ໂນຕດົນຕຣີ “ຣະບົບໂຕເລກ” ຫຼື ຣະບົບ Jianpu

ໂນຕດົນຕຣີສາກົນ (Solfege) ຫຼືເອີ້ນອີກວ່າ “ໂນຕໝາກຖົ່ວງອກ” ໄດ້ມີການພັທນາຢ່າງຕໍ່ເນື່ອງ ຕາມກາລະເວລາທີ່ຜ່ານມາ ຈົນເຖິງຍຸກປະຈຸບັນ ຊຶ່ງຂ້ອນຂ້າງຊັດເຈນແລະເປັນທີ່ຍອມຮັບໂດຍກວ້າງຂວາງ ເພື່ອໃຫ້ເຮົາສາມາດຂີດຂຽນແລະຈົດບັນທຶກສຽງດົນຕຣີ ເຂົ້າເປັນຮູບແບບລາຍລັກອັກສອນ ທີ່ທຸກຄົນສາມາດອ່ານແລະເຂົ້າໃຈໄດ້ໂດຍທົ່ວໆໄປ.
ນີ້ບໍ່ໄດ້ຫມາຍຄວາມວ່າຣະບົບປະຈຸບັນ ແມ່ນເປັນຣະບົບທີ່ດີທີ່ສຸດ, ໃນຄວາມເປັນຈິງແລ້ວ, ຍັງມີຣະບົບໂນຕດົນຕຣີແບບອື່ນ ຈໍານວນບໍ່ໜ້ອຍ ໄດ້ມີການພັທນາຢູ່ນອກມາດຕະຖານຕົ້ນຕໍຂອງຣະບົບ Solfege…

ຕົ້ນກຳເນີດຂອງໂນຕດົນຕຣີ “ຣະບົບໂຕເລກ” ຫຼື ຣະບົບ Jianpu…

ໃນຕົ້ນປີ ຄສ 1743, Jean-Jacques Rousseau ຊຶ່ງເປັນນັກດົນຕຣີ, ນັກກະວີ ແລະນັກຄົ້ນຄວ້າຊາວຝຣັ່ງເສດ, ໄດ້ນໍາສເນີຣະບົບຂອງໂນຕດົນຕຣີອີກແບບນຶ່ງ ຊຶ່ງມີເຫດຜົນທີ່ໜ້າເຊື່ອຖື ແລະງ່າຍກວ່າການນໍາໃຊ້ຣະບົບ Solfege ດັ້ງເດີມທີ່ສັບສົນ ຊຶ່ງຕ້ອງໄດ້ໃຊ້ເວລາຮໍ່າຮຽນແລະຝຶກຝົນເປັນເວລາດົນສົມຄວນ ຈຶ່ງຈະເສບຫຼືບັນເລງໄດ້ຢ່າງຄ່ອງແຄ້ວ.

ຣະບົບດັ່ງກ່າວ ໄດ້ຮັບການພັທນາຕໍ່ມາໂດຍ Pierre Galin ຊຶ່ງເປັນນັກດົນຕຣີ ແລະຄູສອນວິຊາຄະນິດສາດຢູ່ເມືອງ Bordeaux ໃນສມັຍນັ້ນ (ປະມານປີ ຄສ 1821) ໄດ້ຊອກຫາວິທີເພື່ອຈະເຮັດໃຫ້ນັກຮຽນ ທີ່ມີບັນຫາກັບການປາກເວົ້າແລະໄດ້ຍິນສຽງ (ເດັກເສັຽອົງຄະທາງຣະບົບຮັບຟັງແລະອອກສຽງ) ໃຫ້ສາມາດອ່ານຂຽນແລະເຂົ້າໃຈ ໂນຕສາກົນຣະບົບໝາກຖົ່ວງອກ (Solfege) ໄດ້ງ່າຍແລະສະດວກຂື້ນ, ໂດຍການນຳເອົາຕົວເລກ ມາແທນໂຕໂນຕໝາກຖົ່ວງອກ ເພື່ອໃຫ້ສາມາດຂຽນໃສ່ເຈັ້ຽທຳມະດາ ໂດຍບໍ່ຕ້ອງມີເສັ້ນບັນທັດ 5 ເສັ້ນຄືຂອງຣະບົບ Solfege ແຕ່ຍັງຮັກສາເຄື່ອງໝາຍຕ່າງໆທີ່ສຳຄັນຂອງຣະບົບ Solfege ໄວ້.

ໄລຍະເວລາອັນ​ແນ່​ນອນ​ ທີ່ຣະ​ບົບ Jianpu ໄດ້ແຜ່ເຂົ້າມາ​ຮອດ​ປະ​ເທດ​ຈີນ​ແມ່ນ​ບໍ່​ຮູ້​ຈັກຄັກແນ່​, ຮູ້ພຽງວ່າ ຣະ​ບົບ​ຂອງ​ພາສາດົນ​ຕຣີຊະນິດນີ້ ໄດ້​ຖືກ​ນໍາ​ເຂົ້າ​ໂດຍ​ຊາວຝຣັ່ງ​ເສດ ​ຜ່ານປະເທດ​ຍີ່​ປຸ່ນ​ ໃນ​ຕອນ​ທ້າຍ​ຂອງ​ສະ​ຕະ​ວັດ​ທີ 19​. ເພາະມີ​ຂໍ້​ມູນ​ຈາລຶກຢູ່​ສຸ​ສານຂອງທ່ານ Sun Yat Sen (ປະທານາທິບໍດີຄົນທໍາອິດຂອງສາທາຣະນະຣັຖຈີນ ຫຼືໄຕ້ຫວັນ) ກ່າວເຖິງການມາຮອດຂອງຣະ​ບົບ Jianpu, ທີ່ທ່ານໄດ້ຄົ້ນພົບໃນຣະຫວ່າງປີທີ່ຖືກເນຣະເທດໄປຢູ່ໃນເອີຣົບ, ໃນຊ່ວງປີ 1895 ແລະ 1911. ຈາກນັ້ນມາ, ຣະ​ບົບ Jianpu ໄດ້ແຜ່ລາມໄປທົ່ວຂົງເຂດອາຊີຢ່າງໄວວາ ແລະປັດຈຸບັນເປັນສ່ວນໃຫຍ່ໃນປະເທດຈີນເອງ. ຣະ​ບົບນີ້ຍັງຖືກນໍາໃຊ້ຢ່າງເປັນທາງການ ໃນປະເທດອິນໂດເນເຊັຽ ທັງໃນດ້ານດົນຕຣີທາງສາສນາແລະດົນຕຣີພື້ນເມືອງ.

ຕໍ່ມາ ຣະບົບໂນຕດົນຕຣີແບບໂຕເລກນີ້ ໄດ້ຮັບຄວາມນິຍົມນຳໃຊ້ຢ່າງແຜ່ຜາຍແລະກ້ວາງຂວາງ ຈາກຫຼາຍໆປະເທດໃນຂົງເຂດອາຊີ ອັນໄດ້ແກ່ ຈີນ, ຮົ່ງກົງ, ໄຕ້ຫວັນ, ມາເລເຊັຽ, ອິນໂດເນເຊັຽ, ຍີ່ປຸ່ນ… ອົສຕຣາລີ, ອັງກິດ, ອຽກລັ່ງ ແລະ ການາດາ ໃນເວລາຕໍ່ໆມາ. ນີ້ຈຶ່ງເປັນທີ່ມາຂອງ ໂນຕດົນຕຣີ “ຣະບົບໂຕເລກ” ຫຼື ຣະບົບ Jianpu ຫຼືຫຼາຍໆຄົນເອີ້ນວ່າ “ໂນຕຈີນ” ນັ້ນເອງ. ເພາະຣະບົບນີ້ ຍັງຄົງໄດ້ຮັບການນິຍົມໃຊ້ໃນບັນດາປະເທດອາຊີ ທີ່ໃຊ້ພາສາຈີນເປັນພາສາປາກເວົ້າຫຼັກ, ສ່ວນທາງພາກພື້ນຢູໂຣປ ແລະອື່ນໆ ແມ່ນມີການນຳໃຊ້ໜ້ອຍລົງ.

ຕົວຢ່າງໂນຕດົນຕຣີ ເພງ Amazing Grace ໃນຣະບົບໂນຕສາກົນ… ແລະເມື່ອຂຽນໃນຣະບົບໂຕເລກ Jianpu…

(ກະຣຸນາຕິດຕາມໃນບົດຕໍ່ໆໄປ…)

Paris, 09 ພຶສະຈິກາ 2023

ໂຄງສ້າງຂອງ “ຫ້ອງ” ແລະ ປະເພດຂອງເສັ້ນຂີດຫ້ອງ (Bars)…

ການບັນທຶກສຽງດົນຕຣີ ຫຼື ທຳນອງເພງ ລົງໃນໜ້າເຈົ້ຽເປັນຮູບແບບລາຍລັກອັກສອນ ແມ່ນນຳໃຊ້ພາສາດົນຕຣີຣະບົບສາກົນທີ່ຮຽກວ່າ “ໂນຕເພງ” (Solfège ຫຼື Notation) ຊຶ່ງບາງຄົນເອີ້ນວ່າ “ໂນຕໝາກຖົ່ວງອກ”.
ໂນຕເພງ ຊຶ່ງເປັນພາສາຂີດຂຽນຂອງສຽງດົນຕຣີ ມີຫຼັກການແລະກົດເກນສະເພາະຕົວຂອງມັນ ເຊັ່ນດຽວກັນກັບຫຼັກໄວຍາກອນຂອງພາສາປາກເວົ້າ.

“ໂນຕເພງ” (Solfège – Notation) : ພື້ນຖານພາສາຂີດຂຽນຂອງດົນຕຣີ…

ໂຄງສ້າງຂອງໂນຕເພງ ແມ່ນໃຊ້ເສັ້ນຂນານ 5 ເສັ້ນເປັນບັນທັດສຳລັບຂຽນໂຕໂນຕໃສ່. ບັນທັດເສັ້ນຂນານ 5 ເສັ້ນນີ້ ເວລາອ່ານແມ່ນເລີ່ມຕົ້ນຈາກກໍ້າຊ້າຍໄປຫາກໍ້າຂວາ ແລະຈາກດ້ານເທິງລົງລຸ່ມ ຕໍ່ໆໄປ ເຊັ່ນດຽວກັບການອ່ານຕົວໜັງສືທຳມະດາ (ຍົກເວັ້ນພາສາຈີນ ຫຼືພາສາອາຣັບ ທີ່ອ່ານຂຽນຈາກກໍ້າຂວາໄປຫາກໍ້າຊ້າຍ).

ບົດເພງ ຫຼືບົດເສບດົນຕຣີບັນເລງບົດນຶ່ງໆ ເມື່ອຖືກຈົດກ່າຍລົງໃສ່ໜ້າເຈັ້ຽແລ້ວ ເວລາອ່ານ ຫຼືເສບດ້ວຍເຄື່ອງດົນຕຣີໃດນຶ່ງ ຈະມີເຄື່ອງໝາຍທີ່ບົ່ງບອກໃຫ້ຮູ້ລ່ວງໜ້າ ວ່າຖ່ວງທຳນອງຂອງເພງ ຕ້ອງອ່ານຫຼືປະຕິບັດ ດ້ວຍຄວາມໄວຊ້າໃນຣະດັບໃດ? ເພາະຄຸນສົມບັດຂອງເພງທີ່ສະແດງອອກມາ ໃຫ້ຮູ້ສຶກເຖິງອາຣົມຕ່າງໆ ແມ່ນມີຄວາມພົວພັນຢ່າງແໜ້ນແຟ້ນກັບຄວາມໄວຊ້າຂອງທຳນອງເພງ ຊຶ່ງຮຽກວ່າ ຈັງຫວະ.

ໂຄງສ້າງພື້ນຖານຂອງບັນທັດ 5 ເສັ້ນທີ່ໃຊ້ຂຽນໂນຕເພງ ຈະຖືກແບ່ງເປັນພາກສ່ວນນ້ອຍໆ ເປັນໄລຍະສມໍ່າສເມີ ເອີ້ນວ່າ “ຫ້ອງ” (Bar, Mesure).

“ຫ້ອງ” ນອກຈາກຊ່ວຍເຮົາໃຫ້ສາມາດຈຳແນກວັກຕອນຕ່າງໆຂອງເພງ ຍັງມີໜ້າທີ່ບົ່ງບອກແລະບັງຄັບການໄປໜ້າ, ຖອຍຫຼັງ, ຊໍ້າຄືນ, ໂດດຂ້າມ, ຢຸດພັກຊົ່ວຄາວ ແລະອື່ນໆອີກ. ໄລຍະຫ່າງ ຫຼືຄວາມກວ້າງຍາວຂອງແຕ່ລະຫ້ອງ ບໍ່ມີຄວາມສຳຄັນ. ຈຳນວນຂອງໂຕໂນຕທີ່ບັນຈຸໃນແຕ່ລະຫ້ອງ ເປັນຫຼັກທີ່ຕ້ອງຄຳນຶງແລະຄຳນວນ.

ຕົວຢ່າງ “ຫ້ອງ” ແລະເສັ້ນຂີດຫ້ອງປະເພດຕ່າງໆ :

ເສັ້ນຂີດຫ້ອງ “ຊ້ອນສອງ” ຫຼື “ຂີດຄຸ່” ແລະເສັ້ນຂີດຫ້ອງ “ຈໍ້າເມັດ” ໃຊ້ໄວ້ບົ່ງບອກແລະຈຳແນກ ວັກຕອນສຳຄັນຕ່າງໆຂອງບົດເພງ, ຕົວຢ່າງເວລາ ເລີ່ມຕົ້ນ ຫຼີ ສິ້ນສຸດຂອງວັກຕອນໃດນຶ່ງ… ຫຼື ເມື່ອເວລາມີການປ່ຽນຣະດັບສຽງ (ປ່ຽນ Key) ຂອງເພງ.

ເສັ້ນຂີດຫ້ອງ “ຊໍ້າຄືນ” ຫຼື “ລຶ້ມຄືນ” ບົ່ງບອກວ່າທ່ອນທີ່ຢູ່ໃນຣະຫວ່າງ 2 ເຄື່ອງໝາຍຂີດຫ້ອງນີ້ ຕ້ອງໄດ້ລຶ້ມຄືນສອງເທື່ອ. ດັ່ງຕົວຢ່າງລຸ່ມນີ້ ເມື່ອອ່ານແຕ່ຕົ້ນມາເຖິງ ຫ້ອງທີ່ 4, ແມ່ນໃຫ້ກັບຄືນໄປເລີ່ມໃໝ່ມາຈາກຫ້ອງທີ່ 2 ແລ້ວສືບຕໍ່ການອ່ານຕໍ່ໆໄປ.

ເສັ້ນຂນານທີ່ມີ 2 ເສັ້ນຊ້ອນກັນ (1 ເສັ້ນບາງແລະ 1 ເສັ້ນໜາ) ແມ່ນບອກວ່ານີ້ແມ່ນຈຸດຈົບຂອງບົດເພງ.

ເສັ້ນຂນານທີ່ໃຊ້ຂີດແບ່ງແຍກ ບົດບັນທັດ 5 ເສັ້ນໃຫ້ເປັນຫ້ອງ, ສາມາດຂີດຜ່ານໄປສູ່ບັນທັດ 5 ເສັ້ນດ້ານລຸ່ມ ຖ້າຫາກເປັນບັດທັດຄູ່ ຫຼື ບັນທັດຮວມກຸ່ມ ຊຶ່ງໝາຍເຖິງການເສບບັນເລງຕ້ອງໄດ້ດຳເນີນໄປພ້ອມໆກັນ (ເປັນວົງດົນຕຣີ) ຫຼື ສະເພາະພິເສດໃຫ້ເຄື່ອງດົນຕຣີທີ່ຮຽກວ່າ “ປ່ຽນໂນ” (Piano) ຊຶ່ງມີສອງບັນທັດ ສຳລັບສອງມືທີ່ເຮັດວຽກພ້ອມກັນ : ບັນທັດເທິງສຳລັບມືຂວາ ແລະບັນທັດລຸ່ມສຳລັບມືຊ້າຍ.

(ກະຣຸນາຕິດຕາມໃນບົດຕໍ່ໆໄປ…)

Paris, 08 ພຶສະຈິກາ 2023

“Tempo ແລະ “ຣະບົບຈັງຫວະ” (Time Signature)…

Tempo ຊຶ່ງມີຄ່າເປັນຕົວເລກ ທີ່ບົ່ງບອກຄວາມໄວຊ້າຂອງຈັງຫວະດົນຕຣີ ຫຼື ບົດເພງ ຍັງຕ້ອງມີການກ່ຽວພັນກັບການກຳນົດຄ່າຂອງຫ້ອງ ທີ່ແບ່ງບັນທັດຂອງໂນຕເພງ ແລະຮູບແບບໂຕໂນຕທີ່ໃຊ້ຂຽນບົດເພງ ຊຶ່ງຮຽກວ່າ “ຣະບົບຈັງຫວະ” (Time Signature).

ບົດເພງບົດນຶ່ງ ເມື່ອກ່າຍຂຽນ ຫຼື ບັນທຶກໃສ່ບົດບັນທັດ 5 ເສັ້ນ ດ້ວຍໂຕໂນຕຕ່າງໆ ຈະຕ້ອງໄດ້ຖືກແບ່ງອອກເປັນຫຼາຍສ່ວນ ທີ່ມີຄວາມຍືດຍາວອັນຄົງທ່ຽງ ຮຽກວ່າ “ຫ້ອງ” (Bar, Mesure) ເພື່ອຄວາມສະດວກໃນການອ່ານ ຫຼື ການເສບບັນເລງ. ແຕ່ລະ “ຫ້ອງ” ຈະຖືກຈຳແນກດ້ວຍເຄື່ອງໝາຍທີ່ເປັນເສັ້ນແນວຂນານຕັ້ງ ຂັ້ນແບ່ງຣະຫວ່າງ “ຫ້ອງ” ທັງມວນຂອງບົດເພງ. ເສັ້ນຂນານທີ່ມີ 2 ເສັ້ນຊ້ອນກັນ (1 ເສັ້ນບາງແລະ 1 ເສັ້ນໜາ) ແມ່ນບົ່ງບອກຈຸດຈົບຂອງບົດເພງ.

ເພື່ອຣະບຸຄວາມສັ້ນຍາວຂອງ “ຫ້ອງ” ແລະຫົວໜ່ວຍຫຼັກສຳລັບໂຕໂນຕທີ່ຈະຂຽນ ແມ່ນມີການນຳໃຊ້ເຄື່ອງໝາຍພິເສດທີ່ເອີ້ນວ່າ “ຣະບົບຈັງຫວະ” (Time Signature). ຣະບົບດັ່ງກ່າວ ແມ່ນຖືກໝາຍດ້ວຍຕົວເລກ 2 ຕົວ ຢອງກັນຢູ່ເບື້ອງຕົ້ນຂອງບັນທັດໂນຕເພງ ໃນລັກສນະຮູບແບບ ເລກເສດສ່ວນ.  ຕົວເລກດ້ານເທິງ ຊີ້ບອກຈຳນວນຂອງ “ໂນຕພື້ນຖານ” ທີ່ສາມາດບັນຈຸໄດ້ໃນແຕ່ລະຫ້ອງ. ສ່ວນຕົວເລກດ້ານລຸ່ມ ບົ່ງບອກຄ່າຂອງໂຕ “ໂນຕພື້ນຖານ” ທີ່ໃຊ້ໃນການວັດແທກຄວາມສັ້ນຍາວຂອງຈັງຫວະ.

ຄ່າຂອງ “ໂນຕພື້ນຖານ” ແມ່ນຄິດໄລ່ຕາມຄ່າຂອງ ໂນຕໂຕກົມ ຫຼືເອີ້ນອີກວ່າ ໂນຕໂຕມົນ (Whole, Ronde). ດັ່ງນັ້ນ, ຖ້າຕົວເລກດ້ານລຸ່ມແມ່ນເລກ 4, ຄ່າຂອງ “ໂນຕພື້ນຖານ” ແມ່ນ 1/4 ຂອງ ໂນຕໂຕກົມ ຫຼືວ່າ ໂຕມົນ, ຄ່າທີ່ເຮົາຈະໄດ້ແມ່ນ 1 ໂນຕໂຕດຳ (Quarter, Noire).

ຖ້າຕົວເລກດ້ານລຸ່ມແມ່ນເລກ 2, ຄ່າຂອງ “ໂນຕພື້ນຖານ” ແມ່ນ 1/2 ຂອງ ໂນຕໂຕກົມ ຫຼືວ່າ ໂຕມົນ, ຄ່າທີ່ເຮົາຈະໄດ້ແມ່ນ 1 ໂນຕໂຕຂາວ(Half, Blanche), ດັ່ງນີ້ເປັນຕົ້ນ.

ມີ 2 “ຣະບົບຈັງຫວະ” ພິເສດ ບໍ່ຂຽນດ້ວຍຕົວເລກ ແຕ່ມີຄ່າດັ່ງນີ້ :

– “ຣະບົບຈັງຫວະ” 4/4 ສາມາດຂຽນດ້ວຍເຄື່ອງໝາຍໂຕ C
– “ຣະບົບຈັງຫວະ” 2/2 ສາມາດຂຽນດ້ວຍເຄື່ອງໝາຍໂຕ C ຂີດຜ່າກາງ

(ກະຣຸນາຕິດຕາມໃນບົດຕໍ່ໆໄປ…)

Paris, 06 ພຶສະຈິກາ 2023

“Tempo ແລະ ຈັງຫວະຂອງເພງ (Rythm) ຕ່າງກັນແນວໃດ?…”

Tempo ໃນດ້ານດົນຕຣີ ໝາຍເຖິງລີລາຂອງຈັງຫວະ ຫຼື ຄວາມໄວຊ້າຂອງບົດເພງນຶ່ງໆ ຊຶ່ງເປັນອົງປະກອບທີ່ສຳຄັນຂອງເພງ ທີ່ບົ່ງບອກເຖິງອາຣົມແລະຄວາມຮູ້ສຶກຂອງຜູ່ບັນເລງ ຕລອດຮອດຜູ່ຮັບຟັງ.

ໃນທີ່ນີ້ ເຮົາຕ້ອງເຂົ້າໃຈແລະຈຳແນກໃຫ້ໄດ້ວ່າ ການເຄາະຈັງຫວະຕໍ່ນຶ່ງນາທີ ຊຶ່ງບາງກໍຣະນີຂຽນວ່າ BPM (Beat per Minute) ແມ່ນບໍ່ຄືກັນກັບ “ຈັງຫວະຂອງເພງ” ທີ່ເອີ້ນວ່າ Rythm (ເຊັ່ນ Cha Cha Cha, Slow, Bolero, Disco, Rock, Paso Doble, ລຳວົງ…). ເພາະເຮົາສາມາດຫຼິ້ນຈັງຫວະທີ່ແຕກຕ່າງກັນໃນ BPM ຫຼື Tempo ດຽວ. ຕົວຢ່າງ Tempo 110 ສາມາດເປັນເພງໃນຈັງຫວະ Bolero ແລະ Slow Rock ໄດ້ພ້ອມກັນ.

ດັ່ງນັ້ນ, Tempo ແມ່ນບໍ່ຈໍາເປັນຢ່າງຈະແຈ້ງໂດຍສິ້ນເຊີງ ໃນການບົ່ງບອກຖ່ວງທຳນອງອັນເປັນຈັງຫວະຂອງດົນຕຣີ. ເພື່ອເພີ່ມພູນຄວາມສົມບູນໃນການບົ່ງບອກທຳນອງອັນເປັນຈັງຫວະຂອງດົນຕຣີ ເຮົາຈະເຫັນໃນກໍຣະນີທີ່ມີການຂຽນ ທັງ Tempo ແລະ ຈັງຫວະ (Rythm) ຂອງເພງໄວ້ ດັ່ງນີ້ :

Rythm or Style : Slow Bolero
Tempo : 96

Tempo ແລະຈັງຫວະດົນຕຣີ ຂອງເພງສາກົນ

ໃນແງ່ຂອງດົນຕຣີ, ຄ່າຂອງການເຄາະ BPM (Beat per Minute) ຕໍ່ນຶ່ງນາທີ ແມ່ນມາຊ່ວຍການເກັບກຳແລະບົ່ງບອກລີລາຄວາມຮູ້ສຶກ ຫຼືປະເພດຂອງບົດເພງ. ເຮົາ​ສາ​ມາດ​ສ້າງ​ເພງ​ໃນ​ປະ​ເພດ​ໃດ​ນຶ່ງ​ ໃນ BPM ໃດ​ນຶ່ງ​, ທີ່​ມີ​ຊ່ວງ Tempo ທົ່ວ​ໄປ​ສໍາ​ລັບເ​ປັນ​ຂອບ​ເຂດໃນການ​ອ້າງ​ອີງ​ທີ່​ເປັນ​ຫຼັກຂອງເພງ​. ໂດຍທົ່ວໄປແລ້ວ, ຈັງຫວະທີ່ໄວກວ່າ ໝາຍເຖິງເພງທີ່ມີພະລັງຮຸນແຮງແລະປຸກຣະດົມ, ໃນຂະນະທີ່ຈັງຫວະທີ່ຊ້າກວ່າ ຈະເປັນເພງທີ່ສະງົບເຍືອກເຢັນແລະຜ່ອນຄາຍ. 

ຕົວຢ່າງ ປະເພດຂອງຈັງຫວະເພງຕ່າງໆ ແລະຄ່າ Tempo ຕໍ່ນຶ່ງນາທີ…

Slow : 50-60 ເທື່ອຕໍ່ນາທີ
Rock : 70-95 ເທື່ອຕໍ່ນາທີ
Hip-Hop : 80-130 ເທື່ອຕໍ່ນາທີ
R&B : 70-110 ເທື່ອຕໍ່ນາທີ
Pop : 110-140 ເທື່ອຕໍ່ນາທີ
Disco : 120-145 ເທື່ອຕໍ່ນາທີ
Techno : 130-155 ເທື່ອຕໍ່ນາທີ

(ກະຣຸນາຕິດຕາມໃນບົດຕໍ່ໆໄປ…)

Paris, 05 ພຶສະຈິກາ 2023

“Tempo ຫຼືຈັງຫວະຂອງດົນຕຣີແມ່ນຫຍັງ?…”

ມີຄົນສົນໃຈໄດ້ຂຽນມາຖາມວ່າ : ຂໍຄວາມຊ່ວຍເຫຼືອອະທິບາຍແດ່ວ່າ Tempo 114 ກັບ 76 ນີ້ໄລ່ບວກລົບຄູນຫານຈັ່ງໃດ?…

ໂດຍສັງເຂບ ຄຳວ່າ Tempo ໃນຫຼັກການດົນຕຣີ ໝາຍເຖິງການຣະບຸ ຄ່າທີ່ເປັນຫົວໜ່ວຍຫຼັກ ໃນການວັດແທກ ແລະບົ່ງບອກຄວາມໄວຊ້າ ອັນປະກອບເປັນຈັງຫວະຂອງບົດເພງບົດນຶ່ງ…
ຍິ່ງຄ່າຂອງ Tempo ຍິ່ງສູງ, ຈັງຫວະຂອງເພງ ກໍຍິ່ງໄວ ແລະເມື່ອ Tempo ມີຄ່າໜ້ອຍ ກໍໝາຍເຖິງຈັງຫວະເພງທີ່ຊ້າ.
ຕົວຢ່າງ :
Temp : 120 (ຈັງຫວະ Cha Cha Cha)
Temp : 60 (ຈັງຫວະ Slow)

ຄຳວ່າ Tempo ມີຕົ້ນກຳເນີດມາເມື່ອມະນຸດ ສາມາດປະດິດສ້າງເຄື່ອງກົນໄກ ທີ່ສາມາດວັດແທກຈັງຫວະ ຫຼືຖ່ວງທຳນອງຂອງດົນຕຣີໄດ້ ໃນຕົ້ນສະຕະວັດທີ 18 ຊຶ່ງເອີ້ນວ່າ Metronome. ເພາະວ່າ ກ່ອນໜ້ານັ້ນ ຖ່ວງທຳນອງຂອງດົນຕຣີ ຫຼືຄວາມໄວຊ້າຂອງບົດເພງ ແມ່ນຖືກບົ່ງບອກແລະກຳນົດໄວ້ດ້ວຍຄຳສັບ ໃນພາສາອິຕາລີ ຊຶ່ງບໍ່ສາມາດໃຫ້ຄວາມຊັດເຈນແລະແນ່ນອນໃນການເສບດ້ວຍເຄື່ອງດົນຕຣີ.
ຕົວຢ່າງ :
Moderato (ຊ້າປານກາງ)
Allegro (ໄວພໍດີ)
Vivace (ໄວທີ່ສຸດ)
Lento (ຊ້າພໍປານກາງ)
Largo (ຊ້າແທ້ໆ)
ຍ້ອນຄຳສັບທີ່ວ່າ : ປານກາງ, ພໍດີ, ທີ່ສຸດ, ແທ້ໆ… ບໍ່ມີຄ່າທີ່ແນ່ນອນຢ່າງຕາຍໂຕ ເພາະເວລາເສບບັນເລງເພງໃນສມັຍກ່ອນ ຄ່າເຫຼົ່ານີ້ແມ່ນຂື້ນກັບ ຫົວໜ້າວົງ (Chef Orchestre) ເປັນຜູ່ນຳພາ ໂດຍການໃຊ້ໄມ້ນ້ອຍໆທ່ອນນຶ່ງກັບລີລາຂອງມື ໃນການໃຫ້ສັນຍານແລະບັງຄັບນັກເສບທີ່ເປັນວົງ.

ເຄື່ອງມືຊຶ່ງເອີ້ນວ່າ Metronome ໄດ້ຖືກປະດິດສ້າງຂຶ້ນມາ ເພື່ອກຳນົດຫົວໜ່ວຍຂອງຈັງຫວະດົນຕຣີ ໂດຍການບົ່ງບອກຄ່າຄວາມໄວຊ້າຂອງເພງ ເປັນຕົວເລກ ໂດຍໃຊ້ຄ່າວັດແທກພື້ນຖານເປັນ ຖ່ວງທຳນອງຈຳນວນການເຄາະຈັງຫວະໃນຊ່ວງເວລາ ນຶ່ງນາທີໂມງ (Beat per Minute).
ຕົວຢ່າງ :
Temp : 120 (ໝາຍຄວາມວ່າ ເຄາະຈັງຫວະໃຫ້ໄດ້ 120 ຄັ້ງຕໍ່ 1 ນາທີ)
Temp : 60 (ໝາຍຄວາມວ່າ ເຄາະຈັງຫວະໃຫ້ໄດ້ 60 ຄັ້ງຕໍ່ 1 ນາທີ)

(ກະຣຸນາຕິດຕາມໃນບົດຕໍ່ໆໄປ…)

Paris, 05 ພຶສະຈິກາ 2023

“ບັນຫາການບັນເລງເພງບໍ່ຄົບຫ້ອງ ຫຼືມີຫ້ອງຄີກ…”

ມີຄົນຕິດຕາມການບັນເລງເພງລາວອະມະຕະດ້ວຍຄີບອດ ແລະສົນໃຈຫັດຫຼິ້ນຕາມ ໄດ້ຂຽນມາຖາມວ່າ :

“ໄດ້ພະຍາຍາມຟັງແລະເບິ່ງວິດີໂອດົນຕຣີບັນເລງເພງ “ເພາະອ້າຍນີ້ລືມນ້ອງບໍ່ລົງ” ຂອງ ອາຈານ ວິລລ້ຽມ ດິດທະວົງ, ບໍ່ຮູ້ແລະບໍ່ເຂົ້າໃຈວ່າ ເປັນຫຍັງເມື່ອພະຍາຍາມເສບຕາມ ແລະເວລາໃສ່ການລົວກອງ (Break) ຮູ້ສຶກວ່າບໍ່ເຂົ້າຈັງຫວະເພງຄືດັ່ງໃນວິດີໂອ?”

ກ່ຽວກັບຄຳຖາມທີ່ວ່າ ການບັນເລງເພງ “ເພາະອ້າຍນີ້ລືມນ້ອງບໍ່ລົງ” ຂອງ ອາຈານ ວິລລ້ຽມ ດິດທະວົງ ດ້ວຍຄີບອດອັຕຕະໂນມັດ (Arranger Keyboard) ເປັນຫຍັງຈຶ່ງໃສ່ການລົວກອງ (Break) ບໍ່ເຂົ້າຈັງຫວະເພງດັ່ງໃນວິດີໂອທີ່ໄດ້ເຜີຍແຜ່ນັ້ນ ຂໍໃຫ້ຄຳອະທິບາຍແລະຊີ້ແຈງດັ່ງນີ້…
ບັນຫານີ້ ມີສາເຫດຕົ້ນຕໍທີ່ສຳຄັນ 2 ປະການຊຶ່ງຕ້ອງເຂົ້າໃຈ ຄື :

  1. ໂຄງຮ່າງທຳນອງຂອງເພງ ມີຫ້ອງບໍ່ຄົບຈັງຫວະ 4/4 ຢູ່ໃນບົດເພງ
  2. ລະບົບລົວກອງອັຕຕະໂນມັດຂອງຄີບອດ (Break) ມີຂອບເຂດຈຳກັດ ບໍ່ສາມາດລົວເພງທີ່ມີຫ້ອງບໍ່ຄົບຈັງຫວະ 4/4

ວິທີແກ້ໄຂບັນຫາດັ່ງກ່າວມາຂ້າງເທິງ ແມ່ນຕ້ອງໄດ້ໝຸນໃຊ້ກົນໄກຂອງຄີບອດປະເດັນໜຶ່ງເຂົ້າມາຊ່ວຍ ນັ້ນກໍຄືລະບົບ (SYNC START) ແລະ (SYNC STOP) ໃນພາກສ່ວນບັງຄັບ ຈັງຫວະລະບົບກອງອັຕຕະໂນມັດຂອງຄີບອດ ຄວບຄູ່ໄປກັບດຸມ ລົວກອງຂອງຄີບອດ (BREAK).

ເພື່ອຈະສາມາດນຳໃຊ້ກົນໄກຂອງຄີບອດຕາມປະເດັນທີ່ກ່າວມາໃຫ້ບັນລຸຜົນສຳເລັດ ຕ້ອງໄດ້ອາສັຍ 2 ປັດຈັຍສຳຄັນຕໍ່ໄປນີ້ :

  1. ເຂົ້າໃຈໂຄງຮ່າງທຳນອງຂອງເພງ ວ່າມີຫ້ອງບໍ່ຄົບຈັງຫວະ 4/4 ຢູ່ໃສ
  2. ຝຶກຝົນນີ້ວມືໃນຂະນະທີ່ບັນເລງ ເພື່ອຈະສາມາດບັງຄັບລະບົບ (SYNC START) ແລະ (SYNC STOP) ໃຫ້ທັນເວລາແລະພ້ອມພຽງໄປກັບການໃຊ້ດຸມລົວກອງຂອງຄີບອດ (BREAK).

ກ່ອນອື່ນໝົດ ມາລົງເລິກແລະວິເຄາະບັນຫາທີ່ 1 ເສັຽກ່ອນວ່າທຳນອງຂອງເພງ ມີຫ້ອງບໍ່ຄົບຈັງຫວະ 4/4 ຢູ່ບ່ອນໃດ?
ເພື່ອຈະສາມາດຈັບຈຸດຂອງເພງວ່າມີຫ້ອງບໍ່ຄົບຈັງຫວະ 4/4 ຢູ່ໃສ ຕ້ອງຮູ້ຈັກການນັບຫ້ອງຂອງບົດເພງກ່ອນ.
ຕາມຫຼັກການທາງດ້ານດົນຕຣີ ໂຄງຮ່າງທຳນອງຂອງເພງໂດຍທົ່ວໆໄປ ສ່ວນໃຫຍ່ແມ່ນເປັນແບບຈັງຫວະ 4/4 (ສີ່ສ່ວນສີ່) ຊຶ່ງໝາຍຄວາມວ່າ ທຳນອງຂອງເພງ ແຕ່ຕົ້ນຈົນຈົບ ຈະຖືກແບ່ງເປັນໄລຍະຫ່າງທີ່ສມໍ່າສເມີ ເອີ້ນວ່າ ຫ້ອງ (Measure). ແຕ່ລະຫ້ອງ ຈະຖືກແບ່ງລົງໄປເປັນ 4 ບາດກ້າວ (4 Beats).

ການນັບຫ້ອງຂອງບົດເພງນຶ່ງໆ ແມ່ນການຟັງບົດເພງແລະພະຍາຍາມເຄາະຈັງຫວະໄປຕາມຖ່ວງທຳນອງຂອງເພງຢ່າງສມໍ່າສເມີ ໂດຍການກຳນົດຄວາມໄວໃຫ້ສອດຄ່ອງກັບທຳນອງ ບໍ່ໃຫ້ຂັດກັບຈັງຫວະ ຄ້າຍໆຄືການເດີນສວນສນາມ ທີ່ຈະຕ້ອງພະຍາຍາມຍ່າງຕາມໝູ່ ແຕ່ບໍ່ໃຫ້ບາດກ້າວຂາຂອງຕົນເອງ ໄປເຕະຫຼືສະດຸດສົ້ນຕີນຜູ່ອື່ນທີ່ຍ່າງນຳໜ້າແລະນຳຫຼັງ.

ໂຄງຮ່າງເພງ “ເພາະອ້າຍນີ້ລືມນ້ອງບໍ່ລົງ” ຂອງ ອາຈານ ວິລລ້ຽມ ດິດທະວົງສ໌ ແມ່ນເພງໃນຈັງຫວະ 4/4 ປະເພດ Slow Soul. ທຳນອງຮ້ອງຂອງເພງ ແມ່ນມີຄວາມໄວຊ້າປະມານ 70-75 ບາດກ້າວຕໍ່ນາທີ (Tempo = 72). ເນີ້ອຮ້ອງຂອງເພງແມ່ນມີ 4 ທ່ອນ (ຄືທ່ອນທີ່ 1, ທ່ອນທີ່ 2, ທ່ອນແຍກ ແລະທ່ອນທີ່ 3 ຫຼືເອີ້ນວ່າທ່ອນສຸດທ້າຍ). ລະດັບສຽງສູງຕໍ່າຂອງທຳນອງຮ້ອງຕົ້ນສະບັບ ແມ່ນຢູ່ໃນລະດັບກະແຈສຽງ D major (Ré Majeur).

ເພື່ອບໍ່ໃຫ້ເປັນການຊັກຊ້າເສັຽເວລາ ຂໍໃຫ້ເບິ່ງຕາມຕົວຢ່າງທີ່ໄດ້ຄັດອອກມາຈາກໂນຕເພງເປັນພາບປະກອບການອະທິບາຍດັ່ງນີ້.

ໃນທີ່ນີ້ ຈະເນັ້ນໜັກແຕ່ສະເພາະເຈາະຈົງ ໃຫ້ເຂົ້າໃຈບັນຫາເພງທີ່ມີຫ້ອງບໍ່ເຕັມຈັງຫວະ 4/4 ເປັນຫຼັກເສັຽກ່ອນ, ສ່ວນປະເດັນອື່ນໆ ຈະຂໍໃຫ້ຄຳອະທິບາຍຕ່າງຫາກຕາມພາຍພາກໜ້າ (ຕົວຢ່າງ ການເລີ່ມຕົ້ນເຄາະຈັງຫວະຕາມເພງ ຈະຂຶ້ນຕົ້ນຢ່າງໃດ ເວລາໃດເລີ່ມຕົ້ນຂຶ້ນເພງ ເວລາໃດເລີ່ມຕົ້ນຮ້ອງ ຯລຯ…)

ຕາມໃນພາບທີ່ຄັດມາປະກອບການອະທິບາຍ (ຊຶ່ງມີໃຫ້ເບິ່ງ ເປັນທັງແບບໂນຕສາກົນ ແລະເປັນແບບຮູບຂີດຂຽນທັມມະດາ) ເຮົາຈະເຫັນວ່າ ໃນວັກທີ່ 1 ຂອງເນື້ອຮ້ອງ, ຫ້ອງທີ່ 6 ຂອງເພງ ມີພຽງ 2 ບາດກ້າວ (ບໍ່ເຕັມຈັງຫວະ 4/4). ຫາກເຮົານັບຮວມທັງໝົດຈຳນວນຫ້ອງຂອງວັກທີ່ 1 ແມ່ນມີ 8 ຫ້ອງໃນຈັງຫວະ 4/4 ບວກກັບ 1 ຫ້ອງໃນຈັງຫວະ 2/4 ຊຶ່ງເອີ້ນກັນຕາມຫຼັກການດົນຕຣີວ່າ 8 ຫ້ອງເຄິ່ງ.

ເມື່ອເຫດການເປັນດັ່ງນີ້, ເວລາເສບບັນເລງດ້ວຍຄີບອດອັຕຕະໂນມັດ, ພາກສ່ວນກອງທີ່ນຳພາຈັງຫວະຂອງເພງ ຈະພົບອຸປສັກໃນການຊີ້ຂາດຫ້ອງຂອງເພງ. ດ້ວຍວ່າ ຄີບອດບໍ່ສາມາດໄຈ້ແຍກຄວາມແຕກຕ່າງຣະຫວ່າງ ຫ້ອງໃນຈັງຫວະ 4/4 ແລະ ຫ້ອງໃນຈັງຫວະ 2/4. ເມື່ອເລີ່ມຂຶ້ນເພງໃນຈັງຫວະ 4/4 ພໍໄປເຖິງບ່ອນຫ້ອງໃນຈັງຫວະ 2/4, ຄີບອດຈະນັບຫ້ອງດັ່ງກ່າວເປັນຫ້ອງ 4/4, ອັນພາໃຫ້ການນັບຫ້ອງຂອງບົດເພງ ເຄີກໄປເປັນເພງ 9 ຫ້ອງ 4/4, ແທນທີ່ຈະເປັນ 8 ຫ້ອງເຄິ່ງ.

ປະກົດການນີ້ ຖ້າຫາກເສບບັນເລງກັນເປັນຄະນະວົງດົນຕຣີຄົບກັນ ຕົວຢ່າງ 4 ຄົນ ອັນປະກອບດ້ວຍ ມືກອງ (Drums) ມຶກິຕ້າເບສ (Bass) ມືກິຕ້າໂຊໂລ (Lead Guitar) ມືຄີບອດ (Keyboard), ໂດຍປົກກະຕິ ເມື່ອນັກຮ້ອງ ຮ້ອງໄປສຸດວັກນຶ່ງ ທາງຄະນະວົງນັກເສບແລະບັນເລງ ຈະມີການສົ່ງວັກ ຄືຕົວຢ່າງການລົວກອງສົ່ງ ເປັນຕົ້ນ… ຖ້າຄະນະວົງດົນຕຣີ ບໍ່ເຂົ້າໃຈເລິກຊຶ້ງ ວ່າໃນເພງທີ່ບັນເລງຢູ່ ມີຫ້ອງບໍ່ເຕັມຈັງຫວະສົມບູນເຊື່ອງຊ້ອນຢູ່ ກໍຈະພົບບັນຫາເພງເຄີກຈັງຫວະ ເມື່ອລົວກອງສົ່ງ ກໍຮູ້ສຶກວ່າບໍ່ເຂົ້າຮ່າງເຂົ້າຮອຍກັນ ນັກຮ້ອງກໍສັບສົນ ບໍ່ຮູ້ບ່ອນຈະຮ້ອງເຂົ້າຕໍ່ວັກຕໍ່ໆໄປ ຯລຯ ດັ່ງນີ້ເປັນຕົ້ນ.

ນັກເສບກໍພາກັນຕຳນິຕິຕຽນນັກຮ້ອງ ວ່າຮ້ອງບໍ່ຖືກຈັງຫວະ, ສ່ວນນັກຮ້ອງກໍຫາວ່ານັກເສບ ເສບບໍ່ຖືກ ພາໃຫ້ຮ້ອງບໍ່ເຂົ້າກັບວົງ. ບາງເທື່ອ ນັກເສບທັງສີ່ຄົນ ກໍຜິດຖຽງກັນເອງ ເພາະບໍ່ລົງເອີຍກັນໄດ້… ຍ້ອນວ່າບໍ່ສາມາດໃຫ້ຄຳຕອບອັນເດັດຂາດ ວ່າບັນຫາມັນມາຈາກໃສແທ້?…

ຂຽນມາຍືດຍາວສົມຄວນແລ້ວ ຈະຂໍໂຈະໄວ້ພຽງທໍ່ນີ້ກ່ອນ ເພື່ອໃຫ້ຜູ່ອ່ານຫຼາຍໆຄົນ ໄດ້ນຳໄປຕຶກຕອງຊຳຊາລໍຖ້າ ບົດຕໍ່ໄປຈະມາໃຫ້ຄຳສເລີຍ ໃນການແກ້ບັນຫາການເສບແລະບັນເລງເພງບໍ່ຄົບຫ້ອງ ຫຼືມີຫ້ອງຄີກນີ້.

Paris, 20 ຕຸລາ 2019


“ແກ້ໄຂບັນຫາການບັນເລງເພງບໍ່ຄົບຫ້ອງຫຼືມີຫ້ອງຄີກ…”

ດັ່ງທີ່ໄດ້ເລີ່ມຕົ້ນໃນບົດຂຽນຜ່ານມາກ່ຽວກັບຫົວຂໍ້ ວິທີແກ້ໄຂບັນຫາການຫຼິ້ນຄີບອດອັຕຕະໂນມັດ ກັບເພງທີ່ມີຫ້ອງບໍ່ເຕັມຈັງຫວະ. ມື້ນີ້ຈະມາສືບຕໍ່ສາຣທິດແລະອະທິບາຍເຄັດລັບ ໃນການນຳໃຊ້ກົນໄກພິເສດບາງສ່ວນຂອງຄີບອດ ເພື່ອແກ້ໄຂບັນຫາດັ່ງກ່າວ.

ກ່ອນອື່ນ ມາທຳຄວາມເຂົ້າໃຈເລັກນ້ອຍກັບກົນໄກພື້ນຖານຂອງຄີບອດອັຕຕະໂນມັດ (Arranger Keyboard) ວ່າມັນມີຄຸນສົມບັດແລະຂອບເຂດຈຳກັດຢ່າງໃດແດ່ໃນການບັນເລງເພງ… (ໝາຍເຫດ: ນະທີ່ນີ້ຈະຂໍຍົກຕົວຢ່າງສະເພາະຄີບອດຍີ່ຫໍ້ Yamaha ລຸ້ນ PSR ມາປະກອບຄຳອະທິບາຍ).

ພາກສ່ວນ “ບັງຄັບຈັງຫວະເພງ” (STYLE CONTROL) ຂອງຄີບອດດ້ວຍມືຊ້າຍ.

ພາກສ່ວນນີ້ນອນຢູ່ກໍ້າຊ້າຍຂອງຄີບອດ ປະກອບດ້ວຍປຸ່ມ (ຫຼືດຸມ) ຕ່າງໆທີ່ມີໜ້າທີ່ສຳລັບບັງຄັບຣະບົບຈັງຫວະຂອງເພງທີ່ຈະບັນເລງ. ດຸມບັງຄັບທັງໝົດແບ່ງອອກເປັນ 3 ກຸ່ມດັ່ງນີ້ :

  1. ກຸ່ມບັງຄັບຣະບົບອັຕຕະໂນມັດຮວມຂອງຈັງຫວະ
  2. ກຸ່ມເລືອກຣະບົບຂຶ້ນຕົ້ນເພງ, ເລືອກສິສັນຂອງຈັງຫວະແລະລູກສົ່ງ, ເລືອກຣະບົບລົງເພງ
  3. ກຸ່ມບັງຄັບກົນໄກເລີ່ມຕົ້ນ ສືບຕໍ່ ແລະຢຸດຈັງຫວະ

ດຸມຕ່າງໆຂອງທັງ 3 ກຸ່ມນີ້ ມີໜ້າທີ່ພົວພັນຊຶ່ງກັນແລະກັນໃນການບັງຄັບຈັງຫວະເພງ ຊຶ່ງຕ້ອງໄດ້ເລືອກແລະເອີ້ນຂຶ້ນມາລ່ວງໜ້າ ກ່ອນຈະລົງມືບັນເລງ. ຈັງຫວະ ໃນທີ່ນີ້ໝາຍເຖິງ STYLE ຂອງເພງທີ່ຈະຫຼິ້ນ.

ສຳລັບເພງ “ເພາະອ້າຍນີ້ລືມນ້ອງບໍ່ລົງ” ຂອງ ອາຈານ ວິລລ້ຽມ ດີດທະວົງ ແມ່ນຈະເລືອກໃຊ້ຈັງຫວະ Modern16BeatBallad ໃນໝວດ BALLAD ຂອງ STYLE ໂດຍກຳນົດຄວາມໄວຊ້າຂອງຈັງຫວະຢູ່ປະມານ 72 ບາດກ້າວຕໍ່ນາທີ (TEMPO = 72).

ພາກສ່ວນນີ້ ແມ່ນສຳລັບສະເພາະມືຊ້າຍ ສ່ວນມືຂວາຂ້າພະເຈົ້າໄດ້ເລືອກໃຊ້ສຽງກິຕ້າສຽງໃສ “SlideClean” ໃນໝວດ GUITAR & BASS ຂອງ VOICE.

ການກຳນົດໜ້າທີ່ຂອງມືຊ້າຍແລະມືຂວາ ແມ່ນເພື່ອແບ່ງປັນໜ້າທີ່ການບັນເລງເທິງແປ້ນດີດຂອງຄີບອດອອກເປັນສອງພາກ. ມຶຊ້າຍມີໜ້າທີ່ຫຼິ້ນແລະບັງຄັບສຽງ ກອງ ເບສ ແລະເຄື່ອງປະສານພື້ນຖານໂດຍອັຕຕະໂນມັດ ສ່ວນມືຂວາຈະຫຼິ້ນສຽງທຳນອງເພງແລະສຽງສອຍຕ່າງໆ.

ກ່ອນຈະເລີ່ມຕົ້ນເສບ ພວກເຮົາມາລົງເລິກທຳຄວາມເຂົ້າໃຈຄຸນສົມບັດຂອງພາກສ່ວນ STYLE CONTROL ທັງ 3 ກຸ່ມສຳລັບມືຊ້າຍກ່ອນເລັກນ້ອຍ.

ກຸ່ມທີ່ (1) ປະກອບດ້ວຍ 4 ດຸມ :

  • ACMP (ເມື່ອເປິດໃຊ້ງານ) ແມ່ນເພື່ອບົ່ງບອກວ່າ ຖ້າເຮົາເລີ່ມກົດຂອດ (Chords) ດ້ວຍມືຊ້າຍເທິງຄີບອດກໍ້າຊ້າຍ ຈັງຫວະເພງຈະເລີ່ມບັນເລງພ້ອມກັນທັນທີ
  • FADE IN/OUT (ເມື່ອເປິດໃຊ້ງານ) ແມ່ນສຳລັບຂຶ້ນຕົ້ນຫຼືລົງເພງ ໂດຍການເພີ່ມຫຼືຜ່ອນສຽງເຂົ້າອອກຢ່າງຊ້າໆ
  • OTS LINK (ເມື່ອເປິດໃຊ້ງານ) ບົ່ງບອກວ່າ ເມື່ອປ່ຽນສຽງຂອງມືຂວາໂດຍດຸມ ONE TOUCH SETTING (1-2-3-4) ສີສັນຂອງຈັງຫວະຂອງພາກສ່ວນມືຊ້າຍ MAIN VARIATION (A-B-C-D) ຈະປ່ຽນໄປຕາມໂດຍອັຕຕະໂນມັດ
  • AUTO FILL IN (ເມື່ອເປິດໃຊ້ງານ) ແມ່ນບົ່ງບອກໃຫ້ມີການສົ່ງກອງແລະຈັງຫວະ ເວລາເລືອກປ່ຽນສີສັນຂອງຈັງຫວະ MAIN VARIATION ລະຫ່ວາງດຸມ A-B-C-D

ກຸ່ມທີ່ (2) ປະກອບດ້ວຍ 11 ດຸມແລະແບ່ງເປັນ 3 ໝວດ :

  • ໝວດ INTRO (3 ດຸມ : I II III) ສຳລັບຂຶ້ນຕົ້ນເພງ
  • ໝວດ MAIN VARIATION (5 ດຸມ : A B C D ແລະ BREAK) ສຳລັບປ່ຽນສີສັນຂອງຈັງຫວະ ແລະ ລົວຢຸດເພື່ອສົ່ງເພງ
  • ໝວດ ENDING/FILL (3 ດຸມ : I II III) ສຳລັບລົງເພງຕອນຈົບ

ຖ້າເຮົາສັງເກດໃຫ້ດີໆກໍຈະເຫັນວ່າ ການຈັດແຈງແລະແບ່ງໝວດຂອງ 11 ດຸມໃນກຸ່ມນີ້ ແມ່ນສາມາດນຳໃຊ້ເພື່ອບັນເລງເພງທີ່ມີພື້ນຖານປະເພດເພງແບບ 4 ທ່ອນ ຊຶ່ງເຮົາສາມາດໝຸນໃຊ້ 11 ດຸມເຫຼົ່ານີ້ດັ່ງຕໍ່ໄປນີ້ :

  1. ຂຶ້ນຕົ້ນເພງດ້ວຍການເລືອກ 1 ໃນ 3 ດຸມຂອງໝວດ INTRO
  2. ນຳໃຊ້ 4 ດຸມ A B C D ຂອງໝວດ MAIN VARIATION ເພື່ອບັນເລງເພງ 4 ທ່ອນຕາມລຳດັບດັ່ງນີ້ :
    • ວັກທີ່ 1 ຫຼິ້ນດຸມ A
    • ວັກທີ່ 2 ຫຼິ້ນດຸມ B
    • ທ່ອນແຍກ ຫຼິ້ນດຸມ C
    • ວັກທີ່ 3 ກັບຄືນໄປຫຼິ້ນດຸມ B
    • ໂຊໂລດົນຕຣີ ຫຼິ້ນດຸມ D
    • ກັບໄປຫຼິ້ນທ່ອນແຍກ ດ້ວຍດຸມ C
    • ຫຼິ້ນວັກທີ່ 3 ດ້ວຍດຸມ B
  3. ລົງທ້າຍເພື່ອຈົບເພງດ້ວຍການເລືອກ 1 ໃນ 3 ດຸມຂອງໝວດ ENDING/FILL

ນີ້ຄືໂຄງສ້າງກະທັດຮັດຂອງຣະບົບ STYLE CONTROL ຂອງຄີບອດອັຕຕະໂນມັດ ຊຶ່ງສາມາດນຳໄປໝຸນໃຊ້ກັບການບັນເລງເພງໄດ້ໂດຍທົ່ວໄປ.
ຫຼັກການນຳໃຊ້ຣະບົບ STYLE CONTROL ຂອງຄີບອດດັ່ງກ່າວມາຂ້າງເທິງນີ້ ແມ່ນສະດວກສະບາຍທີ່ສຸດສຳລັບຄົນທີ່ຫັດຫຼິ້ນໃໝ່ໆ ບໍ່ຕ້ອງກັງວົນກັບການເລືອກກົດດຸມທີ່ຫຍຸ້ງຍາກສຳລັບມືຊ້າຍ ເພາະຄີບອດໄດ້ຕັ້ງຄ່າແລະກົນໄກໄວ້ໃຫ້ໂດຍອັຕຕະໂນມັດແລ້ວ. ພຽງແຕ່ພະຍາຍາມຝຶກແອບນີ້ວມື ໃນການຈັບຂອດໃຫ້ຖືກ ແລະຍ້າຍນີ້ວມືປ່ຽນຂອດໃຫ້ທັນເວລາຕາມເພງ. ອາດຈະໃຊ້ມືຂວາມາຊ່ວຍປ່ຽນສີສັນຂອງຈັງຫວະ A B C D ຂອງໝວດ MAIN VARIATION ເວລາປ່ຽນວັກຕ່າງໆຂອງເພງ ໃນຂະນະທີ່ມືຊ້າຍຍັງຕ້ອງຄວບຄຸມການຈັບຂອດຢູ່. ຫຼັກການນີ້ຈະດຳເນີນໄປດ້ວຍດີ ແມ່ນຕ້ອງໄດ້ກະກຽມການຕັ້ງຄ່າບາງຢ່າງຂອງຣະບົບ ໄວ້ລ່ວງໜ້າກ່ອນຈະເລີ່ມບັນເລງ ຄື :

  1. ໃນກຸ່ມທີ່ 1 ເປີດໃຊ້ດຸມ ACMP ແລະດຸມ AUTO FILL IN
  2. ເລືອກໃຊ້ດຸມ A ຂອງໝວດ MAIN VARIATION
  3. ເປີດໃຊ້ດຸມ SYNC START ໃນກຸ່ມທີ່ 3

ການຕັ້ງຄ່າ 3 ຢ່າງນີ້ ພາໃຫ້ກົນໄກການເສື່ອມໂຍງຂອງ 3 ໝວດຂອງດຸມ STYLE CONTROL ດຳເນີນໄປໂດຍອັຕຕະໂນມັດ.

ຕົວຢ່າງ ເມື່ອເຮົາເລືອກຂຶ້ນເພງດ້ວຍ 1 ໃນ 3 ດຸມ INTRO (ຍົກເວັ້ນດຸມທີ່ 1 ຊຶ່ງມີພຽງສຽງກອງທີ່ນັບຈັງຫວະຂຶ້ນຕົ້ນເພງໃຫ້ 1 ຫຼື 2 ຫ້ອງ), ຄີບອດຈະເລີ່ມບັນເລງດົນຕຣີຊຶ່ງຖືກອັດບັນທຶກເກັບໄວ້ໃນ STYLE ແລ້ວລ່ວງໜ້າ ເຮົາກໍມີແຕ່ພຽງກົດຂອດທຳອິດຂອງເພງ (ຂອດຫຼັກຂອງເພງ). ໃນຂະນະທີ່ຄີບອດເລີ່ມຫຼິ້ນ INTRO ເພງໂດຍອັຕຕະໂນມັດ ມືຊ້າຍກໍບໍ່ຕ້ອງຈຳເປັນໄປປ່ຽນຂອດແຕ່ຢ່າງໃດ ມີແຕ່ລໍຖ້າໃຫ້ຄີບອດບັນເລງ INTRO ໃຫ້ຈົບແລ້ວ ມັນກໍຈະໂດດໄປຫຼິ້ນດຸມ A ຂອງໝວດ MAIN VARIATION ໂດຍອັຕຕະໂນມັດ ຊຶ່ງກົງກັບວັກທີ່ 1 ຂອງເພງໂດຍທົ່ວໄປ.

ອີກດ້ານນຶ່ງ ເວລາເຮົາປ່ຽນສີສັນຂອງຈັງຫວະ A B C D ຂອງໝວດ MAIN VARIATION ເພື່ອສົ່ງວັກນຶ່ງຕໍ່ໄປໃສ່ອີກວັກນຶ່ງໆຂອງເພງ ຄີບອດກໍຈະສົ່ງລູກລົວທີ່ເສື່ອມໂຍງຣະຫວ່າງວັກຕ່າງໆຂອງເພງໃຫ້ເຮົາໂດຍອັຕຕະໂນມັດ ເພາະເຮົາໄດ້ຕັ້ງຄ່າບອກບັງຄັບດ້ວຍການເປີດໃຊ້ດຸມ AUTO FILL IN ໄວ້ແລ້ວແຕ່ຕົ້ນ.

ເມື່ອຊຳນານໃນການໃຊ້ມືຊ້າຍທັງຈັບຂອດແລະປ່ຽນຂອດໄປຕາມເພງ ພ້ອມທັງກົດດຸມເພື່ອປ່ຽນສີສັນຂອງຈັງຫວະ A B C D ຂອງໝວດ MAIN VARIATION ເວລາປ່ຽນວັກນຶ່ງຕໍ່ໄປໃສ່ວັກນຶ່ງ ຂຶ້ນເພງແລະລົງເພງໃຫ້ໄດ້ນິ້ມນວນແລ້ວ ຈຶ່ງຄ່ອຍໆໄປຝຶກແອບຫຼິ້ນໂຊໂລແລະລູກສອຍດ້ວຍມືຂວາ ພ້ອມທັງການນຳໃຊ້ດຸມ BREAK ດຸມ SYNC STOP ແລະອື່ນໆ.

ຂໍໂຈະໄວ້ພຽງທໍ່ນີ້ກ່ອນ ບົດຕໍ່ໄປຈະອະທິບາຍການແກ້ບັນຫາການເສບແລະບັນເລງເພງບໍ່ຄົບຫ້ອງຫຼືມີຫ້ອງຄີກ ໂດຍການໝຸນໃຊ້ ດຸມ SYNC STOP.

Paris, 26 ຕຸລາ 2019


“ສເລີຍບັນຫາການບັນເລງເພງບໍ່ຄົບຫ້ອງຫຼືມີຫ້ອງຄີກ…”

ສະບາຍດີ ທ່ານຜູ່ອ່ານ,

ມື້ນີ້ຈະມາອະທິບາຍແລະແກ້ບັນຫາການເສບແລະບັນເລງເພງບໍ່ຄົບຫ້ອງຫຼືມີຫ້ອງຄີກ ໂດຍການໝຸນໃຊ້ດຸມ SYNC STOP ຂອງຄີບອດ.

ບາງທ່ານອາດຈະງົງຫຼືບໍ່ເຂົ້າໃຈວ່າ ຄຳຖາມພຽງສັ້ນໆ ເປັນຫຍັງຈຶ່ງຕອບແລະຂຽນບັນລະຍາຍຍືດຍາວແທ້?…
ຈຸດປຣະສົງແມ່ນຢາກໃຫ້ທຸກຄົນທີ່ສົນໃຈບັນຫານີ້ ໄດ້ມີໂອກາດນຳໄປໃຊ້ເປັນຫຼັກອ້າງອີງແລະ ສຳລັບເກັບໄວ້ສຶກສາຄົ້ນຄວ້າເພີ່ມຕື່ມຢ່າງກວ້າງຂວາງ.

ສຳລັບຄວາມຄຶດສ່ວນຕົວຂອງຂ້າພະເຈົ້າ ການແກ້ບັນຫາທຸກຢ່າງ ແມ່ນຕອ້ງເລີ່ມຕົ້ນຊອກຫາສາເຫດທີ່ມາຂອງບັນຫາ, ສຶກສາຄົ້ນຄວ້າອາສັຍເຄື່ອງມືມາຊ່ວຍໃນການແກ້ບັນຫາ ແລະພະຍາຍາມຝຶກຝົນທົດລອງນຳໃຊ້ພາກປະຕິບັດ ເພື່ອໃຫ້ບັນລຸຜົນສຳເລັດດັ່ງໝາຍ.

ສຳລັບບັນຫາຂອງພວກເຮົາກໍເຊັ່ນດຽວກັນ ເວົ້າສະລຸບຮວມ ແມ່ນຕ້ອງ :

  1. ຮູ້ຈັກນັບຈັງຫວະຂອງເພງ
  2. ເຂົ້າໃຈຄຸນສົມບັດຂອງຄີບອດທີ່ໃຊ້ບັນເລງ
  3. ຝຶກຝົນ, ທົດລອງ ແລະນຳໃຊ້ກົນໄກຊັບຊ້ອນຂອງຄີບອດ ເພື່ອແກ້ໄຂບັນຫາ

ດັ່ງທີ່ໄດ້ອະທິບາຍໃນ 2 ບົດຂຽນຜ່ານມາ ມາຮອດໜີ້ ພວກເຮົາໄດ້ຮູ້ແລ້ວວ່າ ເພງທີ່ຈະບັນເລງມີຫ້ອງຄີກຊອນຢູ່ໃນບົດເພງ ແລະໄດ້ເຂົ້າໃຈວ່າ ຄີບອດມີຂອບເຂດຈຳກັດໃນການບັນເລງ ບໍ່ສາມາດລົວກອງສົ່ງຫ້ອງຄີກຈັງຫວະໄດ້ ອັນພາໃຫ້ມີບັນຫາເພງເຄີກຈັງຫວະດັ່ງຄຳຖາມທີ່ຂຽນມາແຕ່ຕົ້ນ.

ເພື່ອແກ້ບັນຫາດັ່ງກ່າວ ຂ້າພະເຈົ້າໄດ້ໝຸນໃຊ້ດຸມ SYNC STOP ຂອງຄີບອດໃນພາກສ່ວນບັງຄັບຈັງຫວະ STYLE CONTROL ເພື່ອ “ໂດດຂ້າມຫ້ອງຄີກ” ໄປຫຼິ້ນຫ້ອງເຕັມຈັງຫວະທີ່ຢູ່ຖັດໄປ.

ຄຸນສົມບັດຂອງດຸມ SYNC STOP ເວລາເປີດໃຊ້ງານແມ່ນວ່າ ໃນຄະນະທີ່ມືຊ້າຍຈັບຂອດເພງຢູ່ ຖ້າຫາກເຮົາຍົກນີ້ວມືຂຶ້ນ (ຫຼືວາງນີ້ວມືອອກຈາກແປ້ນດີດຂອງຄີບອດ) ຣະບົບຈັງຫວະອັຕຕະໂນມັດຂອງຄີບອດ ຈະຢຸດເດີນງານທັນທີ. ແລະເມື່ອໃດເຮົາກົດນີ້ວມືລົງຈັບຂອດຕໍ່ໄປ ຣະບົບຈັງຫວະອັຕຕະໂນມັດຂອງຄີບອດ ກໍຈະສືບຕໍ່ບັນເລງຕໍ່ໄປ.

ຄຸນສົມບັດຂອງດຸມ SYNC STOP ເວລາເປີດໃຊ້ງານແມ່ນມີຂໍ້ແມ້ນວ່າ ເວລາຍ້າຍນີ້ວມືເບື້ອງຊ້າຍເພື່ອປ່ຽນຂອດ ເຮົາຕ້ອງຮັກສານີ້ວມືໄວ້ນີ້ວໜຶ່ງເທິງແປ້ນດີດຂອງຄີບອດ ເພື່ອບໍ່ໃຫ້ຣະບົບຈັງຫວະເພງຂາດຖ່ວງທຳນອງ. ບັນຫາແມ່ນວ່າ ເວລາປ່ຽນຂອດທີ່ບໍ່ຢູ່ໃນບາງໝວດກຸ່ມດຽວກັນ ເຮົາຈຳເປັນຕ້ອງໄດ້ຍົກນີ້ວມືຂຶ້ນທັງໝົດ ອັນຈະພາໃຫ້ມີບັນຫາເພງຂາດສະດຸດ ບໍ່ດຳເນີນໄປໄດ້ຢ່າງຮາບລື້ນ. ດັ່ງນີ້ ຖ້າມີຄວາມຈຳເປັນຕ້ອງໄດ້ຍົກນີ້ວມືທັງໝົດເພື່ອປ່ຽນຂອດ ແມ່ນຈຳເປັນຕ້ອງໄດ້ມອດ ບໍ່ນຳໃຊ້ດຸມ SYNC STOP ຊົ່ວຄາວໃນຄະນະມີ່ພວມບັນເລງຢູ່. ຊຶ່ງປະເດັນສຸດທ້າຍນີ້ ແມ່ນສັບສົນແລະຫຍຸ້ງຍາກແດ່ ສຳລັບການຄວບຄຸມພາກສ່ວນ STYLE CONTROL ພ້ອມທັງການຮັກສາຈັງຫວະການເສບ ບໍ່ໃຫ້ຕົກຈັງຫວະ.

ເພື່ອຈະສາມາດຂ້າມຜ່ານອຸປສັກດັ່ງກ່າວນີ້ ເຮົາຈຳເປັນຈະຕ້ອງໄດ້ຝຶກແອບມືຊ້າຍໃຫ້ວ່ອງໄວ ເພື່ອຈະຄວບຄຸມທັງການຈັບຂອດເພງຢ່າງຕໍ່ເນື່ອງ ແລະທັງຂຶ້ນໄປກົດເປີດແລະມອດການໃຊ້ງານຂອງດຸມ SYNC STOP ຊຶ່ງບາງໂອກາດແມ່ນຈະຕ້ອງໄດ້ໃຊ້ມືຂວາທີ່ພວມບັນເລງທຳນອງຫຼືລູກສອຍຢູ່ ເຂົ້າມາຊ່ວຍອີກ.

ສ່ວນຕົວຂ້າພະເຈົ້າເອງ ໃນເບື້ອງຕົ້ນ ກໍຕ້ອງໄດ້ຝຶກແອບນີ້ວມືໄລຍະນຶ່ງ ກ່ວາຈະຊຳນານແລະໄດ້ຜົນດັ່ງວ່າມາ. ເພາະຣະບົບການນຳໃຊ້ດັ່ງກ່າວ ມັນບໍ່ມີໃນຫຼັກການທິສດີຂອງດົນຕຣີແຕ່ຢ່າງໃດ ແມ້ນແຕ່ໃນຫຼັກການຫຼິ້ນຄີບອດຫຼື Piano ກໍບໍ່ປະກົດມີເຊັ່ນດຽວກັນ. ມັນເປັນພຽງການຮູ້ຈັກມີຫົວຄິດປະດິດສ້າງແລະໝຸນໃຊ້ເຄື່ອງມືທີ່ມີກົນໄກອັນຊັບຊ້ອນ ໃຫ້ສາມາດມາຕອບສນອງຄວາມຕ້ອງການ ໃນການບັນເລງເພງເວລາມີອຸປສັກຂວາງໜ້າ.

ສຳລັບເພງ “ເພາະອ້າຍນີ້ລືມນ້ອງບໍ່ລົງ” ເວລາທີ່ຂ້າພະເຈົ້ານຳໃຊ້ດຸມ SYNC STOP ແມ່ນດັ່ງນີ້ :

Paris, 30 ຕຸລາ 2019

“Midifile ກັບ Karaoke ຄືກັນບໍ່?”

ມີບາງຄົນຍັງເຂົ້າໃຈຜິດຄິດວ່າ ຣະບົບ Midifile ແມ່ນຄືກັນກັບຣະບົບ Karaoké ເພາະເຮົາສາມາດ ເປີດປິດຫຼືຂຶ້ນລົງຣະດັບສຽງດົນຕຣີບາງຢ່າງໄດ້ ເພື່ອທຳການຮ້ອງ ຫຼືຫຼິ້ນດົນຕຣີເປັນທຳນອງໄປນຳ ແຕ່ຄວາມຈິງມັນແຕກຕ່າງກັນ.

ກ່ອນອື່ນ ມາເຂົ້າໃຈຄວາມແຕກຕ່າງຣະຫວ່າງ MIDI ແລະ AUDIO ເສັຽກ່ອນ ໂດຍສະເພາະຢູ່ໃນເຄື່ອງດົນຕຣີໄຟຟ້າທີ່ຮ້ອງກັນວ່າ Keyboard Arranger ທັງສອງຄຸນນະສົມບັດດັ່ງກ່າວນີ້ ລ້ວນແຕ່ແມ່ນໃຊ້ສຳລັບປະດິດແລະປະກອບສຽງດົນຕຣີໃຫ້ເປັນເພງ.

1) AUDIO ໝາຍເຖິງ ຣະບົບຂອງສຽງ
“ສຽງ” ແປວ່າທຸກໆສິ່ງ ທີ່ເຮົາສາມາດໄດ້ຍິນດ້ວຍຫູ ແລະສາມາດເກັບບັນທຶກຫຼືອັດເປັນສຳເນົາໄວ້ໄດ້ ຊຶ່ງເມື່ອອັດໄດ້ ມັນກໍກາຍເປັນຣະບົບ Audio File. ທຳອິດແມ່ນເປັນ Tape ຫຼື Cassette ຕໍ່ມາກໍຈະເຣີນຂຶ້ນ ປ່ຽນມາເປັນ CD ແລ້ວກໍໄດ້ວິວັທນາການມາເປັນ MP3 (ຢ່າຫຼົງກັນກັບ MP2 ຫຼື MP4 ຊຶ່ງແມ່ນຣະບົບຂອງ Video). ເພງທີ່ເປັນຣະບົບ MP3 ມີແຕ່ຟັງໄດ້ ບໍ່ສາມາດຄວບຄຸມການປ່ຽນສຽງເຄື່ອງເສບຄືສຳເນົາ Karaoké ຫຼື Midifile ໄດ້.

2) MIDI File ຫຼື Midifile ໝາຍເຖິງ ເອກະສານ Midi ຊຶ່ງຫຍໍ້ມາຈາກ Musical Instrument Digital Interface ແປວ່າ ຣະບົບສື່ສານຂອງເຄື່ອງດົນຕຣີດິຈິຕອນ. Midifile ບໍ່ສາມາດເກັບສຽງໄວ້ໄດ້ຄື ຣະບົບ MP3 ຍົກຕົວຢ່າງ ເຮົາບໍ່ສາມາດອັດສຽງຮ້ອງຫຼືສຽງເວົ້າ ໃສ່ໃນ Midifile. ແຕ່ທັງສອງຣະບົບ ໄດ້ຖືກນຳມາໃຊ້ງານໃນການປະດິດແລະກະຈາຍສຽງເພງ ສຳລັບເຄື່ອງດົນຕຣີດິຈິຕອນໂດຍສະເພາະ ແມ່ນທັງໃນ Computer ແລະ Internet.

ເພື່ອໃຫ້ເຂົ້າໃຈງ່າຍໆ Midifile ປຽບດັ່ງເອກະສານທີ່ເກັບໂນຕດົນຕຣີໄວ້ (ແຕ່ບໍ່ສາມາດເກັບສຽງຮ້ອງຫຼືສຽງຂອງເຄື່ອງບັນເລງໃສ່ໄວ້ນຳໄດ້) ຄ້າຍຄືຮູບພາບ ທີ່ຖືກຖ່າຍແລະເກັບໄວ້ໃນກ້ອງຖ່າຍ ແຕ່ບໍ່ທັນໄດ້ຂຍາຍຫຼືພິມອອກໃສ່ເຈັ້ຽໃຫ້ເຫັນດ້ວຍຕາ. ໝາຍຄວາມວ່າ ເພງທີ່ເປັນຣະບົບ Midifile ຈະບໍ່ມີສຽງອັນໃດທັງໝົດ ມັນເປັນພຽງເອກະສານທີ່ເຕັມໄປດ້ວຍຣະຫັດຂອງໂນຕດົນຕຣີ ຊຶ່ງຜູ່ສ້າງຫຼືນັກດົນຕຣີ ໄດ້ອັດບັນທຶກລີລາການບັນເລງເພງໄວ້ ໂດຍການໃຊ້ເຄື່ອງດົນຕຣີດິຈິຕອນ ແລະເຄື່ອງບັນທຶກຣະບົບ MIDI ຊຶ່ງເອີ້ນວ່າ MIDI Sequencer ຄ້າຍໆຄືເຄື່ອງອັດສຽງ Multi Tracks.

ເມື່ອເຮົາເປີດເພງ Midifile ດ້ວຍເຄື່ອງດົນຕຣີດິຈິຕອນ ທີ່ເຂົ້າໃຈພາສາ MIDI, ເຮົາຈຶ່ງໄດ້ຍິນສຽງດົນຕຣີທີ່ຜູ່ອັດໄດ້ບັນທຶກໄວ້ນັ້ນ ດັງອອກມາເປັນເພງ.

ເວົ້າມາຮອດນີ້ ເຮົາພໍຈະເຂົ້າໃຈແດ່ແລ້ວວ່າ MIDI ແມ່ນພາສາຣະຫັດລັບຊະນິດນຶ່ງ ທີ່ໄດ້ຖືກປະດິດຂຶ້ນມາ ເພື່ອເປັນພາສາສື່ສານ ຣະຫວ່າງເຄື່ອງດິຈິຕອນ MIDI ດ້ວຍກັນ ຈະແມ່ນ Keyboard, Synthesizer, Computer ຫຼືອື່ນໆ ຜູ່ທີ່ເຂົ້າໃຈພາສານີ້ ກໍຈະສາມາດສື່ສານແລກປ່ຽນ ສຽງດົນຕຣີແລະບົດເພງກັນໄດ້ຢ່າງສະດວກສະບາຍ.

ດັ່ງນັ້ນ, Keyboard MIDI ຈຶ່ງສາມາດບັນທຶກໂນຕເພງໃສ່ໃນ MIDI Sequencer ໄດ້ ແລະເມື່ອເວລາເຮົາເປີດອ່ານເພງດັ່ງກ່າວ, ບັນດາໂນຕທີ່ຖືກອັດບັນທຶກໄວ້ ຈະໄດ້ຮັບການອ່ານແລະຫຼິ້ນ ໂດຍສຽງຂອງເຄື່ອງດົນຕຣີນາໆຊະນິດ ຊຶ່ງສຽງຂອງເຄື່ອງດົນຕຣີເຫຼົ່ານີ້ ໄດ້ຖືກເກັບໄວ້ໃນຕົວຂອງ Keyboard MIDI ນັ້ນເອງ.

ມາຮອດນີ້ ຫຼາຍຄົນອາດຈະຕັ້ງຄຳຖາມໃໝ່ວ່າ Midifile ພ້ອມທັງຣະບົບ MIDI ອັນເປັນພາສາອັນສັບສົນປົນເລຂອງມັນທັງເໝິດ ແມ່ນເພື່ອຫຼິ້ນສຽງດົນຕຣີແລະສຽງເພງ ຄ້າຍຄືກັນກັບຣະບົບ MP3 ແລ້ວເປັນຫຍັງບໍ່ພາກັນອັດສຽງທັງໝົດເປັນຣະບົບ MP3 ໃຫ້ມັນແລ້ວຊະ?

  • ເຫດຜົນທີ່ນຶ່ງແມ່ນ ເອກະສານ MIDI ມີນໍ້າໜັກເບົາກວ່າຣະບົບ MP3 ຫຼາຍຮ້ອຍເທົ່າ ພາໃຫ້ການສົ່ງ ການຮັບຂໍ້ມູນ ແລະການແລກປ່ຽນສື່ສານມີຄວາມສະດວກສະບາຍກວ່າ.
  • ເຫດຜົນທີ່ສອງ ແລະທີ່ສຳຄັນທີ່ສຸດນັ້ນກໍຄື ໂນຕດົນຕຣີທີ່ບັນທຶກໄວ້ໃນ Midifile ສາມາດມີການດັດແປງແກ້ໄຂໄດ້ຕາມໃຈຜູ່ໃຊ້ ຊຶ່ງເຮົາຈະບໍ່ສາມາດເຮັດໄດ້ກັບຣະບົບ MP3.
  • ເຫດຜົນທີ່ສາມ ພາສາ MIDI ຍັງສາມາດໃຊ້ງານໃນການ ຈັດແຈງແລະຮຽບຮຽງຣະດັບສຽງດົນຕຣີຂອງເພງ (Mixage) ປ່ຽນເຄື່ອງດົນຕຣີທີ່ຫຼິ້ນສຽງໃດສຽງນຶ່ງເປັນສຽງໃໝ່ໄດ້ຕາມໃຈ ຕລອດຮອດການຕື່ມແຕ້ມ Effets ຫຼືມອດເຄື່ອງດົນຕຣີຊະນິດໃດຊະນິດນຶ່ງ ບໍ່ໃຫ້ໄດ້ຍິນຊົ່ວຄາວຫຼຶຖາວອນ ກໍໄດ້ແລ້ວແຕ່ໃຈມັກ.

ນອກຈາກນີ້ພາສາ MIDI ຍັງສາມາດຄວບຄຸມແລະບັງຄັບຮອດ ຣະບົບແສງໄຟເທິງເວທີໄດ້ອີກດ້ວຍ.

ພາສາ MIDI ໄດ້ຖືກປະດິດຄິດຄົ້ນຂຶ້ນໃນຕົ້ນປີ ຄ.ສ. 1980 ແລະໄດ້ຖືກຮັບຮອງຈາກຫຼາຍໆຍີ່ຫໍ້ດົນຕຣີດີຈິຕອນທົ່ວໂລກ ມີການວິວັທການແລະກ້າວໜ້າ ຈົນກາຍເປັນຣະບົບພາສາມາຕຖານສາກົນຂອງດົນຕຣີການໄປໂດຍສິ້ນເຊີງ.

ທຸກມື້ນີ້ ຈະບໍ່ມີເຄື່ອງດົນຕຣີດີຈິຕອນຊະນິດໃດ ທີ່ບໍ່ມີຣະບົບ MIDI ໂດຍສະເພາະ Keyboards. ການຮຽນຮູ້ພາສາ MIDI ຈຶ່ງເປັນສິ່ງທີ່ສຳຄັນ ສຳລັບຜູ່ທີ່ຫັດຫຼິ້ນ Keyboards ແລະສແວງຢາກມີຄວາມກ້າວໜ້າ ຄຽງຄູ່ກັບການສຶກສາພາສາໂນຕສາກົນໄປພ້ອມ.

Paris, 18 ມົກກະຣາ 2017

“Chord Keyboard & Guitar ຕ່າງກັນແນວໃດ?”

  • ມີຫຼາຍຄົນຂ້ອງໃຈ ຕັ້ງຄຳຖາມມາວ່າ Chord Keyboard ກັບ Chord Guitar ແມ່ນອັນດຽວກັນບໍ່?
  • Chord Keyboard ເອົາໄປຫຼິ້ນຢູ່ເທິງ Guitar ຈະເຂົ້າກັນບໍ່?
Chord C Major

ກ່ອນອື່ນ Chord ແມ່ນຫຍັງ?

ໃນຫຼັກການທາງດົນຕຣີ, Chord ໝາຍເຖິງກຸ່ມສຽງປະສານຂອງໂນຕຫຼາຍໆໂຕ ທີ່ເຮົາໄດ້ຍິນພ້ອມໆກັນ (ສອງຫຼືຫຼາຍກວ່າສອງສຽງຂຶ້ນໄປ ແລະໂດຍທົ່ວໄປຈະແມ່ນ ສາມສຽງ).

Chord Keyboard ກັບ Chord Guitar ແມ່ນອັນດຽວກັນບໍ່?

ຄໍາຕອບທີ່ຖືກຕ້ອງຄື : ແມ່ນ ແລະ ບໍ່ແມ່ນ.

  • ບໍ່ແມ່ນ – ເພາະວ່າເວລາກົດຫຼືດີດນີ້ວຫຼິ້ນ ຮູບຮ່າງແມ່ນແຕກຕ່າງກັນ ແລະສີສັນຂອງສຽງກໍບໍ່ຄືກັນ.
  • ແມ່ນ – ເພາະວ່າກຸ່ມໂຕໂນຕທີ່ປະກອບເປັນສຽງປະສານໃນການສ້າງເປັນ Chord ແມ່ນອັນດຽວກັນ.

ເຄື່ອງດົນຕຣີໜ່ວຍນຶ່ງ ທີ່ບໍ່ສາມາດຫຼິ້ນຫຼາຍໆໂຕໂນຕປະສົມປະສານກັນໃຫ້ເຮົາໄດ້ຍິນສຽງພ້ອມໆກັນ ຈະບໍ່ສາມາດຫຼິ້ນ Chord ໄດ້, ຕົວຢ່າງ ຂຸ່ຍ, ແກ, ກອງ… ໃນບາງກໍຣະນີພິເສດ ເຮົາສາມາດຈັດແຈງໃຫ້ເຄື່ອງດົນຕຣີປະເພດ ເຄື່ອງເປົ່າ (ຂຸ່ຍ, ແກ) ຫຼືເຄື່ອງສາຍ (ຊໍ, ໄວໂອລິນ) ຫຼາຍໆໜ່ວຍໃຫ້ຫຼິ້ນພ້ອມໆກັນ ໂດຍແບ່ງໜ້າທີ່ ໃຫ້ແຕ່ລະໜ່ວຍຫຼິ້ນໂຕໂນຕທີ່ປະກອບເປັນ Chord ນຶ່ງໆໄດ້.

Chord ໃຊ້ໄວ້ເຮັດຫຍັງ? ແລະໃຊ້ເວລາໃດໃນບົດເພງ?

Chord (ທັງຂອງ Keyboard ແລະ Guitar) ແມ່ນໃຊ້ສຳລັບ ມາຊ່ອຍປະກອບການປະສົມປະສານສຽງ ເຊີດຊູທຳນອງ ແລະຈັງຫວະຂອງບົດເພງ.
ຕົວຢ່າງ Chord ທີ່ມີຊື່ວ່າ C Major ຫຼື Do Majeur (Chord C ທັມມະດາ) ປະກອບດ້ວຍ 3 ໂຕໂນຕອັນໄດ້ແກ່ C – E – G ເຖິງແມ່ນຈະດີດຫຼິ້ນດ້ວຍ Guitar ຫຼືກົດຫຼິ້ນດ້ວຍ Keyboard ກໍໝາຍເຖິງ Chord ທີ່ມີຊື່ວ່າ C ຢູ່ຄືເກົ່າ ຈະແຕກຕ່າງກັນກໍພຽງແຕ່ ສີສັນຂອງເຄື່ອງດົນຕຣີທີ່ໃຊ້ເສບ ແລະລີລາການປັດດີດຂອງແຕ່ລະເຄື່ອງ ຊຶ່ງອັນນີ້ແມ່ນຂຶ້ນກັບຈັງຫວະຂອງແຕ່ລະເພງ ແລະເທັກນິກວິທີການໃນການນຳໃຊ້.

ໂດຍປົກກະຕິ Chord Guitar ແມ່ນມີໜ້າທີ່ໃຊ້ດີດເປັນຈັງຫວະຂອງເພງ ໂດຍອາສັຍລີລາແລະເທັກນິກການປັດແກວ່ງຂອງມືຂວາ ໃນຂະນະທີ່ມືຊ້າຍທຳໜ້າທີ່ກົດສາຍຂອງກຸ່ມໂຕໂນຕ ທີ່ປະກອບເປັນກຸ່ມຊຶ່ງມີສຽງກົມກຽວກັນ.
Chord ຂອງ Keyboard ຊຶ່ງປົກກະຕິຫຼິ້ນດ້ວຍມືຊ້າຍ ແຕ່ບໍ່ສເມີໄປ (ໃນບາງກໍຣະນີ ແມ່ນຫຼິ້ນດ້ວຍມືຂວາ) ແມ່ນມີໜ້າທີ່ ນອກຈາກຕົບດີດເປັນຈັງຫວະຂອງເພງ ດັ່ງ Chord Guitar ດັ່ງກ່າວມາແລ້ວ, ຍັງສາມາດໃຊ້ເປັນຜູ່ທຳໜ້າທີ່ ປູພື້ນສຽງໃຫ້ບົດເພງໄດ້ອີກດ້ວຍ.

Paris, 12 ມີນາ 2018