ເພງ “ສຸດທີ່ຮັກ”

ເນື້ອຮ້ອງ & ທຳນອງ : ເພັດສມອນ (~1973) ?
ນັກຮ້ອງຕົ້ນສະບັບ : ເພັດສມອນ

ວິດີໂອດົນຕຣີບັນເລງເພງ “ສຸດທີ່ຮັກ”
1) ນ້ອງສຸດທີ່ຮັກ ຊຶ່ງອ້າຍໝາຍປອງ
ຫວັງຢູ່ຄຽງສອງປຣະຄອງຮັກສຸດຫົວໃຈ
ແມ່ນຍິງອື່ນໝື່ນແສນມາກມີທົ່ວໄປ
ບໍ່ເຄີຍຄິດຈະສົນໃຈນອກໄປຈາກນ້ອງຄົນດີ
 
2) ແມ່ນຫ່າງນວນນ້ອງ ດັ່ງໄຟເຜົາຊວງ
ຮັກແລະເຝົ້າຫວງເປັນຫ່ວງທຸກຖ້ຽວນາທີ
ຫວັງເປັນຄູ່ຢູ່ຄຽງນ້ອງເຈົ້າຢ່າງນີ້
ບໍ່ເຄີຍຄິດຈະໜ່າຍໜີເມີນໝາງໃຫ້ເຈົ້າໝົ່ນໝອງ
 
• ຫາກດວງດາວ ຍັງຄູ່ນະພາ
ຈະຮັກແກ້ວຕາຈົນດາຣາສິ້ນແສງໃສສ່ອງ
ຫາກຊາດນີ້ອ້າຍຕ້ອງຜິດຫວັງຈາກນ້ອງ
ຊີວິດຄົງໝົ່ນໝອງມືດໝົ່ນຈົນສິ້ນຊີວາ
 
3) ນ້ອງສຸດທີ່ຮັກ ໂປຣດຈົ່ງເຫັນໃຈ
ອ້າຍບໍ່ເຄີຍຮັກຜູ່ໃດນອກຈາກແກ້ວຕາ
ຂໍເຈົ້າຢ່າຈືດຈາງແລະລືມສັນຍາ
ອ້າຍມີນ້ອງນີ້ລະໜາທີ່ຮ້ອງວ່າສຸດທີ່ຮັກ…
 
ໂນຕເພງ “ສຸດທີ່ຮັກ”
ໂນຕເພງ “ສຸດທີ່ຮັກ” ເນື້ອຮ້ອງ & ທຳນອງ : ເພັດສມອນ (~1973) ? ນັກຮ້ອງຕົ້ນສະບັບ : ເພັດສມອນ
ວິດີໂອໂນຕບັນເລງເພງ “ສຸດທີ່ຮັກ”