ເຈົ້າຜູ່ແກ່ສາບານ ແລ້ວອີກມື້ວານເຈົ້າໄປຄວງໃຜມາ

2) ອ້າຍທົນຈົນມາຕາມທັນ ວ່າຈະບໍ່ຫຸນຫັນຈະຄ່ອຍເວົ້າຄ່ອຍຈາ
ຈະຕົກລົງກັນໂດຍດີ ເຈົ້າກັບພານໄສໜີເບັ່ງຣາສີລອຍໜ້າ
ຜູ່ຍິງເປັນແສນໆ ຮ້ອຍແຟນພັນແຟນຫາມີຂ້ອຍວ່າ
ຊ້າກ່ອນເຈົ້າຜູ່ແກ່ໂວຫານ ແລ້ວອີກບໍ່ນານເຈົ້າຈະຫຼັ່ງນໍ້າຕາ

3) ໄດ້ໃຈມີຊາຍເດີນຄວງ ໂດດອອກມາທີ່ພ່ວງເບັ່ງຕໍ່ໜ້າຕໍ່ຕາ
ອວດພູດຈາວ່າສຽງແຂງ ເຈົ້າຜູ່ຈັນເສັຽແສງຢຸດກັນເສັຽດີກວ່າ
ຢ່າຫວັງຈະເສັຽຂວັນ ຊາດຄົນຄືກັນໃຜຈະນ້ອຍໜ້າ
ພໍເຖີດຢ່າໃຫ້ເປີດໃຫ້ແປນ ເຈົ້າຢ່າຂ້າແຟນຂ້າໃຫ້ສົມອຸຣາ…

534-ໂນຕເພງ “ຕົ້ມກັນຕາໃສໆ”
ດົນຕຣີບັນເລງເພງ “ຕົ້ມກັນຕາໃສໆ” – ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ (1969) – ນັກຮ້ອງຕົ້ນສະບັບ : ຈ. ປະຈັກໃຈ
ວິດີໂອໂນຕບັນເລງເພງ “ຕົ້ມກັນຕາໃສໆ”
ທົດລອງປະກອບສຽງຮ້ອງຂອງ ຈ. ປະຈັກໃຈ…