ເພງ “ວານລົມບອກ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1984)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ວານລົມບອກ”

1) ລົມ ພັດໂບກໄປໄກສຸດໂຍດ
ລົມ ທີ່ພັດຜ່ານໂຂດເຂົາ
ຊ່ວຍຫອບເພງນີ້ ໄປເຖິງດິນລາວ
ເພື່ອໄປສົ່ງຂ່າວ ວ່າຂ້ອຍຫ່ວງຫາ

2) ໄກ ຍິ່ງຫ່າງໄປໄກຈາກເຈົ້າ
ເຫງົາ ຂ້ອຍເຫງົາຫງ່ວມຄວນຫາ
ແຜ່ນດິນທີ່ຮັກ ຜືນພະສຸທາ
ອັນຜືນກຳເນີດຂ້າ ປານນີ້ເປັນເຊັ່ນໃດ

• ຂ້ອຍຈາກມາ ຄາວນີ້
ທຸກນາທີ ຮ້ອງໄຫ້
ຈະຢູ່ແຜ່ນ ດິນໃດ
ບໍ່ເໝືອນຢູ່ ດິນລາວ

3) ໄກ ຍິ່ງຫ່າງໄປໃຈຍິ່ງຫ່ວງ
ຫວງ ຂ້ອຍຫວງແຕ່ດິນລາວ
ຢາກກັບໄປສ້າງສາ ບ້ານເກີດຂອງເຮົາ
ລົມເອີຍຊ່ວຍບອກຂ່າວ ແທນຂ້ອຍທີເຖິດລົມ…

ໂນຕເພງ “ວານລົມບອກ”
ວິດີໂອໂນຕບັນເລງເພງ “ວານລົມບອກ”

ເພງ “ຜູ່ຊາຍໜ້າລາຍຕັກກະແຕນ”

ເນື້ອຮ້ອງ & ທຳນອງ : ສິລ ເມືອງໃຕ້ (1963)
ນັກຮ້ອງຕົ້ນສະບັບ : ຈັນທີ ສິຣິພອນ

ວິດີໂອດົນຕຣີບັນເລງເພງ “ຜູ່ຊາຍໜ້າລາຍຕັກກະແຕນ”

1) ຜູ່ຊາຍຮ້ອງເພງຮ້ອງສົ່ງ ວ່າຍິງອົ່ງອວດດີນາໆ
ເຫດຊາຍເອງບໍ່ວ່າ ຫຼອກຍິງມາແລ້ວເທົ່າໃດ
ຍິງເສັຽຊື່ເລົ່າລືກັນຍົກໃຫຍ່ ກໍຍ້ອນຜູ່ຊາຍໜ້າລາຍຕັກກະແຕນ
ຕັກກະແຕນຕັກກະແຕນ ໜ້າລາຍ
ໜ້າຜູ່ຊາຍໜ້າລາຍ ຕັກກະແຕນ…

2) ຜູ່ຍິງເຄີຍພົບມາ ກໍຍ້ອນຜູ່ຊາຍນີ້ລະຕົວການ
ຄອຍຕາມລ້າງຕາມຜານ ຊອກເປັນມານຜູ່ຍິງທົ່ວແດນ
ເພິ່ນວ່າເພິ່ນນັ້ນຍັງ ຄອງຄວາມໂສດບອກໂລດແປນໆ
ແຕ່ເບື້ອງຫຼັງນັ້ນແສນ ທັງຊູ້ທັງແຟນເມັຽນ້ອຍເມັຽຫຼວງ
ແສນລວງແສນລວງຜູ່ຊາຍ ແສນລວງແສນລວງຜູ່ຊາຍ…

3) ຜູ່ຍິງເກີດມີປັນຫາ ໂລກແຕກຂຶ້ນມາກໍຍ້ອນຜູ່ຊາຍ
ແລ້ວຈິເຮັດຈັ່ງໃດ ເພື່ອນຍິງຈົ່ງໄດ້ຊັ່ງຕວງ
ກ່ອນຈະຮັກຜູ່ຊາຍ ສືບຕົ້ນສືບປາຍໃຫ້ດີຢ່າລ່ວງ
ເພາະຊາຍບໍ່ແຂວນປ້າຍກີ່ດວງ ຂ້ອຍຈຶ່ງເປັນຫ່ວງຮ້ອງເພງເຕືອນເພື່ອນຍິງ
ຮ້າຍຈິງຮ້າຍຈິງຜູ່ຊາຍ ຮ້າຍຈິງຮ້າຍຈິງຜູ່ຊາຍ…

4) ມືໄວກໍເປັນທີ່ນຶ່ງ ທ່າລີງກໍສຸດຜູ່ຊາຍ
ປາກວ່າມືທັງພ້ອມບາຍ ຣະວັງເອົາໄວ້ເຖີດເພື່ອນຍິງ
ຢ່າໄປຫຼົງເຊື່ອຄຳ ຂອງຜູ່ຊາຍໝາຍພຽງແອບອິງ
ເມື່ອສົມໃຈທຸກສິ່ງ ແລ້ວຊາຍຈະຖິ້ມໃຫ້ແລ້ງປ່ຽວດຽວດາຍ
ຜູ່ຊາຍຜູ່ຊາຍແສນລວງ ແສນລວງແສນລວງຜູ່ຊາຍ…

ໂນຕເພງ “ຜູ່ຊາຍໜ້າລາຍຕັກກະແຕນ”
ວິດີໂອໂນຕບັນເລງເພງ “ຜູ່ຊາຍໜ້າລາຍຕັກກະແຕນ”

ເພງ “ສາວດ່າສາວມັກ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງ (1969)
ນັກຮ້ອງຕົ້ນສະບັບ : ຈ. ປະຈັກໃຈ

ວິດີໂອດົນຕຣີບັນເລງເພງ “ສາວດ່າສາວມັກ”

1) ສາວດ່າ ຂ້ອຍວ່າສາວມັກ
ສາວຮັກ ສາວຕ້ອງທຳທ່າງອນ
ສາວເບະສົບ ຂ້ອຍວ່າສາວໃຫ້ພອນ
ເມື່ອເດິກອ່ອນຊອນ ຂ້ອຍຝັນຖືກເບີໂຕກົງ

2) ສາວປ້ອຍ ສາວອ່ອຍອ້າຍໄປຂໍ
ສາວໜ້າງໍ ສາວລໍໃຫ້ອ້າຍໄປສົ່ງ
ສາວຄິດຮັກ ຕ້ອງທຳທ່າອວດຊົງ
ຂ້ອຍບໍ່ຢາກພະວົງ ເພາະຢ້ານສາວຫຼົງແລ່ນຕາມ

• ຄາວໄປເຫຼັ້ນ ມີເພື່ອນມາກມາຍ
ສາວວາງທ່າລວດລາຍ ເສີຍເມີຍບໍ່ກ່ຽວນຳ
ນັ້ນລະສາວຮັກ ທາງໃນແຕ່ໃຈດຳ
ບາດໝູ່ໜີໝົດກໍທຳ ເຮັດໄປຕາມເຮົາຊອບໃຈ

3) ສາວບໍ່ປາກ ສາວມັກເຮົາແລ້ວແນ່ນອນ
ພໍເດິກອ່ອນຊອນ ຍາມນອນຫຍັບເຂົ້າໃກ້ໆ
ຫາກສາວຢິກ ຊ່າງມັນໃຫ້ກອດໄວໆ
ຫາກເລັບມືຍາວເກີນໄປ ເລືອດຫຼັ່ງໄຫຼຢ່າຫົວຊາ…

ໂນຕເພງ “ສາວດ່າສາວມັກ”
ວິດີໂອໂນຕບັນເລງເພງ “ສາວດ່າສາວມັກ”

ເພງ “ຍອດນາຣີສີເມືອງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ເພັດດາຣາ (1963)
ນັກຮ້ອງຕົ້ນສະບັບ : ກອບແກ້ວ ປ່ຽມມະໄລ

ວິດີໂອດົນຕຣີບັນເລງເພງ “ຍອດນາຣີສີເມືອງ”

1) ຍອດນາຣີ ແຫ່ງສີເມືອງ
ຊື່ນ້ອງລືກະເດື່ອງ ຊາວເມືອງກ່າວຂານວ່າງາມ
ຊາຍໃດເຫັນນ້ອງ ກໍຕ້ອງຫຼົງໃຫຼຕິດຕາມ
ຄົງເປັນຍອດແຫ່ງຄົນງາມ ດ້ວຍຄວາມຊື່ສັດຕໍ່ນ້ອງ

2) ເທບວິມານ ເສກສັນມາ
ຄວາມສວຍນ້ອງລົ້ນຄ່າ ເກີນກວ່າຄົນທຸກຈະປອງ
ເໝືອນຈັນຢູ່ຟ້າ ກະຕ່າຍແຫງນໜ້າແລມອງ
ເມື່ອໃດໜໍຈະໄດ້ຄອງ ນວນນ້ອງດັ່ງປຣາຖນາ

• ແມ່ນບຸນອ້າຍສ້າງ ແຕ່ປາງກ່ອນກີ້ມາກມາຍ
ນ້ອງຄົງຈະຄິດເຫັນໃຈ ຕອບຮັກອ້າຍໃຫ້ສົມອຸຣາ
ອ້າຍຫຼົງຮັກເຈົ້າ ຄໍ່າຄືນເຝົ້າແຕ່ຄວນຫາ
ຄອຍໆຄອຍວັນວິວາ ໂອ້ ແກ້ວຕານ້ອງຢ່າໄດ້ອາຍ

3) ຍອດນາຣີ ທີ່ອ້າຍຫຼົງປອງ
ອ້າຍຂໍຮັກນວນນ້ອງ ຈະຄອງຮັກນີ້ຈົນຕາຍ
ແມ່ນຫາກສິ້ນຫວັງ ບໍ່ໄດ້ດັ່ງໃຈໝັ້ນໝາຍ
ອ້າຍເຫັນຈະຕ້ອງລາຕາຍ ມອບກາຍກັບສາສນາ…

ໂນຕເພງ “ຍອດນາຣີສີເມືອງ”
ວິດີໂອໂນຕບັນເລງເພງ “ຍອດນາຣີສີເມືອງ”

ເພງ “ຍາມຮັກຍາມຊັງ”

ເນື້ອຮ້ອງ & ທຳນອງ : ເພັດສມອນ (~1970)
ນັກຮ້ອງຕົ້ນສະບັບ : ເພັດສມອນ

ວິດີໂອດົນຕຣີບັນເລງເພງ “ຍາມຮັກຍາມຊັງ”

1) ຄວາມຮັກ ນ້ອງສຸດຈະພິສູດທັນ
ເພາະວ່າມັນ ຮ້ອນກວ່າໄຟໄວກວ່າສຽງ
ຄົນຄອຍເຝົ້າ ເອົາໃຈຮັກໃຫ້ຮ່ວມຮຽງ
ຣົສກິ່ນອາຍມີພຽງ ຫຼອກໃຫ້ສ່ຽງເປັນທາດຖວິນ

2) ຍາມຮັກ ນ້ອງບອກວ່າຮັກກວ່າໃຜ
ຮັກລົ້ນໃຈ ຮັກລົ້ນຟ້າລົ້ນແຜ່ນດິນ
ມີຊາຍອື່ນ ໝື່ນພັນໝາຍໝັ້ນຍຸພິນ
ນ້ອງບໍ່ເຄີຍສົນໃຈໃຜສິ້ນ ໃຕ້ຟ້າເໜືອດິນມີອ້າຍເທົ່ານັ້ນ

• ຍາມຊັງ ປຽບອ້າຍດັ່ງເປັນໜາມຊີວິດ
ຄອຍປັກຄອຍຂີດ ໃຫ້ເປັນແຜແກ່ຊີວັນ
ໃຜແລ້ວໜໍ ມ້າງວິມານຮັກເຮົາກ່ອນນັ້ນ
ພຽງອ້າຍຈົນກວ່າຈອມຂວັນ ນ້ອງກໍຫັນໄປມີຮັກໃໝ່

3) ຄວາມທຸກ ອ້າຍຜີກຫຼີກໜີບໍ່ເປັນ
ເພາະກົດເກນ ເໜືອໂລກຄົນນັ້ນແຜ່ຜາຍ
ແມ່ນເລືອກເກີດ ເອົາກັນທຸກຊັ້ນດັ່ງໃຈ
ໃຜຈະມາຮັບຄວາມທຸກໄຮ້ ຄົງເລືອກເກີດໃນຊົນຊັ້ນເສດຖີ…

ໂນຕເພງ “ຍາມຮັກຍາມຊັງ”
ວິດີໂອໂນຕບັນເລງເພງ “ຍາມຮັກຍາມຊັງ”

ເພງ “ອຳນາດຮັກ”

ເນື້ອຮ້ອງ & ທຳນອງ : ສິດ ດົງໂດກ (~1973)
ນັກຮ້ອງຕົ້ນສະບັບ : ແສງອາຣຸນ ສິດທິພັນ

ວິດີໂອດົນຕຣີບັນເລງເພງ “ອຳນາດຮັກ”

1) ຍາມຮັກກັນ ຂົມຂື່ນນ້ອງກໍວ່າຫວານ
ຍາມຮັກກັນ ຄວາມທຸກນ້ອງກໍລືມສິ້ນ
ເຂົ້າຂາດແລງແກງຂາດໝໍ້ ນ້ອງບໍ່ຖວິນ
ຜັກຫຍ້ານ້ອງກໍຈະກິນ ຈອມດອຍນ້ອງກໍຈະຢູ່
ຫາກມີອ້າຍ ຢູ່ແຫ່ງນັ້ນ

2) ຍາມຮັກກັນ ແສນຮັກປານຈະກືນກິນ
ເຖິງແຜ່ນດິນ ນະທີຈະຂວາງກີດກັ້ນ
ອຸປສັກຈະມີເປັນຮ້ອຍ ເປັນພັນ
ຜູ່ໃຫຍ່ຈະຄອຍຫັກຫານ ນ້ອງຈະບໍ່ຂໍເປັນອື່ນ
ສິ່ງດຽວຄື ຈະທົນເອົາ

• ອຳນາດແຫ່ງຄວາມຮັກ ໜັກເກີນແຜ່ນດິນແຜ່ນຟ້າ
ແມ່ນໍ້າຜືນພະສຸທາ ວ່າເລິກບໍ່ເຖິງໃຈເຮົາ
ພູຜາຫິນແຜ່ນລານ ໜັກລໍ້າປຽບໃສ່ຍັງເບົາ
ຢູ່ໄກຮ່ອມຫ້ວຍພູເຂົາ ແຮງຮັກຍັງສົ່ງເຖິງຢູ່
ເພາະຮັກນັ້ນ ບໍ່ຈືດຈາງ

3) ຍາມຮັກກັນ ນາຣົກກໍເປັນສວັນ
ຍາມຊັງກັນ ສວັນກໍເລີຍອ້າງຫວ້າງ
ນົວຫວານມັນ ກໍກາຍເປັນຈືດເປັນຈາງ
ຄວາມຮັກກາຍເປັນບາດໝາງ ເອົາແນ່ບໍ່ໄດ້ດອກຮັກ…

ໂນຕເພງ “ອຳນາດຮັກ”
ວິດີໂອໂນຕບັນເລງເພງ “ອຳນາດຮັກ”

ເພງ “ຫລວງພຣະບາງທີ່ຝັງໃຈ”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ (~1973)
ນັກຮ້ອງຕົ້ນສະບັບ : ສຸນທອນ ເທວາ

ວິດີໂອດົນຕຣີບັນເລງເພງ “ຫລວງພຣະບາງທີ່ຝັງໃຈ”

1) ຈຳຈາກເມືອງຫລວງ ແລ້ວໃຈຫ່ວງຫາ
ຕ້ອງຈາກສາວງາມໂສພາ ຈາກລາແລ້ວໃຈໄຫວຫວັ່ນ
ບໍ່ໄດ້ລາລັບ ຄົງໄດ້ກັບມາອີກຈັກວັນ
ຖ້າກັບໄປເຖິງວຽງຈັນ ສອງສາມວັນຈະຈົດໝາຍມາ

2) ຕ້ອງຈາກເມືອງຫລວງ ພຣະບາງຫ່າງໄກ
ເຖິງຈາກໃຈນັ້ນອາລັຍ ຢູ່ໃກ້ນ້ອງທຸກເວລາ
ບໍ່ລືມຄືນນັ້ນ ຄືນທີ່ຢູ່ຮ່ວມກັນສັນຍາ
ບໍ່ລືມຄຳຫວານການດາ ໃຫ້ສັນຍາຢູ່ຝັ່ງນໍ້າຄານ

• ໄຫວ້ວອນ ພຣະບາງອົງພຣະສັກສິດ
ຊ່ວຍເນຣະມິດ ໃຫ້ຄວາມຮັກສອງເຮົາຄົງນານ
ພຣະທາດພູສີ ງາມເດັ່ນຍັງເປັນພະຍານ
ຢ່າລືມເດີ້ຄຳສາບານ ບໍ່ນານຈະຢ້ອນມາໃໝ່

3) ຕ້ອງຈາກເມືອງຫລວງ ພຣະບາງຫ່າງລາ
ຝາກຄຳສາບານສັນຍາ ຈະມາຫານ້ອງຈົນໄດ້
ຈະມາສູ່ຂໍ ນຳແມ່ພໍ່ດ້ວຍຄວາມຈິງໃຈ
ໂປຣດຄອຍຮັກແທ້ຈາກອ້າຍ ຂໍຝັງໃຈຢູ່ຫລວງພຣະບາງ…

ໂນຕເພງ “ຫລວງພຣະບາງທີ່ຝັງໃຈ”
ວິດີໂອໂນຕບັນເລງເພງ “ຫລວງພຣະບາງທີ່ຝັງໃຈ”

ເພງ “ເຕືອນໃຈລາວ”

ເນື້ອຮ້ອງ & ທຳນອງ : ຄຳສີ ສີຣິມະໂນທັມ & ທອງດີ ສຸນທອນວິຈິດ (~1940-50)

ວິດີໂອດົນຕຣີບັນເລງເພງ “ເຕືອນໃຈລາວ”

1) ຍາດວົງພົງເຜົ່າ ເຮົານີ້ເອີຍ ລາວເຮົານີ້ເອີຍ
ເຮັດຄືບໍ່ເຄີຍ ຈະມາເສີຍ ບໍ່ຢາກລຳຄານ
ການຄິດເຊັ່ນນີ້ ຜິດປະເພນີ ພົ້ນວິໄສ
ເພາະໄພຮາວີ ທີ່ໄດ້ເກີດມີ ບໍ່ຫ່າງໄກ
ເຊື້ອລາວຊາວໄພ່ ເກືອບສິ້ນສູນໄປ ໄດ້ເສັຽຊື່
ຄວນຫຼືນ້ອງພີ່ ເຮົາຈະຍິນດີ ໄປຢ່າງໃດ…

2) ຍາດວົງພົງເຜົ່າ ເຮົານີ້ເອີຍ ລາວເຮົານີ້ເອີຍ
ເຮັດຄືບໍ່ເຄີຍ ຈະມາເສີຍ ບໍ່ຢາກລຳຄານ
ກຶກກອງໝອງໄໝ້ ເປັນທີ່ເສັຽໃຈ ໃຫ້ຫວນເຫັນ
ໃຜຮູ້ເຊັ່ນນີ້ ຮີບຕື່ນທັນທີ ຢ່າມົວຝັນ
ເຊື້ອເຜົ່າເຮົານັ້ນ ຕ້ອງຕຸກເຕືອນກັນ ທຸກເວລາ
ຫາທີ່ປ້ອງກັນ ປະເທດເຮົານັ້ນ ໃຫ້ໝັ້ນຄົງ

3) ຍາດວົງພົງເຜົ່າ ເຮົານີ້ເອີຍ ລາວເຮົານີ້ເອີຍ
ເຮັດຄືບໍ່ເຄີຍ ຈະມາເສີຍ ບໍ່ຢາກລຳຄານ
ທ່າທີດີເລີດ ອັນຈະປະເສີດ ສົມໃຈປອງ
ຊາວເຮົາພີ່ນ້ອງ ຕ້ອງຮັກແພງກັນ ນັ້ນແສນດີ
ຊ່ວຍສ້າງຄວາມດີ ຈົນໝົດຊີວີ ທີ່ໝັ້ນໝາຍ
ເປັນຕາຍຮ່ວມທຸກ ເປັນສຸກຍິ່ງດີ ດັ່ງນີ້ໄປ…

ວິດີໂອໂນຕບັນເລງເພງ “ເຕືອນໃຈລາວ”

ເພງ “ລາວຮ່ວມສຳພັນ”

ເນື້ອຮ້ອງ & ທຳນອງ : ຄຳສີ ສີຣິມະໂນທັມ & ທອງດີ ສຸນທອນວິຈິດ (~1940-50)

ວິດີໂອດົນຕຣີບັນເລງເພງ “ລາວຮ່ວມສຳພັນ”

1) ຖິ່ນຖານບ້ານເກີດຂອງເຮົາ ມີແຕ່ພູເຂົາເຫຼົ່າຜາປ່າດົງ
ພົງໄພອັນໃຫຍ່ແລະກວ້າງ ເໝີຍໝີໝູ່ກວາງລ່ວງຕາມແຄມເຊ
ເຊົ້າເຢັນເຮົາແລເຫັນໄມ້ ໝອກມົວກົ້ວໃບແສງໃສສ່ອງມາ
ແຂກເຂົາກາເວົ່າຂັນຮ້ອງ ຟັງສຽງນໍ້ານອງໂຕນຕາດຕີນຜາ
ອາບເຫຼັ້ນເຢັນໃຈຫາຍຮ້ອນ ຫາຍສ່ວງອຸທອນພັກຜ່ອນກາຍາ…

2) ບ້ານເຮົາບໍ່ເປັນເຊັ່ນນີ້ ທົ່ງກ້ວາງຂວາງດີສຸດສິ້ນຊົ່ວຕາ
ມີ້ມ່ວງດວງດອກນາຣີ ບານຈໍ່ຈູມຈີມີມາກໜັກໜາ
ພ້າວຕານຫວານຜຸຜາງສົ້ມ ເກີນແສນອຸດົມທັງເຂົ້າແລະປາ
ບ້ານຫຼາຍຢາຍຕາມທົ່ງໃຫຍ່ ແຄມນໍ້າວັງໃສສ່ອງເຫັນໝູ່ປາ
ບ່າວສາວທັງພວກຊາວບ້ານ ຍູທ່າງທຳການຊື່ນບານອຸຣາ…

3) ແດນລາວຍືດຍາວຄາວໄກ ມີຊື່ລືໄວ້ລ້ານຊ້າງເດີມມາ
ຢູ່ເໜືອຫຼືວ່າຢູ່ໃຕ້ ບໍ່ແມ່ນອື່ນໄກລ້ວນແຕ່ໄທລາວ
ພີ່ນ້ອງປົກປ້ອງກັນມາ ຢ່າຕິຢ່າວ່າໄທເໜືອໄທໃຕ້
ຄົນໃດໄດ້ດີມີສຸກ ຊ່ວຍຊູຜູ່ທຸກກັງວົນສົນໃຈ
ເລືອດເນື້ອເຊື້ອແນວແຖວພັນ ເຮົາຕ້ອງຮັກກັນຈົນສິ້ນຊີວາ…

4) ເພື່ອນເອີຍຮີບມາດ້ວຍກັນ ມາຮ່ວມສຳພັນທັງແຮງທັງໃຈ
ໄວໆຮີບມາດ້ວຍກັນ ມາຮ່ວມປ້ອງກັນເລືອດເນື້ອເຊື້ອລາວ
ໄວໆຮີບຮູ້ສຶກໃຈ ຊ່ວຍຣະວັງໄພໃຫ້ລາວຍືນຍົງ
ປົງຈິດຊີວິດແລະກາຍ ເປັນລູກຜູ້ຊາຍຍອມຕາຍເພື່ອຊາດ
ເລືອດຢາດແກ່ຍາດພຽງໃດ ພະລະຈະໃຫຍ່ໄຊຊາດຈະຍາວ…

ໂນຕເພງ “ລາວຮ່ວມສຳພັນ”
ວິດີໂອໂນຕບັນເລງເພງ “ລາວຮ່ວມສຳພັນ”

ເພງ “ນາທີສຸດທ້າຍ”

ເນື້ອຮ້ອງ & ທຳນອງ : ນໍຣະສິງ ດາວວົງ (~1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ນາທີສຸດທ້າຍ”

1) ອີກນາທີດຽວ ອີກນາທີດຽວ ພຽງເທົ່ານັ້ນ
ຈະຈາກພາກກັນ ຈິດຕື້ນຕັນ ຫວັ່ນດວງຣຶທັຍ
ສຸດແຂງໃຈຂົ່ມ ຍັງຕຣອມຕຣົມ ຣະທົມອາລັຍ
ສຸດຄິດຫ່ວງໃຍ ບໍ່ຢາກໄປ ໄກມິ່ງຂວັນ

2) ຢາກຫ້າມເວລາ ຢາກຫ້າມໂລກາ ໃຫ້ຢຸດໝຸນ
ເກງຈະສິ້ນສູນ ຄວາມລະມຸນ ອຸ່ນອາຍສຸກສັນ
ຫວັ່ນນ້ອງມີໃໝ່ ປ່ຽນດວງໃຈ ຫ່າງໄປໄກກັນ
ຈະຊໍ້າຈາບັນ ຫາກສຳພັນ ນັ້ນສິ້ນໃຍ

• ເຫັນພຽງ ໃບໜ້າ
ຍິ້ມສັ່ງລາ ນາທີສຸດທ້າຍ
ມືນ້ອງ ແກວ່ງໄກວ
ດັ່ງເຕືອນໃຈອ້າຍ ຢ່າລືມສັນຍາ

3) ຫາກໄກຫ່າງກັນ ຫາກໄກຫ່າງກັນ ໃຈປັກຝັງ
ເຖິງແຜ່ນຟ້າບັງ ໃຈອ້າຍຍັງ ດັ່ງຈັນຄູ່ຟ້າ
ຈະຄິດຝັນໃຝ່ ພຽງດວງໃຈ ເຖິງໄປສຸດຕາ
ຈະຫວັງຕັ້ງໜ້າ ບໍ່ລືມລາ ແກ້ວຕານາງ…

ໂນຕເພງ “ນາທີສຸດທ້າຍ”
ວິດີໂອໂນຕບັນເລງເພງ “ນາທີສຸດທ້າຍ”