“ການສ້າງຈັງຫວະກອງຂອງຄີບອດ” (Drums Style)

ທັກສະພື້ນຖານຫຼັກ ອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

5. ການສ້າງຈັງຫວະຂອງກອງຊຸມ (Drums Channel)

ສຳລັບການສ້າງຈັງຫວະຂອງກອງຊຸມໃຫ້ຄີບອດ, ແນວທາງ “ແບບກະທັດຮັດງ່າຍດາຍ” ແມ່ນຫຼັກທີ່ຄວນປະຕິບັດ. ຢ່າສ້າງຈັງຫວະທີ່ສັບສົນເກີນໄປ ຫຼືການໃຊ້ເຄື່ອງເສບຫຼາຍຊິ້ນສ່ວນເກີນຂອບເຂດ, ເພາະຢ່າລືມວ່າ ມືກອງຜູ່ນຶ່ງ ແມ່ນມີພຽງສອງແຂນແລະສອງຂາເທົ່ານັ້ນ, ແລະລາວບໍ່ສາມາດທີ່ຈະຫຼິ້ນທຸກໆຊິ້ນສ່ວນຂອງຊຸມກອງພ້ອມກັນໄດ້ທັງໝົດ ໃນເວລາພ້ອມດຽວກັນ.

ຕາມຕົວຢ່າງຕໍ່ໄປນີ້ : ຈົ່ງເລື່ອນຍ້າຍໂນຕໃນຈັງຫວະທັງໝົດ ໄປໜ້າຫຼືຖອຍຫຼັງເລັກນ້ອຍ ຊຶ່ງຈະພາໃຫ້ເວລາຟັງມີຄວາມຮູ້ສຶກຄ້າຍກັບວ່າ ແມ່ນມືກອງທີ່ “ຫຼິ້ນສົດໆ” ເພື່ອຫຼີກລ່ຽງຮູບແບບຄວາມເປັນອັຕໂນມັຕຂອງໂປຣແກຣມສ້າງ ທີ່ເປັນແບບກົນຈັກແລະບໍ່ເປັນທຳມະຊາດ.

ໃນຫຼັກສູດນີ້, ພວກເຮົາຈະນຳໃຊ້ສັນຍາລັກຕົວເລກອ້າງອີງດັ່ງຕໍ່ໄປນີ້ :
1 – ກອງຢຽບ (Kick)
2 – ກອງແທັກ (Snare)
3 – ກອງລົວສູງ (High Tom)
4 – ກອງລົວກາງ (Mid Tom)
5 – ກອງລົວຕໍ່າ (Low Tom)
6 – ແຊ່ງ (Cymbal)
7 – ສາບເປີດ (HiHat Open)
8 – ສາບປິດ (HiHat Close).

ຈົ່ງເລີ່ມຕົ້ນດ້ວຍການບັນທຶກບັນດາໂນຕຂອງສຽງສາບປິດ (HiHat Close) ໃສ່ໃນຫ້ອງນຶ່ງ, ໂດຍໃຫ້ຄວາມດັງຂອງສຽງ (Volume) ແຕກຕ່າງກັນທັງໝົດ ແລະໃຫ້ຄວາມແຮງຂອງສຽງ (Velocity) ແກ່ບາດກ້າວໃນຕຳແນ່ງ “ຫຼັກ” ມີຄ່າສໍາຄັນກວ່າຈໍາພວກໃນບາດກ້າວ “ຍ່ອຍ” :

ຕິດຕາມດ້ວຍສຽງກອງຢຽບ (Kick) ແລະສຽງກອງແທັກ (Snare), ດັ່ງຕົວຢ່າງລຸ່ມນີ້ :

ຕັວຢ່າງສຽງກອງຢຽບແລະສຽງກອງແທັກ ພ້ອມດ້ວຍສຽງສາບ ເມື່ອປະກອບກັນສົມບູນແລ້ວ.

ຈົ່ງສັງເກດວ່າ ຄວາມໜັກແໜ້ນຂອງສຽງກອງຢຽບ (Kick) ໃນຕຳແນ່ງກ່ອນໜ້າບາດກ້າວທີ 3 ແມ່ນຄ່ອຍກວ່າຈຳພວກໃນຕຳແນ່ງອື່ນໆ ຊຶ່ງຮຽກວ່າ “ບາດກ້າວໜັກ”. ດັດແປງຮູບແບບຮວມ ໂດຍການປັບປ່ຽນບາງໂນຕຂອງສຽງຕ່າງໆ ດັ່ງຕົວຢ່າງລຸ່ມນີ້, ດ້ວຍການໃຫ້ບາດກ້າວໜັກ ພາຍຫຼັງຕຳແນ່ງທີ 2 ກາຍເປັນສຽງກອງແທັກ (Snare) ແລະທຳການລຶບສຽງສາບປິດ (HiHat Close) ໃນຕຳແນ່ງນີ້ອອກ :

ຕັວຢ່າງຮູບແບບຂອງສຽງກອງແທັກທີ່ມາແທນສຽງກອງຢຽບໃນຕຳແນ່ງທີ່ 2.

ຫຼືຕາມແບບນີ້, ຊຶ່ງສຽງສາບເປີດ (HiHat Open) ປາກົດຢູ່ໃນທຸກຕຳແນ່ງບາດກ້າວຂອງຫ້ອງ.

ລູກລົວກອງ “Fill” ຫຼື “Break” ສາມາດລົວ “ແຕ່ສູງລົງຫາຕໍ່າ” ດ້ວຍສຽງກອງລົວ (Toms) ທັງໝົດທຸກລູກ ແລະທຳການລຶບສຽງສາບ (HiHats) ອອກໃນຂະນະທີ່ມີການລົວ. ອາດສາມາດເພິ່ມສຽງແຊ່ງ (Crash Cymbal) ໃສ່ໄດ້ອີກດ້ວຍ.

ຕົວຢ່າງລູກລົວກອງແບບທຳມະດາດ້ວຍສຽງ Tom ສູງໄປຫາຕໍ່າ ພ້ອມດ້ວຍສຽງແຊ່ງ.

“ສຽງບອດ”, ຄືສຽງທີ່ມີຣະດັບຄວາມແຮງ (Velocity) ຕໍ່າທີ່ສຸດ, ຕົວຢ່າງສຳລັບສຽງກອງແທັກ (Snare) ສາມາດເພິ່ມໃສ່ໄດ້ດັ່ງນີ້ :

“ສຽງບອດ” ເຫຼົ່ານີ້ ຈະພາໃຫ້ເກີດຄວາມຮູ້ສຶກຫຼາຍກວ່າອາການປົກກະຕິທໍາມະດາ ເມື່ອຟັງຮວມກັບສຽງອື່ນໆໃນຫ້ອງນຶ່ງໆ.

Paris, 17 ມົກກະຣາ 2025

“ການສ້າງດົນຕຣີປະກອບຈັງຫວະຄີບອດ”

ທັກສະພື້ນຖານຫຼັກ ອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

4-1. ຈັງຫວະທົ່ວໄປ ຫຼື ຈັງຫວະຕາມເພງ

ອັນດັບເບື້ອງຕົ້ນ ເມື່ອຈະເລີ່ມທຳການສ້າງຈັງຫວະຂອງຄີບອດໂດຍຮວມ ຫຼືທີ່ຮຽກວ່າ Style, ພວກເຮົາຕ້ອງຕັດສິນໃຈລ່ວງໜ້າວ່າ ຈະໃຫ້ເປັນ Style ໃນປະເພດໃດ?

  • ປະເພດທົ່ວໄປ (Generic Style) ຕົວຢ່າງ ລຳວົງ, ສາມຊ່າ, Ballad, Slow, Rock, ແລະອື່ນໆ ຫຼືຈະໃຫ້ເປັນ…
  • ປະເພດຕາມເພງ (Song Style) ຕົວຢ່າງ ຈັງຫວະເພງ “ດອກບົວທອງ”, ເພງ “ຈຳປາເມືອງລາວ”, ເພງ “Yesterday”,…

ຈັງຫວະແບບທົ່ວໄປ (Generic Style) ມີໄວ້ເພື່ອໃຊ້ກັບຫຼາຍໆເພງ (ທີ່ມີຈັງຫວະແບບດຽວກັນ), ໂດຍທີ່ໂຄງຮ່າງຂອງການບັນເລງ ແມ່ນຕ້ອງສາມາດປັບຕົວໃຫ້ເຂົ້າກັບເພງຕ່າງໆທີ່ມີຈັງຫວະແບບດຽວກັນໄດ້. ຊຶ່ງສາມາດເຮັດໄດ້ ໂດຍການເພີ່ມຄວາມຊັບຊ້ອນຂອງເຄື່ອງເສບປະກອບ ແລະຈຳນວນເຄື່ອງບັນເລງທີ່ໃຊ້ສຳລັບພາກສ່ວນ “Main A” ໄປເຖິງພາກສ່ວນ “Main D” ແລະທັງສຳລັບພາກສ່ວນ Intro, Fill ແລະ Ending ອີກດ້ວຍ.

ຕົວຢ່າງ : ພາກສ່ວນຫຼັກ (Main A) ອາດຈະມີພຽງແຕ່ສຽງກອງ (Drum), ສຽງກິຕ້າເບສ (Bass) ແລະສຽງເຄື່ອງທີ່ເຮັດໜ້າທີ່ຫຼິ້ນຂອດພື້ນຖານ (Chord 1), ຊຶ່ງທັງໝົດຫຼິ້ນຮູບແບບທີ່ກະທັດຮັດງ່າຍດາຍໂດຍຮວມ. ພາກສ່ວນຕໍ່ມາ (Main B) ສາມາດຕື່ມຂອດທີ່ສອງ (Chord 2) ໃສ່. ພາກສ່ວນຖັດມາ (Main C) ສາມາດເພີ່ມສຽງປະເພດປູພົມ (Pads) ໃສ່. ແລະພາກສ່ວນສຸດທ້າຍ (Main D) ສາມາດເພີ່ມສຽງສອຍຕ່າງໆ (Phrases) ໃສ່ໃຫ້ສົມບູນໄດ້.

ແຕ່ຖ້າພວກເຮົາເລືອກສ້າງຈັງຫວະປະເພດ ຕາມເພງ (Song Style), ພວກເຮົາຈຳເປັນຈະຕ້ອງໄດ້ສ້າງພາກສ່ວນຂອງ Style ຊຶ່ງຕາມຫຼັກພື້ນຖານ, ບັນດາພາກສ່ວນທີ່ເອີ້ນວ່າ ວັກຂຶ້ນຕົ້ນເພງ, ວັກທີ່ “1”, ວັກທີ່ “2”, ທ່ອນແຍກ “Refrain”, ທ່ອນບັນເລງຕອນກາງເພງ “Solo” ແລະວັກລົງເພງ “Coda” ໃຫ້ຄົບຖ້ວນເພງນຳ. ນີ້ຫມາຍຄວາມວ່າ ຄວາມຊັບຊ້ອນແລະຈໍານວນເຄື່ອງເສບທີ່ໃຊ້ ແມ່ນຕ້ອງໄດ້ກໍານົດແລະອີງຕາມໂຄງຮ່າງຂອງເພງຕົ້ນສະບັບທຸກຢ່າງ.

ໃນຈັງຫວະປະເພດຕາມເພງ, ພາກສ່ວນຂຶ້ນຕົ້ນເພງ (Intro) ແລະລົງເພງ (Ending) ຕ້ອງຄ້າຍຄືທ່ອນຂຶ້ນຂອງເພງ ແລະວັກຈົບເພງຕາມຕົ້ນສະບັບເພງທີ່ຈະສ້າງ. ໂດຍທົ່ວໄປ, ພາກສ່ວນເຫຼົ່ານີ້ຈະມີທັງ ແນວທາງເດີນຂອງຂອດ (ຊຶ່ງໃນ Style ອື່ນແມ່ນຕ້ອງຫຼິ້ນເອງດ້ວຍມືຊ້າຍ) ແລະແນວທາງການສອຍທຳນອງຂອງເພງ (ຊຶ່ງໃນ Style ອື່ນແມ່ນຕ້ອງຫຼິ້ນດ້ວຍມືຂວາ). ຖ້າຫາກຈັງຫວະຂອງ Style ຖືກສ້າງຂຶ້ນດ້ວຍຖ່ວງທຳນອງຂຶ້ນເພງ ແລະຈົບເພງຕາມຕົ້ນສະບັບຂອງເພງ, ຜູ່ຫຼິ້ນພໍພຽງແຕ່ກົດຂອດຫຼັກຂອງເພງດ້ວຍມືຊ້າຍໃນຕອນເລີ່ມຕົ້ນ. ຈາກນັ້ນ, Style ຈະທຳການຫຼິ້ນສຽງບົດທຳນອງຂຶ້ນຕົ້ນເພງ, ແລະເມື່ອຈົບສິ້ນລົງ, ຜູ່ຫຼິ້ນຈະຕ້ອງຄວບຄຸມການຫຼິ້ນວັກຕ່າງໆຂອງເພງຕາມພາກສ່ວນຫຼັກຂອງຄີບອດ ອັນໄດ້ແກ່ Main Variation (A-B-C-D) ຕລອດຮອດການລົງເພງໃນຂັ້ນສຸດທ້າຍ ຊຶ່ງກໍຈະຖືກປະຕິບັດການດ້ວຍຄີບອດໂດຍອັຕໂນມັຕ ຈາກການກົດດຸມພາກສ່ວນທີ່ເອິ້ນວ່າ Endings ເທົ່ານັ້ນ.

4-2. ການສ້າງພາກສ່ວນດົນຕຣີປະກອບໃສ່ໃນຊ່ອງ (MIDI Channel)

ມາຮອດຈຸດນີ້, ພວກເຮົາພ້ອມທີ່ຈະອັດບັນທຶກໂນຕສຽງຕ່າງໆ ໃສ່ໃນຊ່ອງຂອງຈັງຫວະແລ້ວ. ມີວິທີປະຕິບັດການຫຼາຍແບບດັ່ງນີ້ :

  • ອັດໂນຕສຽງ ດ້ວຍການຫຼິ້ນເທິງແປ້ນຄີບອດໂດຍກົງ
  • ເລືອກເອົາໂນຕທີ່ຕ້ອງການ ຈາກຈັງຫວະທີ່ມີມາໃນເຄື່ອງແລ້ວ
  • ລົງບັນທຶກໂນຕ ດ້ວຍໂປຣແກຣມ MIDI Sequencer ໃດນຶ່ງ, ຫຼືໂດຍການປະສົມປະສານຂອງສອງວິທີການທີ່ກ່າວມານີ້
ຕົວຢ່າງໜ້າຈໍຄີບອດ PSR SX900 ໃນການສ້າງຈັງຫວະ (Style Creator) ໂດຍອັດໂນຕສຽງຜ່ານແປ້ນດີດຂອງຄີບອດ
ຕົວຢ່າງໜ້າການເລືອກວິທີຄັດລອກ (Copy-Paste) ໂນຕຈາກຈັງຫວະທີ່ມີໃນເຄື່ອງແລ້ວ

ເມື່ອທຳການອັດໂດຍກົງດ້ວຍຄີບອດ, ຮູບການຫຼິ້ນທັງໝົດ (ພ້ອມທັງຂໍ້ຜິດພາດ) ຈະຖືກເກັບບັນທຶກໄວ້ທຸກປະການ. ລີລາການຫຼິ້ນຕ່າງໆ (ເຊັ່ນຈັງຫວະທ່າທີ, ຄວາມຄ່ອຍແຮງຂອງໂນຕ, ຄວາມຍາວຫຼືສັ້ນຂອງສຽງ, ແລະອື່ນໆ…) ຈະພາໃຫ້ Style ຟັງເປັນທຳມະຊາດ – ຈົ່ງເກັບຮັກສາພວກມັນໄວ້. ແຕ່ແນ່ນອນ, ຄວາມຜິດພາດທີ່ສຳຄັນແລະໂດດເດັ່ນເກີນໄປ ແມ່ນຕ້ອງໄດ້ຮັບການແກ້ໄຂຢ່າງຫຼີກລ່ຽງບໍ່ໄດ້. ວີທີການທີ່ດີທີ່ສຸດ ແມ່ນການແກ້ໄຂໂນຕທີ່ຫຼິ້ນຜິດພາດແຕ່ລະໂນຕ ແທນທີ່ຈະນຳໃຊ້ການຈູນໂນຕໂດຍອັຕໂນມັຕ (Quantize), ຊຶ່ງຈະລຶບລູກຫຼິ້ນທີ່ເປັນທຳມະຊາດຂອງການບັນທຶກສຽງໄປໝົດ.

ຕົວຢ່າງໜ້າຈໍໂປຣແກຣມ MIDI Sequencer ເວລາອັດສຽງດົນຕຣີເປັນໂນຕ Midi

ເມື່ອສ້າງຈັງຫວະດ້ວຍໂປຣແກຣມ MIDI Sequencer, ລູກຫຼິ້ນການອັດໂນຕ ມັກຈະສົມບູນແບບເກີນໄປ. ແນວທາງທີ່ດີທີ່ສຸດ ຄືການເພີ່ມລູກຫຼິ້ນ (ແບບເດົາຊຸ່ມ) ໃຫ້ກັບຖ່ວງທຳນອງໃນຈັງຫວະ, ຣະຫວ່າງຄວາມແຮງຄ່ອຍຂອງໂນຕ, ຄວາມຍາວສັ້ນຂອງສຽງ, ແລະອື່ນໆ… ໂດຍທົ່ວໄປ, ໂປຣແກຣມ MIDI Sequencer ທີ່ທັນສມັຍ ຈະມີຣະບົບທີ່ເອີ້ນວ່າ “ຄວາມເປັນມະນຸດ” (Humanizer) ສຳລັບເຫດການນີ້. ແຕ່ກັບດັກທີ່ຄວນຫຼີກລ່ຽງ ຄືການຢ່າໃຊ້ວິທີ ຄັດລອກແລະວາງ (Copy-Paste) ຫຼາຍເກີນຂອບເຂດ. ມັນເປັນການບໍ່ມີເຫດຜົນເລີຍ ທີ່ຈະສ້າງ 4 ຫ້ອງບັນເລງທີ່ມີເນື້ອໃນຄ້າຍຄືກັນ 100 % ຢູ່ທຸກບ່ອນ. ແລະດັ່ງທີ່ໄດ້ລະບຸໄວ້ກ່ອນໜ້ານີ້ແລ້ວ, ມັນເປັນຄວາມຄຶດທີ່ດີ ທີ່ຈະເພີ່ມຄວາມສັບສົນຂອງລູກຫຼິ້ນໃນຮູບແບບທົ່ວໄປ ໂດຍການ ເຄື່ອນຍ້າຍເນື້ອໃນຣະຫວ່າງພາກສ່ວນ “A” ໄປສູ່ພາກສ່ວນ “D” ເພື່ອໃຫ້ມີສີສັນຂອງການບັນເລງຫຼາຍຫຼາກແບບ.

ທຸກໆພາກສ່ວນຂອງ Style ຕ້ອງໄດ້ອັດບັນທຶກໂດຍການໃຊ້ຂອດໃນຣະດັບສຽງ Cmaj7. ເຮົາສາມາດທຳການປ່ຽນຂອດພາຍໃນພາກສ່ວນຕ່າງໆ, ແຕ່ການຫຼິ້ນແລະການອັດທັງໝົດ ຕ້ອງປະຕິບັດຢູ່ໃນກຸ່ມຂອດຂອງຣະດັບສຽງນີ້. ກົດຣະບຽບທີ່ຈະຕ້ອງປະຕິບັດ ແມ່ນດັ່ງຕໍ່ໄປນີ້ : 

  • ໃນພາກສ່ວນສຽງເບສ (Bass) ແລະທັງສອງພາກສ່ວນຂອງລູກສອຍ (Phrase) : ໃຫ້ໃຊ້ແຕ່ສະເພາະໂນຕ C, D, E, G, A ແລະ B
  • ໃນພາກສ່ວນສຽງປູພົມ (Pad) ແລະທັງສອງພາກສ່ວນຂອງກຸ່ມຂອດ (Chord) : ໃຫ້ໃຊ້ແຕ່ສະເພາະໂນຕ C, E, G ແລະ B

4-3. ພາກສ່ວນຂຶ້ນຕົ້ນແລະຈົບເພງ (Intro & Ending)

ພາກສ່ວນຂຶ້ນຕົ້ນ (Intro) ແລະຈົບເພງ (Ending) ຂອງ Style, ສາມາດສ້າງໄດ້ດ້ວຍ 3 ວິທີ :

  • ບໍ່ມີການດຳເນີນທາງຂອງຂອດ (No Chord Progression) ແລະບໍ່ມີຂອງທຳນອງເພງ (No Melodic Progression). ໃນກໍຣະນີນີ້, ຜູ່ເສບຕ້ອງຫຼິ້ນຂອດດ້ວຍມືຊ້າຍເອງ ແລະຫຼິ້ນທຳນອງສອຍດ້ວຍມືຂວາຕລອດເວລາ.
  • ມີການດຳເນີນທາງຂອງຂອດ (Chord Progression) ແຕ່ບໍ່ມີຂອງທຳນອງເພງ (No Melodic Progression). ໃນກໍຣະນີນີ້, ຜູ້ເສບພຽງກົດຂອດພື້ນຖານຂອງເພງດ້ວຍມືຊ້າຍໃນຕອນເລີ່ມຕົນເພງ, ຄີບອດຈະຫຼິ້ນພາກສ່ວນກ່ຽວຂ້ອງເອງໂດຍອັຕໂນມັຕ, ແລະຜູ່ເສບຕ້ອງຫຼິ້ນທຳນອງສອຍດ້ວຍມືຂວາເອົາເອງຕລອດເວລາ.
  • ມີການດຳເນີນທາງຂອງຂອດ (Chord Progression) ແລະມີຂອງທຳນອງເພງ (Melodic Progression). ໃນກໍຣະນີນີ້, ຄີບອດຈະຫຼິ້ນພາກສ່ວນກ່ຽງຂ້ອງໃຫ້ເອງໂດຍອັຕໂນມັຕທັງໝົດ. ໃນຄວາມເປັນຈິງ, ພາກສ່ວນຂຶ້ນຕົ້ນແລະຈົບເພງ ແມ່ນເອກສານ MIDI File ອັນສົມບູນຂອງເພງ. ວິທີການນີ້ ມັກໃຊ້ກັບຈັງຫວະຕາມເພງ (Song Style) ຊຶ່ງຈະບໍ່ສາມາດນຳໄປໃຊ້ເສບເພງອື່ນໄດ້ ເຖິງແມ່ນວ່າຈະເປັນຈັງຫວະແບບດຽວກັນກໍຕາມ.

Paris, 16 ມົກກະຣາ 2025

“ພື້ນຖານການສ້າງຈັງຫວະຄີບອດ” – ຄຳນຳເບື້ອງຕົ້ນ

ທັກສະພື້ນຖານຫຼັກ ອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

1) ບົດນຳສເນີ

ໃຜກໍຕາມ ທີ່ເປັນເຈົ້າຂອງຄີບອດປະເພດ Arranger ຈະມີຄວາມປະສົງຢາກໄດ້ຈັງຫວະໃໝ່ໆໃນບາງໂອກາດ ເຖິງແມ່ນວ່າໃນເຄື່ອງຈະມີຈັງຫວະມາໃຫ້ພ້ອມເປັນຈຳນວນມາກມາຍແລ້ວກໍຕາມ. ເນື່ອງດ້ວຍວ່າ ຈັງຫວະທີ່ມີມາຈາກໂຮງງານຂອງເຄື່ອງ ອາດບໍ່ກົງກັບຈັງຫວະເພງທີ່ຕົນເອງປະສົງຢາກບັນເລງ ດັ່ງນີ້ເປັນຕົ້ນ…

ເປົ້າໝາຍຂອງກະທູ້ນີ້ ແມ່ນເພື່ອແບ່ງປັນຄວາມຮູ້ ແນວຄຶດ ແລະບາງຄຳແນະນຳໃນການສ້າງຈັງຫວະໃໝ່ໆ ໃຫ້ແກ່ຜູ່ທີ່ສົນໃຈແລະມີຄວາມປະສົງຢາກສ້າງຈັງຫວະ ຊຶ່ງຮຽກວ່າ Style ເປັນຂອງຕົນເອງ. ໃນບົດຂຽນນີ້, ພວກເຮົາຈະໄດ້ຮຽນຮູ້ຫຼັກການສຳຄັນ ຂອງການຂຽນຣະຫັດໂປຣແກຣມຈັງຫວະເພງໃຫ້ຄີບອດ ດ້ວຍໂປຣແກຣມ MIDI Sequencer. ຊຶ່ງສາມາດກ່າວໄດ້ວ່າ ທຸກໆໂປຣແກຣມ MIDI Sequencer ທັນສມັຍທີ່ມີຣະບົບຄວບຄຸມຣະຫັດ MIDI List Events ໃນທ້ອງຕລາດປະຈຸບັນ ແມ່ນສາມາດໃຊ້ການໄດ້.

ຫຼັກສູດຮວມ ຈະຖືກແບ່ງເປັນຫຼາຍໆພາກສ່ວນ, ໂດຍແຕ່ລະພາກສ່ວນ ຈະມີການອະທິບາຍຫຼັກການແລະຂໍ້ຄວນຄຳນຶງ, ຄຳແນະນຳແລະເຄັດລັບບາງຢ່າງ ໃນຂະບວນການສ້າງຈັງຫວະປະກອບເພງໃຫ້ຄີບອດ Yamaha Arranger ໂດຍສະເພາະ.

  • ໃນພາກສ່ວນທີ່ 2 ແລະ 3, ພວກເຮົາຈະຮຽນຮູ້ການສ້າງໂຄງຮ່າງຫຼັກຂອງຈັງຫວະ
  • ໃນພາກສ່ວນທີ່ 4 ຫາ 9, ພວກເຮົາຈະສ້າງເນື້ອໃນດົນຕຣີຂອງຈັງຫວະ (ໂນຕ MIDI)
  • ໃນພາກສ່ວນທີ່ 10, ພວກເຮົາຈະຈົບສົມບູນການສ້າງຈັງຫວະ ດ້ວຍການເພີ່ມເຕີມຂໍ້ມູນກ່ຽວກັບຣະບົບ CASM, OTS ແລະ MDB
  • ໃນພາກສ່ວນທີ່ 11, ພວກເຮົາຈະສົນທະນາກ່ຽວກັບ ວິທີປັບປຸງຄຸນສົມບັດຂອງຈັງຫວະ
  • ໃນພາກສ່ວນທີ່ 12, ພວກເຮົາຈະຫາລືກ່ຽວກັບ ບັນຫາທີ່ອາດເກີດຂຶ້ນ – ແລະວິທີການແກ້ໄຂ

ພາກສ່ວນທີ່ 5 ຫາທີ່ 9, ບໍ່ໄດ້ມີເຈຕນາໃຫ້ຖືເປັນຄູ່ມືທີ່ສົມບູນ ກ່ຽວກັບການສ້າງສັນການຮຽບຮຽງຈັງຫວະເພງແຕ່ຢ່າງໃດ. ວັດຖຸປະສົງຂອງພາກສ່ວນເຫຼົ່ານີ້ ແມ່ນການໃຫ້ຄຳແນະນຳເບື້ອງຕົ້ນ ອັນເປັນພື້ນຖານແກ່ການສ້າງການຮຽບຮຽງດົນຕຣີໃຫ້ເປັນຈັງຫວະຂອງຄີບອດທີ່ຮຽກວ່າ Style ໂດຍສະເພາະ. ຈັງຫວະ ຫຼື Styles ທີ່ສ້າງຂຶ້ນຕາມຫຼັກການຂອງຫຼັກສູດນີ້ ຈະສາມາດໃຊ້ໄດ້ກັບທຸກໆຄີບອດ Yamaha ຮຸ່ນ Tyros, PSR, CVP, DGX, YPG ແລະ YPT.

ສາຣະບານ

  1. ບົດນຳສເນີ
  2. ຄຳນຳເບື້ອງຕົ້ນ
  3. ການກຳນົດຄ່າພື້ນຖານເບື້ອງຕົ້ນ
  4. ການສ້າງສຽງດົນຕຣີປະກອບໃຫ້ເປັນຈັງຫວະຮວມ
    • ຈັງຫວະທົ່ວໄປ ຫຼື ຈັງຫວະຕາມເພງ
    • ການສ້າງພາກສ່ວນຂອງຊ່ອງ (Channal Parts)
    • ພາກສ່ວນຂຶ້ນຕົ້ນ (Intro) ແລະພາກສ່ວນຈົບເພງ (Ending)
  5. ພາກສ່ວນກອງຊຸມ (Drum)
  6. ພາກສ່ວນ Bass
  7. ພາກສ່ວນ Guitar
    • ກິຕ້າປັດຂອດຈັງຫວະ (Guitar Rhythmic)
    • ກິຕ້ານຳ (Guitar Solo)
  8. ພາກສ່ວນເຄື່ອງເປົ່າ (Brass Parts)
  9. ພາກສ່ວນເຄື່ອງສາຍ (Strings Parts)
  10. ສຳເລັດການສ້າງຈັງຫວະ (Style)
    • ຮູບແບບແລະຊື່ຂອງຈັງຫວະ
    • ພາກສ່ວນ CASM
    • ພາກສ່ວນ OTS
    • ພາກສ່ວນ MDB
    • ຂັ້ນສຸດທ້າຍ
  11. ປັບປຸງຄຸນສົມບັດຂອງຈັງຫວະ
    • ການປະກອບດົນຕຣີຕາມລັກສະນະຂອງຂອດເພງ
    • ພາກສ່ວນການລົວຈັງຫວະຍາວ
    • ພາກສ່ວນການລົວ/ການຢຸດຈັງຫວະເຄິ່ງຫ້ອງ
    • ພາກສ່ວນທີ່ມີຄ່າຂອງຈັງຫວະແຕກຕ່າງກັນ
    • ພາກສ່ວນທີ່ມີຄວາມໄວຂອງຈັງຫວະແຕກຕ່າງກັນ
  12. ການແກ້ໄຂບັນຫາ

2) ຄຳນຳເບື້ອງຕົ້ນ

Styles ຈັງຫວະຂອງຄີບອດ Yamaha, ແມ່ນເປັນເອກສານ MIDI ໃນຣະບົບ Format 0, ປະກອບດ້ວຍຣະຫັດຫຼາຍໆພາກສ່ວນສົມທົບ. ມີພາກສ່ວນທີ່ເປັນພາສາ MIDI ແລະ ພາກສ່ວນທີ່ບໍ່ແມ່ນພາສາ MIDI. ພາກສ່ວນ MIDI ຂອງ Style, ຈະແບ່ງເປັນສ່ວນຍ່ອຍ ໂດຍມີຣະຫັດບັນທຶກເປັນເຄື່ອງໝາຍໃນລັກສະນະຂອງອັກສອນຂຽນ ຮຽກວ່າ (MIDI Text Markers), ຊຶ່ງກຳນົດວ່າ ຂໍ້ມູນ MIDI ສຳລັບສ່ວນເລີ່ມຕົ້ນຂອງຈັງຫວະນັ້ນໆ ຖືກເກັບບັນທຶກໄວ້ຢູ່ບ່ອນໃດ. ແຕ່ລະພາກສ່ວນຂອງຈັງຫວະ ຈະກົງກັບຄຸນລັກສະນະຂອງຄີບອດແຕ່ລະຮຸ່ນໂດຍສະເພາະ. ໂດຍປົກກະຕິແລ້ວ, ຄີບອດທຸກຮຸ່ນ ຈະສາມາດອ່ານທຸກໆເອກສານຈັງຫວະ Style ນີ້ໄດ້, ເຖິງແມ່ນວ່າພວກມັນອາດຈະມີພາກສ່ວນປະກອບຂອງຈັງຫວະໜ້ອຍກວ່າ ຫຼື ຫຼາຍກວ່າກໍຕາມ. ໃນຄີບອດຮຸ່ນໃໝ່ແລະຫຼ້າສຸດ, ຊື່ຂອງພາກສ່ວນທີ່ຄວບຄຸມຈັງຫວະທີ່ຖືກຕ້ອງຕາມຫຼັກການ (Text Markers) ແມ່ນ :

  • “Intro A”, “Intro B”, “Intro C”
  • “Main A”, “Main B”, “Main C”, “Main D”
  • “Fill In AA”, “Fill In BB”, “Fill In CC”, “Fill In DD”, ແລະ “Break”
  • “Ending A”, “Ending B”, “Ending C”

ແຕ່ລະພາກສ່ວນຂອງການຄວບຄຸມຈັງຫວະເຫຼົ່ານີ້, ສາມາດມີຄວາມຍາວຈາກ 1 ຫາ 128 ຫ້ອງຂອງຈັງຫວະດົນຕຣີ, ຍົກເວັ້ນພາກສ່ວນການລົວສົ່ງ (Fill In) ແລະການຢຸດສົ່ງ (Break) ຊຶ່ງຈະມີຄວາມຍາວພຽງ 1 ຫ້ອງ. ຄວາມຍາວໂດຍທົ່ວໄປ ແມ່ນດັ່ງນີ້ :

  • Intro : 1 ຫາ 8 ຫ້ອງ
  • Main : 4 ຫາ 8 ຫ້ອງ
  • Ending : 1 ຫາ 8 ຫ້ອງ

ພາຍໃນຫ້ອງທຳອິດຂອງພາກສ່ວນນຶ່ງໆ ຈະປະກອບດ້ວຍຄຳນິຍາມທີ່ກຳນົດຄ່າຂອງ : Volume, Reverb, Chorus, Pan…, ແລະ 2 ບົດຂຽນເປັນເຄື່ອງໝາຍອັກສອນ (Text Markers) ຮຽກວ່າ “SFF1” ແລະ “SInt”. (ສຳລັບຄີບອດຮຸ່ນໃໝ່ສຸດ ກໍຈະແມ່ນ : “SFF2” ແລະ “SInt”). ໃນຕາຕະລາງຕໍ່ໄປນີ້, ຈະສະແດງໃຫ້ເຫັນພຽງພາກສ່ວນນຶ່ງຂອງ Style ແລະເຄື່ອງໝາຍ Text Markers ທີ່ສອດຄ່ອງກັນ.

ຂໍ້ມູນ MIDI

ຂໍ້ມູນ Non-MIDI

ຫ້ອງທີ່

1

2 ຫາ 5

6

7

8

9 ຫາ 12

13

14 ຂຶ້ນໄປ

CASM,

OTS
ແລະ MDB

ພາກສ່ວນ Style

SFF1
SInt

MAIN
A

FILL-IN
AA

INTRO
A

ENDING
A

MAIN
B

FILL-IN
BB

ພາກສ່ວນເພີ່ມເຕີມ

ແຕ່ລະພາກສ່ວນຂອງຈັງຫວະ, ສາມາດບັນຈຸຂໍ້ມູນໄດ້ເຖິງ 16 ຊ່ອງ (MIDI Channel). ຊ່ອງເຫຼົ່ານີ້ ຮຽກວ່າ “ຊ່ອງຫຼັກ” ຫຼືຊ່ອງຕົ້ນທາງ. ສ່ວນຊ່ອງໃນບັ້ນປາຍທາງ ຕາມພື້ນຖານຫຼັກການຂອງຄີບອດ Yamaha (ຊ່ອງທີ່ຄີບອດຮັບໜ້າທີ່ຫຼິ້ນສຽງເຄື່ອງບັນເລງຕ່າງໆ) ແມ່ນຖືກສະແດງຕາມໃນຕາຕະລາງຕໍ່ໄປນີ້.

ຊ່ອງ MIDI

09

10

11

12

13

14

15

16

ພາກສ່ວນຄີບອດ

Rhythm Sub

Rhythm Main

Bass

Chord 1

Chord 2

Pad

Phrase 1

Phrase 2

Style ຈັງຫວະໃນຮູບແບບ “ຮຽບງ່າຍ” ຈະມີແຫຼ່ງທີ່ມາ ແລະ ແຫຼ່ງຈຸດໝາຍປາຍທາງຂອງຊ່ອງ Channel MIDI ທີ່ກົງກັນ. ຖ້າຫາກໂຄງສ້າງຂອງຊ່ອງສັນຍານເປັນຮູບແບບແຕກຕ່າງ, ຫຼືມີຫຼາຍກວ່າ 8 ຊ່ອງໃນເອກສານ Style, ຊ່ອງສັນຍານຕົ້ນທາງ ຕ້ອງໄດ້ຮັບການປ່ຽນເສັ້ນທາງໄປ ໂດຍອາສັຍຣະຫັດຂອງຣະບົບພາກສ່ວນທີ່ຮຽກວ່າ CASM ມາຊ່ວຍ. (ຫົວຂໍ້ນີ້ຈະມີການສາທິດໃນພາກທີ່ 10). ແຕ່ສຳລັບບົດນີ້, ພວກເຮົາຈະເລີ່ມຕົ້ນສ້າງ Style ໂດຍການສ້າງເອກສານ MIDI ບົດນຶ່ງ ແລະເພີ່ມເຄື່ອງໝາຍຂໍ້ຄວາມ (Text Markers) ຕາມທີ່ສະແດງໃຫ້ເຫັນໃນຈໍເຫດການ (List Events) ຂອງໂປຣແກຣມ MIDI Sequencer ຕົວຢ່າງຕາມລຸ່ມນີ້. ພວກເຮົາຈະກວດສອບໃຫ້ແນ່ໃຈວ່າ ໄດ້ມີການເພີ່ມຄ່າຂອງອັດຕຣາຈັງຫວະ (Time Signature) ແລະຄ່າຂອງຄວາມໄວຊ້າຂອງເພງ (Tempo) ໂດຍອັຕໂນມັຕເມື່ອສ້າງເອກສານຂຶ້ນ, ບໍ່ດັ່ງນັ້ນ ແມ່ນຈຳເປັນຕ້ອງມີການດຳເນີນການດ້ວຍຕົນເອງໃຫ້ສົມບູນແບບ.

ຕົວຢ່າງຂອງຄ່າອັດຕຣາຈັງຫວະ 4/4 ແລະຄວາມໄວຊ້າຂອງເພງ ປະມານ 120 ແມ່ນໄດ້ຖືກບັນທຶກໄວ້ເປັນບົດເຄື່ອງໝາຍຂໍ້ຄວາມ (Text Markers) ໃນເບື້ອງຕົ້ນຂອງເອກສານ MIDI ນະຫ້ອງທີ່ 1.1.000, ຊຶ່ງເປັນການສະແດງໃຫ້ຮູ້ວ່າ ນີ້ແມ່ນ Style ໃນຈັງຫວະ 4/4 ແລະມີທຳນອງຄວາມໄວຂອງເພງດ້ວຍຄ່າ 120 ບາດກ້າວ Tempo.

3) ການກຳນົດຄ່າພື້ນຖານເບື້ອງຕົ້ນໂດຍທົ່ວໄປ

ຫຼັງຈາກໄດ້ທຳການຕັ້ງຄ່າໂຄງສ້າງຫຼັກຮຽບຮ້ອຍແລ້ວ ພວກເຮົາຈະທຳການເພີ່ມນິຍາມອື່ນໆໃສ່ເບຶ້ອງຕົ້ນຂອງເອກສານດັ່ງຕໍ່ໄປນີ້ :

  • ເຈົ້າຂອງລິຂສິດ (Copyright)
  • ຊື່ຂອງຈັງຫວະ (Track Name = Style Name)
  • ຂໍ້ຄວາມສະເພາະກ່ຽວກັບຣະບົບ (System Exclusive Messages)

– GM System On = F0 7E 7F 09 01 F7
– Yamaha = F0 43 73 39 11 00 46 00 F7
ນອກຈາກນີ້, ພວກເຮົາຈະເພີ່ມຄຳສັ່ງການຂອງຣະບົບ XG ຂອງຄີບອດ Yamaha ໂດຍສະເພາະອີກນຳ :
– XG Works On = F0 43 76 1A 10 01 01 01 01 01 01 01 01 F7

ຂັ້ນຕອນຕໍ່ໄປ ແມ່ນການກຳນົດນິຍາມຂອງເຄື່ອງເສບຕ່າງໆ – ພ້ອມດ້ວຍຄ່າຂອງສຽງ – ໃຫ້ຊ່ອງທີ່ 9 ຫາ 16 ໃນຫ້ອງເລີ່ມຕົ້ນຂອງເອກສານ MIDI, ດັ່ງທີ່ສະແດງໃຫ້ເຫັນຢູ່ໃນພາບລຸ່ມນີ້. ໃນຕົວຢ່າງນີ້, ພວກເຮົາເພີ່ມໃສ່ແຕ່ພຽງ :

  • ຂໍ້ມູນຂອງຣະດັບສຽງ Volume, ການສະແດງອາການ Expression ແລະ ຄ່າບັງຄັບການຂອງເອັຟເຟັກ Reverb/Chorus
  • ຄັງສຽງ MSB, ຄັງສຽງ LSB ແລະອັນດັບສຽງ Program Change – ຕາມລຳດັບທີ່ຕໍ່ເນື່ອງກັນ

ດັ່ງທີ່ບັນທຶກໄວ້, ພວກເຮົາໄດ້ເພີ່ມໃສ່ຊ່ອງທີ່ 10 : ສຽງກອງຊຸມ (Drum); ຊ່ອງທີ່ 11 : ສຽງກິຕ້າເບສໄຟຟ້າ (Electric Bass) ແລະໃນຊ່ອງທີ່ 12 : ສຽງປ່ຽນໂນ່ (Acoustic Piano). ເຄື່ອງເສບອື່ນໆ ທີ່ບໍ່ປາກົດ ໃຫ້ເຫັນໃນພາບ ແມ່ນໄດ້ຖືກເພີ່ມໃສ່ໃນຊ່ອງທີ່ 13, 14, 15 ແລະ 16 ເຊັ່ນດຽວກັນ.

ເຮົາສາມາດເລືອກກຳນົດເຄື່ອງເສບໃດນຶ່ງໃສ່ໃນຊ່ອງ MIDI ໃດກໍໄດ້ຕາມໃຈມັກ, ຍົກເວັ້ນຊ່ອງທີ່ 10 ຊຶ່ງເປັນຊ່ອງສະເພາະສຳລັບສຽງກອງຊຸມ (Drum). ໃນຫຼັກສູດນີ້, ພວກເຮົາຈະປະຕິບັດຕາມການກຳນົດຄ່າ “ແບບງ່າຍໆ” ນັ້ນຄື ການກຳນົດໃຫ້ຊ່ອງແຫຼ່ງກຳເນີດ ແມ່ນກົງກັບຊ່ອງຂອງແຫຼ່ງບັ້ນປາຍທາງອອກຂອງຄີບອດ ຕາມການກຳນົດຄ່າທົ່ວໄປດັ່ງຕໍ່ໄປນີ້ :

  • MIDI ຊ່ອງທີ່ 09 : Rhythm Sub  ຊຶ່ງມັກຈະເປັນເຄື່ອງດົນຕຣີປະເພດເຄື່ອງເຄາະຈັງຫວະເສີມ (Percussion Latino)
  • MIDI ຊ່ອງທີ່ 10 : Rhythm Main ແມ່ນກອງຊຸມຫຼັກ
  • MIDI ຊ່ອງທີ່ 11 : Bass             ກິຕ້າເບສໃດນຶ່ງ ຫຼືສຽງ Piano, ຫຼື Tuba ກໍໄດ້
  • MIDI ຊ່ອງທີ່ 12 : Chord 1        ສ່ວນຫຼາຍຈະແມ່ນສຽງກິຕ້າຂອດ (Guitar Rhythm)
  • MIDI ຊ່ອງທີ່ 13 : Chord 2        ສ່ວນຫຼາຍຈະແມ່ນສຽງກິຕ້າ ຫຼື ສຽງປ່ຽນໂນທີ່ຕີຂອດ (Guitar – Piano Rhythm)
  • MIDI ຊ່ອງທີ່ 14 : Pad              ເປັນເຄື່ອງເສບປະເພດ “ປູພົມ” ດັ່ງເຊັ່ນເຄື່ອງສາຍຫຼືສຽງຮ້ອງປະສານ (Strings – Choir)
  • MIDI ຊ່ອງທີ່ 15 : Phrase 1      ປໂຍກສອຍສັ້ນໆ, ທີ່ເສບບັນເລງໂດຍປະເພດເຄື່ອງລົມ (Wind)
  • MIDI ຊ່ອງທີ່ 16 : Phrase 2      ປໂຍກສອຍສັ້ນໆ, ທີ່ເສບບັນເລງໂດຍປະເພດເຄື່ອງເປົ່າ (Brass)

Paris, 15 ມົກກະຣາ 2025

“ທັກສະສຳຄັນໃນການຫຼິ້ນຄີບອດ”

4 ທັກສະທີ່ສຳຄັນໃນການຫຼິ້ນຄີບອດ…

1) ທັກສະການແກະເພງ – ແກະໂນຕທຳນອງເພງ (Melody) ແລະຂອດເພງ (Chords)

ການແກະທຳນອງຂອງເພງ (Melody) ເປັນທັກສະທີ່ທຸກຄົນສາມາດເຮັດໄດ້ໂດຍພື້ນຖານຢູ່ແລ້ວ ໂດຍການຟັງແລະຫຼິ້ນຕາມໃຫ້ໃກ້ຄຽງທີ່ສຸດກັບຕົ້ນສະບັບ, ຍິ່ງຝຶກຝົນ ກໍຍິ່ງຈັບສຽງໄດ້ດີແລະໄວຂຶ້ນ. ແຕ່ການແກະຂອດຂອງເພງ (Chords) ບໍ່ແມ່ນເຣື່ອງງ່າຍຄືກັບການແກະທຳນອງເພງ. ໃຜກໍຕາມທີ່ສາມາດຟັງຂອດອອກ ໝາຍຄວາມວ່າ ເຂົາເຈົ້າເຄີຍຫຼິ້ນດົນຕຣີມາເປັນເວລາດົນນານສົມຄວນ ແລະມີຄວາມຊຳນານຢູ່ໃນຣະດັບທີ່ບໍ່ທຳມະດາແລ້ວ.

2) ທັກສະການອອກແບບການຫຼິ້ນໄດ້ດ້ວຍຕົນເອງ (Personal Style)

ການຫຼິ້ນພຽງໃຫ້ໄດ້ຕາມເພງຫຼືຕາມໂນຕໃຫ້ຖືກ ໃຜໆກໍເຮັດໄດ້, ແຕ່ການທີ່ຈະອອກແບບການຫຼິ້ນ ໃຫ້ມີຄວາມແຕກຕ່າງ ການວາງສຽງສູງຕໍ່າແລະໜັກເບົາ ໃຫ້ເພງມີຄວາມໜັກແໜ້ນ ມີລີລາເປັນເອກລັກ ທີ່ພາໃຫ້ຜູ່ຟັງສງົນສົນໃຈຕິດຕາມ ຕ້ອງໄດ້ອາສັຍປະສົບການພໍສົມຄວນ. ຈະເຫັນໄດ້ຈາກການບັນເລງບົດເພງບົດດຽວ ຈາກຫຼາຍໆນັກດົນຕຣີມືອາຊີບ ຈະບໍ່ຊໍ້າກັນເລີຍ, ເພາະແຕ່ລະຄົນ ແມ່ນນຳໃຊ້ທັກສະການອອກແບບທີ່ເປັນເອກລັກຂອງຕົນເອງໃນການບັນເລງ.

3) ທັກສະການອອກແບບລູກຫຼິ້ນແລະລີລາສ່ວນຕົວ (Improvisation)

ເປັນທັກສະທີ່ໃກ້ຄຽງກັບການອອກແບບການຫຼິ້ນໄດ້ດ້ວຍຕົນເອງ ແຕ່ເປັນການເຈາະເລິກລົງໄປໃນ ແຕ່ລະຂອດ ແຕ່ລະຖ່ວງທຳນອງແລະຈັງຫວະຂອງບົດເພງ. ຕົວຢ່າງການເສີມລູກຫຼິ້ນໃສ່ລົງໄປໃນຊ່ອງຫວ່າງຂອງເພງ ເພື່ອໃຫ້ບົດເພງມີສີສັນແລະສົມບູນຂຶ້ນກວ່າເດີມ, ການປ່ຽນຂອດຈາກຂອດທຳມະດາສາມັນຂອງເພງ ໃຫ້ມີຄວາມໂດດເດັ່ນຂຶ້ນຕື່ມ, ການໄຫຼລູກສອຍໃຫ້ທຳນອງເພງ ດ້ວຍປໂຍກໃໝ່ໆ, ເຫຼົ່ານີ້ ຄືທັກສະທີ່ຫຼາຍໆຄົນຍັງຄຶດບໍ່ອອກ ເພາະຕ້ອງໄດ້ອາສັຍຄວາມຮູ້ສຶກສ່ວນຕົວ ບວກກັບປະສົບການແລະຄວາມຊຳນານໃນການຫຼິ້ນເຄື່ອງດົນຕຣີຫຼາຍພໍສົມຄວນ.

4) ທັກສະໃນການປ່ຽນຣະດັບສຽງ (Key) ໄດ້ທຸກໆຣະດັບໂດຍທຳມະຊາດ

ການຫຼິ້ນເພງບົດນຶ່ງໆໄດ້ ໃນທຸກໆຣະດັບສຽງ (ໂດຍບໍ່ຕ້ອງເພິ່ງດຸມຫຼືກົນໄກ Transpose ຂອງຄີບອດມາຊ່ອຍ) ສະແດງເຖິງຄວາມຊຳນານໃນການຫຼິ້ນເຄື່ອງດົນຕຣີນັ້ນໆຢ່າງເຖິງຖອງ. ການຈື່ຈຳທຳນອງເພງ ແລະທາງເດີນຂອງຂອດຕ່າງໆຢ່າງຖືກຕ້ອງ ຮອດຂັ້ນທີ່ສາມາດຍ້າຍການບັນເລງໄປຫຼິ້ນໃນຣະດັບສຽງອື່ນໆໄດ້ຢ່າງຄ່ອງແຄ້ວ ສະແດງວ່າ ຄວາມເຂົ້າໃຈໃນທິສດີດົນຕຣີ ກ່ຽວກັບບັນໄດສຽງແລະການເດີນທາງຂອງກຸ່ມຂອດປະສານຕ່າງໆ ຄືພື້ນຖານທີ່ເຊື່ອງຊ້ອນຢູ່ເບື້ອງຫຼັງຄວາມສຳຄັນຂອງທັກສະດັ່ງກ່າວນີ້. ສຳລັບຄົນທົ່ວໆໄປ ທີ່ຫຼິ້ນດົນຕຣີເພື່ອຄວາມສຸກແລະຄວາມມ່ວນຊື່ນໃນວົງແຄບ ແມ່ນບໍ່ຈຳເປັນຈະຕ້ອງມີທັກສະນີ້. ແຕ່ສຳລັບນັກດົນຕຣີມືອາຊີບ ບາງຄັ້ງອາດຈະຕ້ອງໄດ້ພົບກັບສະຖານະການແບບນີ້ ເຊັ່ນ ການເສບເພງຜູ່ຊາຍໃຫ້ຜູ່ຍິງຮ້ອງ ຫຼືການຕ້ອງໄດ້ຫຼຸດຣະດັບສຽງຂອງເພງລົງ ເພື່ອໃຫ້ນັກຮ້ອງທີ່ບໍ່ແມ່ນນັກຮ້ອງອາຊີບຮ້ອງໄດ້ງ່າຍຂຶ້ນ ຫຼືການເຂົ້າຫຼິ້ນຮ່ວມກັບວົງດົນຕຣີ ທີ່ແກະເພງກັນມາຄົນລະຣະດັບ (Key), ເຫຼົ່ານີ້ ລ້ວນແຕ່ຕ້ອງອາສັຍທັກສະການປ່ຽນຣະດັບສຽງທັງສິ້ນ.

Paris, 22 ທັນວາ 2023

“ສາຣະແລະປໂຍດຂອງດົນຕຣີ”

ດົນຕຣີ ມີປໂຍດຫຍັງແດ່?

ດົນຕຣີ ມີບົດບາດໃນຊີວິດປະຈໍາວັນຫຼາຍທີ່ສຸດ ມັນມີຄຸນຄ່າຕໍ່ຊີວິດ ບໍ່ວ່າຈະເປັນຄວາມສຸກ, ຄວາມທຸກ, ຄວາມໂສກເສົ້າ, ຄວາມໂດດດ່ຽວຫງອຍເຫງົາ ຫຼືຄວາມຮັກ ແລະຄວາມຜິດຫວັງ…


ດົນຕຣີ ແມ່ນພາສາຂອງສຽງ ທີ່ຄົນທຸກຊາດ ທຸກພາສາສາມາດເຂົ້າໃຈໄດ້ດີ ເຖິງແມ່ນວ່າພວກ​ເຮົາ​ອາດຈະບໍ່ສາມາດສົນທະນາຕໍ່ກັນແລະກັນໄດ້ກໍຕາມ ແຕ່ພວກ​ເຮົາ​ກໍສາມາດຫຼິ້ນດົນຕຣີຮ່ວມກັນໄດ້. ດົນຕຣີ ເປັນສິ່ງທີ່ຜ່ອນຄາຍຈິດໃຈຂອງມະນຸດ ສາມາດບັນເທົາຄວາມທຸກໄດ້. ດົນຕຣີ ມີປໂຍດໃນການຜ່ອນຄາຍອາຣົມ ເວ​ລາ​ທີ່​ມີ​ຄວາມ​ກົດ​ດັນ​ທາງຈິດໃຈ ມີຄວາມເຄັ່ງຄຽດແລະຮ້ອນຮົນ.​ ດົນຕຣີ ຊ່ວຍເຮັດໃຫ້ຈິດໃຈມີຄວາມເຍືອກເຢັນລົງ ເປັນເພື່ອນທີ່ດີໃນເວລາຫງອຍເຫງົາ ຊຸກຍູ້ຄວາມຮູ້ສຶກໃຫ້ມີຄວາມກ້າຫານໃນເວລາມີຄວາມຢ້ານກົວ.


ເຊັ່ນດຽວກັນກັບອາຫານທີ່ມີປໂຍດຕໍ່ຮ່າງກາຍ, ດົນຕຣີ ແມ່ນມີປໂຍດຕໍ່ຈິດໃຈ ເພາະເມື່ອເຮົາຟັງເພງມ່ວນໆ ​ເຮົາ​ຈະມີ​ຄວາມ​ຮູ້​ສຶກ​ປາບປື້ມແລະອີ່ມ​ໃຈ ຄືກັນກັບເມື່ອເຮົາເຫັນສິ່ງທີ່ສວຍງາມ, ມັນເຮັດໃຫ້ຊີວິດມີຄວາມສົດຊື່ນ ແລະມີຄວາມສຸກສະບາຍໃຈ. ດົນຕຣີ ເປັນພາສາສາກົນ ຊຶ່ງພວກເຮົາສາມາດເຂົ້າໃຈເຊິ່ງກັນແລະກັນໂດຍບໍ່ມີການເລືອກເຊື້ອຊາດແລະພາສາ ມັນເປັນສື່ກາງສໍາລັບຄວາມສໍາພັນ ຄວາມເຂົ້າໃຈທີ່ດີຣະຫ່ວາງບັນດາມະນຸດທົ່ວໂລກ, ບໍ່ຈຳແນກອາຍຸ ຊັ້ນວັນນະ ແລະເຊື້ອຊາດ, ເຊິ່ງຈະເຫັນໄດ້ຈາກການຫຼີ້ນດົນຕຣີ ຣະຫວ່າງປະເທດທີ່ເວົ້າພາສາແຕກຕ່າງກັນ. ດົນຕຣີ ສະແດງເຖິງຄວາມສາມັກຄີ ແລະທີ່ສໍາຄັນທີ່ສຸດ ໂລກຂອງດົນຕຣີ ແມ່ນໂລກແຫ່ງຄວາມເປັນສັນຕິ.


ສິລະປະດົນຕຣີ ແມ່ນສ່ວນນຶ່ງທີ່ມີຄວາມສຳຄັນຫຼາຍ ທາງດ້ານສວັດດີການຂອງຄົນເຮົາ. ເປັນຄວາມຮູ້ແລະການບັນເທີງ ເປັນປະເພນີທີ່ວາງພື້ນຖານສໍາລັບຄວາມຈະເຣີນຮຸ່ງເຮືອງ ແລະເປັນຕົວແທນຂອງວັທນະທັມ ເຊິ່ງເປັນຈິນຕະນາການຮວມກັບດົນຕຣີ. ມັນມີພະລັງທີ່ສາມາດປ່ຽນແປງຄວາມໂກດແຄ້ນແລະຄວາມຄຽດແຄ້ນ ເປັນພະລັງງານໃຫ້ມີຄວາມຕັ້ງໃຈ ຄວາມມານະອົດທົນ ແລະ ຄວາມໝັ້ນໃຈໃນຕົນເອງ.


ດົນຕຣີ ເປັນພາສາສາກົນທີ່ອະນຸຍາດໃຫ້ການສື່ສານ ໄປມາຫາສູ່ກັນໄດ້ທົ່ວໂລກ ສາມາດຖ່າຍທອດຄວາມຮູ້ສຶກຂອງມະນຸດໄດ້, ດັ່ງນັ້ນຈຶ່ງເປັນສ່ວນນຶ່ງຂອງຊີວິດປະຈໍາວັນທີ່ຂາດບໍ່ໄດ້. ມະນຸດມີຄວາມຄຸ້ນເຄີຍກັບດົນຕຣີ ທັງທາງດ້ານການຮຽນຮູ້, ການສື່ສານ, ການສະແດງອອກ, ແລະການສະແດງຄວາມສາມາດ ທີ່ບຸກຄົນຄວນຈະຮຽນຮູ້. ກິຈກັມດົນຕຣີ ສາມາດຊ່ວຍປົດປ່ອຍອາຣົມ ເປັນວິທີຜ່ອນຄາຍຄວາມຕຶງຄຽດໃນເວລາເຮັດວຽກ ຫຼື ເວລາຫວ່າງ.


ສະຫຼຸບແລ້ວ, ດົນຕຣີແມ່ນເປັນກິຈກັມພັກຜ່ອນຢ່ອນອາຣົມ ທີ່ຕ້ອງໄດ້ຮວມເຂົ້າກັບສັງຄົມ ແລະເປັນສ່ວນນຶ່ງຂອງຊີວິດປະຈໍາວັນ ທີ່ມີບົດບາດໃນສ່ວນບຸກຄົນ ຊຸມ​ຊົນ​ແລະ​ປະ​ເທດ​ຊາດ.​ ມັນສາມາດເສີມຂຍາຍຣົດຊາດຂອງບຸກຄົນ, ສ້າງຄວາມມີສເນ່, ສ້າງຄຸນສົມບັດແລະສາມາດເຮັດໃຫ້ການເຮັດວຽກຂອງອະວັຍວະຕ່າງໆຂອງຮ່າງກາຍ ໃຫ້ຢູ່ໃນສະພາບກຽມພ້ອມ. ເນື່ອງຈາກວ່າໃນຂະນະທີ່ຟັງເພງ ສມອງຈະປ່ອຍຮໍໂມນ Endorphins ອອກມາເຊິ່ງເປັນສານທີ່ເຮັດໃຫ້ເກີດຄວາມສຸກທາງກາຍແລະຈິດໃຈ.
ເພາະສະນັ້ນ ຈົ່ງສັນຫາຄວາມສຸກ ດ້ວຍການຟັງເພງແລະການຮຽນຮູ້ທາງດົນຕຣີກັນເທາະ…

Paris, 20 ທັນວາ 2023

“ຄວາມຮູ້ກ່ຽວກັບທິສດີດົນຕຣີ”

ທິສດີດົນຕຣີ ມີປໂຍດຫຍັງແດ່?

ມີນັກດົນຕຣີຫຼາຍຄົນ ໂດຍທົ່ວໄປ ມັກຈະໃຫ້ຄວາມສຳຄັນກັບການເສບແລະຝຶກຫັດທາງດ້ານສີມື ຫຼາຍກ່ວາການສຶກສາຄົ້ນຄວ້າທາງດ້ານທິສດີ ເພາະທິສດີ ມັກຈະຖືເປັນເຣື່ອງຫນ້າເບື່ອ ແລະຫຍຸ້ງຍາກ ບໍ່ມີປໂຍດ ບໍ່ສາມາດນຳໄປສະແດງຄວາມສາມາດ ຕໍ່ໜ້າຜູ່ຊົມຜູ່ຟັງໄດ້. ແຕ່ຄວາມຈິງແລ້ວ ກ່ອນທີ່ຈະເປັນນັກບັນເລງທີ່ດີນັ້ນ​ຕ້ອງມີຄວາມຮູ້ທາງດ້ານທິສດີຂອງດົນຕຣີ ໃຫ້ເລິກຊຶ້ງເສັຽກ່ອນ.

ປຽບດັ່ງ ການຖ່ອງບົດຮຽນ ຫຼືບົດອ່ານ ຊຶ່ງເປັນພາສາຕ່າງປະເທດ ເຖິງວ່າເຮົາຈະມີຄວາມສາມາດ ຖ່ອງໄດ້ທັງໝົດ ແຕ່ບໍ່ຮູ້ວ່າມັນມີຄວາມໝາຍວ່າຢ່າງໃດແດ່ ກໍຈະພາກັນຖ່ອງແບບຜິດໆຖືກໆ ຫຼືແບບຫຼົງໆລືມໆ ຢູ່ຕລອດ. ເມື່ອບໍ່ຮູ້ແລະບໍ່ເຂົ້າໃຈ ຄວາມໝາຍຂອງສຽງຕ່າງໆທາງຫຼັກການຂອງດົນຕຣີ ເຮົາກໍຈະບໍ່ສາມາດຖ່າຍທອດອາຣົມ ອອກມາໄດ້ ຢ່າງເຕັມເມັດເຕັມໜ່ວຍ ດັ່ງດຽວກັບການເສບບັນເລງດົນຕຣີ ແບບບໍ່ເຂົ້າໃຈຄວາມໝາຍຂອງ “ພາສາດົນຕຣີ” ນັ້ນເອງ.

ທິສດີດົນຕຣີ ຈະກວມສາມຫົວຂໍ້ທີ່ສໍາຄັນ ດັ່ງນີ້…

1) ການຂຽນອ່ານ ໂຕໂນຕ ໂຕຢຸດ ຣະດັບສູງຕໍ່າຂອງສຽງ ຄວາມໄວຊ້າຂອງຈັງຫວະ ປຽບດັ່ງການຮຽນຮູ້ແລະເຂົ້າໃຈດ້ານ “ຕົວອັກສອນ” ຂອງພາສາຂຽນ ທີ່ຈະໃຊ້ ປະກອບກັນເປັນທຳນອງເພງ ດັ່ງບົດອ່ານ ຫຼືບົດກາບກອນ.

2) ກະແຈສຽງ (Key) ແລະຄວາມສໍາພັນຣະຫວ່າງ Keys ຕ່າງໆ, ການໝຸນປ່ຽນຂອງສຽງ (Modulation), ຮວມທັງກຸ່ມສຽງ (Chords) ຕ່າງໆ ຊຶ່ງເປັນສ່ວນປະກອບທີ່ສໍາຄັນ ທາງດ້ານການປະສານສຽງ (Harmony) ໃນບົດເພງ.

3) ໂຄງສ້າງຂອງບົດເພງ (Structure) ທຽບກັບກົດຣະບຽບແລະຂໍ້ບັງຄັບຕ່າງໆ ຂອງກາບກອນໂຄງສານ.

ເມື່ອເຮົາເຂົ້າໃຈຫຼັກໄວຍາກອນ ຂອງດົນຕຣີ ຈະພາໃຫ້ການເສບບັນເລງ ມີຣະດັບດີກວ່າປົກກະຕິ ເພາະວ່າ ຖ້າເຮົາເຂົ້າໃຈໂຄງສ້າງຂອງບົດເພງໄດ້ດີ ເຮົາຈະສາມາດຖ່າຍທອດອາຣົມຂອງບົດເພງນັ້ນ ອອກມາໄດ້ຢ່າງມີທິດທາງ ແລະມີແບບແຜນທີ່ຖືກຕ້ອງ ບໍ່ແມ່ນເສບບັນເລງແບບເດົາສຸ່ມ ໂດຍການອາສັຍພຽງແຕ່ຫູ ເປັນເຄື່ອງຊ່ວຍຕັດສິນ. ການເຂົ້າໃຈທາງດ້ານ Keys, ຄວາມສັມພັນລະຫວ່າງ Chords ເຮັດໃຫ້ເຮົາເຂົ້າໃຈປໂຍກຕ່າງໆຂອງເພງ ແລະສາມາດຕັດສິນໃຈເລືອກໃຊ້ Chords ທຸກຮູບແບບໃນການບັນເລງບົດເພງໄດ້ຢ່າງຖືກຕ້ອງ.

ນອກຈາກນັ້ນ ການມີຄວາມຮູ້ທາງດ້ານທິສດີດົນຕຣີ ຢ່າງເລິກຊຶ້ງ ຈະພາໃຫ້ເຮົາກາຍເປັນຄົນ ທີ່ມີໄຫວພິບວ່ອງໄວ ສາມາດສັງເກດເຫັນ ຫຼາຍສິ່ງຫຼາຍຢ່າງ ທີ່ເຊື່ອງຊ້ອນຢູ່ໃນບົດເພງ ແລະພາໃຫ້ເຮົາມີຄວາມໝັ້ນໃຈໃນຕົນເອງ ເວລາເສບບັນເລງ ຈະບໍ່ມີຄວາມລັງເລໃຈອີກ ພ້ອມດຽວກັນນັ້ນ ການແກະເພງ ກໍຈະສະດວກສະບາຍຂຶ້ນກວ່າທຳມະດາ.

ສຸດທ້າຍ ເມື່ອເຮົານຳເອົາບົດເພງບົດນຶ່ງ ມາຮຽບຮຽງເສບບັນເລງໃໝ່ ໂດຍການສວມອາຣົມສິລ ຂອງເຮົາເຂົ້າຕື່ມ ຈະພາໃຫ້ບົດເພງດັ່ງກ່າວ ມີສີສັນ ແລະໜ້າສົນໃຈ ພ້ອມທັງເປັນຕາໜ້າຟັງຍິ່ງຂຶ້ນ.

Paris, 14 ມິຖຸນາ 2017


“ຄວາມຮູ້ກ່ຽວກັບວິວັທນາການ ຂອງເຄື່ອງດົນຕຣີທັນສມັຍ”

ພາກທີ່ 01 : ຣະບົບພາສາ MIDI

ຕົ້ນກຳເນີດຂອງຣະບົບ MIDI

ຣະບົບມາຕຖານ MIDI ໄດ້ເລີ່ມຕົ້ນປາກົດຕົວຂຶ້ນເມື່ອປະມານຕົ້ນປີ ຄ.ສ. 1980.
ກ່ອນໜ້ານັ້ນ ເຄື່ອງດົນຕຣີໄຟຟ້າຂອງແຕ່ລະຍີ່ຫໍ້ ບໍ່ສາມາດເຊື່ອມຕໍ່ກັນຫຼາຍໆໜ່ວຍ ເພື່ອຈະຫຼິ້ນຫຼາຍໆສຽງພ້ອມກັນໄດ້ ເມື່ອນັກດົນຕຣີຜູ່ນຶ່ງ ໂດຍສະເພາະມືອໍແກນ (Organ) ຢາກຫຼິ້ນສອງສຽງຕ່າງກັນດ້ວຍສອງມື ລາວຕ້ອງມີເຄື່ອງດົນຕຣີສອງໜ່ວຍ ແຕ່ຈະບໍ່ສາມາດຫຼີ້ນພ້ອມໆກັນ ເກີນສາມສຽງຂຶ້ນໄປ ເພາະມະນຸດຜູ່ນຶ່ງ ມີມືພຽງສອງຂ້າງເທົ່ານັ້ນ ບໍ່ດັ່ງນັ້ນ ກໍຈຳເປັນຕ້ອງແບ່ງໜ້າທີ່ໃຫ້ມືອໍແກນຜູ່ທີ່ສອງ ຫຼືທີ່ສາມເປັນຄົນຫຼິ້ນຊ່ວຍກັນ.

ສັນຍາລັກຮຸ່ນທຳອິດຂອງຣະບົບ MIDI

MIDI (ຫຍໍ້ມາຈາກຄຳວ່າ Musical Instrument Digital Interface) ຖ້າຈະແປໂດຍຕຣົງນັ້ນກໍຄື ຣະບົບສື່ສານຣະຫວ່າງເຄື່ອງດົນຕຣີໄຟຟ້າປະເພດດີຈິຕອລ (Digital). MIDI ແມ່ນຣະບົບສື່ສານຣະຫວ່າງເຄື່ອງດົນຕຣີຕ່າງໆ ທັງຊະນິດດຽວກັນ ຫຼືຕ່າງກັນ ບໍ່ຈຳແນກຍີ່ຫໍ້ ຫຼືຮຸ່ນ ແລະຍັງຮວມເຖິງເຄື່ອງຄອມ (Computers) ຫຼືເຄື່ອງອຸປກອນດີຈິຕອລອື່ນໆ ທີ່ມີຊ່ອງເສຶ່ອມສອດ ສຳລັບສຽບປັກສາຍສັນຍານ (MIDI Interface) ໄດ້ອີກດ້ວຍ.

ຣະບົບມາຕຖານ MIDI ໄດ້ຖືກສ້າງຕັ້ງຂຶ້ນທຳອິດ ໂດຍການຮ່ວມມືກັນຣະຫວ່າງ ບັນດາບໍຣິສັດຜູ່ຜລິດເຄື່ອງດົນຕຣີໄຟຟ້າສາກົນ ຍີປຸ່ນແລະອະເມຣິກາ ເພື່ອອຳນວຍຄວາມສະດວກແກ່ນັກດົນຕຣີ ໃນການເຊື່ອມຕໍ່ເຄື່ອງຫຼາຍໆຊະນິດເຂົ້າດ້ວຍກັນ ໂດຍບໍ່ຕ້ອງຄຳນຶງເຖິງຄວາມແຕກຕ່າງຣະຫວ່າງ ຍີ່ຫໍ້ ຫຼືຮຸ່ນອີກ. ບໍຣິສັດຜລິດເຄື່ອງດົນຕຣີສາກົນທຳອິດ ທີ່ໄດ້ຮ່ວມຮັບຮອງເອົາຣະບົບ MIDI ເຂົ້າໃນ Keyboard Synthesizer ແມ່ນໄດ້ແກ່ Roland (Jupiter 6, JX-3P), Yamaha (DX7) ແລະ Sequential Circuit (Prophet 600).

ຮູເຊື່ອມສອດສັນຍານຄວບຄຸມເຄື່ອງດົນຕຣີໄຟຟ້າປະເພດ Synthesizer ກ່ອນການກຳເນີດຂອງຣະບົບ MIDI ໂດຍອາສັຍແຮງດັນໄຟຟ້າຣະດັບຕໍ່າ (ຣະຫວ່າງ -15 ຫາ +4 Voltage)

ນັບຕັ້ງແຕ່ນັ້ນມາ ນັກດົນຕຣີ ນັກເສບ ນັກແຕ່ງເພງ ນັກອັດສຽງ ທີ່ນຳໃຊ້ເຄື່ອງດົນຕຣີ ຫຼືອຸປກອນທີ່ມີຣະບົບ MIDI ຕິດຕັ້ງໃນຕົວ ກໍສາມາດພັທນາການສ້າງຜົນງານເພງແລະດົນຕຣີ ອອກມາຢ່າງກວ້າງຂວາງ ເພາະສາມາດທຳການນຳໃຊ້ຫຼາຍໆເຄື່ອງເຊື່ອມຕໍ່ເຂົ້າດ້ວຍກັນ ໂດຍບໍ່ມີຂອບເຂດພົມແດນ ຫຼືຂໍ້ບັງຄັບຈຳແນກຮຸ່ນ ຫຼືຍີ່ຫໍ້ບໍຣິສັດອີກຕໍ່ໄປ.

ຮູເຊື່ອມສອດສັນຍານ MIDI ຣະບົບມາຕຖານທັງ 3 : IN-OUT-THRU (ເຂົ້າ-ອອກ-ຜ່ານ)

ບໍ່ພຽງແຕ່ເທົ່ານັ້ນ ຣະບົບພາສາ MIDI ຍັງອຳນວຍຄວາມສະດວກແລະວ່ອງໄວທັນໃຈ ແກ່ນັກດົນຕຣີ ໃນການເຜີຍແຜ່ແລະແລກປ່ຽນຜົນງານການສ້າງສັນຂອງຕົນເອງ ກັບຜູ່ອື່ນ ໂດຍການນຳໃຊ້ພາສາ MIDI ທີ່ສາມາດເກັບບັນທຶກໂນຕດົນຕຣີຂອງບົດເສບ ຫຼືບົດປະພັນ ໄວ້ໃນເອກສານ ທີ່ເອີ້ນກັນວ່າ MIDI File ຊຶ່ງຫຼາຍໆຄົນຍັງເຂົ້າໃຈຜິດ ຄິດວ່າແມ່ນອັນດຽວກັນກັບ ຣະບົບ MP3 ຫຼືຣະບົບ Karaoké ຊຶ່ງຂ້າພະເຈົ້າຈະຊີ້ແຈງອະທິບາຍ ແລະລົງເລິກໃນອັນດັບຕໍ່ໆໄປ.

Paris, 06 ມີນາ 2017