ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ
- ຄໍ່າລົງແສງຈັນ ສອດສ່ອງນະພາ
ທຸກວັນທິວາ ຣາຕຣີແສນງາມ
ດົນຕຣີບັນເລງ ສຽງເພງກ່ອມຂວັນ
ດັ່ງນຶ່ງສວັນ ວິມານຂ້າຢູ່ - ໜຸ່ມສາວຄູ່ກັນ ເດີນຫຼິ້ນຮິມຂອງ
ຮັກກັນສົມປອງ ຄຽງຄອງໝັ້ນຢູ່
ດວງໃຈຊື່ຕຣົງ ຮັກດຽວຍອດຊູ້
ຢູ່ຄູ່ຟ້າດິນ ຈົນສິ້ນແສງສຸຣິຍາ - ຫາກໄດ້ມາແດນ ຖິ່ນແຄວ້ນແສນສຸກ
ເໝືອນສິ້ນຄວາມທຸກ ສຸກສັນບານອຸຣາ
ແມ່ນໄດ້ ຈາກລາ
ແຕ່ປຣາຖນາ ຄະນຶງເຖິງຢູ່ທຸກວັນ - ວຽງຈັນນີ້ໜໍ ງາມເດັ່ນໜັກໜາ
ໂລກເຂົາລືຊາ ວ່າເມືອງສວັນ
ຫາກໄດ້ມາເຢືອນ ເໝືອນເປັນຄວາມຝັນ
ໂອ້ເມືອງວຽງຈັນ ຕິດພັນຫົວໃຈບໍ່ລືມ…