ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ
ນັກຮ້ອງຕົ້ນສະບັບ : ສ. ແສງສິຣິວັນ
- ຄິດ ຄະນຶງເຖິງບ້ານ
ສຸດສະທ້ານ ສະທ້ານໃນຊວງ
ລົມ ພັດມາຍິ່ງຫ່ວງ
ຫ່ວງອາລັຍ ເຖິງວຽງຈັນ - ຄິດ ເຖິງຄົນຮັກຂ້າ
ແຕ່ຈາກລາ ຝັນຫາທຸກວັນ
ໃຈ ນ້ອງຄົງໂສກສັນ
ຄົງຕື້ນຕັນ ເຝົ້າຄອຍຫາ - ຍາມ ຂ້ານີ້ຫວນກັບ
ຈົ່ງມາຮັບ ຄອຍຍິ້ມຖ້າ
ຢ່າ ໃຫ້ເຫັນນໍ້າຕາ
ຢ່າໂສກາ ເຖີດດວງໃຈ - ຄິດ ຄະນຶງທຸກວັນ
ຈາກມານານ ຢາກຫວນຄືນໄປ
ລົມ ພັດມາຄັ້ງໃດ
ພາຫົວໃຈ ໃຫ້ລອຍຕາມ…