ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (1967)
ນັກຮ້ອງຕົ້ນສະບັບ : ໄຊພອນ ສິນທະຣາດ
1) ເມືອງເໜືອ ເມືອງໜາວໆເຢັນອຸຣາ
ລົມໜາວໂບກມາ ກາຍາຂ້າໜາວຈົນສັ່ນ
ເດືອນສາມຍິ່ງໜາວ ຂ້າໜາວໆໝອກສະທ້ານ
ໝອກມົວທົ່ວພູຜາຊັນ ໜາວຈົນສັ່ນຈົນຫວັ່ນໃນດວງໃຈ
2) ເມືອງເໜືອ ເມື່ອເຫັນນັບເປັນບຸນຕາ
ງາມເຫຼືອຄະນາ ພູຜາປ່າໄມ້ນ້ອຍໃຫຍ່
ນໍ້າຕົກໄຫຼນອງ ໄຫຼກ້ອງທົ່ວດົງພົງໄພ
ໄດ້ຊົມແລ້ວສຸກຫົວໃຈ ຈະຫາເມືອງໃດມາທຽບປຽບປານ
● ຄໍ່າລົງແລງ ແສງສຸຣີອ່ອນໆ
ນົກນ້ອຍບິນຄືນສູ່ຄອນ ສຸດອອນຊອນຫົວໃຈຊື່ນບານ
ງາມນໍ້າຫ້ວຍໄຫຼ ນໍ້າໃສສວຍງາມຕຣະການ
ເບິ່ງແລ້ວເໝືອນແດນວິມານ ດັ່ງສວັນປັ້ນມາ
3) ເມືອງເໜືອ ເມື່ອຈາກໃຈຂ້າອາລັຍ
ຍາມໄດ້ຈາກໄປ ຈາກໄປແລ້ວຈະຫວນມາ
ເມືອງເໜືອເຈົ້າເອີຍ ໃສເລີຍທຽມທັນໄດ້ໜາ
ຂ້າຈຳຈາກໄປໄກຕາ ຈະຫວນຄືນມາທ່ຽວຊົມຄັ້ງໃໝ່…


