ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌
- ເໝີ່ມອງ ສາຍນໍ້າຫຼັ່ງ
ໄຫຼລ່ອງໄປ ມິຮູ້ສະຖານທີ່
ຫຼັ່ງຫຼາກໄຫຼ ເລື້ອຍໄປແຮມປີ
ຄົງບໍ່ມີ ມື້ຮູ້ກັບມາ - ປຽບຊີວິດ ຂອງຄົນ
ຈຳດິ້ນຮົນ ຫາທາງຂ້າງໜ້າ
ສູ່ຈຸດໝາຍ ທີ່ປາຍເວລາ
ເຮົາເກີດມາ ເພື່ອໃຊ້ໜີ້ກັມ - ອັນຫົນທາງ ແຫ່ງຊີວິດ
ໃຜລິຂິດ ໃຜເປັນຜູ່ນຳ
ບໍ່ເພາະຕົວເອງ ຫຼືທີ່ກະທຳ
ອັນບາບແລະກັມ ຄວາມດີຄວາມຊົ່ວ - ຊົ່ວສັງຂານ ຍັງທ່ຽງ
ຈົ່ງຫຼີກລ່ຽງ ລະເວັ້ນກັມຊົ່ວ
ຢ່າໃຫ້ໃຈ ນັ້ນຕ້ອງຂຸ່ນມົວ
ຈະຕິດຕົວ ໃນຊາດຕໍ່ໄປ…