ເພງ “ຂວັນໃຈຊາວດິນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ຂວັນໃຈຊາວດິນ”

1) ປຽບ ນວນນາງເໝືອນດັ່ງດອກຟ້າ
ສູງຄ່າ ເລີດລອຍເວຫາໂສພິນ
ປຽບ ຕົວອ້າຍເປັນເຊັ່ນຊາວດິນ
ມີຄ່າດຸດດັ່ງຫິນ ທຽບກັບເພັດນິນຕ່າງກັນໄກ

2) ວາສນາ ອ້າຍຕ່ຳພຽງນີ້
ເຫຼືອທີ່ ຈະປອງຈະຄິດຝັນໃຝ່
ຈື່ງຂໍ ຮ້ອງພຽງຟ້າຢ່າລືມໄລ
ຂໍຈົ່ງເປັນພລັງໃຈ ເປັນທັງແສງໄຟແກ່ຊາວດິນ

• ອັນສາຍຝົນ ຫຼົ່ນຈາກນະພາ
ເຕີມຕໍ່ຊີວາ ພຶກສາທີ່ຄອຍຖວິນ
ອັນຄວາມປຣານີ ຟ້າມີຕໍ່ຊາວດິນ
ດັ່ງນ້ຳທິບປະພົມຊີວິນ ຊາວດິນໃຫ້ແຈ່ມໃສ

3) ໂປຣດ ສົງສານດ້ວຍເຖີດດອກຟ້າ
ຂໍຢ່າ ປ່ອຍດິນແຫ້ງແລ້ງເຖິງຕາຍ
ຫຼັ່ງຄວາມ ເມຕຕານັ້ນຈາກດວງໃຈ
ດິນຈະຂໍເທີດໄວ້ ເປັນຈອມຂວັນໃຈແຫ່ງຊາວດິນ…

ໂນຕເພງ “ຂວັນໃຈຊາວດິນ”
ວິດີໂອໂນຕບັນເລງເພງ “ຂວັນໃຈຊາວດິນ”

ເພງ “ເຮືອຮັກທ່າຫົວໃຈ”

ເນື້ອຮ້ອງ & ທຳນອງ : ສົມລິຕ ພັນນະວົງສ໌ (~1969)
ນັກຮ້ອງຕົ້ນສະບັບ : ສົມລິຕ ພັນນະວົງສ໌

ວິດີໂອດົນຕຣີບັນເລງເພງ “ເຮືອຮັກທ່າຫົວໃຈ”

1) ຍອດດວງໃຈ ອ້າຍນີ້ໄປບໍ່ລອດ
ເຮຶອຮັກອ້າຍມາຈອດ ຈອດບ່ອນນ້ອງນີ້ເອງ
ອ້າຍມີເຮືອຮັກ ບັນຈຸຮັກຈິງບໍ່ຕ້ອງຫວັ່ນເກງ
ຄວາມຮັກຂອງ ໜຸ່ມຄົນຮ້ອງເພງ
ຮັກແລ້ວ ກໍຕ້ອງຮັກຈິງ

2) ລ່ອງເຮືອໃຈ ຕາມນໍ້າຂອງຄົດລ້ຽວ
ເຮຶອຮັກອ້າຍແສນປ່ຽວ ປ່ຽວໃຈໄຮ້ຄູ່ອີງ
ໄດ້ມາພົບນ້ອງ ທີ່ສຸດໂສພາໃຈກໍຮັກຈິງ
ຂໍນ້ອງນາງ ຢ່າໄດ້ປຣະວິງ
ອ້າຍມອບ ຮັກຈິງດ້ວຍໃຈ

• ໂອ້ນາວາຮັກ ຮື ຮື ຮື ມີນ້ອງ ເປັນທ່າຈອດໄວ້
ເຮຶອຮັກທຽບໃຈນ້ອງ ລອຍລ່ອງມາແຕ່ໄກ
ຂໍຫົວໃຈ ຮັກຈິງໃຫ້ອ້າຍເຖີດໜາ

3) ຍອດດວງໃຈ ອ້າຍນີ້ຍອມເປັນທາດ
ເຮຶອຮັກອ້າຍບໍ່ອາດ ຈາກນວນນ້ອງແກ້ວຕາ
ດ້ວຍວ່າເຮຶອຮັກ ບັນຈຸຮັກເຕັມຈົນລົ້ນອຸຣາ
ຢ້ານເສັຽຈິງ ຢ້ານເຈົ້າຂອງທ່າ ຈະຫຼົ້ມ ເຮືອຮັກອ້າຍຈົມ…

ໂນຕເພງ “ເຮືອຮັກທ່າຫົວໃຈ”
ວິດີໂອໂນຕບັນເລງເພງ “ເຮືອຮັກທ່າຫົວໃຈ”

ເພງ “ນ້ອງຄືທຸກສິ່ງຂອງອ້າຍ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1968)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ນ້ອງຄືທຸກສິ່ງຂອງອ້າຍ”

1) ດຸຈດັ່ງດາຣາ ສາດແສງມາຈາກສວັນ
ດັ່ງນຶ່ງດວງຈັນ ສ່ອງຜືນປະຖະພີ
ນາງຄືໂຄມທອງ ສ່ອງຊີວິດນີ້
ເປັນຣາຊີນີ ແລະເຈົ້າຫົວໃຈ

2) ດຸຈດັ່ງນໍ້າຝົນ ຫຼົ່ນໄຫຼມາຈາກສວັນ
ຕົກເປັນລຳທານ ຫຼໍ່ລ້ຽງພຶກສາໄພ
ນາງຄືກຳລັງ ແຫ່ງພລັງນໍ້າໄຫຼ
ໄຫຼໂລມຣຶທັຍ ໃຫ້ຊີວິດຍືນ

• ນ້ອງຄືທຸກສິ່ງ ທີ່ອ້າຍຕ້ອງການ
ປັກໃຈໃຝ່ຝັນ ທຸກວັນແລະຄືນ
ນັ່ງນອນຍັງເພີ້ ລະເມີຍາມຕື່ນ
ທຸກວັນແລະຄືນ ສຸດຝືນຫົວໃຈ

3) ຂາດນາງເຫວ່ວ້າ ດັ່ງນະພາຂາດເດືອນດາວ
ຕ້ອງທົນງຽບເຫງົາ ໂສກເສົ້າສຸດເສັຽໃຈ
ຄືນວັນອາວອນ ຖອດຖອນຣຶທັຍ
ສິ້ນຮັກໂລມໃຈ ໄດ້ແຕ່ເພີ້ຄວນ…

ໂນຕເພງ “ນ້ອງຄືທຸກສິ່ງຂອງອ້າຍ”
ວິດີໂອໂນຕບັນເລງເພງ “ນ້ອງຄືທຸກສິ່ງຂອງອ້າຍ”

ເພງ “ຄືນນຶ່ງທີ່ບຶງຂຍອງ”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ (≲1970)
ນັກຮ້ອງຕົ້ນສະບັບ : ຄຳຄົມ ເມືອງນະຄອນ

ວິດີໂອດົນຕຣີບັນເລງເພງ “ຄືນນຶ່ງທີ່ບຶງຂຍອງ”

1) ຄືນນຶ່ງ ທີ່ບຶງຂຍອງ
ຮັກສຸກສົມປອງ ຄຽງຄອງແກ້ວຕາ
ຫວານຊື່ນ ສຸກໃຈໜັກໜາ
ແລະໃຫ້ສັນຍາ ບໍ່ແປປ່ຽນຜັນ

2) ມີເຈົ້າ ຢູ່ໃນອ້ອມແຂນ
ເໝືອນນຶ່ງວ່າແດນ ເມືອງແມນສວັນ
ອ້ອນອອດ ດ້ວຍຄວາມສຸກສັນ
ທ່າມກາງແສງຈັນ ສຽງຫວານວອນສັ່ງ

• ຄືນນີ້ ທີ່ບຶງຂຍອງ
ນໍ້າຕານອງ ດ້ວຍຄວາມຜິດຫວັງ
ຂຍອງຍ້ອນຍອກ ຍອກຍ້ອນຄວາມຫຼັງ
ສິ່ງທີ່ຫວັງ ເພພັງໄປສິ້ນ

3) ເຈົ້າຈາກ ຈາກໄປຢູ່ໃສ
ໃຫ້ຂ້າຊໍ້າໃຈ ອາລັຍຖວິນ
ຊົບໜ້າ ເສົ້າໂສກກັບດິນ
ຫວັງໃຫ້ຍຸພິນ ຄືນບຶງຂຍອງ…

ວິດີໂອໂນຕບັນເລງເພງ “ຄືນນຶ່ງທີ່ບຶງຂຍອງ”

ເພງ “ຖິ່ນທອງ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (1967)
ນັກຮ້ອງຕົ້ນສະບັບ : ພອນເທພ ເທພພິທັກສ໌

ວິດີໂອດົນຕຣີບັນເລງເພງ “ຖິ່ນທອງ”

1) ດິນຖິ່ນນີ້ ເປັນບ້ານເຮົາ ເຮົາຮັກເຫຼືອຫຼາຍ
ຈົນວັນຕາຍ ຊີວາວາຍ ດິນຖົມໜ້າ
ແຜ່ນດິນທອງ ຂອງລາວ ລ້ຽງໃຫຍ່ມາ
ບໍ່ລືມຄຸນ ເຂົ້າປາ ແລະອາຫານ

2) ມີຍອດຊັບ ຢູ່ໃນດິນ ສິນຢູ່ໃນນໍ້າ
ມີວິວງາມ ມີຍອດທັມ ມີຫຼາຍດ້ານ
ກະສັດອົງ ກໍຊົງ ຄອຍໂປຣດປານ
ເມື່ອມີທຸກ ຣັຖບານ ຄອຍຊ້ວນຊູ

• ເມືອງລາວນີ້ ທີ່ຂ້າຮັກ ດັ່ງດອກໄມ້
ເກັບເອົາໄວ້ ກາງໃຈ ໃຜມາລູ່
ສູ້ບໍ່ຖອຍ ສູ້ແຄ່ຕາຍ ໃຫ້ໂລກຮູ້
ໃຫ້ລາວຢູ່ ຄູ່ຟ້າ ອະສົງຂັຍ

3) ໃຈໝັ້ນໄວ້ ກະຕັນຍູ ກະຕະເວທີ
ດິນລາວມີ ຄຸນຄວາມດີ ເຫຼືອນັບໄດ້
ໃຫ້ຢູ່ກິນ ໃຫ້ຄວາມ ສຸກສະບາຍ
ຊີບສລາຍ ຂໍມອບກາຍ ໃຫ້ຖິ່ນທອງ…

ວິດີໂອໂນຕບັນເລງເພງ “ຖິ່ນທອງ”

ເພງ “ໂຊກດີທີ່ຮັກ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (~1960)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ໂຊກດີທີ່ຮັກ”

1) ໂປຣດຈົ່ງໂຊກດີ ເຖີດໜໍຈອມໃຈ
ສຸກສັນວິໄລ ສົດໃສທຸກຢ່າງ
ປ່ອຍນ້ອງເລືອກເດີນ ໄປຕາມຫົນທາງ
ທີ່ເຫັນວ່າມັນສວ່າງ ຫຼີກທາງໃຫ້ແລ້ວ

2) ຕັດຈິດສລັດຮັກ ຈາກພາກໄກກັນ
ເມື່ອຮັກມີມານ ກີດກັນຜານແຜ້ວ
ອີກນ້ອງບໍ່ມີ ຈິດໃຈແນ່ແນ່ວ
ປ່ອຍຮັກໃຫ້ເດີນຕາມແກ່ວ ຕາມແຖວແຫ່ງກັມ

• ຖ້ານ້ອງ ເປັນສຸກ
ສິ້ນຄວາມທຸກ ຄວາມຣະທົມເຈັບຊໍ້າ
ອ້າຍນີ້ຍິນດີ ດ້ວຍໃຈນ້ອມນຳ
ຖ້ານ້ອງຊື່ນຊໍ່າ ຝັນດີ

3) ແຕ່ຖ້ານາງເຫງົາ ໂສກເສົ້າອາຣົມ
ເຈັບຊໍ້າບວມບົມ ຂື່ນຂົມເຫຼືອທີ່
ໂປຣດຄືນກັບຫຼັງ ທີ່ຮັງນີ້ທີ
ຈະເຊັດນໍ້າຕານ້ອງນີ້ ບໍ່ໜີຫ່າງໄກ…

ວິດີໂອໂນຕບັນເລງເພງ “ໂຊກດີທີ່ຮັກ”

ເພງ “ຂໍພຽງຮ່າງຝັນ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (~1969)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ຂໍພຽງຮ່າງຝັນ”

1) ຈົ່ງຈອນມາເຖີດ ທີ່ຮັກ
ຝາກໃຈມາຮັກ ກັບຄົນຮັກເກົ່າ
ຫຼັບຕາ ແລ້ວມາ ຮ່ວມເຮືອນຫໍເຮົາ
ອ້າຍແປງໄວ້ຄອຍຂວັນເຈົ້າ ເສົ້າຢູ່ໃນຝັນ

2) ຈົ່ງຈອນມາເຖີດ ທີ່ຮັກ
ເມື່ອທາງແຫ່ງຮັກ ທີ່ຈິງແທ້ນັ້ນ
ຕ່າງເຮົາ ຕ້ອງຈຳ ຫັນຫຼັງໃຫ້ກັນ
ໝົດຫວັງທີ່ຈະຜູກໝັ້ນ ສັມພັນໂສ້ໃຈ

• ສຸດຫ່ວງສຸດຮັກ ກັນປານຈະກືນ
ກໍບໍ່ອາດຝືນ ປະເພນີໄດ້
ຈົ່ງລືມເສັຽ ຄວາມຫວັງທີ່ສລາຍ
ເກັບເສັຽເກັບໄວ້ ຊຶ່ງຄວາມຫງອຍເຫງົາ

3) ຈົ່ງຈອນມາເຖີດ ມິ່ງຂວັນ
ອ້ອມແຂນອ້າຍນັ້ນ ອ້າຄອຍຮັບເຈົ້າ
ຮ່າງຈິງ ນ້ອງເປັນ ຂອງຜູ່ອື່ນເຂົາ
ຈຶ່ງຂໍພົບພຽງຮ່າງເຈົ້າ ແມ່ນພຽງຊົ່ວຝັນ…

ໂນຕເພງ “ຂໍພຽງຮ່າງຝັນ”
ວິດີໂອໂນຕບັນເລງເພງ “ຂໍພຽງຮ່າງຝັນ”

ເພງ “ຄອຍສລາຍ”

ເນື້ອຮ້ອງ & ທຳນອງ : ມານັດ ລຳລະໄມ (∼1970)
ນັກຮ້ອງຕົ້ນສະບັບ : ຄຳສອນ ພົມມະຈັນ

ວິດີໂອດົນຕຣີບັນເລງເພງ “ຄອຍສລາຍ”

1) ຄອຍ… ນ້ອງມາໄດ້ນຶ່ງປີ
ຄອຍຈົນເຖິງບັດນີ້ ຣຶດີອ້າຍຣະບົມ
ໂທ້ເອີຍກ່ອນເຄີຍຊື່ນຊົມ ດຽວນີ້ກັບມາຂື່ນຂົມ
ໃຫ້ຄອຍຕຣົມ ຢູ່ທຸກເວລາ

2) ຄອຍ… ອ້າຍຄອຍໃຫ້ນ້ອງຄືນ
ຫົວໃຈອ້າຍສຸດຝືນ ຈົ່ງຄືນເຖີດແກ້ວຕາ
ອ້າຍຄອຍຄອຍວັນວິວາ ແຕ່ນ້ອງກັບລືມແລ້ວໜາ
ລືມວາຈາ ທີ່ມີຕໍ່ກັນ

• ຫົວໃຈນ້ອງນາງ ຊ່າງບໍ່ແນ່ນອນ
ເອົາແຕ່ຄວາມຫຼອກຫຼອນ ບໍ່ອາວອນມີແຕ່ແປຜັນ
ລືມຮັກເສັຽສິ້ນ ລືມຖິ່ນທີ່ເຄີຍສັມພັນ
ເຈົ້າປຣະຫານຊີວັນ ໃຈອ້າຍນັ້ນຢ່າງເລືອດເຢັນ

3) ຄອຍ… ອ້າຍຄອຍມາແສນນານ
ເໝືອນເທວາສວັນ ລົງທັນອ້າຍທັງເປັນ
ນ້ອງນາງເຈົ້າມາລວງເຫຼັ້ນ ອ້າຍນີ້ສຸດຈະວາຍເວັ້ນ
ເພາະຮັກອ້າຍເປັນ ຄອຍສລາຍເອີຍ…

ເພງ “ຄອຍສລາຍ”
ວິດີໂອໂນຕບັນເລງເພງ “ຄອຍສລາຍ”

ເພງ “ສຸກເຖີດຄົນດີ”

ເນື້ອຮ້ອງ & ທຳນອງ : ຄຳສອນ ພົມມະຈັນ (∼1970)
ນັກຮ້ອງຕົ້ນສະບັບ : ຄຳສອນ ພົມມະຈັນ

ວິດີໂອດົນຕຣີບັນເລງເພງ “ສຸກເຖີດຄົນດີ”

1) ສຸກເຖີດຄົນດີອ້າຍນີ້ຈຳຈາກ
ພາກຂວັນດວງໃຈ ຂໍນ້ອງຢ່າໄດ້ ຄອຍເຝົ້າໂສກສັນ
ອ້າຍໄປຄາວນີ້ເພື່ອຊາດ ເພື່ອສາສນາສັຕຣູຣານ
ອ້າຍໄປປາບມານ ໃຫ້ມັນສູນໄປ

2) ຍິ້ມເຖີດຄົນດີຢ່າມີນໍ້າຕາ ອຸຣາຢ່າເສົ້າ
ອ້າຍຈຳຈາກເຈົ້າ ເຂົ້າປ່າພົງໄພ
ເພື່ອຄວາມຢູ່ເຢັນເປັນສຸກ ເພື່ອປາບມວນທຸກສິ້ນສູນໄປ
ເພື່ອລາວທັງຫຼາຍ ຈະໄດ້ສຸກສັນ

• ນ້ອງຄອຍ ຢູ່ທາງນີ້
ໝັ່ນວອນພຣະສຣີ ຣັຕນະໄຕຣໃຫ້ຄຸ້ມກັນ
ໃຫ້ເຫຼົ່າທະຫານ ພານເດັດຊີວິດໝູ່ມານ
ແລ້ວອ້າຍຈະດ່ວນກັບຫັນ ກອດຮັບຂວັນນ້ອງເລີຍຄົນດີ

3) ສຸກເຖີດດວງໃຈຢ່າໄດ້ຮໍ່າໄຫ້ ໄປເລີຍຂວັນອ່ອນ
ຂໍດວງສມອນ ນອນຫຼັບຝັນດີ
ຢ່າລືມສົ່ງໃຈເຖິງອ້າຍ ທີ່ໄດ້ປອງໝາຍຊີບໄພຣີ
ແລ້ວເຮົາຈະມີ ສຸຂີຮ່ວມກັນ…

ໂນຕເພງ “ສຸກເຖີດຄົນດີ”
ວິດີໂອໂນຕບັນເລງເພງ “ສຸກເຖີດຄົນດີ”

ເພງ “ຮັກນີ້ຫຼືຮັກ”

ເນື້ອຮ້ອງ & ທຳນອງ : ຄຳຕຸ່ນ ວົງສະນິດ (~1970)
ນັກຮ້ອງຕົ້ນສະບັບ : ຄຳຕຸ່ນ ວົງສະນິດ

ວິດີໂອດົນຕຣີບັນເລງເພງ “ຮັກນີ້ຫຼືຮັກ”

(ສອຍ)
ຮັກນີ້ຫຼືຮັກ ເມື່ອຍາມຮັກເອົາອົກເອົາໃຈ
ຍາມຊັງ ເຂົາຄວງຄົນໃໝ່
ມາຂີ້ໃສ່ຫົວໃຈ ທັງເຈັບທັງເໝັນ

1) ຮັກຂອງຜູ່ຍິງ ຮັກຈິງລະບໍ່ເຫັນວ່າມີ
ຕໍ່ໜ້າເອົາຈິງເອົາຈັງ ລັບຫຼັງນອກຈິດນອກໃຈ
ເຜີແຕ່ພຽງໜ້ອຍດຽວ ຫາກ້ຽວຜູ່ຊາຍຄົນໃໝ່
ໃຜວ່າຮັກໝົດຫົວໃຈ ຢູ່ໃສລະບໍ່ເຫັນວ່າມີ…

(ສອຍ)

2) ຕອນຮັກກັນ ສາບານໃຫ້ລົ້ມໃຫ້ຕາຍ
ຊາດນີ້ບໍ່ຂໍປ່ຽນໃຈ ພົບຊາຍໃໝ່ບໍ່ແລບໍ່ຫຼຽວ
ເວົ້າກັນບໍ່ທັນເຖິງເດືອນ ລືມເລືອນສາບານບໍ່ກ່ຽວ
ຫົວໃຈນ້ອງຊ່າງບິດບ້ຽວ ບໍ່ຂໍກ່ຽວດອກຜູ່ຍິງຫຼອກລວງ…

(ສອຍ)

(ເວົ້າ) ກະຈັ່ງແມ່ນເຈົ້າບໍ່ມີຕານໍ້ ທົ່ງນາກະຄືມີບໍ່ອຶດບໍ່ຢາກ
ເຈົ້າໂລດຫາວ່າຫົວໃຈຂ້ອຍເປັນຫ້ອງນໍ້າຊັ້ນຫວາ?

(ສອຍ)

3) ຕອນຮັກກັນ ສາບານໃຫ້ລົ້ມໃຫ້ຕາຍ
ຊາດນີ້ບໍ່ຂໍປ່ຽນໃຈ ພົບຊາຍໃໝ່ບໍ່ແລບໍ່ຫຼຽວ
ເວົ້າກັນບໍ່ທັນເຖິງເດືອນ ລືມເລືອນສາບານບໍ່ກ່ຽວ
ຫົວໃຈນ້ອງຊ່າງບິດບ້ຽວ ບໍ່ຂໍກ່ຽວດອກຜູ່ຍິງຫຼອກລວງ…
ບໍ່ຂໍກ່ຽວດອກຜູ່ຍິງຫຼອກລວງ… ບໍ່ຂໍກ່ຽວດອກຜູ່ຍິງຫຼອກລວງ…

ໂນຕເພງ “ຮັກນີ້ຫຼືຮັກ”
ວິດີໂອໂນຕບັນເລງເພງ “ຮັກນີ້ຫຼືຮັກ”