ເພງ “ອ້າຍຍອມຫຼີກທາງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (~1970)
ນັກຮ້ອງຕົ້ນສະບັບ : ແຊນ ສຸນັນທາ

ວິດີໂອດົນຕຣີບັນເລງເພງ “ອ້າຍຍອມຫຼີກທາງ”
  1. ທີ່ຮັກ…
    ອ້າຍຢາກໃຫ້ນ້ອງ ພົບຄວາມສນຸກ
    ຮັກຢູ່ກັບອ້າຍ ນ້ອງໄຮ້ຄວາມສຸກ
    ນ້ອງເສົ້ານ້ອງເຫງົານ້ອງທຸກ ເໝືອນຄົນປ່ວຍໃຈ

  2. ທີ່ຮັກ…
    ອ້າຍຢາກໃຫ້ນ້ອງ ພົບຄົນຮັກໃໝ່
    ນ້ອງອາດຈະສູນ ສິ້ນຄວາມໝອງໄໝ້
    ເມື່ອພົບຄົນທີ່ຖືກໃຈ ພ້ອມທັງມັ່ງມີ

  3. ອ້າຍຍອມຫຼີກທາງ ນ້ອງທັງນໍ້າຕາ
    ອ້າຍຍອມສລະ ດ້ວຍຄວາມຫວັງດີ
    ເພາະອ້າຍໝົດທາງ ຈະໃຫ້ນ້ອງນາງສຸຂີ
    ໝົດທາງຈະໃຫ້ນ້ອງມີ ຄວາມຊື່ນເໝືອນຄົນອື່ນໄດ້

  4. ທີ່ຮັກ…
    ອ້າຍຍາກຈົນໜັກ ຕ້ອງຈຳຮ້າງໄກ
    ຂໍຢ່າໄປຄິດ ວ່າມີຮັກໃໝ່
    ເພື່ອນ້ອງສົດຊື່ນແຈ່ມໃສ ອ້າຍຍອມຫຼີກທາງ…
ວິດີໂອໂນຕບັນເລງເພງ “ອ້າຍຍອມຫຼີກທາງ”

ເພງ “ຫາດຊາຍງາມຍາມແລງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1966)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ຫາດຊາຍງາມຍາມແລງ”
  1. ສຸຣິຍາ ຕໍ່າຄ້ອຍລົງແລງ
    ສາດສ່ອງແສງ ສີທອງອາຣ່າມ
    ໝູ່ນົກກາກໍບິນ ຄືນຫາຖິ່ນເມື່ອຈວນຄໍ່າ
    ມອງດູແສນງາມ ໜັກໜາ

  2. ຫາດຊາຍງາມ ກາງຂອງຊວນທ່ຽວ
    ເມື່ອແລຫຼຽວ ວິໄລສງ່າ
    ດັ່ງເທບລົງເສກສັນ ຄູ່ວຽງຈັນຕລອດມາ
    ປວງຊົນກໍພາ ກັນລົງທ່ຽວ

  3. ເດີນ… ເລາະຕາມ ແຄມຝັ່ງຫາດຊາຍ
    ໜຸ່ມສາວນ້ອຍໃຫຍ່ ຕ່າງກໍສຸກໃຈຢູ່ໃນຄອນຂຽວ
    ສາຍລົມໂຊຍພັດ ຟອງສະບັດເປັນກຽວ
    ນໍ້າຂອງໄຫຼລ້ຽວ ໄຫຼໄປສຸດຕາ

  4. ເບິ່ງແສງທອງ ຕ້ອງຜິວນະທີ
    ຫຼາກເດັ່ນສີ ຊຶ້ງໃນໃຈຂ້າ
    ຈວນຄໍ່າລົງເທົ່າໃດ ໃຈຂ້າຍັງບໍ່ຢາກມາ
    ແຕ່ຈຳຝືນລາ ຫາດຊາຍງາມ…
ວິດີໂອໂນຕບັນເລງເພງ “ຫາດຊາຍງາມຍາມແລງ”

ເພງ “ຄົນທີ່ຟ້າລົງໂທດ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (≈1970)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ຄົນທີ່ຟ້າລົງໂທດ”
  1. ໂທ້! ຊີວິດ ຄິດມາໜ້ານ້ອຍໃຈ
    ຝາກຮັກໃຜ ກໍມີແຕ່ຜິດຫວັງ
    ສຸດຂື່ນຂົມ ຣະທົມເໝືອນດັ່ງ
    ຄົນສິ້ນທາງ ຄອຍຖ້າຈະຕາຍ

  2. ໂອ້! ຟ້າດິນ ຄົງລົງໂທດຂ້າ
    ອະນິຈາ ຂ້າໝົດຄວາມໝາຍ
    ຮັກເຄີຍຊື່ນ ຮັກເຄີຍສຸກໃຈ
    ກັບມະລາຍ ເພາະຂ້າອັບຈົນ…

  3. ຊາດກ່ອນນີ້ ຂ້າຄົງສ້າງແຕ່ກັມ
    ຈຶ່ງເຈັບຊໍ້າ ເຫຼືອແຮງຈະອົດທົນ
    ຢາກຈະຕາຍ ໄປເສັຽໃຫ້ພົ້ນ
    ເພາະເປັນຄົນ ຟ້າລົງໂທດທັນ

  4. ອີກເມື່ອໃດ ຂ້າຈຶ່ງຈະສິ້ນ
    ພົ້ນມົນທິນ ທີ່ມີມານັ້ນ
    ພົບຄວາມຮັກ ຮັກດຽວຕໍ່ກັນ
    ຈະຜູກພັນ ຊົ່ວນິຣັນດອນ…
ວິດີໂອໂນຕບັນເລງເພງ “ຄົນທີ່ຟ້າລົງໂທດ”

ເພງ “ຄົງເຊໂດນທີ່ຮັກ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ມະລີຈັນສຸກ ເທບສຸວັນ

ວິດີໂອດົນຕຣີບັນເລງເພງ “ຄົງເຊໂດນທີ່ຮັກ”
  1. ຄົງເຊໂດນ ທີ່ຮັກ
    ຂ້າຈຳໃຈຈາກ ເຈົ້າມາດ້ວຍກັມ
    ຈາກພີ່ຈາກນ້ອງ ແລະເຮືອນນອນ
    ຈາກຖິ່ນດິນດອນ ທີ່ເຄີຍທຳ
    ດວງໃຈສຸດຊໍ້າ ໂສກສັນ
  2. ຄົງເຊໂດນ ເຈົ້າເອີຍ
    ເຈົ້າເຄີຍໃຫ້ສຸກ ທຸກຄືນແລະວັນ
    ຕ້ອງຈາກພາກໜີ ຫ່າງມາໄກ
    ໃຫ້ສຸດອາລັຍ ເຫຼືອຣຳພັນ
    ດວງໃຈໂສກສັນ ຮໍ່າຫາ
  3. ລົມເອີຍເຈົ້າພັດ ຫອບໄປທຸກທີ່
    ວານຫອບວະຈີ ຂ້າໄປທີໜາ
    ໄປບອກຍາດມິດ ບິດອນມານດາ
    ວ່າຂ້າຄວນຫາ ຄວນຫາທຸກວັນ
  4. ຄົງເຊໂດນ ທີ່ຮັກ
    ເຖິງຕົວຈະຈາກ ໃຈຂ້າຜູກພັນ
    ບໍ່ລືມຖິ່ນຖານ ຄົງເຊໂດນ
    ຈະຢູ່ສຸກລົ້ນ ທີ່ໃດກັນ
    ບໍ່ເໝືອນສວັນ ຄົງເຊໂດນ…
ວິດີໂອໂນຕບັນເລງເພງ “ຄົງເຊໂດນທີ່ຮັກ”

ເພງ “ອາລັຍອ້າຍ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ບັງອອນ

ວິດີໂອດົນຕຣີບັນເລງເພງ “ອາລັຍອ້າຍ”
  1. ຄໍ່າແລ້ວອ້າຍເອີຍ ກ່ອນນີ້ອ້າຍເຄີຍມາຫານ້ອງຢູ່
    ເຄີຍເຫັນເຄີຍຊົມ ເຄີຍຈົ່ມເຄີຍເວົ້າເປົ່າຫູ
    ບັດນີ້ນ້ອງຕ້ອງທົນຢູ່ ຜູ່ດຽວປ່ຽວໃຈ

  2. ອ້າຍຈົ່ງໂຊກດີ ຂໍຂວັນຊີວີຢ່າມີໝອງໄໝ້
    ຈົ່ງຕັ້ງໃຈທົນ ສຸກລົ້ນມີຜົນບັ້ນປາຍ
    ນ້ອງຈະຖນອມກາຍໃຈ ໃຫ້ອ້າຍຜູ່ດຽວ

  3. ອາລັຍອາວອນ ຍາມນອນພໍ່າເພີ້
    ຫຼັບຕາລະເມີ ຫາອ້າຍຄົນດຽວ
    ທົນຢູ່ທົນໝອງ ທົນຄອງຍອດຊາຍແສນປ່ຽວ
    ອິນພຣົມໂປຣດໄດ້ແລຫຼຽວ ຢ່າລ້ຽວຫຼາຍໃຈເປັນອື່ນ

  4. ຢ່າລືມນ້ອງນະ ເມື່ອອ້າຍຫວນມາຢ່າພາສະອື້ນ
    ຈົ່ງເຫັນໃຈຍິງ ທີ່ອ້າຍເຄີຍຮັກເຄີຍຊື່ນ
    ອ້າຍຢ່າຫຼົງລົມຍິງອື່ນ ເລີຍລື່ນລືມນ້ອງ…
ວິດີໂອໂນຕບັນເລງເພງ “ອາລັຍອ້າຍ”

ເພງ “ຄົນໄຮ້ຮັກ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1969)
ນັກຮ້ອງຕົ້ນສະບັບ : ໄຊຊະນະ ທານະດາບຸດ

ວິດີໂອດົນຕຣີບັນເລງເພງ “ຄົນໄຮ້ຮັກ”
  1. ເມກໝອກບັງຟ້າ ນະພາມືດມົວ
    ທ້ອງຟ້າສລົວ ໃຈຂ້າມົວດັ່ງຟ້າ
    ນໍ້າຝົນໄຫຼຫຼັ່ງ ອັ່ງເອີ່ລົ້ນທາຣາ
    ດັ່ງເຊັ່ນນໍ້າຕາ ຫຼັ່ງມາຈາກຫົວໃຈ

  2. ໄຮ້ເພື່ອນຊີວິດ ຊິດຄຽງອຸຣາ
    ນ້ອຍວາສນາ ໂຊກຊາຕາຂີດໄວ້
    ຊູ້ເມີນໜີໜ້າ ສຸດກູ່ຫາຟ້າໄກ
    ບາບເວນຫົນໃດ ທຳໄວ້ຕາມສນອງ

  3. ແສນເສົ້າໃຈໜັກ ຮັກເອີຍເຄີຍຊື່ນໃຈ
    ກັບມາສລາຍໄປ ຫົວໃຈຈຶ່ງໝົ່ນໝອງ
    ຄົງເຫຼືອພຽງພິມ ພາບຮຽງຄຽງຄອງ
    ເກາະກິນໃຈໝອງ ຣະທົມທຸກນາທີ

  4. ຄິດຢາກຈະຕາຍ ເສັຽໃຫ້ພົ້ນກັມ
    ໜີເວັ້ນຄວາມຊໍ້າ ພົ້ນເວນກັມທີ່ມີ
    ແສນທົນທຸກຍິ່ງ ຂາດຍອດຍິງປຣານີ
    ຢາກຕາຍເຫຼືອດີ ຢາກໜີຈາກໂລກາ…
ວິດີໂອໂນຕບັນເລງເພງ “ຄົນໄຮ້ຮັກ”

ເພງ “ບອກຮັກຈັກຄຳ”

ເນື້ອຮ້ອງ & ທຳນອງ : …?…
ນັກຮ້ອງຕົ້ນສະບັບ : ນະຣຽມ (1970)

ວິດີໂອດົນຕຣີບັນເລງເພງ “ບອກຮັກຈັກຄຳ”
  1. ຈົ່ງບອກວ່າຮັກ ນ້ອງຈັກຄຳ
    ຢ່າເກັບງຳ ຫຼືອຳໄວ້ເອງ
    ຖ້າຮັກແທ້ຈາກໃຈ ຂໍຈົ່ງໄຂໃຫ້ຮູ້
    ຮູ້ເຖິງ ຄວາມໃນ…

  2. ຢ່າມົວແຕ່ຄິດ ຄິດປິດບັງ
    ຫາກນ້ອງຊັງ ແລ້ວຈະເສັຽໃຈ
    ຢ່າມົວຫວງຫ່ວງເລີຍ ຂໍຈົ່ງເຜີຍເອີ່ຍໄຂ
    ໄຂຄຳ ຮັກມາ…

  3. ນ້ອງເປັນ ຜູ່ຍິງ
    ຮັກລວງຫຼືຈິງ ກໍຢູ່ໃນໃຈ
    ເຖິງຈະຮັກ ຖ້ວມລົ້ນອຸຣາ
    ຜູ່ໃດຈະກ້າ ບອກກ່ອນຜູ່ຊາຍ…

  4. ອອກປາກວ່າຮັກ ນ້ອງຈັກຄຳ
    ຢ່າມົວທຳ ອໍ້າອຶ້ງໜຽວໜັກ
    ເມື່ອນ້ອງຄິດສົງສານ ຂໍຈົ່ງຫານເປີດໃຈ
    ໄຂຄວາມ ຮັກຈິງ…
ວິດີໂອໂນຕບັນເລງເພງ “ບອກຮັກຈັກຄຳ”

ເພງ “ສັ່ງຟ້າຫາຄູ່”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ
ນັກຮ້ອງຕົ້ນສະບັບ : ຄຳສອນ ພົມມະຈັນ
ສະບັບສຽງຂັບຮ້ອງໂດຍ : ຄົມເພັດ ໄຊຍະມາດ (ບັນທຶກສຽງຢູ່ສູນໜອງຄາຍ 1978)

ວິດີໂອດົນຕຣີບັນເລງເພງ “ສັ່ງຟ້າຫາຄູ່”
  1. ຄໍ່າຄືນນີ້ ມີແສງຈັນສ່ອງ
    ສ່ອງໄປທົ່ວ ທ້ອງນະພາ
    ເຫັນໝູ່ດາວຄຽງຈັນທຣາ ແສງດາຣາເລື່ອນລອຍມາ
    ສຸກອຸຣາ ຂ້າສົດໃສ…

  2. ພຽງໄດ້ພົບ ປຣະສົບເຫັນນາງ
    ຢາກຝາກຝັງ ໃນຣຶທັຍ
    ຂໍສວັນຈົ່ງດົນໃຈ ໃຫ້ຮັກນັ້ນມາແນບກາຍ
    ຢ່າເລືອນລັຍ ໜີຈາກລາ…

  3. ລົມ… ລົມ… ລົມເຢັນ
    ຈົ່ງຊ່ວຍ ເຫັນໃຈຂ້າ
    ໂປຣດນຳ ຊອກຫາ
    ຊົ່ວຊີວາ ຂ້າຈະຄອຍ…

  4. ມອງນະພາ ເບື້ອງຟ້າສົດໃສ
    ໝູ່ເມກໄມ້ ໄຫຼເລື່ອນລອຍ
    ຫົວໃຈອ້າຍນີ້ຍັງຄອຍ ຫຼົງເຝົ້າຊິດຈິດເອື້ອມສອຍ
    ໃຈເຫງົາຫງອຍ ຢາກຄຽງນາງ…
ວິດີໂອໂນຕບັນເລງເພງ “ສັ່ງຟ້າຫາຄູ່”

ເພງ “ສຸດທີ່ຮັກ”

ເນື້ອຮ້ອງ & ທຳນອງ : ສົມເພັຊ ເພັຊວິນຍານ (1975)
ນັກຮ້ອງຕົ້ນສະບັບ : ສົມເພັຊ ເພັຊວິນຍານ

ວິດີໂອດົນຕຣີບັນເລງເພງ “ສຸດທີ່ຮັກ”
  1. ສຸດທີ່ຮັກ ຂໍຢ່າຈາກອ້າຍໄປເລີຍ
    ຮັກຫວານຊື່ນເຊີຍ ບໍ່ເຄີຍຄິດລວງຫຼອກຫຼອນ…

  2. ຕື່ນກໍເພີ້ ລະເມີຫ່ວງຫາຍາມນອນ
    ຢ້ານນ້ອງລືມກ່ອນ ໄຫວ້ວອນຟ້າດິນຄຸ້ມຄອງ…

  3. ນາງຄືທຸກສິ່ງ ທີ່ອ້າຍຕ້ອງການ
    ນາງຄືສວັນ ທີ່ອ້າຍໝາຍປອງ
    ຖ້າຂາດນ້ອງ ຕ້ອງຂາດໃຈ…

  4. ສຸດທີ່ຮັກ ຂໍຝາກເພງນີ້ກ່ອມໃຈ
    ເຖິງໄກແສນໄກ ສົ່ງໃຈຄະນຶງເຖິງກັນ…
ວິດີໂອໂນຕບັນເລງເພງ “ສຸດທີ່ຮັກ”

ເພງ “ເຊໂດນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ເຊໂດນ”
  1. ລ່ອງມາ ຈາກວຽງຈັນ
    ທີ່ເຄີຍຝັນ ເຄີຍຄະເນ
    ລ່ອງລົງມາ ຈົນເຖິງປາກເຊ
    ງາມແທ້ເດ ແຂວງເຊໂດນ

  2. ນໍ້າເຊ ແລະນໍ້າຂອງ
    ຫຼາກໄຫຼນອງ ລອຍລ່ອງວົນ
    ດັ່ງເມືອງຟ້າ ເມືອງແຖນບັນດົນ
    ໂອ້! ເຊໂດນ ແສນງາມວິລັຍ

  3. ຍາມນີ້ ຂ້າຈາກບ້ານມາ
    ດ້ວຍປຣາຖນາ ທ່ຽວຊົມສົມໃຈ
    ງາມແທ້ເມືອງນີ້ ງາມກວ່າເມືອງໃດ
    ທີ່ຂ້າເຄີຍໄດ້ ໄປເຫັນມາ

  4. ໜຸ່ມສາວ ຊາວເຊໂດນ
    ປາກອ່ອນໂຍນ ດົນໃຫ້ມາ
    ບໍ່ຢາກໜີ ຈາກໄປໄກຕາ
    ສຸກຈິງໜາ ໄດ້ມາເຊໂດນ…
ວິດີໂອໂນຕບັນເລງເພງ “ເຊໂດນ”